ການເລືອກເຟັ້ນທີ່ສະຫລາດສ່ອງໃສຂອງປະຊາຊົນ

(VOVWORLD) -ຄືດັ່ງໄດ້ຄາດຄະເນແລ້ວ, ພັກປະຊາຊົນ ກຳປູເຈຍ (CPP) ໂດຍທ່ານນາຍົກລັດຖະມົນຕີ Hun Sen ນຳພາ, ຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ດ້ວຍອັດຕາບັດເລືອກຕັ້ງສູງ. ໄຊຊະນະຄັ້ງນີ້ ແມ່ນອີກຄັ້ງໜຶ່ງໄດ້ຢັ້ງຢືນບົດບາດດ້ານການເມືອງແຖວໜ້າຂອງພັກ CPP ຢູ່ ກຳປູເຈຍ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງປະຊາຊົນ ກຳປູເຈຍ ທີີ່ມອບໝາຍຄວາມຮັບຜິດຊອບຊີ້ນຳນຳພາປະເທດຊາດໃຫ້ພັກ CPP ໃນອາຍຸການ 5 ປີຈະມາເຖິງ.

ດ້ວຍຈຳນວນບັດເລືອກຕັ້ງກ່ວາ 77,5% ໃນ 82,17% ຍອດຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດ, ພັກ CPP ຍາດໄດ້ໄຊຊະນະຂາດຂັ້ນທີ່ການເລືອກຕັ້ງຄັ້ງນີ້, ຍາດໄດ້ 125 ທີ່ນັ່ງທັງໝົດໃນສະພາແຫ່ງຊາດຊຸດໃໝ່.

ເຖິງວ່າໝາກຜົນສຸດທ້າຍຢ່າງເປັນທາງການ ຈະໄດ້ປະກາດຢ່າງເປັນທາງການໃນວັນທີ 15 ສິງຫາ ຈະມາເຖິງ ແຕ່ແນ່ນອນວ່າ ພັກ CPP ໄດ້ຮັບໄຊຊະນະ ແລະ ຕາມກົດໝາຍວ່າດ້ວຍການເລືອກຕັ້ງຂອງ ກຳປູເຈຍ ກຳນົດ ພັກໃດຍາດໄດ້ໄຊຊະນະດ້ວຍອັດຕາ 50%+1 ຈຳນວນທີ່ນັ່ງຢູ່ສະພາແຫ່ງຊາດ ພັກນັ້ນຈະມີສິດສ້າງຕັ້ງລັດຖະບານໃໝ່.

ການເລືອກເຟັ້ນທີ່ສະຫລາດສ່ອງໃສຂອງປະຊາຊົນ - ảnh 1ການເຄື່ອນໄຫວຂົນຂວາຍຫາສຽງເລືອກຕັ້ງຂອງພັກປະຊາຊົນກໍາປູເຈຍ

ອຳນາດປະຊາທິປະໄຕ ແລະ ຍຸຕິທຳ

        ວັນທີ 29 ກໍລະກົດ, ການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ຊຸດທີ 6 ໄດ້ດຳເນີນໄປຢ່າງດີງາມທີ່ສຸດ ດ້ວຍຈໍານວນຜູ້ມີສິດເລືອກຕັ້ງໄປປ່ອນບັດກວມອັດຕາສູງ 82,17%. ອັດຕານີ້ ສູງທົບຫລາຍເທົ່າເມື່ອທຽບໃສ່ອັດຕາ 69,61% ຂອງການເລືອກຕັ້ງສະພາແຫ່ງຊາດຊຸດທີ 5 ປີ 2013. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນອຳນາດປະຊາທິປະໄຕຢູ່ປະເທດກຳປູເຈຍຢ່າງແທ້ຈິງ.

