ການເຫລື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ: ກຳລັງແຮງສະຫນິດຕິດພັນວົງຄະນາຍາດ

(vovworld)- ການ​ເຫລື້ອມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແມ່ນ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ໃນ​ມື້​ຈັດ​ພິ​ທີ​ໄຫວ້​ບູ​ຊາເຈົ້າ​ຊີ​ວິ​ດ​ຮຸ່ງ​ ຊື່ງດຳ​ເນີນ​ໃນ​ວັນ​ທີ 10/3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ ປະ​ຈຳ​ປີ. ພິ​ທີ​ການ​ທີ່​ເປັນ​ມູນ​ເຊື້ອນີ້​ຖືກ​ຈັດ​ຂຶ້ນ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ວິ​ຫານ​ຮຸ່ງ ຢູ່​ເທິງ​ພູ ເຫງ໋ຍ​ຫລີງ ຂຶ້ນ​ກັບ​ນະ​ຄອນ ຫວຽດ​ຈີ, ແຂວງ ຟູ​ທໍ້. ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ແມ່ນ​ຕິດ​ພັນ​ກັບ​ການ​ເຫລື້ອມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ, ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊ​າ​ຊົນ​ຫວຽດ​ນາມ ກວ່າ 93 ລ້ານ​ຄົນ​ຢູ່​ພາຍ​ໃນປະ​ເທດ ແລະ 4,5 ລ້ານ​ຄົນ​ຢູ່ ຕ່າງ​ປະ​ເທດ ພ້ອມ​ກັນ​ອ່​ວາຍ​ຫ​ນ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ, ອາ​ໄລ​ຫາ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ​ຂອງ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ. 

ການເຫລື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ: ກຳລັງແຮງສະຫນິດຕິດພັນວົງຄະນາຍາດ - ảnh 1
ງານ​ບຸນ​ວິ​ຫານ​ຮຸ່ງ
ພາບ:ອິ​ນ​ເຕີ​ແນັດ

ວັນ​ຈັດ​ພິ​ທີໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ​ຮຸ່ງ ປະ​ຈຳ​ປີ ແມ່ນ​ວັນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ ໝົດ​ທຸກ​ຄົນ ເຖິງວ່າ ພວມ​ດຳ​ລົງ​ຊີ​ວິດ​ຢູ່​ໃສ ກໍ​ລ້ວນ​ແຕ່ອ​ວ່າຍ​ຫ​ນ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຊາດ. ໃນ​ວັນ​ນີ້, ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື,  ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ​ທີ່​ໄດ້​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ ແລະ ​ບັນ​ພະ​ບຸ​ລຸດ​ລ​ຸ້ນ​ຕ່າງໆ ​ຍາມ​ໃດ​ກໍ່​ສຸດ​ຈິດ​ສຸດ​ໃຈເພື່ອ​ປະ​ຊາ​ຊົນ, ປົກ​ປັກຮັກ​ສາ​ປະ​ເທດ​ຊາດ.

ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ການ​ເຫລື້ອມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ

        ງານ​ບຸນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແມ່ນ​ຕິດ​ພັນ​ກັບ​ການ​ເຫລື້ອມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ, ແມ່ນ​ຮູບ​ການ​ເຫລື້ອ​ມ​ໃສ​ພື້ນ​ເມືອງ​ໄດ້​ຖ່າຍ​ທອດ​ມາ​ແຕ່​ດົນ​ນານ​ຢູ່​ຫວຽດ​ນາມ. ໃນ​ງານ​ບຸນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ, ປະ​ຊາ​ຊົນ​ໄດ້​ຈັດ​ພິ​ທີ​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ, ພິ​ທີ​ໄຫວ້​ບູ​ຊາ​ພະ​ບີ​ດາ​ຂອງ​ຊາດ ຫລາກ​ລອງກວນ, ຖະ​ຫວາຍ​ທູບ​ທຽ​ນ​ອາ​ໄລ​ຫາ​ພະ​ມານ​ດາ​ຂອງ​ຊາດ ແລະ ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ ຫໍ່​, ຕົ້ນເຂົ້າ​ຕົ້ມ, ເຮັດ​ເຂົ້າ​ໜົມ​ໄຢ່, ຂັບ​ເພງ​ພື້ນ​ເມືອງ ແລະ ຂັບ​ຊວານ ຟູ​ທໍ້.

