ການເລືອກຕັ້ງ- ວັນບຸນປະຊາທິປະໄຕຢູ່ຫວຽດນາມ

(vovworld)- ເຂົ້າ​ຮ່ວມ​ການ​ເລືອກ​ໃນ​ວັນ​ທີ 22/5, ປະ​ຊາ​ຊົນ​ຫວຽດ​ນາມ ບໍ່​ພຽງ​ແຕ່​ປະ​ຕິ​ບັດ​ສິດ​ປະ​ຊາ​ທິ​ປະ​ໄຕ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ຕິ​ບັດ​ພັນ​ທະ​ພົນ​ລະ​ເມືອງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ​ຂອງ​ຕົນ​ຕໍ່ປະ​ເທດ​ຊາດ. ບັດ​ເລືອກ​ຕັ້ງ​ຂອງ​ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ວັນ​ບຸນ​ປະ​ຊາ​ທິ​ປະ​ໄຕ​ນີ້ ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ຕໍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ລະ​ບອບ​ການ​ເມືອງ​ຊື່ງ​ໄດ້​​ລະ​ບຸ​ໄວ້​ໃນ​ລັດ​ຖະ​ທຳ​ມະ​ນູນ ຢ່າງ​ມີ​ຊີ​ວິດ​ຊີ​ວາ.
ການເລືອກຕັ້ງ- ວັນບຸນປະຊາທິປະໄຕຢູ່ຫວຽດນາມ - ảnh 1
ພະ​ນັກ​ງານ, ນັກ​ຮົບ​ຢູ່​ເກາະ ຊອກ​ຕື​ໄຕ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ
ພາບ:TTXVN

        ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ແມ່ນ​ຮູບ​ການ​ປະ​ຊາ​ທິ​ປະ​ໄຕ​ໂດຍ​ກົງ, ແມ່ນ​ວິ​ທີ​ການ​ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳ​ນົງ​, ຄວາມ​ມຸ້ງ​ມາ​ດ​ປາດ​ຖະ​ຫນາ ແລະ ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​ໃນ​ການ​ສ້າ​ງ​ລັດ​ເວົ້າ​ລວມ ແລະ ອົງ​ການ​ຕົວ​ແທນ​, ອົງ​ການ​ແຫ່ງ​ສິດ​ອຳ​ນາດ​ແຫ່ງ​ລັດ​ຈາກ​ສູນ​ກາງ​ຕະ​ຫລອດ​ຮອດ​ທ້ອງ​ຖິ່ນ​ຢູ່​ຫວຽດ​ນາມ ເວົ້າ​ສະ​ເພາະ. ເຂົ້າ​ຮ່ວມ​ການ​ສະ​ໝັກ​ຮັບ​ເລືອກ​ຕັ້ງ ແລະ ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ແມ່ນ​ສິດ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ​ໃນ​ການ​ສ້າງ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ. ຜ່ານ​ການ​ເລືອກ​ຕັ້ງ, ປະ​ຊາ​ຊົນ​ປະ​ຕິ​ບັດ​ສິດ​ປະ​ຊາ​ທິ​ປະ​ໄຕ​ດ​້ວຍ​ວິ​ທີ​ຄັດ​ເລືອກ​ບັນ​ດາຜູ້​ແທນເຂົ້າ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ. ສຳ​ລັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຕ່​ລະ​ຄົນ,  ເລື່ອງ​ໄປ​ປ່ອນ​ບັດເລືອກ​ຕັ້ງແມ່ນ​ສິດ​ຜົນ​ປະ​ໂຫຍດ ພ້ອມ​ທັງ​ກໍ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພົນ​ລະ​ເມືອງ​​ຕໍ່​ປ​ະ​ເທດ​ຊາດ.

