ການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍ: ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແມ່ນໄຊຊະນະອັນຍິ່ງໃຫຍ່ທີ່ສຸດ

(VOVWORLD) -ການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍ ຊຸດທີ 6 ໄດ້ດໍາເນີນໃນວັນທີ 29 ກໍລະກົດ ຫາຜ່ານມາ ໄດ້ສິ້ນສຸດລົງຢ່າງຈົບງາມ. ເຖິງວ່າ ຄະນະກໍາມະການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍ ຍັງຄົງສືບຕໍ່ດໍາເນີນການນັບບັດເລືອກຕັ້ງ  ແລະ ຍັງບໍ່ທັນສາມາດປະກາດຢ່າງເປັນທາງການໄດ້ເທື່ອວ່າ ພັກຝ່າຍໃດຍາດໄດ້ໄຊຊະນະ, ແຕ່ມາຮອດປັດຈຸບັນ  ສາມາດຢັ້ງຢືນຢ່າງແນ່ນອນວ່າ ໄຊຊະນະອັນຍິ່ງໃຫຍ່ທີ່ສຸດ ແມ່ນຂຶ້ນກັບທົ່ວປວງຊົນກໍາປູເຈຍ.


ສິ່ງທີ່ເຫັນໄດ້ຢ່າງງ່າຍດາຍ ແລະ ບໍ່ອາດປະຕິເສດໄດ້ ນັ້ນແມ່ນ ບັນຍາກາດທີ່ເຕັມໄປດ້ວຍຄວາມສັນຕິພາບ ແລະ ຄວາມສຸກໃນທົ່່ວທຸກແຫ່ງຫົນຂອງລາຊະອານາຈັກກໍາປູເຈຍ ໃນຕະຫຼອດ 03 ອາທິດດໍາເນີນການຂົນຂວາຍຫາສຽງເລືອກຕັ້ງ ແລະ ວັນເລືອກຕັ້ງສະພາແຫ່ງຊາດຊຸດທີ 6. 20 ພັກການເມືອງທັງໝົດທີ່ໄດ້ເຂົ້າຮ່ວມການເລືອກຕັ້ງ ລ້ວນແຕ່ໄດ້ຈັດຕັ້ງການຂົນຂວາຍຜູ້ມີສິດເລືອກຕັ້ງ, ໂຄສະນາໂຄງການຫາສຽງເລືອກຕັ້ງ, ສະແດງທັດສະນະ, ນັບທັງບັນດາຄໍາເຫັນທີ່ຕໍາໜິຕິຕຽນລັດຖະບານ ຢ່າງເສລີໄດ້ ປະຊາຊົນກໍາປູເຈຍກໍມີສິດເສລີໃນການເລືອກຕັ້ງ ແລະ ສະແດງຄວາມຄິດເຫັນສະໜັບສະໜູນບັນດາພັກການເມືອງທີ່ເຂົາເຈົ້າມີຄວາມເຊື່ອໝັ້ນ.

ການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍ: ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແມ່ນໄຊຊະນະອັນຍິ່ງໃຫຍ່ທີ່ສຸດ - ảnh 1ປະຊາຊົນກໍາປູເຈຍຕັ້ງຄວາມເຊື່ອໝັ້ນຕໍ່ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ 6 

ທ່ານນາງ ສົມໂສ້ຄູນ (Som Sokhun), ຜູ້ມີສິດເລືອກຕັ້ງຢູ່ແຂວງ Kal Dal  ໃຫ້ຮູ້ວ່າ:

“ຂ້າພະເຈົ້າໄປປ່ອນບັດເລືອກຕັ້ງເພື່ອເລືອກເອົາຜູ້ນໍາທີ່ຕົນຮັກແພງ. ຂ້າພະເຈົ້າເລືອກເອົາຜູ້ນໍາທີ່ມີຄວາມເກັ່ງກ້າສາມາດ ເພື່ອນໍາມາເຊິ່ງຊີວິດທີ່ມີຄວາມສະຫງົບສຸກ, ທຸກຄົນໃຜໆກໍມີວຽກເຮັດງານທໍາ ແລະ ມຸ່ງໄປເຖິງການດໍາລົງຊີວິດທີ່ມີຄວາມເສລີພາບ”.

