ການເຄື່ອນໄຫວດ້ານການທູດໜູນຊ່ວຍປະເທດຊາດເຊື່ອມໂຍງເຂົ້າກັບສາກົນ

ຫວຽດ​ນາມ​ໄດ້​ກ້າວ​ເຂົ້າ​ສູ່​ປີ 2016 ຢ່າງ​ເປັນ​ທາງ​ການ​ດ້ວຍຫຼ​າຍ​ກາ​ລະໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃນ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງເ​ຂົ້າ​ກັບສາ​ກົນ. ນັ້ນ​ແມ່ນ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ອາ​ຊຽນ, ເຊື່ອມ​ໂຍງ​ເສດ​ຖະ​ກິດ​ທົ່ວ​ໂລກ​ໂດຍ​ຜ່ານ​ບັນ​ດາ​ລະ​ບອບ​ລະ​ບຽບ​ການ​ເສດ​ຖະ​ກິດ, ບັນ​ດາ​ສັນ​ຍາ​ການ​ຄ້າ 2 ຝ່າຍ ແລະ ຫຼາຍ​ຝ່າຍ. ໃນ​ວິ​ວັດ​ການ​ເຊື່ອມ​ໂຍງນັ້ນ, ລະ​ອຽດ​ໃນ​ປີ 2016, ຂະ​ແໜງ​ການ​ທູດ​ຫວຽດ​ນາມ​ສືບ​ຕໍ່ເສີມ​ຂະ​ຫຍາຍ​ທ່າ​ແຮງນຳ​ໜ້າ, ເປີດ​ຊ່ອງ​ທາງ, ສ​້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ປະ​ກອບ​ສ່ວນ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ເປັນ​ປົກ​ກະ​ຕິ​ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ.

    

ການເຄື່ອນໄຫວດ້ານການທູດໜູນຊ່ວຍປະເທດຊາດເຊື່ອມໂຍງເຂົ້າກັບສາກົນ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ          ວູ້​ຮຸຍ​​ຮ່​ວາງ ພ້ອມ​ກັບ​ລັດ​ຖະ​ມົນ​ຕີ​ປະ​ເທດ​ຕ່າງໆ​ໃນ​ການ​ປະ​ຊຸມ​ຂ່າວ​ປະ​ກາດ​ສຳ​ເລັດ​ການເຈ​ລະ​ຈາ TPP

         ໃນ​ໂລກ​ໂລ​ກາ​ພິ​ວັດ​ດ້ວຍ​ການ​ອາ​ໄສ​ຕໍ່​ກັນ​ທີ່​ນັບມື້​ນັບ​ໃຫຍ່ຫຼວງ​ລະ​ຫວ່າງ​ບັນ​ດາ​ປະ​ເທດນັ້ນ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໄດ້​ກາຍ​ເປັນ​ການ​ເລືອກ​ເຟັ້ນ​ໂດຍ​ພາ​ວະ​ວິ​ໄສ ແລະ ຈຳ​ເປັນຕ້ອງ​ເປັນ​ໄປ. ຄື​ດັ່ງ​ຜູ້​ພາ​ທາງ​ປະ​ກອບ​ສ່ວນ​ນຳ​ກຳ​ປັ່ນ​ຫວຽດ​ນາມ​ອອກ​ສູ່​ທະ​ເລ, ການ​ທູດ​ຫວຽດ​ນາມ​ໄດ້​ກຳ​ນົດ​ຢ່າງ​ຖືກ​ຕ້ອງ, ໃກ້​ຊິດ​ຕິດ​ແທດ​ກັບ​ຂະ​ບວນ​ການ​ເຄື່ອນ​ໄຫວ​ຂອງ​ໂລກ, ຍາມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ກຳ​ນົດ​ທີ່​ຕັ້ງ​​ບົດ​ບາດຂອງ​ປະ​ເທດ​ຊາດ​ໃນ​ພາກ​ພື້ນ ແລະ ສາກ​ກົນເພື່ອ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ດີ​ທີ່​ສຸດ​.

