ກຳມະບານປ່ຽນແປງໃໝ່ການເຄື່ອນໄຫວເມື່ອຫວຽດນາມເຂົ້າຮ່ວມສັນຍາ CPTPP

(VOVWORLD) -ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ເລີ່ມມີຜົນສັກສິດນັບແຕ່ວັນທີ 30 ທັນວາ 2018 ຢ່າງເປັນທາງການ, ໄດ້ເປີດກາລະໂອກາດ ກໍຄືສິ່ງທ້າທາຍສຳລັບອົງການກຳມະບານຫວຽດນາມ.
ກຳມະບານປ່ຽນແປງໃໝ່ການເຄື່ອນໄຫວເມື່ອຫວຽດນາມເຂົ້າຮ່ວມສັນຍາ CPTPP - ảnh 1 (ພາບປະກອບ: laodongthudo.vn)

ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ຊີ້ນຳກຳມະບານທຸກຂັ້ນ ປ່ຽນແປງໃໝ່ເນື້ອໃນ ແລະ ວິທີການເຄື່ອນໄຫວມຸ່ງໄປສູ່ຂັ້ນຮາກຖານ, ສ້າງສະຫວັດດີການສັງຄົມໃຫ້ແກ່ຜູ້ອອກແຮງງານ. ຜ່ານນັ້ນ, ຢືນຢັນບົດບາດ, ທີ່ຕັ້ງຂອງອົງການກຳມະບານ, ແມ່ນບ່ອນອີງທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງຜູ້ອອກແຮງງານ ໃນສະພາບທີ່ຫວຽດນາມ ເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກ.

        ຈຸດພົ້ນເດັ່ນແມ່ນ, ກຳມະບານທຸກຂັ້ນໄດ້ເປັນເຈົ້າການເຂົ້າຮ່ວມພ້ອມກັບຜູ້ນຳໃຊ້ແຮງງານໃນບັນດາບັນຫາເງິນເດືອນ, ເງິນບຳເນັດ, ລະບຽບການອອກແຮງງານ, ຈັດຕັ້ງການເຈລະຈາກ່ຽວກັບບັນຫາສິດ, ພັນທະ, ຮັບປະກັນຄວາມກົມກ່ຽວທາງດ້ານຜົນປະໂຫຍດລະຫວ່າງລັດ, ວິສາຫະກິດ ແລະ ຜູ້ອອກແຮງງານ. ກຳມະບານຫວຽດນາມ ກໍ່ເຂົ້າຮ່ວມພ້ອມກັບລັດຖະບານໃນການປັບປຸງ, ເພີ່ມເຕີມກົນໄກ, ນະໂຍບາຍໃຫ້ເໝາະສົມ, ຮັບປະກັນສິດຜົນປະໂຫຍດ, ຄວາມຕ້ອງການໃນການດຳລົງຊີວິດໃຫ້ແກ່ຜູ້ອອກແຮງງານ…

ເອົາໃຈໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ

        ເພື່ອປົກປ້ອງສິດຜົນປະໂຫຍດໃຫ້ແກ່ຜູ້ອອກແຮງງານ, ອົງການກຳມະບານໄດ້ປະຕິບັດໜ້າທີ່ໃໝ່ນັ້ນ ແມ່ນຮ້ອງຟ້ອງບັນດາວິສາຫະກິດທີ່ຕິດໜີ້ຄ່າປະກັນສັງຄົມຂອງຜູ້ອອກແຮງງານຕາມກົດໝາຍ. ໃນເບື້ອງຕົ້ນ, ກຳມະບານຫວຽດນາມ ໄດ້ຝຶກອົບຮົມໃຫ້ພະນັກງານກຳມະບານກ່ຽວກັບຂັ້ນຕອນຮ້ອງຟ້ອງວິສາຫະກິດຕິດໜີ້ປະກັນສັງຄົມ; ສົມທົບກັບອົງການປະກັນສັງຄົມຫວຽດນາມ ຈັດຕັ້ງການຕິດຕາມກວດກາ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກຂອງທ້ອງຖິ່ນ ເມື່ອຮ້ອງຟ້ອງບັນດາວິສາຫະກິດທີ່ລະເມີດລະບຽບກົດໝາຍປະກັນສັງຄົມ. ທ່ານ ເລດິ່ງກວາງ, ຮອງຫົວໜ້າຄະນະພົວພັນແຮງງານ, ສະຫະພັນໃຫຍ່ແຮງງານຫວຽດນາມ, ໃຫ້ຮູ້ວ່າ.