ການ​ເຫລື້ອມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ແຫ່ງ​ຊາດ ແລະ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າ, “ການ​ເຫລື້ອມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ” ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ ເມື່ອ​ວັນ​ທີ 6/12/2012. ໃນ​ສຳ​ເນົາ​ຮັບ​ຮອງ​ການ​ເຫລື້ອມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ, UNESCO ຊີ້​ແຈ້ງວ່າ: ການ​ເຫລື້ອມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແມ່ນ​ການ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ບັນ​ດາ​ບັນ​ພະ​ບຸ​ລຸດ ແລະ ຈາກນັ້ນ ຍົກ​ສູງ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​​ຂອງຊາດ ແລະ ​ສະ​ຫ​ນິດຕິດ​ພັນ​​ວົງ​ຄະ​ນາ​ຍາ​ດ. ທ່ານຫງວຽ​ນ​ຄັກ​ທ່ວນ ນັກ​ຄົ້ນ​ຄ້​ວາ​ປະ​ຫວັດ​ສາດ ​ໃຫ້​ຮູ້​ວ່າ:

“ຢູ່​ໃນ​ໂລກ ຫວຽດ​ນາມ ແມ່ນ​ປະ​ເທດ​ພິ​ເສດທີ່​ສ​ຸດ, ມີ​ປະ​ຊາ​ຄົມດ້ວຍ 54 ຊົນ​ເຜົ່າ​​ແຕກ​ຕ່າງ​ກັນ, ແຕ່​ 54 ຊົນ​ເຜົ່າທັງ​ໝົດ​​ລ້ວນ​ແຕ່​ເຄົາ​ລົບ​ນັບ​ຖືເຈົ້າ​ຊີ​ວິ​ດ​ດຽວ​ ນັ້ນ​ແມ່ນ​ເຈົ້າ​ຊີ​ວິດ​ຮຸ່ງ ແລະ ໄດ້​ຮັບ​ຖື​ວ່າ​ແມ່ນ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ. ປະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກໍ່​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ວ່າມີ​ກົກ​ເຄົ້າ​ເຫງົ້າ​ກໍດຽວ ດ້ວຍ​ເລື່ອງ​ເທບ​ນິ​ຍາຍ ພະ​ບິ​ດາ ຫລາກ​ລອງກວນ ເອົາ​ພະມານ​ດາ​ເອົາ​ເກີ ແລ້ວ​ເກີດ​ລູກ​ໄດ້ 100 ຄົນ, 50 ຄົນ​ໄປ​ຕາມ​ແມ່​ຂຶ້ນ​ພູ, ສ່ວນ 50 ຄົນ​ໄປ​ຕາມ​ພໍ່​ລົງ​ທະ​ເລ ສ້າງ​ເປັນ​ຊາດ​ຫວຽດ​ນາມ.”

ການເຫລື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ: ກຳລັງແຮງສະຫນິດຕິດພັນວົງຄະນາຍາດ - ảnh 2
ການ​ເຄື່ອນ​ໄຫວ​ໃນ​ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ

        ການ​ເຫລື້ອມ​ໃສ​ໄຫວ້ບ​ູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ຕິດ​ພັນກັບ​ປະ​ຊາ​ຄົມ