     ຄວາມ​ມາ​ນະ​ພະ​ຍາ​ຍາມເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ, ສ້າງ​ສະ​ພາບ​ແວດ​ລ້ອມ​ເປັນ​ປົກ​ກະ​ຕິ

    ປະ​ຊາ​ຄົມ​ອາ​ຊຽນໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ເຫດ​ການ​ທີ່​ສຳ​ຄັນ​ຂອງ​ 10 ປະ​ເທດ​ອາ​ຊຽນ, ອັນ​ໄດ້​ນຳ​ກາ​ລະ​ໂອ​ກາດ​ທີ່​ດີ​ມາ​ສູ່​ປະ​ຊາ​ຊົນ​ປະ​ມານ 630 ລ້ານຄົນ​ຂອງ 10 ປະ​ເທດ. ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ແລ້ວ, ສຳ​ລັບ​ຫວຽດ​ນາມ, ນີ້​ກໍ​ແມ່ນ​ຜົນ​ງານ​ທີ່​ສຳ​ຄັນ​ພາຍຫຼັງ 20 ປີ​ທີ່​ຫວຽດ​ນາມ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ໃຫ້​ແກ່​ປະ​ຊາ​ຄົມ​ດ້ວຍ​ຖາ​ນະ​ເປັນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ. ປະ​ຊາ​ຄົມ​ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ກ່ອນ​ອື່ນ​ໝົດ ແມ່ນ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ແຕ່​ລະ​ປະ​ເທດ​ ມີສະ​ພາບ​ແວດ​ລ້ອມແຫ່ງ​ສາ​ມັກ​ຄີ, ສັນ​ຕິ​ພາບເພື່ອ​ພັດ​ທະ​ນາ. ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ກ່າວວ່າ :

     “ ຄວາມ​ສະ​ດວກ​ທີ່​ສຸດ ແມ່ນ​ສ້າງ​ສະ​ພາບ​ແວດ​ລ້ອມແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ບົນ​ພື້ນ​ຖານ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ຮັບ​ປະ​ກັນ​ມີ​ຊີ​ວິດ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ບັນ​ດາ​ປະ​ເທດ​ກໍ​ພ້ອມ​ກັນ​ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ. ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ການ​ເມືອງ, ການ​ປ້ອງ​ກັນຄວາມ​ສະ​ຫງົບ ກໍ​ໄດ້​ຮັບ​ການ​ຮັບ​ປະ​ກັນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ມີ​ຊີ​ວິດ​ໃນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ມີ​ບັນ​ດາກົນ​ໄກຮ່ວມ​ມື​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ເມື່ອ​ເກີດ​ຂຶ້ນ. ອາດ​ເວົ້າ​ໄດ້​ວ່າ ປະ​ຊາ​ຄົມ​ອາ​ຊຽນ ມີ​ຜົນ​ປະ​ໂຫຍດຫຼາຍ​ຢ່າງ​ໃນ​ສະ​ເພາະ​ໜ້າ ແລະ ຍາ​ວ​ນານ, ວຽກ​ງານ​ຂອງ​ພວກ​ເຮົາ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ້​ຊົ​ມ​ໃຊ້​ບັນ​ດາ​ຜົນ​ປະ​ໂຫຍດ​ທີ່​ໄດ້​ນຳ​ມາ​ເຊິ່ງ​ໃຫ້​ນັ້ນ ກໍ​ແມ່ນ​ເປົ້າ​ໝາຍ​ຂອງ​ບັນ​ດາ​ການ​ນຳ​ອາຊຽນ​ມຸ່ງ​ໄປ​ເຖິງ, ໂດຍຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ ”