        “ພວກເຮົາຍັງບໍ່ທັນມີຖັນແຖວທະນາຍຄວາມ, ພວກຂ້າພະເຈົ້າພວມສ້າງແຜນຮ່າງເຮັດແນວໃດເພື່ອໃຫ້ມີທະນາຍຄວາມກຳມະບານ 20 ຄົນ. ເຖິງຢ່າງໃດກໍ່ຕາມ, ເພື່ອປະຕິບັດໄດ້ນັ້ນ ກໍ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຕາມກົດໝາຍວ່າດ້ວຍທະນາຍຄວາມແລ້ວ, ພະນັກງານລັດຖະກອນບໍ່ໄດ້ເປັນທະນາຍຄວາມ, ໃນຂະນະທີ່ຖັນແຖວພະນັກງານກຳມະບານຢູ່ຂັ້ນຮາກຖານໃນປະຈຸບັນສ່ວນຫຼາຍແມ່ນລັດຖະກອນໂດຍກົງ. ອົງການກຳມະບານຕ້ອງມີຄວາມຮັບຜິດຊອບເຮັດແນວໃດເພື່ອຮັບປະກັນໃຫ້ທະນາຍຄວາມປະຕິບັດອາຊີບ ພຽງແຕ່ສຸມໃສ່ເຂົ້າຂົງເຂດກົດໝາຍວ່າດ້ວຍແຮງງານ, ເພື່ອໃຫ້ເຂົາເຈົ້າຕິດພັນກັບກຳມະບານ, ເຄື່ອນໄຫວຢ່າງສຸດຈິດສຸດໃຈ, ບໍ່ແມ່ນເພື່ອຜົນກຳໄລ”.

        ກຳມະບານຫວຽດນາມ ທຸກຂັ້ນ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໃໝ່ກັບບັນດາຫົວໜ່ວຍວິສາຫະກິດເກືອບ 400 ສະບັບ, ເພື່ອສ້າງສະຫວັດດີການໃຫ້ແກ່ສະມາຊິກກຳມະບານ, ນຳບັນດາຜະລິດຕະພັນ, ການບໍລິການເຖິງສະມາຊິກກຳມະບານ ດ້ວຍລາຄາບຸລິມະສິດແຕ່ 5 – 20%. ປີ 2018, ມີສະມາຊິກກຳມະບານ 1,5 ລ້ານຄົນໄດ້ຊົມໃຊ້ປະໂຫຍດດ້ວຍຈຳນວນເງິນຄາດວ່າປະມານ 500 ຕື້ດົ່ງ ຈາກນະໂຍບາຍດັ່ງກ່າວ.

        ຈຸດພົ້ນເດັ່ນໃນການເຄື່ອນໄຫວກຳມະບານໃນໂອກາດທ້າຍປີ ແມ່ນສຸມໃສ່ເບິ່ງແຍງດູແລຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ຜູ້ອອກແຮງງານ ຕ້ອນຮັບບຸນເຕັດ ດ້ວຍລາຍການ “ບຸນເຕັດແຫ່ງການເຕົ້າໂຮມ”. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ແລະ ແທດຈິງໃນການເບິ່ງແຍງດູແລໃຫ້ກຳມະກອນ, ລັດຖະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ, ປະກອບສ່ວນເພີ່ມທະວີຄວາມເປັນຈິດໜຶ່ງໃຈດຽວກັນຂອງກຳມະບານທຸກຂັ້ນ ເພື່ອຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ. ທ່ານນາງ ຫວຽນທິຍືອິ໊, ປະທານສະຫະພັນກຳມະບານແຂວງ ດົ່ງນາຍ, ໃຫ້ຮູ້ວ່າ.

