ການໜູນຊ່ວຍ, ຄວາມສາມັກຄີສາກົນຍາມໃດກໍ່ມີຄຸນຄ່າອັນໃຫຍ່ຫຼວງສຳລັບ ຫວຽດນາມ ໃນສະພາບການໃໝ່

(VOVWORLD) - ນ້ຳໃຈສາມັກຄີ, ການສະໜັບສະໜູນຂອງເພື່ອນມິດສາກົນທີ່ສະຫງວນໃຫ້ແກ່ ຫວຽດນາມ ຍາມໃດກໍ່ມີຄວາມໝາຍອັນໃຫຍ່ຫຼວງ, ທັງໃນໄລຍະຕໍ່ສູ້ຍາດເອົາເອກະລາດໃຫ້ແກ່ປະເທດຊາດໃນເມື່ອກ່ອນ ກໍ່ຄືໃນໄລຍະເປີດປະຕູ, ເພີ່ມທະວີການຮ່ວມມືສາກົນ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ.

ການໜູນຊ່ວຍ, ຄວາມສາມັກຄີສາກົນຍາມໃດກໍ່ມີຄຸນຄ່າອັນໃຫຍ່ຫຼວງສຳລັບ ຫວຽດນາມ ໃນສະພາບການໃໝ່ - ảnh 1ທ່ານ ໂດນຕ໋ວນຟອງ, ຮອງປະທານຜູ້ປະຈຳການ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ 

(ພາບ: An Đăng/TTXVN)

ເພື່ອກາຍເປັນປະເທດອຸດສາຫະກຳທັນສະໄໝ, ຄຽງຄູ່ກັບກຳລັງພາຍໃນຂອງຕົນ, ຫວຽດນາມ ຍາມໃດກໍ່ຕ້ອງການຄວາມຊ່ວຍເຫຼືອ, ການຮ່ວມເດີນທາງຂອງປະຊາຄົມສາກົນ, ນັບທັງກ່ຽວກັບແຫຼ່ງກຳລັງດ້ານວັດຖຸ ພ້ອມກັບບົດຮຽນໃນບັນດາຂົງເຂດພັດທະນາເສດຖະກິດ - ສັງຄົມ, ການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການແກ້ໄຂບັນຫາສັງຄົມ, ສິ່ງແວດລ້ອມ.

        ກ່ວາ 3 ທົດສະວັດທີ່ດຳເນີນພາລະກິດແຫ່ງການປ່ຽນໃໝ່, ເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ສາມາດຍາດມາໄດ້ຜົນງານແຫ່ງການພັດທະນາເສດຖະກິດ, ສັງຄົມ, ບືນຕົວຂຶ້ນກາຍເປັນປະເທດມີລະດັບລາຍຮັບປານກາງຕ່ຳ.

        ໂດຍຍາດໄດ້ຜົນງານຄືດັ່ງກ່າວ, ສ່ວນໜຶ່ງແມ່ນອີງໃສ່, ການຊ່ວຍເຫຼືອ ຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ. ກາຍເປັນປະເທດມີລະດັບລາຍຮັບປານກາງຕ່ຳ ກໍ່ໝາຍຄວາມວ່າ ຫວຽດນາມ ບໍ່ນອນໃນບຸລິມະສິດຂອງບາງນັກອຸປະຖຳ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານສາກົນ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາອົງການບໍ່ຂຶ້ນກັບລັດຖະບານສາກົນ ຍັງຄົງສືບຕໍ່ໜູນຊ່ວຍ ຫວຽດນາມ ຕາມທິດສຸມໃສ່ເຂົ້າໃນບັນດາຂົງເຂດຂຶ້ນກັບບັນຊີລາຍຊື່ບູລິມະສິດຂອງ ຫວຽດນາມ.

ການຊ່ວຍເຫຼືອແທດຈິງໃນໄລຍະໃໝ່

       ຕາມທ່ານ ໂດນຕ໋ວນຟອງ, ຮອງປະທານຜູ້ປະຈຳການ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ອົງການປະສານງານບັນດາການເຄື່ອນໄຫວການທູດປະຊາຊົນ ແລະ ການຊ່ວຍເຫຼືອຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ບັນດາໂຄງການນີ້ສຸມໃສ່ເຂົ້າໃນບັນດາສິ່ງທ້າທາຍເຊິ່ງ ຫວຽດນາມ ພວມຕ້ອງປະເຊີນໜ້າໃນວິວັດການເຊື່ອມໂຍງຄື: ສາທາລະນະສຸກ, ການສຶກສາ, ກະສິກຳຊົນນະບົດ, ສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ:

