ການເຈລະຈາແມ່ນວິທີແກ້ໄຂດີທີ່ສຸດ ເພື່ອເພີ່ມທະວີຄວາມ ເຂົ້າອົກເຂົ້າໃຈກ່ຽວກັບສິດທິມະນຸດ

(vovworld) - ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຫາ​ກໍ່​ປະກາດ​ບົດ​ລາຍ​ງານ​ສິດທິ​ມະນຸດ​ປະຈຳ​ປີ 2016, ​ໃນ​ນັ້ນ ຮັບ​ຮູ້​ບາງ​ຜົນງານ​ກ່ຽວ​ກັບ​ການ​ປົກປ້ອງສິດທິ​ມະນຸດ​ຂອງ ຫວຽດນາມ. ​ແຕ່​ເປັນ​ໜ້າ​ເສຍດາຍ​ວ່າ ບົດ​ລາຍງານ​ຍັງ​ຍົກ​ອອກ​ບາງຂໍ້​ສັງ​​ເກດ​ທີ່​ຂາດພາວະ​ວິ​ໄສ, ບໍ່ສ່ອງ​ແສງ​ຖືກ​ກັບ​ສະພາບ​ຕົງ​ຈິງ​ຢູ່ ຫວຽດນາມ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​: ຄວາມ​ຈຳ​ເປັນ​ ຕ້ອງ​ເພີ່ມ​ທະວີ​ການ​ເຈລະຈາ ​ເພື່ອ​ແນ​ໃສ່ຮັດ​ແຄບ​ບັນດາ​ຄວາມ​ບໍ່​ລົງ​ລອຍກັນ​ໃນ​ໂລກ ກ່ຽວ​ກັບ​ຄຸນຄ່າ​ສິດທິ​ມະນຸດ​ຢູ່​ແຕ່ລະ​ປະ​ເທດ. ບົດ​ຂຽນ​ຂອງ​ບັນ​ນາ​ທິການ ທູ​ຮວາ ທີ່ມີ​ຫົວ​ຂໍ້​ວ່າ: “ການ​ເຈລະຈາ​ແມ່ນວິທີ​ແກ້​ໄຂ​ດີ​ທີ່​ສຸດ ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກ່ຽວ​ກັບ​ສິດທິ​ມະນຸດ”.

ການເຈລະຈາແມ່ນວິທີແກ້ໄຂດີທີ່ສຸດ ເພື່ອເພີ່ມທະວີຄວາມ ເຂົ້າອົກເຂົ້າໃຈກ່ຽວກັບສິດທິມະນຸດ - ảnh 1
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີງ

ນະ​ໂຍບາຍສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ປົກປ້ອງ ​ແລະ ຊຸກຍູ້​ບັນດາ​ສິດ​ພື້ນຖານ​ຂອງ​ປະຊາຊົນ. ບັນດາ​ຄວາ​ມມານະ​ພະຍາຍາມ ​ແລະ ຜົນງານ​ຂອງ ຫວຽດນາມ ​ໃນ​ການ​ຮັບປະກັນ ​ແລະ ປັບປຸງ​ບັນດາ​ສິດ​ພື້ນຖານ​ຂອງ​ປະຊາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງໃນ​ໄລຍະ​ຜ່ານ​ມາ​ ໄດ້​ຮັບ​ການ​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ຈາກ​ປະຊາ​ຄົມ​ສາກົນ.

