ການເລືອກຕັ້ງລັດຖະສະພາເອີຣົບ: ບັນດາສິ່ງທ້າທາຍທີ່ພວມມີຢູ່ໃນປັດຈຸບັນ

(VOVWORLD) - ການເລືອກຕັ້ງລັດຖະສະພາເອີຮົບ 2019 ຈະດຳເນີນໃນລະຫວ່າງວັນທີ 23 – 26 ພຶດສະພາ ຢູ່ບັນດາປະເທດສະມາຊິກ. ພົນລະເມືອງຈະເລືອກເອົາຜູ້ແທນ 751 ທ່ານ. ພາຍຫລັງການເລືອກຕັ້ງ, ລັດຖະສະພາເອີຣົບໃໝ່ ຈະເລືອກຕັ້ງປະທານຄະນະກຳມະການເອີຣົບ ແລະ ປ່ອນບັດກ່ຽວກັບບັນຫາງົບປະມານໃຫ້ແກ່ການເຄືອນໄຫວຂອງ ອີຢູ ໃນໄລຍະ 5 ປີຈະມາເຖິງ. 

ວັນທີ 23 ພຶດສະພາ, ສະຫະພາບ ເອີຣົບ ຈະກ້າວເຂົ້າສູ່ການດຳເນີນການເລືອກຕັ້ງສຳຄັນ, ມີຄວາມໝາຍຕັດສິນຊີ້ຂາດເຖິງການພັດທະນາຂອງກຸ່ມໃນໄລຍະ 5 ປີຈະມາເຖິງ, ນັ້ນແມ່ນການເລືອກຕັ້ງລັດຖະສະພາ ເອີຣົບ. ຜູ້ມີສິດເລືອກຕັ້ງ ອີຢູ ພວມຢືນຢູ່ຕໍ່ໜ້າການເລືອກເຟັ້ນສຳຄັນຍິ່ງ ເພື່ອແກ້ໄຂບັນດາສິ່ງທ້າທາຍຈາກບັນຫາຊາວອົບພະຍົບຕະຫລອດຮອດບັນຫາການຄ້າ ແນໃສ່ປົກປັກຮັກສາຄວາມວັດທະນາຖາວອນຂອງກຸ່ມນີ້.

ການເລືອກຕັ້ງລັດຖະສະພາເອີຣົບ: ບັນດາສິ່ງທ້າທາຍທີ່ພວມມີຢູ່ໃນປັດຈຸບັນ - ảnh 1 (ພາບປະກອບ)

        ລັດຖະສະພາເອີຣົບ (EP) ແມ່ນໜຶ່ງໃນບັນດາລະບອບການເມືອງສຳຄັນຂອງ ອີຢູ, ໂດຍພົນລະເມືອງ ອີຢູ ເປັນຢູ່ເລືອກຕັ້ງໂດຍກົງໄລຍະ 5 ປີເທື່ອໜຶ່ງ. ຍ້ອນການເລືອກຕັ້ງໄດ້ປະຕິບັດຕາມລະບົບການປ່ອນບັດແບບທົ່ວໄປ, ລັດຖະສະພາເອີຣົບ ໄດ້ຮັບການເລືອກຕັ້ງໂດຍກົງຈາກພົນລະເມືອງ.

        ການເລືອກຕັ້ງລັດຖະສະພາເອີຮົບ 2019 ຈະດຳເນີນໃນລະຫວ່າງວັນທີ 23 – 26 ພຶດສະພາ ຢູ່ບັນດາປະເທດສະມາຊິກ. ພົນລະເມືອງຈະເລືອກເອົາຜູ້ແທນ 751 ທ່ານ. ພາຍຫລັງການເລືອກຕັ້ງ, ລັດຖະສະພາເອີຣົບໃໝ່ ຈະເລືອກຕັ້ງປະທານຄະນະກຳມະການເອີຣົບ ແລະ ປ່ອນບັດກ່ຽວກັບບັນຫາງົບປະມານໃຫ້ແກ່ການເຄືອນໄຫວຂອງ ອີຢູ ໃນໄລຍະ 5 ປີຈະມາເຖິງ. ການເລືອກຕັ້ງດຳເນີນໄປໃນສະພາບການທີ່ຈຳນວນຜູ້ໄປປ່ອນບັດເລືອກຕັ້ງໄດ້ຫລຸດລົງເທື່ອລະໜ້ອຍ ນັບແຕ່ການເລືອກຕັ້ງຄັ້ງທຳອິດເມື່ອປີ 1979.