        “ໃນສະພາບການຕົວຈິງ, ປີ 2017 ໄດ້ເຫັນປະຈັກຕາການເພີ່ມທະວີຂອງບັນດາອົງການບໍ່ຂຶ້ນກັບລັດຖະບານມາເຂົ້າ ຫວຽດນາມ. ຈຳນວນອົງການໃໝ່ເຂົ້າມາ ຫວຽດນາມ ເພີ່ມຂຶ້ນ ແລະ ສູງກ່ວາຫຼາຍເທົ່າ ເມື່ອທຽບໃສ່ອົງການບໍ່ຂຶ້ນກັບລັດຖະບານຖອນອອກຈາກ ຫວຽດນາມ, ສຸມໃສ່ບັນດາຂົງເຂດເຄື່ອນໄຫວເຊິ່ງ ຫວຽດນາມ ບຸລິມະສິດ. ກ່ຽວກັບດ້ານມູນຄ່າການອຸປະຖຳ, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຍັງສືບຕໍ່ປ່ອຍເງິນໃຫ້ແກ່ ຫວຽດນາມ ຢູ່ໃນລະດັບສູງ. ປີ 2017 ແມ່ນປີສຸດທ້າຍໃນການປະຕິບັດໂຄງການແຫ່ງຊາດສົ່ງເສີມການຂົນຂວາຍອຸປະຖຳບໍ່ຂຶ້ນກັບລັດຖະບານໄລຍະ 2013 – 2017 ແລະ ຕາມບົດລາຍງານຂອງພວກເຮົາແລ້ວ, ບັນດາເປົ້າໝາຍທີ່ໂຄງການວາງອອກລ້ວນແຕ່ບັນລຸໄດ້ ແລະ ບັນລຸໄດ້ຢູ່ໃນລະດັບປະທັບໃຈ”

ການໜູນຊ່ວຍ, ຄວາມສາມັກຄີສາກົນຍາມໃດກໍ່ມີຄຸນຄ່າອັນໃຫຍ່ຫຼວງສຳລັບ ຫວຽດນາມ ໃນສະພາບການໃໝ່ - ảnh 2 ການລົງນາມບົດບັນທຶກຊ່ວຍຈຳລະຫວ່າງ ຝ່າຍ ອິນເດຍ ແລະ ຫວຽດນາມ

        ໄລ່ລວມໃນ 5 ປີຜ່ານມາ, ມູນຄ່າການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຍັງບັນລຸໄດ້ຈຳນວນເງິນປະມານ 1,5 ຕື້ USD, ສຸມໃສ່ເຂົ້າໃນບັນດາໂຄງການແກ້ໄຂຜົນເສຍຫາຍຈາກສົງຄາມ, ການສົ່ງເສີມສຸຂະພາບຂອງປະຊາຄົມ, ສະກັດກັ້ນ, ຕ້ານໂລກລະບາດ, ປົກປັກຮັກສາສິ່ງແວດລ້ອມ, ແກ້ໄຂບັນດາບັນຫາສັງຄົມ, ພື້ນຖານໂຄງລ່າງດ້ານສາທາລະນະສຸກການສຶກສາ ແລະ ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ.

ຍາມໃດກໍ່ຮ່ວມເດີນທາງພ້ອມກັບການພັດທະນາຂອງ ຫວຽດນາມ

       ໃນວິວັດການປະຕິບັດນະໂຍບາຍປ່ຽນແປງໃໝ່, ເປີດປະຕູດ້ວຍທິດນຳ “ຫວຽດນາມ ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈໃນປະຊາຄົມສາກົນ”, ເຄືອຂ່າຍເພື່ອນມິດສາກົນຂອງ ຫວຽດນາມ ກໍ່ພວມນັບມື້ນັບໄດ້ຮັບການເປີດກ້ວາງ. ປະຈຸບັນ, ຫວຽດນາມ ມີຄູ່ຮ່ວມມືນັບພັນໆຄູ່ຮ່ວມມືໃນທະວີບຕ່າງໆ, ໃນນັ້ນ ມີອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດນັບພັນແຫ່ງ, ໃນນັ້ນ ມີກ່ວາ 600 ອົງການຮັກສາການເຄື່ອນໄຫວເປັນປະຈຳ. ກໍ່ຜ່ານເຄືອຂ່າຍນີ້, ພາບພົດຂອງປະເທດຊາດ, ປະຊາຊົນ, ປະຫວັດສາດ, ວັດທະນະທຳ, ນະໂຍບາຍພັດທະນາຂອງຫວຽດນາມ, ພິເສດ ສະພາບການດ້ານສາສະໜາ, ປະຊາທິປະໄຕ, ສິດທິມະນຸດ ແລະ ອະທິປະໄຕຜືນແຜນດິນຂອງ ຫວຽດນາມ ໄດ້ສົ່ງເຖິງເພື່ອນມິດສາກົນໄດ້ສ່ວນໃດສ່ວນໜຶ່ງ. ໃນຄັ້ງໜຶ່ງເມື່ອມາຢ້ຽມຢາມ ຫວຽດນາມ, ທ່ານນາງ Marsha L.Four, ປະທານອົງການທະຫານຜ່ານເສິກ ອາເມລິກາ ທີ່ເຄີຍເຂົ້າຮ່ວມສົງຄາມຢູ່ ຫວຽດນາມ ຖືວ່າ: ຍ້ອນຂົວເຊື່ອມຕໍ່ພົວພັນມິດຕະພາບປະຊາຊົນ 2 ປະເທດ ດ້ວຍນ້ຳໃຈທີ່ວ່າລືມອະດີດມຸ່ງໄປເຖິງອະນາຄົດ, ການພົວພັນ ຫວຽດນາມ - ອາເມລິກາ ໄດມີບາດກ້າວເດີນຍາວໄກໃນເສັ້ນທາງແຫ່ງການຮ່ວມມື:

        “ນີ້ແມ່ນວິທີການເພື່ອໃຫ້ພວກເຮົາເຂົ້າໃຈກກັນກ່ວາ. ຂ້າພະເຈົ້າເຊື່ອໝັ້ນວ່າ, ການໂອ້ລົມສົນທະນາ ແລະ ການຮ່ວມມືໃນການກະທຳຈະນຳມາເຊິ່ງຄວາມຫວັງໃຫ້ແກ່ປະຊາຊົນ 2 ປະເທດພວກເຮົາ. ນີ້ກໍ່ແມ່ນບົດຮຽນໃຫ້ແກ່ໂລກເວົ້າລວມ ໃນຂະນະທີ່ບັນດາບຸກຄົນກ່ອນນີ້ຢູ່ແນວໜ້າບັ້ນຮົບ ເຊິ່ງປະຈຸບັນອາດຈະກາຍເປັນບັນດາເພື່ອນມິດ, ພ້ອມກັນແກ້ໄຂບັນດາບັນຫາລວມ”

        ທ່ານ Padhihari Bijay Kumar, ເລຂາທິການໃຫຍ່ສະມາຄົມມິດຕະພາບ ແລະ ການຮ່ວມມືວັດທະນະທຳ ອິນເດຍ ໃນການຢ້ຽມຢາມ ຫວຽດນາມ ເມື່ອເດືອນສິງຫາ 2017 ໄດ້ແບ່ງປັນວ່າ:

        “ພວກຂ້າພະເຈົ້າຢັ້ງຢືນຄຳໝັ້ນສັນຍາຍາມໃດກໍ່ຈະສະໜັບສະໜູນປະຊາຊົນ ຫວຽດນາມ ບໍ່ວ່າໃນກໍລະນີໃດໆໃນອະນາຄົດເພື່ອປະກອບສ່ວນໃຫ້ສົມກັບນ້ຳໃຈມິດຕະພາບ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ, ເຮັດໃຫ້ການພົວພັນໃນອະດິດຕະການເລິກເຊິ່ງຂຶ້ນຕື່ມ ແລະ ເຮັດໃຫ້ການພົວພັນໃນປະຈຸບັນລະຫວ່າງ 2 ປະເທດພວກເຮົາອຸດົມສົມບູນຂຶ້ນຕື່ມ.”

        ທ່ານປະທານ ໂຮ່ຈີມິນ ເຄີຍເວົ້າວ່າ: ສຳລັບການປະຕິວັດ ຫວຽດນາມ ແລ້ວ, ບໍ່ວ່າໃນສະພາບການໃດໆ, ເງື່ອນໄຂໃດ, ຄວາມສາມັກຄີສາກົນ ແລະ ການສະໜັບສະໜູນຂອງເພື່ອນມິດສາກົນລ້ວນແຕ່ສຳຄັນທີ່ສຸດ. ໃນສະພາບການໃຫມ່ຄືປະຈຸບັນ, ຕໍ່ໜ້າບັນດາສິ່ງທ້າທາຍເຊິ່ງ ຫວຽດນາມ ພວມຕ້ອງປະເຊີນໜ້າ, ໃນນັ້ນມີບັນຫາທະເລ, ໝູ່ເກາະ, ອະທິປະໄຕ, ຄວາມສາມັກຄີສາກົນນັບມື້ນັບຈຳເປັນກ່ວາອີກ, ບໍ່ພຽງແຕ່ແມ່ນຂົວເຊື່ອມຕໍ່, ເຮັດໃຫ້ບັນດາແຜນນະໂຍບາຍ, ນະໂຍບາຍຂອງ ຫວຽດນາມ ເຖິງເພື່ອນມິດໃນໂລກຢ່າງຈະແຈ້ງ, ຮັກສາຄວາມເຊື່ອໝັ້ນຂອງບັນດາປະເທດ, ອົງການສາກົນ ທີ່ເຄີຍສະໜັບສະໜູນ ຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງສະພາບແວດລ້ອມສະດວກໃຫ້ແກ່ພາລະກິດແຫ່ງການປ່ຽນແປງໃໝ່ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