     ປະ​ຊາ​ຄົມ​ອາ​ຊຽນໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ແຕ່​ມີ​ຄວາມ​ຈິງ​ປະ​ການ​ໜຶ່ງໃນ​ປະ​ຈຸ​ບັນ ແມ່ນ​ລະ​ດັບ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ຫວຽດ​ນາມ​ ແມ່ນ​ຍັງ​ບໍ່​ທັນ​ນອນ​ຢູ່​ແຖວ​ໜ້າ​ຂອງ​ອາຊຽນ. ຕາມ​ຜົນ​ຂອງ​ການ​ສຳຫຼວດ​ຄັ້ງຫຼ້າ​ສຸດ​ແລ້ວ, ມີ​ເຖິງ 63%ຈຳ​ນວນ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ຖື​ວ່າ ປະ​ຊາ​ຄົມ​ເສດ​ຖະ​ກິດອາ​ຊຽນ ບໍ່​ມີ​ຜົນ​ສະ​ທ້ອນສົມ​ຄວນ​ເຖິງ​ການ​ເຄື່ອນ​ໄຫວຜະ​ລິດ ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕົນ. ນີ້​ກໍ​ແມ່ນ​ຄວາມ​ເປັນ​ຫ່ວງ​ຢ່າງ​ໃຫຍ່ຫຼວງ​ຂອງຂະ​ແໜງ​ການ​ທູດ​ຫວຽດ​ນາມ​. ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ຖື​ວ່າ :

    “ ສິ່ງນີ້​ກໍ​ສ້າງ​ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່ຫຼວງ ຖ້າ​ຫາກ​ພວກ​ເຮົາ​ບໍ່​ກຳ​ແໜ້ນ​ກາ​ລະ​ໂອ​ກາດ​ທີ່ ປະ​ຊາ​ຄົມ​ອາ​ຊຽນ​ນຳ​ມາ​ໃຫ້, ພວກ​ເຮົາ​ຈະ​ຖືກ​ສູນ​ເສຍ​ກາ​ລະ​ໂອ​ກາດ ແລະ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍກວ່າ​ເກົ່າ. ປີ 2016, ພ້ອມ​ກັບ​ແຜນ​ນະ​ໂຍ​ບາຍ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ເປີດ​ກ້​ວາງ​ກາ​ລະ​ໂອ​ກາດ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ພວກ​ເຮົາ​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ກ່ຽວ​ກັ​ບ ປະ​ຊາ​ຄົມ​ອາ​ຊຽນ​ເພື່ອ​ນຳ​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ​ມຸ່ງ​ໄປ​ສູ່ ປະ​ຊາ​ຄົມ​ເສດ​ຖະ​ກິດທີ່​ພວມ​ພັດ​ທະ​ນາ ແລະ ໃນ​ປີ 2016 ເຂົ້າ​ສູ່​ພາກ​ປະ​ຕິ​ບັດ ”

     ສືບ​ຕໍ່​ເຮັດ​ໜ້າ​ທີ່ນຳ​ໜ້າ, ເປີດ​ຊ່ອງ​ທາງ

   ໃນ​ປີ 2015, ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ແລະ ອົງ​ການ​ສຳ​ນັກ​ງານ​ຕາງ​ໜ້າ​ການ​ທູດ​ຢູ່​ຕ່າງ​ປະ​ເທດ​ໄດ້​ຕັ້ງ​ໜ້າ​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນ​ປະ​ເທດ​ ເປີດ​ກ້​ວາງ​ການ​ພົວ​ພັນກັບ​ບັນ​ດາ​ຄູ່​ຮ່ວມ​ມື​ປະ​ເທດ​ຕ່າງໆ ໂດຍ​ຜ່ານ​ຮູບ​ການ​ເຊື່ອມ​ຕໍ່​ຂໍ້​ມູນ​ຂ່າວ​ສານ​ຂອງວິ​ສາ​ຫະ​ກິດ​ທັງ​ຢູ່​ພາຍ​ໃນ​ ແລະ ຕ່າງ​ປະ​ເທດ, ຜ່ານ​ບັນ​ດາ​ເວ​ທີ​ປາ​ໄສ​ລົງ​ທຶນ, ຊຸກ​ຍູ້​ການ​ຄ້າ. ພ້ອມ​ກັນ​ນັ້ນ, ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ຕາງ​ໜ້າ​ການ​ທູດ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໄດ້​​ຕັ້ງ​ໜ້າ​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ເປີດ​ກ້​ວາງ​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ, ໂດຍ​ສ​ະ​ເພາະ​ແມ່ນ​ເມື່ອ​ປະ​ສົບ​ກັບ​ບັນ​ຫາ​ຫຍຸ້ງ​ຍາກ ​ສັບ​ສົນ​ຢູ່​ປະ​ເທດ​ຕ່າງໆ.