ສິ່ງທ້າທາຍນາໆປະການ

        ອາດເວົ້າໄດ້ວ່າ ຍັງບໍ່ທັນມີການເລືອກຕັ້ງລັດຖະສະພາເອີຣົບໃດ ດຳເນີນໃນສະພາວະມີສິ່ງທ້າທາຍນາໆປະການພວມປິດລ້ອມເອີຣົບ ຄືປັດຈຸບັນ: ເລື່ອງປະເທດ ອັງກິດ ຈະຖອນຕົວອອກຈາກ ອີຢູ ຢ່າງເປັນທາງການ; ລັດທິປະຊານິຍົມພວມຂຶ້ນຄອງລາດ; ການແຕກແຫງໃນການພົວພັນກັບ ອາເມລິກາ ນັບມື້ນັບເລິກເຊິ່ງ; ກະແສຟອງຊາວອົບພະຍົບສືບຕໍ່ຫລັ່ງໄຫລເຂົ້າເອີຣົບ; ລັດທິການກໍ່ການຮ້າຍຍັງພວມຈອບເຂົ້າມາທຳລາຍ…ໃນນັ້ນ, ສິ່ງທີ່ເປັນໜ້າສົນໃຈທີ່ສຸດ ນັ້ນແມ່ນການລຸກຮື້ຂຶ້ນຂອງລັດທິປະຊານິຍົມ. ຊ້ຳບໍ່ໜຳ ອາດຈະຢືນຢັນໄດ້ວ່າ ຍັງບໍ່ທັນມີການລຸກຮື້ຂຶ້ນຂອງລັດທິປະຊານິຍົມ ທີ່ພວມວາງອອກບັນດາສິ່ງທ້າທາຍອັນໃຫຍ່ຫລວງສຳລັບການຜູກພັນພາຍໃນກຸ່ມຢູ່ ເອີຣົບ ຄືໄລຍະປັດຈຸບັນ. ໃນການຢັ່ງຫາສຽງກ່ອນທີ່ດຳເນີນການເລືອກຕັ້ງ, ຈຳນວນຜູ້ຖືກຖາມເກືອບ 50% ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການລຸກຮື້ຂຶ້ນຂອງລັດທິປະຊານິຍົມ. ສິ່ງນີ້ໄດ້ອີງໃສ່ສະພາບຕົວຈິງ ແມ່ນໃນການເລືອກຕັ້ງປີນີ້, ບັນດາພາກສ່ວນປະຊານິຍົມຄັດຄ້ານການເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງຂອງ ອີຢູ ກ່ວາ ເມື່ອດຳເນີນບັນດາບັ້ນຂົນຂວາຍຢ່າງຟົດຟື້ນ. ບັນດາພາກສ່ວນລັດທິຊາດນິຍົມ, ປະຊານິຍົມຝ່າຍຂວາ, ນິຍົມຮັກສາເດີມ ແລະ ສົງໄສ ເອີຣົບ ວ່າພວມຢາກທຳລາຍຄວາມສາມັກຄີຂອງ ບຣຸກແຊນ. ສະນັ້ນ ເຖິງວ່າຍັງຄົງແມ່ນບັນດາກຸ່ມມີຜູ້ມີສິດເລືອກຕັ້ງໃຫຍ່ສຸດກໍ່ຕາມ, ແຕ່ບັນດາກຸ່ມກາງຂວາ ແລະ ກາງຊ້າຍປົກຄອງການເມືອງລະຫວ່າງ ເອີຣົບ ໃນຊຸມປີມໍ່ໆມານີ້ ເບິ່ງຄືວ່າ ທີ່ຕັ້ງຂອງຕົນພວມຫລຸດລົງ. ໃນຂະນະນັ້ນ, ຖ້າຫາກບັນດາພັກການເມືອງຝ່າຍຂວາ, ຂວາຈັດ, ປະຊານິຍົມ,  ຊາດນິຍົມໃນລັດຖະສະພາເອີຣົບ ໂຮມກຳລັງກັນກາຍເປັນສຳພັນທະມິດໃໝ່ນັ້ນ, ຈະສົ່ງຜົນກະທົບເຖິງການກຳນົດທິດນິຕິບັນຍັດ ແລະ ການເຄື່ອນໄຫວລວມ ແລະ ມີຄວາມສ່ຽງຈະສູ້ຢັນກັນຈາກພາຍໃນຂອງ ອີຢູ. ດັ່ງນັ້ນ, ການຊອກຫາບັນດາຜູ້ອອກສະໝັກດຳລົງຕຳແໜ່ງແຖວໜ້າ ອີຢູ ອາດຈະສ້າງແຫຼ່ງບັນດານໃຈໄປທົ່ວທະວີບ ທີ່ມີຫລາຍປະເທດເກີດໄປ ແລະ ໝວດພາສານີ້, ພິເສດແມ່ນໃນສະພາວະລັດທິປະຊານິຍົມ ແລະ ສົງໄສ ເອີຣົບ ພວມລຸກຮື້ຂຶ້ນຢ່າງແຮງ, ແມ່ນບັນຫາຫຍຸ້ງຍາກ ແລະ ເຕັມໄປດ້ວຍສິ່ງທ້າທາຍ ເຊິ່ງ ເອີຣົບ ພວມປະເຊີນໜ້າ.