        ການ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ແມ່ນ​ປະ​ຕິ​ບັດ​ສິດ​ເປັນ​ເຈົ້າ​ຂອງ​ພົນ​ລະ​ເມືອງ

        ວັນ​ທີ 22/5 ເປັນ​ຂີດ​ໝາ​ຍ​ຄັ້ງ​ທີ 14 ຂອງພົ​ນ​ຕີ ຟ້າມ​ຮົ່ງ​ກື, ອະ​ດີດ​ຮອງ​ຫົວ​ຫນ້າ​ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ຜູ້​ຕາງ​ຫນ້າ​ໃຫ້​ແກ່​ຕົນ​ເອງ​ໃນ ສະ​ພາ​ແຫ່ງ​ຊາດ ແລະ  ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ. ເມື່ອ​ເວົ້າ​ເຖິງ​ຄວາມ​ຮູ້​ສຶກ ແລະ ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ຊຸມວັນເລືອກ​ຕັ້ງ, ພິ​ເສດ ແມ່ນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ປະ​ເທດ ຫວຽດ​ນາມ ເອ​ກະ​ລາດ ພາ​ຍ​ຫລັງ​ຜົນ​ສຳ​ເລັດ​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ປີ 1945, ພົ​ນ​ຕ​ີ ຟ້າມ​ຮົ່ງ​ກື ຊີ້​ແຈ້ງວ່າ:

        “ຂ້າ​ພະ​ເຈົ້າ​ຄິດ​ວ່າ ແຕ່​ລະ​ເທື່ອ​ເມື່ອໄປ​ປ່ອນ​ບັດ​ເລືອກ​ຕັ້ງ​, ຜູ້​ມີ​ສິດ​ເລືອກ​ຕັ້ງ​ ນອກ​ຈາກ​ຄັດ​ເລືອກ​ຜູ​້​ຕາງ​ຫນ້າ​ໃຫ້​ຕົນ​ເອງ​ແລ້ວ ຍັງ​ຝາກ​ຝັງຄວາມ​ຫວັງ​ຕໍ່​ເຂົາ​ເຈົ້າ​ອີກ. ຂ້າ​ພະ​ເຈົ້າ​ຫວັງ​ກວ່າ ຜ່ານການ​ເລືອກ​ຕັ້ງ​ສະ​ມາ​ຊິກສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ຫວຽດ​ນາມ ຈະ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ຄົງ​ກວ່າ​ອີກ. ປະ​ເທດ​ຊາດ​ຈະ​ຫລຸດ​ພົ້ນ​ອອກ​ຈາກ​​ສະ​ພາບ​ຕົກ​ຕ່ຳ​ຖອຍ​ຫລັງເມື່ອ​ທຽບ​ໃສ່​ບັນ​ດາ​ປະ​ເທດ​ອື່ນ, ສືບ​ຕໍ່​ປ່ຽນ​ໃຫມ່, ພັດ​ທະ​ນາ, ຕ້ານສັດ​ຕູ​ພາຍ​ໃນ​ປະ​ເທດ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟ​ຸ​ມ​ເຟືອຍ, ​ຕ້ານ​ສັດ​ຕູ​ພາຍ​ນອກ, ແກ້​ໄຂ​ຄວາ​ມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ.”

        ໂດຍ​ເຂົ້າ​ໃຈ​ໄດ້​ຄວາມ​ໝາຍ​ຂອງ​ການ​ເລືອກ​ຕັ້ງ, ເພື່ອນ ເຈີນ​ທິ​ຖູຍ, ນັກ​ສຶກ​ສາ​ສະ​ຖາ​ບັນ​ສື່ມວນ​ຊົນ ແລະ ໂຄ​ສະ​ນາ ຖື​ວ່າ​: ການ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ແມ່ນ​ຄວາມ​ເປັນ​ກຽດ, ແມ່ນ​ສິດ​ເປັນ​ເຈົ້າ​ຢ່າງ​ແທ້​ຈິງ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ເວົ້າ​ລວມ ແລະ ຂອງ​ລຸ້ນ​ຫນຸ່ມ​ຫວຽດ​ນາມ ເວົ້າ​ສະ​ເພາະ. ສະ​ນັ້ນ ປະ​ຊາ​ຊົນ​ແຕ່​ລະ​ຄົນ ຄວນ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ ແລະ ມີ​ຄວາມ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ​ຕໍ່​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ, ​ມີ​ຄວາມ​ສະ​ຫລາດ​ສ່ອງ​ໃສ​ໃນ​ການຄັດ​ເລືອກຜູ້​ມີ​ເງື່ອນ​ໄຂ​ພຽງ​ພໍ​ເພື່ອ​ເຮັດສຳ​ເລັດ​ຫນ້າ​ທີ່​​ເປ​ັ​ນຕົວ​ແທນ​ຂອງ​ປະ​ຊາ​ຊົນ.