        ນະ​ໂຍບາຍບຸລິມະສິດ​ຂອງ ຫວຽດນາມ ກ່ຽວ​ກັບ​ສິດທິ​ມະນຸດ

        ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ຊຶ່ງ ຫວຽດນາມ ​ໃຫ້​ບຸລິມະ​ສິດ​ຊຸກຍູ້, ປົກປ້ອງ, ຮັບ​ປະກັນ​ສິດທິ​ມະນຸດ​ແມ່ນ ສ້າງລະບົບ​ກົດໝາຍ​ກ່ຽວ​ກັບ​ສິດທິ​ມະນຸດ​ໃຫ້​ສົມ​ບູນ​ແບບ. ​ໃນລະດັບ​ສູງ​ສຸດ, ລັດຖະທຳ​ມະນູນ​ປີ 2013 ຂອງ ຫວຽດນາມ ​ໄດ້​ມີ​ເຖິງ 36 ມາດຕາທີ່​ກຳນົດ​ກ່ຽວ​ກັບ​ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ. ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດ​ການ​ສ້າງລັດຖະທຳ​ມະນູນ, ຫວຽດນາມ ກຳ​ນົດ “ລັດ​ຮັບປະກັນ ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ; ຮັບຮູ້, ​ເຄົາລົບປົກ​ປ້ອງ​ແລະ ຮັບປະກັນ​​ສິດທິ​ມະນູດ, ສິດ​ພົນລະ​ເມືອງ”. ​ເລື່ອງ​ກຳ​ນົດຫຼັກການ​ນີ້ ​ແມ່ນ​ສອດຄ່ອງ​ກັບ​ມາດຕະຖານ​ກົດ​ໝາຍ​ສິດ​ທິມະນູ​ດສາກົນ, ​ເລີ່​ມມາ​ຈາກ​ເນື້ອ​ແທ້​ຂອງ​ສິດທິ​ມະນຸດ ​ແລະ ​ທາດແທ້​ຂອງ​ລະບົບ​ສັງຄົມ​ນິຍົມ​ຢູ່ ຫວຽດນາມ. ​ໃນ​ລັດຖະທຳ​ມະນູນ​ປີ 2013 ​ແລະ ກົດໝາຍ, ​ເອກະສານ​ນິຕິ​ກຳ​ຫລາຍ​ສະບັບ​ອື່ນໆ, ຫວຽດນາມ ກໍ່​ຍົກ​ສູງ​ກົນ​ໄກ​ຕິດຕາມ​ກວດກາ ​ແລະ ຄວບ​ຄຸມສິດ​ອຳນາດ​ແຫ່ງ​ລັດ ກໍ່​ຄືປະປ່ອຍ​ໃຫ້​ທຸກ​ຄົນ​ເຂົ້າ​ຮ່ວມ​ການ​ສ້າງລະບົບ​ກົດ​ໝາຍ, ລະບອບ​ລະບຽບ​ການ​ໃຫ້​ສົມບູນ​ແບບ ​ເພື່ອ​ຊຸກຍູ້, ຮັບປະກັນ​ສິດທິ​ມະນຸດ​ໃນ​ສະພາບ​ຕົວ​ຈິງ.

        ​ໃນ​ແງ່​ມູນອື່ນ, ຫວຽດນາມ ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ກ່ຽວ​ກັບ​ການ​ປົກປ້ອງ ​ແລະ ຊຸກ​ຍູ້​ສິດທິ​ມະນຸດ. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​​ໄດ້​ເຂົ້າ​ຮ່ວມບັນດາ​ສົນ​ທິສັນຍາ​​ເກືອບ​ທັງ​ໝົດຂອງ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ສິດທິ​ມະນຸດ​ຄື: ສົນທິສັນຍາ​ກ່ຽວ​ກັບ​ສິດ​ພົນລະ​ເຮືອນ, ການ​ເມືອງ; ສົນທິສັນຍາ​ກ່ຽວ​ກັບ​ສິດ​ເສດຖະກິດ, ວັດທະນະທຳ, ສັງ​ຄົມ; ສົນ​ທິສັນຍາ​ກ່ຽວ​ກັບ​ການ​ລົບ​ລ້າງ​ການຈຳ​ແນ​ກ​ປະພຶດສຳລັບ​ແມ່ຍິງດ້ວຍ​ທຸກ​ຮູບ​ການ; ສົນທິສັນຍາ​ກ່ຽວ​ກັບ​ການ​ລົບ​ລ້າງ​ການ​ຈຳ​ແນ​ກ​ເຊື້ອ​ຊາດດ້ວຍ​ທຸກ​ຮູບ​ການ; ສົນ​ທິສັນຍາ​ກ່ຽວ​ກັບ​ສິດ​ທິ​ເດັກ; ສົນທິສັນຍາ​ກ່ຽວ​ກັບ​ການ​ບໍ່ນຳໃຊ້​ບັນດາ​ຂໍ້ຄວາມ​ຈຳກັດດ້ານ​ກົດໝາຍ​ສຳລັບ​ອາດຊະຍາ​ກຳ​ສົງຄາມ​ ​ແລະ ອາດຊະຍາ​ກຳ​ຕ້ານມວນ​ມະນຸດ…​ຫວຽດນາມ ກໍ່​ເຂົ້າ​ຮ່ວມ​ສົນ​ທິສັນຍາ​ກ່ຽວ​ກັບ​ການ​ຕ້ານ​ອາດຊະຍາ​ກຳທີ່​ມີ​ການຈັດ​ຕັ້ງ​ຂ້າມ​ຊາດ ​ແລະ ອະນຸ​ສັນຍາ​ກ່ຽວ​ກັບ​ການ​ສະກັດ​ກັ້ນ, ປາບ​ປາມ ​ແລະ ລົງ​ໂທດ​ອາດຊະຍາ​ກຳ​​ຄ້າຂາຍ​ມະນຸດ, ພິ​ເສດ​ແມ່ນ​ແມ່ຍິງ ​ແລະ ​ເດັກນ້ອຍ; ສົນທິສັນຍາ​ເລກ​ທີ 122 ຂອງ​ອົງ​ການ​ແຮງ​ງານ​ສາກົນ (ILO) ກ່ຽວ​ກັບ​ນະ​ໂຍບາຍວຽກເຮັດ​ງານທຳ…