ຮຽກຮ້ອງເພື່ອອະນາຄົດລວມຂອງເອີຣົບ

       ເພາະສະນັ້ນ, 2 – 3 ວັນກ່ອນທີ່ຮຽກຮ້ອງຜູ້ມີສິດເລືອກຕັ້ງ ເອີຣົບ  400 ລ້ານຄົນໄປປ່ອນບັດ, ບັນດາການນຳຂອງ ອີຢູ ຫວັງວ່າ ຈຳນວນຜູ້ມີສິດເລືອກຕັ້ງ ຈະເພີ່ມຂຶ້ນ ເຊິ່ງຄັ້ງຜ່ານມາ ຜູ້ໄປປ່ອນບັດນັບມື້ນັບໜ້ອຍລົງ ເພື່ອຫຼີກລ້ຽງການເປີດປະຕູໃຫ້ແກ່ບັນດາອິດທິກຳລັງທີ່ສົງໄສເອີຣົບ. ບັນດາການນຳ 21 ປະເທດສະມາຊິກ ອີຢູ ໄດ້ເຊັນຖະແຫຼງການຮ່ວມ ຮຽກຮ້ອງປະຊາຊົນຕັ້ງໜ້າເຂົ້າຮ່ວມການເລືອກຕັ້ງ EP ເພື່ອສະແດງໃຫ້ເຫັນການສະໜັບສະໜູນວິວັດທະນາການເຊື່ອມໂຍງ ແນໃສ່ສ້າງ ອີຢູ ວັດທະນາຖາວອນ. ຖະແຫຼງການຮ່ວມໄດ້ເນັ້ນໜັກວ່າ ການເຊື່ອມໂຍງ ເອີຣົບ ເຄີຍເຮັດໃຫ້ຄວາມໄຝ່ຝັນແຫ່ງສັນຕິພາບປະກົດຜົນເປັນຈິງມາແລ້ວນັບຫລາຍສະຕະວັດຢູ່ທະວີບນີ້ ພາຍຫລັງທີ່ລັດທິຊາດນິຍົມ ແລະ ບັນດາລະບົບແນວຄິດຫົວຮຸນແຮງອື່ນ ເຄີຍກໍ່ໃຫ້ເກີດການທຳລາຍ ແລະ ລົ້ມຫາຍຕາຍຈາກໃນສົງຄາມໂລກ 2 ຄັ້ງໃນສະຕະວັດທີ 20.