        “ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ແມ່ນ​ສິດ​ຜົນ​ປະ​ໂຫຍດ ແລະ ຄວາມ​ຮັບ​ຜິດ​ຊອບ​ພົນ​ລະ​ເມືອງ​ຂອງ​ໄວ​ຫນຸ່ມ. ຄວາມ​ຮັບ​ຜິດ​ຊອບ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ, ຄວາມ​ຮັບ​ຜິດ​ຊອບ​​ໃນ​ການຄັດ​ເລືອກ ແລະ ສ້າງ​ກົງ​ຈັກ​ລັດ​ຂອງ​ປະ​ຊາ​ຊົນ​, ໂດ​ຍ​ປະ​ຊາ​ຊົນ ແລະ​ເພື່ອ​ປະ​ຊາ​ຊົນ. ເພາະ​ສະ​ນັ້ນ ເມື່ອ​ໄດ້​ຮັບ​ບັດ​ເລືອກ​ຕັ້ງ, ຄວາມ​ຮັບ​ຜິດ​ຊອບ​ຂ​ອງ​ຊາວ​ຫນຸ່ມ​ແຕ່​ລະ​ຄົນ​ແມ່ນ​ຕ້ອງ​ຕິດ​ຕາມ​ບັນ​ຊີ​ລາຍ​ຊື່​ຜູ້​ແທນ, ມີ​ຄວາມ​ສະ​ຫລາດ​ສ່ອງ​ໃສ​ໃນ​ການ​ຄັດ​ເລືອກ​ຜູ້​ມີ​ເງື່ອນ​ໄຂ​ສຳ​ເລັດ​ຫນ້າ​ທີ່​ທີ່​ໄດ້​ຮັບ​ການມອບ​ໝາຍ.”

ການເລືອກຕັ້ງ- ວັນບຸນປະຊາທິປະໄຕຢູ່ຫວຽດນາມ - ảnh 2
ທ່ານຮ່ວາງຈູງຫາຍ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ປ່ອນບັດຢູ່ຫົວໜ່ວຍເລກທີ 4, ລ໋າງຮ້້າ, ເມືອງ ດົ໋ງດາ

       ສຳ​ເລັດ​ຫນ້າ​ທີ່​ຂອງ​ພົນ​ລະ​ເມືອງເປັນ​ຢ່າງ​ດີ​ໃນ​ການ​ວັນ​ບຸນ​ປະ​ຊາ​ທິ​ປະ​ໄຕ​

         ໂດຍ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ, ສິດ​ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ສະ​ໝັກ​ຮັບ​ເລືອກ​ຕັ້ງ ແລະ ການ​ເລືອກ​ຕັ້ງ​ໃນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ຄັ້ງ​ນີ້​ໄດ້​ຮັບ​ການ​ເປີດກວ້າງ. ຕາມ​ນັ້ນ​ແລ້ວ, ຈຳ​ນວນ​ຜູ້​ສະ​ໝັກ​ຮັ​ບ​ເລືອກ​ຕັ້ງ​​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ສະ​ມາ​ຊິກ​ສະ​ພາ​ປ​ະ​ຊາ​ຊົນ​ທຸກ​ຂັ້ນ​ຫລາຍກວ່າ; ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຜ່ານ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ໄດ້​ຮັບ​ຄວາມ​ສົນ​ໃຈເປັນ​ພິ​ເສດ. ທ່ານ ເລ​ວັນ​ຫວູ, ຜູ​້​ມີ​ສິດ​ເລືອກ​ຕັ້ງ ຕາ​ແສງ ຕາມ​ຟູ, ເມືອງ ຖູ​ດືກ ນະ​ຄອນ ໂຮ່​ຈິ​ມີນ ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ ຫລາຍ​ຄັ້ງ​ແລ້ວ. ແຕ່​ຄັ້ງ​ນີ້ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ບັນ​ຍາ​ກາດ, ສະ​ພາບ​ການ​ປະ​ຊາ​ທິ​ປະ​ໄຕ​ຢູ່​ຫວຽດ​ນາມ ປະ​ຈຸ​ບັນ ສູງກວ່າ​ເມື່ອ​ທຽບ​ໃສ່​ກ່ອນນີ້​ຫລາຍ. ໂດຍ​ແມ່ນ​ຜູ​້​ມີ​ສິດ​ເລືອກ​ຕັ້ງ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂໍ້​ມູນ​ຂ່າ​ວ​ຈາກ​ຄະ​ນະ​ເລືອກ​ຕັ້ງ​ຂັ້ນ​ຮາກ​ຖານ​ຫລາຍກວ່າ ແລະ ໄດ້​ພົບ​ປະ​ກັບ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​​ເປັ​ນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ, ມີ​ສິດ​ຊັກ​ຖາມ​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ.”