        ອັນໜຶ່ງອີກ, ທີ່ການເລືອກຕັ້ງຄັ້ງນີ້, ຈຳນວນພັກການເມືອງເຂົ້າຮ່ວມການເລືອກຕັ້ງໄດ້ເພີ່ມຂຶ້ນທົບ 3 ເທົ່າ ເມື່ອທຽບໃສ່ຈຳນວນພັກການເມືອງເຂົ້າຮ່ວມການເລືອກຕັ້ງສະພາແຫ່ງຊາດຊຸດທີ 5 ປີ 2013. ພ້ອມກັນນັ້ນ, ເຂົ້າຮ່ວມການເລືອກຕັ້ງສະພາແຫ່ງຊາດຄັ້ງນີ້ ຍັງມີນັກສັງເກດການຢູ່ພາຍໃນ ແລະ ຕ່າງປະເທດກ່ວາ 80.000 ຄົນ ແລະ ຍັງບໍ່ນັບກຳລັງນັກຂ່າວສາກົນທີ່ມາເອົາຂ່າວເປັນຈຳນວນຫລວງຫລາຍ. ການເຂົ້າຮ່ວມຂອງບັນດານັກສັງເກດການຕ່າງປະເທດນັ້ນ ໄດ້ສະແດງໃຫ້ເຫັນການເລືອກຕັ້ງທີ່ເປີດອົກເປີດໃຈ ແລະ ຮອບດ້ານ. ເລື່ອງເຊີນນັກສັງເກດການສາກົນເປັນຈຳນວນຫລວງຫລາຍນັ້ນ ໄດ້ສະແດງໃຫ້ເຫັນການເລືອກຕັ້ງແມ່ນມີຄວາມເປີດເຜີຍ, ຮອບດ້ານ ແລະ ບັນລຸໄດ້ຄວາມເຊື່ອໝັ້ນຂອງມະຫາຊົນ.

        ເມື່ອຕີລາຄາກ່ຽວກັບຈຳນວນນັກສັງເກດການໄດ້ເພີ່ມຂຶ້ນບັນລຸລະດັບສະຖິຕິ, ບັນດານັກວິເຄາະຖືວ່າ: ສິ່ງດັ່ງກ່າວ ຈະລົບລ້າງຄວາມຕຳໜິຕິຕຽນ ແລະ ຮັບປະກັນວ່າ ບັນດາການເລືອກຕັ້ງຈະໄດ້ຮັບການຈັດຕັ້ງດ້ວຍຄວາມຮັບຜິດຊອບຢ່າງສູງ. ການເຂົ້າຮ່ວມຂອງບັນດານັກສັງເກດການພາຍໃນ ແລະ ສາກົນສຳລັບການເລືອກຕັ້ງ ທີ່ມີຄຸນຄ່າທາງດ້ານການເມືອງນັ້ນ, ໄດ້ສ້າງລັກສະນະຖືກຕ້ອງທີ່ແທ້ຈິງຂອງການເລືອກຕັ້ງໃນສາຍຕາຂອງປະຊາຄົມສາກົນ.