        ການເຂົ້າຮ່ວມຢ່າງຕັ້ງໜ້າ, ຫ້າວຫັນຂອງປະຊາຊົນກໍາປູເຈຍ ທັງຫຼາຍ ໃນວິວັດການເລືອກຕັ້ງ, ດ້ວຍພະຍານຫຼັກຖານທີ່ຈະແຈ້ງທີ່ສຸດແມ່ນ ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດບັນລຸເຖິງ 82,89%,  ອັນໄດ້ກາຍເປັນພື້ນຖານໃຫ້ແກ່ຜົນສໍາເລັດຂອງໄລຍະກະກຽມ                 ຕະຫຼອດຮອດຂອດດໍາເນີນການເລືອກຕັ້ງ. ນັບແຕ່ໃດໆມາ, ປະຊາຊົນກໍາປູເຈຍໄດ້              ລໍຄອຍການເລືອກຕັ້ງສະພາແຫ່ງຊາດຄັ້ງນີ້ ດ້ວຍຄວາມຫວັງດີ ຜ່ານນັ້ນໄດ້ສະແດງໃຫ້ເຫັນເຖິງເຈດຈໍານົງ, ຕັ້ງຄວາມເຊື່ອໝັ້ນ ແລະ ຄວາມຫວັງຕໍ່ໄລຍະພັດທະນາໃໝ່ຂອງປະເທດຊາດ. ປະຊາຊົນກໍາປູເຈຍເອງ ແມ່ນຜູ້ຕັດສິນຊາຕະກໍາຂອງຕົນ ຜ່ານການເລືອກຕັ້ງທີ່ເສລີ, ຍຸຕິທໍາ ເຊິ່ງຫໍກໍໄດ້ດໍາເນີນນັ້ນ.

        ບັນດາຕົວເລກຄື 20 ພັກການເມືອງເຂົ້າຮ່ວມການຫາສຽງເລືອກຕັ້ງ, 82,89% ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດ, ຜູ້ສັງເກດການທັງພາຍໃນ ແລະສາກົນກວ່າ 90.000 ຄົນເຂົ້າຮ່ວມການສັງເກດການເລືອກຕັ້ງ. ນີ້ແມ່ນບັນດາຕົວເລກສະຖິຕິ, ລື່ນກາຍບັນດາຕົວເລກຂອງ ການເລືອກຕັ້ງຄັ້ງກ່ອນນີ້ ໃນປະຫວັດສາດກໍາປູເຈຍ. ສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນຢ່າງຄົບຖ້ວນພື້ນຖານປະຊາທິປະໄຕລວມມີຫຼາຍພັກການເມືອງ, ສິດເສລີຂອງປະຊາຊົນໄດ້ຮັບການເສີມຂະຫຍາຍຢ່າງແຮງ.

        ທ່ານ ວິໄຈ ຈອນລີ (Vijay Jolly),  ເຊິ່ງເປັນນັກການເມືອງທີ່ມີຄວາມຊໍານານງານມາຈາກປະເທດ ອິນເດຍ, ການນໍາຂັ້ນສູູງຂອງພັກ BJP, ກໍໄດ້ເຂົ້າຮ່ວມສັງເກດການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍ ນັບແຕ່ໄລຍະບັນດາພັກການເມືອງດໍາເນີນການເຄື່ອນໄຫວຫາສຽງເລືອກຕັ້ງ. ເມື່ອໄດ້ຖາມກ່ຽວກັບຄວາມຮູ້ສຶກຂອງຕົນກ່ຽວກັບບັນຍາກາດຂອງການເລືອກຕັ້ງທີ່ພວມດໍາເນີນຢູ່ກໍາປູເຈຍ, ທ່ານ ວິໄຈ ຈອນລີ  ແບ່ງປັນວ່າ:

        “ປະເທດກໍາປູເຈຍແມ່ນມີປະຊາທິປະໄຕທີ່ສຸດ, ຜ່ານສຽງຕົບມື ແລະ ຮອຍຍິ້ມຂອງບັນດາຊາວໜຸ່ມ, ພວກເຮົາກໍສາມາດເຫັນໄດ້ຄວາມກະຕືລືລົ້ນຂອງໄວໜຸ່ມ ແລະ ຄວາມໝັ້ນໃຈຂອງເຂົາເຈົ້າ. ດັ່ງນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ພື້ນຖານປະຊາທິປະໄຕພວມໄດ້ຮັບການຮັກສາ ແລະ ເສີມຂະຫຍາຍຢູ່ກໍາປູເຈຍ. ມື້ນີ້, ພວກຂ້າພະເຈົ້າພວມເຫັນປະຈັກຕາຊາວກໍາປູເຈຍນັບລ້ານໆຄົນພວມສະໜັບສະໜູນບັນດາພັກການເມືອງ”.