        ສິດ​ປະ​ຊາ​ທິ​ປະ​ໄຕ​ໄດ້​ຮັບ​ການ​ເປີດກວ້າງ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ປະ​ຕິ​ບັດ​ສິດ​ພົນ​ລະ​ເມືອງ​ຂອງ​ຕົນ. ທ່ານ ເລ​ຍື​ຕຽນ, ຮອງ​​ປະ​ທານ​ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ, ສຶກ​ສາ, ຊາວ​ຫນຸ່ມ, ເຍົາ​ວະ​ຊົນ ແລະ ອະ​ນຸ​ຊົນ ຂອງ​ສະ​ພາ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ:

        “ລັດ​ຖະ​ທຳ​ມະ​ນູນ​ປີ 2013 ໄດ້​ກຳ​ນົດ​ສິດ​ເສ​ລີ​ປ​ະ​ຊາ​ທິ​ປະ​ໄຕ, ສິດ​ຂອງ​ປະ​ຊາ​ຊົນ​ໃນ​ການ​ສ້າງ​ອຳ​ນາດ​ການ​ປົກຄອງ​ໂດຍ​ກົງ ແລະ ທາງ​ອ້ອມ. ​ເມື່ອປ່ອນ​ບັດເພື່ອ​ເລືອກຕັ້ງ​ຜູ້​ຕາງ​ຫນ້າ​ໃຫ້​ແກ່​ຕົນ​ເອງ​ເຂົ້າ​ຮ່ວມ​ອຳ​ນາດ​ກາ​ນ​ປົກ​ຄອງ​ທ້ອງ​ຖິ່ນ ແລະ ກົງ​ຈັກ​ລັດ, ນັ້ນ​ແມ່ນ​ການ​ເລືອກ​ຕ​ັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພ​າ​ປະ​ຊາ​ຊົນ​ທຸກ​ຂັ້ນ. ທົ່ວ​ປວງ​ຊົນ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ເພື່ອ​ປະ​ຕິ​ບັດ​ສິດ​ຜົນ​ປະ​ໂຫຍດ ແລະ ພັນ​ທະ​ຂອງ​ຕົນ​ໃນ​ການ​ສ້າ​ງ​ລັດ, ​ສ້າງ​ອຳ​ນາດ​ການ​ປົກ​ຄອງ.”

        ເມື່ອ​ສິດ​ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ສະ​ໝັກ​ຮັບ​ເລືອກ​ຕັ້ງ ແລະ ການ​ເລືອກ​ຕັ້ງ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈະ​ເລືອກ​ຕັ້ງ​ບັນ​ດາ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ສົມ​​ເປັ​ນ​ຕົວ​ແທນແຫ່ງເຈດ​ຈຳ​ນົງ, ຄວາມ​ມ້ງ​ມາດ​ປາດ​ຖະ​ຫນາ ແລະ ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​ໃນ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ. ນັ້ນ​ແມ່ນ​ພື້ນ​ຖານ​ສຳ​ຄັນ ແລະ ຕັດ​ສິນ​ຊີ້​ຂາດ​ເພື່ອ​ນຳ​ຫວຽດ​ນາມ ປະ​ຕິ​ບັດ​​ເປົ້າ​ໝາຍ​ສືບ​ຕໍ່​ ປັບ​ປຸງ ແລະ ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດສັງ​ຄົມ​ນິ​ຍົມ​ຂອງ​ປະ​ຊາ​ຊົນ​,ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ.

 

 


ຕອບກັບ

ຂ່າວ/ບົດ​ອື່ນ