ການ​ເຫລື້ອມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແມ່ນ​ສັນ​ຍາ​ລັກ​ຂອງ​ຄວາມ​ເຄົາ​ລົບ​ນັບ​ຖື, ຄວາມ​ຮູ້​ບຸນ​ຄຸນ ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ, ຜູ້​ທີ່​ມີ​ຄຸນ​ງາ​ມ​ຄວາມ​ດີ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ. ປ​ະ​ຈຸ​ບັນ ໄລ່​ສະ​ເພາະ​ບໍ​ລິ​ເວນ​ແຂວງ ຟູ​ທໍ້ ມີ ​326 ປູ​ຊະ​ນີ​ຍະ​ສະ​ຖານ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແລະ ບຸກ​ຄົນທີ່​ມີ​ຊື່​ສຽງ​ກ່ຽວ​ຂ​ອ້ງ​ເຖິງ​ສະ​ໄຫມ​ເຈົ້າ​ຊີ​ວິດ​ຮຸ່ງ. ໃນ​ທົ່ວ​ເຂດ​ດິນ​ແດນ​ຫວຽດ​ນາມ, ປະ​ຈຸ​ບັນ ມີ​ສະ​ຖານ​ທີ່ 1.400 ແຫ່ງ ຕັ້ງ​​ປູ​ຊະ​ນີ​ຍະ​ສ​ະ​ຖານ​ໄຫວ້​ບູ​ຊາບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ ແລະ ບັນ​ດາ​ບຸກ​ຄົນທີ່​ມີ​ຊື່​ສຽງ​ກ່ຽວ​ຂ້ອງ​ເຖິງ​ສະ​ໄຫມ​ເຈົ້າ​ຊີ​ວິດ​ຮຸ່ງ. ການ​ເຫລື້ອມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ນັບ​ມື້​ນັບ​ຊຶມ​ເລິກ​ເຂົ້າ​ລະ​ບົບ​ແນວ​ຄິດ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ, ປຸກ​ລຸກ​ຄວາມ​ສະ​ຫ​ນິດ​ຕິດ​ພັນ, ຄວາມ​ສາ​ມັກ​ຄີ​ຂອງ​ຊາວ​ຫວຽດ​ນາມ. ໃນ​ມື້​ຈັດ​ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ, ພິ​ທີ​ກຳ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ເທິງ​ພູ ເຫງ໋ຍ​ຢູງ ຂຶ້ນ​ກັບ​ນະ​ຄອນ ຫວຽດ​ຈີ ແຂວງ ຟູ​ທໍ້ ເທົ່າ​ນັ້ນ ຫາກ​ຍັງ​ດຳ​ເນີນ​ຢູ່​ບັນ​ດາ​ວິ​ຫານ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ຢູ່​ບັນ​ດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ. ປະ​ຊາ​ຊົນ​ບັນ​ດາ​ເຂດ​ພາກເຄີຍ​ຈັດ​ງານ​ບຸນ​ເພື່ອ​ຖະ​ຫວາຍ​ທູບ​ທຽນ, ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ງານ​ບຸນ​ທີ່​ຈັດ​ຂຶ້ນ​ຢູ່ ວິ​ຫານ​ຮຸ່ງ. ອ້າຍ ຫງວຽນ​ວັນ​ຟອງ, ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ ວິ​ຫານ​ຮຸ່ງ ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ມາ​ຈາກ ນະ​ຄອນ ຫາຍ​ຟ່ອງ. ຂ້າ​ພະ​ເຈົ້າ​ໄປ​ຢ້ຽມ​ຢາມ​ວິ​ຫານ​ຮຸ່ງ​​ມາເປັນ 2 ຄັ້ງ​ແລ້ວ. ຂ້າ​ພະ​ເຈົ້າ​ມານີ້​ເມື່ອ​ອ່​ວາຍ​ຫ​ນ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ, ທົບ​ທວນ​ຄືນ​ປະ​ຫວັດ​ສາດ, ຕົ້ນ​ກຳ​ເນີດ​ຂອງ​ຊາດ.”

        ວັນ​ຈັດ​ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແມ່ນ​ວັນ​ບຸນ​ຂອງ​ຊາດ​ຫວຽດ​ນາມ. ນີ້ບໍ່​ພຽງ​ແຕ່​ແມ່ນໂອ​ກາດ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” ເທົ່າ​ນັ້ນ ຫາກ​ເປັນ​ການ​ປັບ​ປຸງ​ຈິດ​ໃຈ​ສາ​ມັກ​ຄີ, ສະ​ຕິ​ຂອງວົງ​ຄະ​ນາ​ຍາດ​ໃນ​ດວງ​ໃຈ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ແຕ່​ລະ​ຄົນ​ອີກ​ດ້ວຍ. 


ຕອບກັບ

ຂ່າວ/ບົດ​ອື່ນ