        ທ່ານປະທານຄະນະກຳມະການເອີຣົບ Jean-Claude Juncker ໃຫ້ຂໍ້ສັງເກດວ່າ: ປັດຈຸບັນ ອີຢູ ພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ ເຊິ່ງລະດັບຄວາມຮ້າຍແຮງນັບມື້ນັບໃຫຍ່ຫລວງ. ເພື່ອເຮັດໃຫ້ເອີຣົບ ພັດທະນາ, ບັນດາປະເທດສະມາຊິກຂອງ ອີຢູ ຕ້ອງພ້ອມກັນມີການກະທຳ. ໃນສະພາບການນັ້ນ ມີພຽງແຕ່ຄວາມເປັນເອກະພາບ ຈຶ່ງສາມາດຊ່ວຍ ອີຢູ ຊອກໄດ້ກຳລັງແຮງຈຳເປັນ ເພື່ອອະນຸລັກຮັກສາ, ປັບປຸງ ແລະ ເສີມຂະຫຍາຍຜົນສະທ້ອນໃນທົ່ວໂລກ.

        ຢູ່ແງ່ມູມລະດັບຊາດ, ກ່ອນການເລືອກຕັ້ງ 3 ວັນ, ທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier ອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມສຳຄັນຂອງສະຫະພາບເອີຣົບ (ອີຢູ) ທີ່ເຂັ້ມແຂງ ແລະ ເປັນເອກະພາບ. ທ່ານໄດ້ຮຽກຮ້ອງປະຊາຊົນ ເຢຍລະມັນ ເຂົ້າຮ່ວມການເລືອກຕັ້ງ EP ແນໃສ່ເພີ່ມທະວີ ແລະ ປັບປຸງກຳລັງແຮງໃຫ້ແກ່ບັນດາກຳລັງປະຊາທິປະໄຕ. ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ພັດຢືນຢັນເຖິງການ ຕັດສິນໃຈຂົນຂວາຍການເລືອກຕັ້ງເພື່ອຮັກສາການຄົງຕົວ ແລະ ວິວັດທະນາການປະຕິຮູບ ອີຢູ. ທີ່ປະເທດ ໂຮນລັງ, ໂດຍຕອບສະໜອງຄຳຮຽກຮ້ອງຂອງບັນດາການນຳ ເອີຣົບ, 2 ອົງການເພື່ອນຮ່ວມອາຊີບແຖວໜ້າຂອງປະເທດນີ້ ແມ່ນ VNO-NCW ແລະ MKB Nederland ກໍ່ໄດ້ປຸກລະດົມບັ້ນເກ່ຍກ່ອມຜູ້ມີສິດເລືອກຕັ້ງໄປປ່ອນບັດໃນການເລືອກຕັ້ງ EP ດ້ວຍສານທີ່ວ່າ ຊາວໂຮນລັງ ຄວນນຶກຄິດ ແລະ ມີການກະທຳແນໃສ່ມຸ່ງໄປເຖິງເອີຣົບ ເຊື່ອມໂຍງເລິກເຊິ່ງກ່ວາ.

        ລັດຖະສະພາເອີຣົບ (EP) ແມ່ນໜຶ່ງໃນບັນດາລະບອບການເມືອງສຳຄັນຂອງ ອີຢູ. ພ້ອມກັບສະພາລັດຖະມົນຕີ ແລະ ຄະນະກຳມະການເອີຣົບ, ລັດຖະສະພາເອີຣົບ ເຂົ້າຮ່ວມໃນວິວັດການສ້າງກົດໝາຍຂອງສະຫະພາບ, ຕັດສິນບັນດາການກຳນົດທິດພັດທະນາສຳຄັນຂອງກຸ່ມ. ຫາງສຽງຫວັງວ່າ ຜູ້ມີສິດເລືອກຕັ້ງເອີຣົບ ຈະຕັ້ງໜ້າໄປປ່ອນບັດ, ເລືອກເອົາຜູ້ອອກສະໝັກທີ່ເໝາະສົມ, ພ້ອມກັນສ້າງຄວາມສາມັກຄີຄືນໃໝ່ໃນ ອີຢູ./.

ຕອບກັບ

ຂ່າວ/ບົດ​ອື່ນ