ຜົນ​ງານ​ທາງ​ດ້ານສິດ​ທິ​ມະ​ນຸດຂອງ​ຫວຽດ​ນາມ​ແມ່ນບໍ່​ອາດ​ປະ​ຕິ​ເສດ​ໄດ້

     ໃນ​ຂອບ​ເຂດ​ການ​ສົນ​ທະ​ນາ ແລະ ການ​ຮ່ວມ​ມື​ທາງ​ດ້ານ​ສິດ​ທິ​ມະ​ນຸດນັບ​ທັງ​ 2 ຝ່າຍ ແລະ ຫຼາຍ​ຝ່າຍ​ເກືອບ​ທັງ​ໝົດ​ນັ້ນ, ບັນ​ດາ​ປະ​ເທດ ແລະ ຄູ່​ຮ່ວມ​ມື​ສາ​ກົນ ກໍ​ລ້ວນ​ແຕ່​ຕີ​ລາ​ຄາ​ສູງ​ບັນ​ດາຜົນ​ງານຂອງ​ຫວຽດ​ນາມ​ທີ່ບັນ​ລຸ​ໄດ້ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ສັງ​ຄົມ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ການ​ເຫຼື້ອມ​ໃສ, ສາ​ສະ​ໜາ…ຫວຽດ​ນາມ​ເອົາ​ໃຈ​ໃສ່​ເພີ່ມ​ທະ​ວີ​ກົນ​ໄກ​ສົນ​ທະ​ນາ ແລະ​ຮ່ວມ​ມື​ກ່ຽວ​ກັບ​ບັນ​ຫາສິດ​ທິ​ມະ​ນຸດປະ​ຈຳ​ປີ​ກັບ​ຫຼາຍປະ​ເທດ, ໃນ​ນັ້ນ​ມີ​ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ນອກ​ແວ, ສະ​ວິດ…ຫວຽດ​ນາມ​ຍັງ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ສ້າງ​ຕັ້ງ ແລະ ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ອາ​ຊຽນ​ກ່ຽວ​ກັບ ສິດ​ທິ​ມະ​ນຸດ, ສ້າງ​ຖະ​ແຫຼງ​ການ​ວ່າ​ດ້ວຍ ສິດ​ທິ​ມະ​ນຸດ ອາ​ຊຽນ, ຊຶ່ງ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ(11/2012).

     ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 6 ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດໄດ້​ປະ​ຕິ​ບັດສຳ​ເລັດ​ສ່ວນຫຼາຍ​ເປົ້າ​ໝາຍ​ພັດ​ທະ​ນາ​ສະ​ຫັດສະ​ວັດ(MDG­­­­s) ກ່ອນ​ກຳ​ນົດ​ປີ 2015; ໄດ້​ຮັບ​ລາງວັນ​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ລົບລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຈາກ​ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ​ໂລກ. ສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງສະ​ຫະ​ປະ​ຊາ​ຊາດ​ຊຸດ​ທີ 26 , ໃນ​ວັນ​ທີ 20/6/2014 ໄດ້ຕີ​ລາ​ຄາ​ສູງ​ການ​ປະ​ຕິ​ບັດ​ສິ​ດ​ທິ​ມະ​ນຸດ​ໃນ​ບົດ​ລາຍ​ງານ​ແຫ່ງ​ຊາດ​ຕາມ​ກົນ​ໄກ​ກວດ​ກາ​ປະ​ຈຳ​ໄລ​ຍະ (UPR) ຮອບ​ທີ 2 ຂອງ​ຫວຽດ​ນາມ. ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ​ຫວຽດ​ນາມ​ເຂົ້າ​ໃນ​ຈຸດ​ໝາຍ​ລວມ, ນັ້ນ​ແມ່ນ​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ, ຮັກ​ສາ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ​ກ່ຽວ​ກັບ ສິດ​ທິ​ມະ​ນຸດ, ເປັນ​ການຢັ້ງ​ຢືນ​ຕົວ​ຈິງວ່າ ຫວຽດ​ນາມ​ຍາມ​ໃດ​ກໍ​ເຄົາ​ລົບ, ຮັບ​ປະ​ກັນ​ບັນ​ດາ​ສິດ​ອັນ​ເປັນ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ, ບໍ່​ພຽງ​ແຕ່​ຢູ່​ໃນ​ການ​ປັບ​ປຸງ​ລະ​ບົບ​ກົດ​ໝາຍ, ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ເຖິງ ສິດ​ທິ​ມະ​ນຸດ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ປະ​ຕິ​ບັດ​ໃນ​ທຸກໆ​ດ້ານ​ເຊັ່ນ: ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ, , ເສ​ລີ​ພາບທາງ​ສື່ມວນ​ຊົນ, ການ​ສື່​ຂ່າວ, ເສ​ລີ​ພາບໃນ​ການ​ເຫຼື້ອມ​ໃສ, ສາ​ສະ​ໜາ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ການ​ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​, ການ​ສຶກ​ສາ…

    ໃນ​ໂລກ​ປະ​ຈຸ​ບັນ, ຍັງ​ມີຫຼາຍ​ທັດ​ສະ​ນະ​ທີ່​ແຕກ​ຕ່າງ​ກັນກ່ຽວ​ກັບ​ບັນ​ຫາສິດ​ທິ​ມະ​ນຸດ, ແຕ່​ບັນ​ດາ​ຜົນ​ງານ​ທາງ​ດ້ານ ສິດ​ທິ​ມະ​ນຸດ​ຊຶ່ງ​ຫວຽດ​ນາມ​ບັນ​ລຸ​ໄດ້​ນັ້ນ​ແມ່ນ​ພະ​ຍານຫຼັກ​ຖານ​ທີ່ບໍ່​ອາດ​ປະ​ຕິ​ເສດ​ໄດ້​ສຳ​ລັບ​ຄ​ວາມ​ມາ​ນະ​ພະ​ຍາ​ຍາມຂອງ​ຫວຽດ​ນ​າມ​ໃນ​ຂົງ​ເຂດນີ້. ການ​ສືບ​ຕໍ່​ດຳ​ເນີນ​ບັນ​ດາ​ການ​ສົນ​ທະ​ນາ​ກ່ຽວ​ກັບ ສິດ​ທິ​ມະ​ນຸດ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ແມ່ນ​ມາດ​ຕະ​ການ​ທີ່​ດີ​ທີ່​ສຸດ​ເພື່ອ​ໃຫ້​ວ​ົງ​ການ​ນັກ​ການ​ເມືອງ ແລະ ຊາວ​ອາ​ເມ​ລິ​ກາ​ສາ​ມາດ​ເຂົ້າ​ໃຈ​ແຈ້ງ​ກ່​ວາ​ກ່ຽວ​ກັບ​ສະ​ພາບ​ຕົວ​ຈິງ​ທາງ​ດ້ານ ສິດ​ທິ​ມະ​ນຸດ​ຢູ່​ຫວຽດ​ນາມ, ຮັດ​ແຄບ​ບັນ​ດາ​ຄ​ວາມບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ຄຸນ​ຄ່າ​ທາງ​ດ້ານ ສິດ​ທິ​ມະ​ນຸດ​ຢູ່​ແຕ່​ລະ​ປະ​ເທດ. ສິ່ງນີ້​ເປັນ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ລວມ​ຂອງ​ໂລກ, ນັ້ນ​ແມ່ນ​ປົກ​ປ້ອງ, ຊຸກ​ຍູ້ ສິດ​ທິ​ມະ​ນຸດ​ໃຫ້​ນັບ​ມື້​ນັບ​ດີ​ງາມ​ກ່​ວາ​ເກົ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