ການເລືອກເຟັ້ນແມ່ນຂຶ້ນກັບປະຊາຊົນ

        ທີ່ການເລືອກຕັ້ງຄັ້ງນີ້, ບັນດາພັກການເມືອງເຂົ້າຮ່ວມການເລືອກຕັ້ງ ລ້ວນແຕ່ຍົກອອກໂຄງການຫາສຽງເລືອກຕັ້ງທີ່ແຕກຕ່າງກັນຫລາຍຢ່າງ, ສ່ວນຫລາຍແມ່ນສຸມໃສ່ເຂົ້າໃນການຊຸກຍູ້ເສດຖະກິດ - ສັງຄົມ, ສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ແກ້ໄຂວຽກເຮັດງານທຳໃຫ້ປະຊາຊົນ, ຕ້ານການສໍ້ລາດບັງຫລວງ. ພັກ CPP ກຳອຳນາດຂອງທ່ານນາຍົກລັດຖະມົນຕີ Samdech Techo Hun Sen ໄດ້ຍົກອອກໂຄງການຫາສຽງເລືອກຕັ້ງຊຸກຍູ້ຄວາມສາມັກຄີທົ່ວປວງຊົນທັງຊາດ, ເຄົາລົບລັດຖະທຳມະນູນ, ປົກປັກຮັກສາລະບອບລາຊະທິປະໄຕ, ຍົກສູງສິດອຳນາດປະຊາທິປະໄຕ, ເສລີພາບ, ປົກປັກຮັກສາກົດໝາຍ ແລະ ຄວາມຍຸຕິທຳທາງສັງຄົມ, ພ້ອມທັງປົກປັກຮັກສາເອກະລາດ, ອະທິປະໄຕ, ສັນຕິພາບ ແລະ ຄວາມໝັ້ນຄົງແຫ່ງຊາດ, ກໍ່ຄືການພັດທະນາເສດຖະກິດດ້ວຍລະດັບການເຕີບໂຕປະຈຳປີ 7%, ຫລຸດຜ່ອນຄວາມທຸກຍາກ 1%.  ໃນນະໂຍບາຍການພົວພັນຕ່າງປະເທດ, ຕໍ່ໜ້າບັນດາການຫັນປ່ຽນຂອງສະພາບການໂລກ ແລະ ພາກພື້ນ, ລັດຖະບານ ກຳປູເຈຍ ໄດ້ຮັກສານະໂຍບາຍການຕ່າງປະເທດເປັນກາງ, ພ້ອມກັນດຳລົງຊີວິດໃນສັນຕິພາບ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນຢ່າງໝັ້ນຄົງ. ກຳປູເຈຍ ມີແຜນນະໂຍບາຍມານະພະຍາຍາມປັບປຸງການຮ່ວມມືກັບບັນດາປະເທດໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງພາຍໃນພາກພື້ນ ແລະ ໃນໂລກ.

        ໃນຫລາຍປີຜ່ານມາ, CPP ໄດ້ຮ່ວມເດີນທາງພ້ອມກັບປະຊາຊົນ ກຳປູເຈຍ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ນຳປະເທດກຳປູເຈຍ ພາຍຫລັງສົງຄາມ, ຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ ກາຍເປັນປະເທດສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ. ບັນດາຜົນງານທີ່ກຳປູເຈຍ ບັນລຸໄດ້ໃນເກືອບ 40 ປີຜ່ານມາ, ຈາກເສດຖະກິດເຕີບໂຕຢ່າງວ່ອງໄວກ່ວາ 7%, ລະດັບຄອງຊີບຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງ, ອັດຕາຜູ້ທຸກຍາກອຶດຫິວຫລຸດລົງຢ່າງແຮງນັ້ນ, ລ້ວນແຕ່ແມ່ນຄວາມປະທັບໃຈຢ່າງເລິກເຊິ່ງຂອງ CPP.

        ໄຊຊະນະຂອງພັກ CPP ທີ່ການເລືອກຕັ້ງຄັ້ງນີ້ ແມ່ນໄດ້ພິສູດໃຫ້ເຫັນເຖິງການ ເລືອກເຟັ້ນຢ່າງຖືກຕ້ອງຂອງປະຊາຊົນກຳປູເຈຍ, ຢັ້ງຢືນເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມຸ່ງຫວັງຂອງປະຊາຊົນ ເຂົ້າໃນກຳລັງຄວາມສາມາດຊີ້ນຳນຳພາຂອງພັກ ເພື່ອນຳປະເທດກຳປູເຈຍ ສືບຕໍ່ພັດທະນາໃນໄລຍະໃໝ່. ດ້ວຍໄຊຊະນະນີ້, ພັກ CPP ກຳອຳນາດມີໂອກາດສືບຕໍ່ນຳພາປະເທດປະຕິບັດບັນດາເປົ້າໝາຍການເຕີບໂຕທີ່ໄດ້ວາງອອກໃຫ້ສຳເລັດ, ຜັນຂະຫຍາຍບັນດານະໂຍບາຍທີ່ແທດເໝາະກັບຈິດໃຈຂອງປະຊາຊົນ ເພື່ອນຳປະເທດກ້າວຂຶ້ນເສັ້ນທາງແຫ່ງການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