        “ການເຕົ້າໂຮມກັນໃນຍາມບຸນເຕັດໄດ້ຮັບການຈັດຕັ້ງໃນແຕ່ລະປີ ເຊິ່ງອົງການກຳມະບານໄດ້ສຸມໃສ່ປະຕິບັດ, ໃນນັ້ນມີບັນດາວຽກງານທີ່ໄດ້ວາງແຜນໄວ້ວ່າ ວຽກງານໃດເຮັດກ່ອນ, ວຽກງານໃດເຮັດຕາມຫຼັງ, ມີບັນດາການເຄື່ອນໄຫວຈຸດສຸມຄື: ຈັດຕັ້ງບັນດາຖ້ຽວລົດໂດຍສານ, ມອບປີ້ລົດໄຟໃຫ້ແກ່ຜູ້ອອກແຮງງານ ທີ່ບໍ່ໄດ້ກັບເມືອ ຕ້ອນຮັບບຸນເຕັດຢູ່ບ້ານເປັນເວລາຫຼາຍປີ. ພ້ອມກັນນັ້ນ, ບັນດາຜູ້ອອກແຮງງານທີ່ບໍ່ກັບໄປຕ້ອນຮັບບຸນເຕັດຢູ່ບ້ານນັ້ນ, ກຳມະບານໄດ້ຈັດຕັ້ງການພົບປະໃນຄອບຄົວຂອງບັນດາກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກ ເພື່ອສ້າງບັນຍາກາດເບີກບານມ່ວນຊື່ນໃຫ້ຜູ້ອອກແຮງງານ ໃນໂອກາດບຸນເຕັດ, ນອກນັ້ນແມ່ນເອົາໃຈໃສ່ເຖິງບັນດາລະບອບນະໂຍບາຍໃຫ້ຜູ້ອອກແຮງງານ”.

ປະຕິບັດເປົ້າໝາຍດຶງດູດສະມາຊິກກຳມະບານ                   

        ເລື່ອງຫວຽດນາມ ຫາກໍ່ເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງສຳລັບອົງການກຳມະບານ, ຍ້ອນຜູ້ອອກແຮງງານອາດຈະເຂົ້າຮ່ວມອົງການຈັດຕັ້ງອື່ນຂອງຜູ້ອອກແຮງງານ ຫາກບໍ່ແມ່ນອົງການກຳມະບານຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ກຳມະບານຫວຽດນາມ ປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວ, ປະຕິບັດບັນດາມາດຕະການແກ້ໄຂຢ່າງຄົບຊຸດ ເພື່ອດຶງດູດສະມາຊິກ, ຜູ້ອອກແຮງງານ. ທ່ານປະທານສະຫະພັນໃຫຍ່ແຮງງານຫວຽດນາມ, ບຸ່ຍວັນເກື່ອງ, ໃຫ້ຮູ້ວ່າ.

        “ກຳມະບານຢາກດຶງດູດຜູ້ອອກແຮງງານເຂົ້າຮ່ວມເປັນຈຳນວນຫຼາຍ, ຫາກບໍ່ແມ່ນເຂົ້າຮ່ວມບັນດາອົງການຈັດຕັ້ງຂອງຜູ້ອອກແຮງງານອື່ນ, ພວກຂ້າພະເຈົ້າໄດ້ປະຕິບັດວຽກງານເປັນຕົວແທນເພື່ອເບິ່ງແຍງດູແລໃຫ້ເປັນຢ່າງດີ, ໂດຍສະເພາະແມ່ນເລື່ອງປ່ຽນແປງໃໝ່ເຮັດແນວໃດເພື່ອສ້າງຜົນປະໂຫຍດຫຼາຍທີ່ສຸດໃຫ້ແກ່ອົງການກຳມະບານຫວຽດນາມ ແລະ ສະມາຊິກກຳມະບານ. ເຮັດໄດ້ຄືແນວນັ້ນ, ຜູ້ອອກແຮງງານຈຶ່ງເຫັນໄດ້ບົດບາດທີ່ຕັ້ງຂອງອົງການກຳມະບານຫວຽດນາມ ທີ່ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ເຂົາເຈົ້ານັ້ນ, ເຂົາເຈົ້າຈຶ່ງຈະເຂົ້າຮ່ວມພ້ອມກັບເຮົາ”.

        ຜ່ານການປ່ຽນແປງໃໝ່ວິທີການເຄື່ອນໄຫວ, ມຸ່ງໄປເຖິງຂັ້ນຮາກຖານຢ່າງແຮງ, ອົງການຈັດຕັ້ງກຳມະບານຫວຽດນາມ ນັບມື້ນັບຢືນຢັນບົດບາດຂອງຕົນຫຼາຍກວ່າສຳລັບກຳມະກອນລັດຖະກອນອອກແຮງງານ, ແມ່ນບ່ອນອີງທີ່ໝັ້ນຄົງໃຫ້ແກ່ຜູ້ອອກແຮງງານຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