ກຳມະບານປົກປ້ອງຄົນງານໄປເຮັດວຽກຢູ່ຕ່າງປະເທດ

(vovworld) - ອົງ​ການ​ກຳ​ມະ​ບານດ້ວຍ​ບົດ​ບາດ​ເປັນ​ຜູ້​ຕາງ​ໜ້າ​ປົກ​ປ້ອງ​ສິດ, ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຄົນ​ງານ, ໄດ້ ແລະ ພວມມ​ີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ໜູນ​ຊ່ວຍ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ. ໃນ​ສະ​ພາບ​ເຊື່ອມ​ໂຍງ​, ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ອົງ​ການ​ກຳ​ມະ​ບານ​ໄດ້​ປະ​ກອບ​ສ່ວນ​ຊ່ວຍ​ຄົນ​ງານ​ມີ​ຄວາມ​ອຸ່ນ​ອ່ຽງ​ໃຈ​ເຮັດ​ວຽກ, ຍົກ​ສູງ​ຄຸນ​ນະ​ພາບ​ຄົນ​ງານ, ສ້າ​ງ​ພາບ​ພົດ​ຂອງ​ຄົນ​ງານ​ຫວຽດ​ນາມ ຢ​ູ່​ຕ່າງ​ປະ​ເທດ, ຜ່ານນັ້ນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ. ບົດ​ຂຽນ​ຂອງ ເຟືອງ​ທວາ.

ກຳມະບານປົກປ້ອງຄົນງານໄປເຮັດວຽກຢູ່ຕ່າງປະເທດ - ảnh 1
​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ
(ພາບ​: molisa.gov.vn)

ແຕ່​ລະ​ປີ, ຫວຽດ​ນາມ ໄດ້​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່​າງ​ປະ​ເທດ​ປະ​ມານ 80 – 90 ​ພັນຄົນ. ປະ​ຈຸ​ບັນ, ມີ​ຄົນ​ງານ​ຫວຽດ​ນາມ ປະ​ມານ 500.000 ຄົນ​ພວມ​ເຮັດ​ວຽກຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢູ່ກວ່າ 40 ປະ​ເທດ ແລະ ເຂດ​ແຄ້ວນ. ດ້ວ​ຍ​ຈຳ​ນ​ວນ​ເງິນ​ຝາກ​ມາ​ຫວຽດ​ນາມ ໃນ​ແຕ່​ລະ​ປີກວ່າ 2 ຕື້ USD, ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ໄດ້​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ໃຫ້​ແກ່​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຄອບ​ຄົວ​ເຂົາ​ເຈົ້າ​ເອງ ແລະ ປະ​ເທດ​ຊາດ.

ມາ​ນະ​ພະ​ຍາ​ຍາມ​ປົກ​ປ້ອງ​ຄົນ​ງານ

        ນັບ​ແຕ່​ເມື່​ອ​ປະ​ກາດ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ຄົນ​ງານ​ໄປ​ເຮັດ​ວຽກ​ຢ​ູ່​ຕ່າງ​ປະ​ເທດ ເລີ່ມ​ມີ​ຜົນ​ສັກ​ສິດ (07/2007), ເລື່ອງ​ປົກ​ປ້ອງ​ສິດ​ຂອງ​ຄົນ​ງານ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​. ສິ່ງ​ດັ່ງ​ກ່າວກໍ່​ຊີ້​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດ​ຖະ​ບານ ເຖິງ​ບັນ​ຫາ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ງານ​ທີ່​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ. ຫຼັງ​ຈາກນັ້ນ, ປີ 2012, ກົດໝາຍ​ວ່າ​ດ້ວຍ​ກຳ​ມະ​ບານໄດ້​ຮັບ​ການປະ​ກ​າດ​ໃຊ້ນັ້ນ ກໍ່​ເນັ້ນ​ໜັກ​ເຖິງ​ບົດ​ບາດ​ຂອງ​ກຳ​ມະ​ບານ​ໃນ​ການ​ໃຫ້​ຄຳ​ປຶກ​ສາ​ແກ່​ຄົນ​ງານ​ກ່ຽວ​ກັບ​ສັນ​ຍາ​ແຮງ​ງານ, ​ການແກ້​ໄ​ຂ​ຄວາມ​ຂັດ​ແຍ້ງ​ກັນ ແລະ ​ຕາງ​ໜ້າ​ໃຫ້​ຄົນ​ງານ​ໃນ​ການຮ້ອງ​ຟ້ອງ ແລະ ເຂົ້າ​ຮ່ວມ​ການດຳ​ເນີນ​ຄະ​ດີ​ໃນ​ບັນ​ດາ​ຄະ​ດີ​ກ່ຽວ​ກັບ​ຄົ​ນ​ງານ.