        ທ່ານ  Youseff Awad, ຮອງປະທານເວທີປາໄສສາກົນບັນດາພັກການເມືອງອາຊີ (ICAPP), ດ້ວຍຖານະເປັນຜູ້ສັງເກດການ ການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍ ຊຸດທີ 06, ໄດ້ເປັນຜູ້ໄປຕິດຕາມກວດກາໂດຍກົງສະຖານທີ່ປ່ອນບັດເລືອກຕັ້ງທີ່ຫຼາຍທ້ອງຖິ່ນຂອງ ປະເທດກໍາປູເຈຍ ໃນມື້ເລືອກຕັ້ງ. ທ່ານ Youseff Awad ຖືວ່າ:

        “ມີສອງຈຸດທີ່ຂ້າພະເຈົ້າຢາກເຕື້ອງເຖິງ ນັ້ນແມ່ນ ຈໍານວນຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງ, ຕາມການສັງເກດຂອງຂ້າພະເຈົ້າເອງ ແມ່ນບັນລຸໄດ້ກວ່າ 80%, ການເລືອກຕັ້ງໄດ້ດໍາເນີນຢ່າງປອດໄພ ແລະ ຈົບງາມ. ຂ້າພະເຈົ້າມາຈາກ ລີບັງ, ເຊິ່ງຢູ່ປະເທດພວກຂ້າພະເຈົ້າ ກໍຫາກໍໄດ້ຈັດຕັ້ງການເລືອກຕັ້ງເມື່ອເດືອນ ພຶດສະພາ 2018 ຜ່ານມາ ແລະ ພວກຂ້າພະເຈົ້າມີອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດ ແມ່ນຕໍ່າກວ່າ 50%. ທີ່ບັນດາສະຖານທີ່ປ່ອນບັດເລືອກຕັ້ງ ທີ່ຂ້າພະເຈົ້າໄດ້ເຫັນໃນມື້ນີ້ ລ້ວນແຕ່ມີອັດຕາ ຜູ້ມີສິດເລືອກຕັ້ງໄປປ່ອນບັດກວ່່າ 50%. ຂ້າພະເຈົ້າຂໍອວຍພອນໃຫ້ ປະເທດກໍາປູເຈຍມີອະນາຄົດທີ່ສວຍງາມ”.

        ໃນຈໍານວນຜູ້ມີິສິດເລືອກຕັ້ງທັງໝົດ ກວ່າ 8,3 ລ້ານຄົນ ທີ່ໄດ້ຈົດທະບຽນການເຂົ້າຮ່ວມການເລືອກຕັ້ງ, ມີເກືອບ 7 ລ້ານຄົນໄດ້ປະຕິບັດສິດພົນລະເມືອງ ເພື່ອເລືອກເອົາການນໍາປະເທດດ້ວຍຄວາມສະໝັກໃຈ, ເພື່ອຝາກຝັງຄວາມໄຝ່ຝັນກັບບັນດາການນໍາທີ່ເຂົາເຈົ້າມີຄວາມໄວ້ເນື້ອເຊື່ອໃຈ. ໝາກຜົນຂອງການເລືອກຕັ້ງຄັ້ງນີ້ ຈະໄດ້ປະກາດໃນ 02 – 03 ວັນຈະມາເຖິງ, ເຊິ່ງບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຄວາມໄວ້ເນື້ອເຊື່ອໃຈເທົ້ານັ້ນ ຫາກຍັງສະແດງໃຫ້ເຫັນເຈດຈໍານົງຂອງປະຊາຊົນກໍາປະເຈຍສ່ວນຫຼາຍອີກດ້ວຍ, ການຕັດສິນດັ່ງກ່າວຂອງປະຊາຊົນກໍາປູເຈຍ ຕ້ອງໄດ້ຮັບຄວາມນັບຖື.

        ປະຊາຊົນກໍາປູເຈຍໄດ້ກັບຄືນສູ່ຊີວິດປົກກະຕິ ພາຍຫຼັງຊຸມວັນທີ່ຟົດຟື້ນຄຶກຄື້ນຂອງການເລືອກຕັ້ງ. ໃນສາຍຕາ ແລະ ໃບໜ້າຂອງປະຊາຊົນກໍາປູເຈຍແຕ່ລະຄົນ ຕ່າງ ກໍສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈຕໍ່ຜົນສໍາເລັດລວມຂອງທົ່ວປະເທດ, ຄວາມໄວ້ເນື້ອເຊື່ອໃຈຕໍ່ໄລຍະພັດທະນາໃໝ່ຂອງປະເທດ ພ້ອມກັບຄວາມໝັ້ນໃຈມຸ່ງໄປເຖິງອະນາຄົນທີ່ຈະເລີນຮຸ່ງເຮືອງ, ວັດທະນາຖາວອນຂອງປະເທດກໍາປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