   ໃນ​ປີ​ທີ່​ຜ່ານ​ມາ, ຫວຽດ​ນາມ​ໄດ້​ຍົກ​ລະ​ດັບ​ຂອບ​ເຂດ​ການ​ພົວ​ພັນ​​ຮ່ວມ​ມືຍຸດ​ທະ​ສາດ​ກັບ​ມາ​ເລ​ເຊຍ, ອັນ​ໄດ້​ຍົກ​ຍອດ​ຈຳ​ນວນ​​ຄູ່ຮ່ວມ​ມືຍຸດ​ທະ​ສາດຂຶ້ນ​ເຖິງ 15 ປະ​ເທດ, ​​ຄູ່ຮ່ວມ​ມືຮອບ​ດ້ານ​ຂຶ້​ນເຖິງ 11 ປະ​ເທດ. ການ​ສ້າງ​ບັນ​ດາ​ສາຍ​ພົວ​ພັນ​ນີ້ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ​ເພື່ອ​ໃຫ້​ປະ​ເທດ​ຊາດ​ພັດ​ທະ​ນາ. ກ່ຽວ​ກັບ​ແຜນ​ນະ​ໂຍບາຍຂອງ​ຫວຽດ​ນາມ​ໃນ​ປີ 2016, ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ຢືນ​ຢັນ​ວ່າ :

     “ ໃນ​ໄລ​ຍະ​ໃໝ່, ແຜນ​ນະ​ໂຍ​ບາຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ​ຈະ​ຖືກ​ຍູ້​ແຮງກວ່າ​ອີກ. ຫວຽດ​ນາມ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ ນຳ​ບັນ​ດາ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດເຂົ້າ​ສູ່​ລວງ​ເລິກ, ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ບັນ​ດາ​​ຄູ່ຮ່ວມ​ມືສຳ​ຄັນ ແລະ ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ. ໃນ​ການ​ພົວ​ພັນ​ດ້ານ​ການ​ທູດຫຼາຍ​ຝ່າຍ,  ຫວຽດ​ນາມ​ສືບ​ຕໍ່​ຮັກ​ສາ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ທີ່​ເປັນເຈົ້າການ, ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ອາຊຽນ, ພ້ອມ​ກັນ​ນັ້ນ ກໍ​ເຂົ້າ​ຮ່ວມ​ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ​ອື່ນຢ່າງ​ຕັ້ງ​ໜ້າກວ່າ​ອີກ ”

    ປີ 2016, ການ​ທູດ​ຫວຽດ​ນາມ​ສືບ​ຕໍ່​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ. ບໍ່​ພຽງ​ແຕ່​ເປີດກ​້​ວາງ​ການ​ພົວ​ພັນ​ກັບ​ທຸກໆ​ປະ​ເທດ, ບໍ່​ພຽງ​ແຕ່​ເຂົ້າ​ຮ່ວມ​ວຽກ​ງານ​ທີ່​ກ່ຽວ​ຂ້ອງ​ເຖິງ​ຜົນ​ປະ​ໂຫຍດ​ສະ​ເພາະ​ຂອງ​ຕົນ​ເທົ່າ​ນັ້ນ, ຫວຽດ​ນາມ​ຍັງ​ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ໂລກ​ ແລະ ຍັງເຂົ້າ​ຮ່ວມບັນ​ດາ​ບັນ​ຫາ​ອື່ນ​ຂອງ​ໂລກອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