        ບົນ​ພື້ນ​ຖານ​​ດ້ານກົດ​ໝາຍນັ້ນ, ອົງ​ການ​ກຳ​ມະ​ບານ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ປົກ​ປ້ອງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ຄື: ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ຄົນ​ງານ​ໄປອົບ​ພະ​ຍົບ, ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ໜູນ​ຊ່ວນ​ຂໍ້​ມູນ​ຂ່າວ​ສານ​​ກ່ຽວ​ກັບ​ການອົບ​ພະ​ຍົບ​ຂອງ​ຄົນ​ງານ; ພ້ອມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ປົກ​ປ້ອງ​ຄົນ​ງານ​ອົບ​ພະ​ຍົບ; ຕັ້ງ​​ໜ້າ​ສະ​ເໜີ​ເພີ່ມ​ເຕີ່ມ, ປັບ​ປຸງ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ ເພື່ອ​ແນ​​ເຮັດ​ໃຫ້​ກົດ​ໝາຍ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​​ໃຫ້​ຄົ​ນ​ງານ​​ໄປອົບ​ພະ​ຍົບ ແລະ ສິດ​ກຳ​ມະ​ບານ​ໃນ​ການ​ເຄື່ອນ​ໄຫ​ວ​ດັ່ງ​ກ່າວ​ໃຫ້​ສົມ​ບູນ​ແບບ. ສິ່ງ​ທີ່​ໜ້າ​ສົນ​ໃ​ຈນັ້ນ​ແມ່ນ, ໃນ​ເດືອນ 07/2016, ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ ແລະ ກອງ​ທຶນ​ອາ​ຊີ ໄດ້​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ໂຄງ​ການ “ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ສິດ​ໃຫ້​ຄົນງານ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ”. ຄາດ​ໝາຍ​ລວ​ມ​ຂອງ​ໂຄງ​ການ​ແມ່ນ​ເພີ່​ມ​ທະ​ວີ​ການ​ປົກ​ປ້ອງ​​ສິດ​ອອກ​ແຮງງານ​ໃຫ້​ບັນ​ດາ​ຜູ້​ກະ​ກຽ​ມ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ແລະ ບັນ​ດາ​ຜູ້​ກັບ​ເມືອ​ປະ​ເທດແລ້ວ. ຕາມນັ້ນ​ແລ້ວ, ກຳ​ມະ​ບານ​ທຸກ​ຂັ້ນ​ເພີ່ມ​ທະ​ວີ​ການ​ສະ​ໜອງ​ຂໍ້​ມູນ​ຂ່າວ ແລະ ໃຫ້​ຄຳ​ປຶກ​ສາ​ໃຫ້​ຄົນ​ງານ​ທີ່​ມີ​ຄວາມ​ຕ້ອງ​ການ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ; ເພີ່ມ​ທ​ະ​ວີ​ການ​ສຳ​​ຜັດ​ກັບ​ບັນ​ດາ​ກາ​ລະ​ໂອ​ກາດ​ວຽກ​ເຮັດ​ງານ​ທຳ​ໃຫ້​​ບັນ​ດາຄົນ​ງານ​ກັບ​ເມືອ​ປະ​ເທດ; ຈັດ​ຕ​ັ້ງ​ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ບັນ​ດ​າ​ຜູ້​ວາງ​ແຜນ​ນະ​ໂຍ​ບາຍ ແລະ ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ເຊິ່ງ​ຄົນ​ງານ​ເຄ​ີຍ​ປະ​ສົບ. ທ່ານ Filip Graovac, ຮອງ​ຫົວ​ໜ້າ​ຜູ້​ຕາງ​ໜ້າ​ກອງ​ທຶນ​ອາ​ຊີ ປະ​ຈຳ​ຮ່າ​ໂນ້ຍ, ໃຫ​້​ຮູ້​ວ່າ.

        “ພວກ​ຂ້າ​ພ​ະ​ເຈົ້າ​ເຫັນ​ວ່​າ, ບັນ​ດາ​ພະ​ນັກ​ງານ​ການ​ນຳຢູ່​ຄະ​ນະ​ກຳ​ມະ​ການ​ຕາ​ແສງທັງ​ເປັ​ນ​ພະ​ນັກ​ງານ​ກຳ​ມະ​ບານ ທີ່​ມີ​ບົດ​ບ​າດ​ສຳ​ຄັນ​ໃນ​ວິ​ວັດ​ການ​​ຮັບ​ສະ​ໝັກ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ. ເຂົາ​ເຈົ້າ​ແມ່ນ​​ຈະ​ເຮັດ​ລະ​ບຽບ​ການ​ໃຫ້​ຄົນ​ງານກ່ອນ​ທີ່​ຈະ​ໄປ​ເຮັດ​ວຽກ​ຢ່​ູ​ຕ່າງ​ປະ​ເທດ. ນີ້​ແມ່ນ​ຖັນ​ແຖວ​ຜູ້​ໂຄ​ສະ​ນາ ແລະ ໃຫ້​ຄຳ​ປຶກ​ສາ​ຢູ່​ທ້ອ​ງ​ຖິ່ນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ກຸ່ມ​ພະ​ນັກ​ງານ​ກຳ​ມະ​ບານ​ທ້ອງ​ຖິ່ນ​ພັດ​ຍັງ​ບໍ່​ທັນ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ດາ​ຂໍ້​ມູນ​​ທີ່ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າ​ງ​ປະ​ເທດ ເພືຶ່ອ​​ໂຄ​ສະ​ນາໃຫ້​ຄົນ​ງານ. ສະ​ນັ້ນ, ສ່ວນ​ໜຶ່ງ​ຂອ​ງ​ໂຄງ​ການ​​ແມ່ນ​ສຸມ​ໃສ່​ບຳ​ລຸງ​ສ້າງ​ບັນ​ດາ​ເປົ້າ​ໝາຍ​ດັ່ງ​ກ່າວ​.”

ສວນ​ບົດ​ບາດ​ໃຫຍ່ກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

        ເຖິງວ່າ​ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼາຍ​ຢ່າງກໍ່​ຕາມ, ແຕ່​ຄວາມ​ຈິງ​​ແລ້ວ ຄົນ​ງານ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ສ່ວນ​ຫຼາຍຍັງ​ບໍ່​ທັນ​ສຳ​ຜັດ​ກັບ​ອົງ​ການ​ກຳ​ມະ​ບານ​ໄດ້​. ນີ້ນ​ແມ່ນ​ສິ່ງ​ທ້າ​ທາຍສຳ​ລັບ​ກຳ​ມະ​ບານ​ຫວຽດ​ນາມ. ຕາມ​ທ່ານ ດັ້ງ​ກວາງ​ດ່ຽວ, ຫົວ​ໜ້າ​ຄະ​ນະ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ສັງ​ຄົມ ແລະ ແຂ່ງ​ຂັນ​ຍ້ອງ​ຍໍ (ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ) ແລ້ວ, ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຜູ້​ຕາງ​ໜ້າ, ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ງານ, ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ກຳ​ມະ​ບານ​ທຸກ​ຂັ້ນ​ຕ້ອງ​ສ້າງ​ເຄືອ​ຂ່າຍ​ໜູນ​ຊ່ວຍ​ທີ່​ຈຳ​ເປັນ​ໃຫ້​ຄົນ​ງານ​​ທີ່ມີ​ຄວາມ​ຫວັງ​ຢາກ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ. ທ່ານ ດັ້ງ​ກວາງ​ດ່ຽວ ຢືນ​ຢັນ​ວ່າ.

        “ພວ​ກ​ຂ້າ​ພະ​ເຈົ້າ​ຈະ​​ປະ​ກອບຄວາມ​ຮູ້​ໃຫ້​ບັນ​ດາຄົນ​ງານ ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ຂໍ້​ມູ​ນ​ຂ່າວ​ຢ່າງ​ຄົບ​ຖ້ວນ ເພື່ອ​ຄັດ​ເລືອກ​ບັນ​ດາ​ສູນ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ທີ່​ມີ​ອິດ​ທິ​ພົນ​ຊືຶ່​ສຽງ​ທີ່​ສຸດ, ແຈກ​ຢາຍ​ໄບ​ປິວ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຊອ​ກ​ຫາ​ບັນ​ດາ​ວິ​ສາ​ຫະ​ກິດ, ມີ​ຂ​ໍ້​ມູນ​ຂ່າວ​ລະ​ອ​ຽດ​ເພື່ອ​ກະ​ກຽ​ມ​ໄປ​ເຮັດ​ວ​ຽກ​ຢູ່​ຕ່າງ​ປະ​ເທດ ຮັບ​ປະ​ກັນ​ມີ​ອິດ​ທິ​ພົນ​ຊື່​ສຽ​ງ​ທີ່​ສຸດ”.

        ​ເພື່ອ​ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ສູງ​ສຸດ​ຂອງ​ຄົນ​ງານ​ໄປ​ອົບ​ພະ​ຍົບ​, ຮຽກ​ຮ້ອງ​ໃຫ້​ຫວຽດ​ນາມ ຕ້ອງ​ມີ​ບາດ​ກ້າວ​ໄກ​ກວ່າ ໃນ​ການ​ເຊື່ອມ​ໂຍງ​ດ້ານ​ກົດ​ໝາຍ​ໃນ​ຂົງ​ເຂດນີ້, ຜ່ານ​ບັນ​ດາ​ວຽດ​ງານ​ລະ​ອຽດ​ຄ​ື: ລົງ​ນາມ​ໃນ​ບັນ​ດາ​ບົດ​ບັນ​ທຶກ​ຊ່ວ​ຍ​ຈຳ​ກັບ​ບັນ​ດາ​ປະ​ເທດ​ຮັບ​ເອົາ​ຄົນ​ງານມາ​ເຮັດ​ວຽກ, ພ້ອມ​ທັງ​ກະ​ກຽ​ມ​ບັນ​ດາ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ເພື່ອ​ກ້າວ​ໄປ​ເຖິງ​ການ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ງານ​​ໄປອົບ​ພະ​ຍົບ ແລະ ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ປີ 1990. ນອກນັ້ນ, ອົງ​ການ​ກຳ​ມະ​ບານ​ຕ້ອງ​ຕັ້ງ​​ໜ້າ​ສະ​ເໜີ​ບັນ​ດາ​ເນືື້ອ​ໃນ​​ຄວນ​ໄດ້​ຮັບ​ການ​ປັບ​ປຸງ, ເພີ່ມ​ເຕີ່ມ ເພື່ອ​ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສ​ຳ​ເລັດ, ສ້າງກອບ​ກົດ​ໝາຍ​ຮັບ​ປະ​ກັນ​ສິດ, ຜົນ​ປະ​ໂຫຍດ​ອັນ​ຊອ​ບ​ທຳ​ໃຫ້​ບັນ​ດາ​ຄົນ​ງານ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ; ຍູ້​ແຮງ​​ລາຍ​ການ​ຮ່ວມ​ມື​ລະ​ຫວ່າງ​ກຳ​ມະ​ບານ​ຫວຽດ​ນາມ ແລະ ກຳ​ມະ​ບານ​ບັນ​ດາ​ປະ​ເທດ​ຮັບ​ຄົ​ນ​ງານ.


ຕອບກັບ

ຂ່າວ/ບົດ​ອື່ນ