ກຳລັງແຮງຂອງຊາດໄດ້ສ້າງເປັນວັນທ້ອນໂຮມປະເທດຊາດ

(VOVWORLD) -ໃນຊຸມມື້ນີ້, ປະຊາຊົນຫວຽດນາມ ພວມສະເຫຼີມສະຫຼອງເຫດການປະຫວັດສາດກ່ອນນີ້ 44 ປີ, ຄືວັນທີ 30 ເມສາ 1975, ເຊິ່ງແມ່ນວັນພາກໃຕ້ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ. ກຳລັງແຮງຂອງທົ່ວປວງຊົນທັງຊາດນັ້ນໄດ້ສ້າງເຫດການປະຫວັດສາດນີ້.

ກຳລັງແຮງຂອງຊາດໄດ້ສ້າງເປັນວັນທ້ອນໂຮມປະເທດຊາດ - ảnh 1 ກຳລັງແຮງຂອງຊາດໄດ້ສ້າງເປັນວັນທ້ອນໂຮມປະເທດຊາດ

(ພາບປະກອບ: Trần Mai Hưởng)

ການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ໃນລະດູບານໃໝ່ປີ 1975 ໄດ້ສິ້ນສຸດລົງ ດ້ວຍໄຊຊະນະຢ່າງສົມບູນໃນການຕໍ່ສູ້ຕ້ານຈັດກະພັດອາເມລິກາ ກູ້ຊາດທີ່ຍິ່ງໃຫຍ່ຂອງກອງທັບ ແລະ ປະຊາຊົນຫວຽດນາມ, ສ້າງບາດລ້ຽວປະຫວັດສາດຂອງຊາດ, ເປີດສັງກາດໃໝ່ສຳລັບຫວຽດນາມ, ສັງກາດເອກະລາດ, ເອກະພາບ, ທົ່ວປະເທດກ້າວຂຶ້ນສັງຄົມນິຍົມ. ນັ້ນກໍ່ແມ່ນເຫດການລະດັບສາກົນທີ່ຍິ່ງໃຫຍ່ ແລະ ມີລັກສະນະຍຸກສະໄໝ. ໄຊຊະນະຂອງການຕໍ່ສູ້ຕ້ານອາເມລິກາ ກູ້ຊາດ ໄດ້ສະແດງໃຫ້ເຫັນກຳລັງແຮງຂອງລັດທິວິລະຊົນປະຕິວັດ, ຄຸນນະທາດ ແລະ ພູມປັນຍາຂອງຫວຽດນາມ ໃນສະໄໝປະທານໂຮ່ຈິມິນ. ໄຊຊະນະນັ້ນໂດຍເລີ່ມມາຈາກຫຼາຍປັດໃຈ, ໃນນັ້ນປັດໃຈຕັດສິນຊີ້ຂາດແມ່ນຍ້ອນມີການຊີ້ນຳນຳພາຢ່າງຖືກຕ້ອງ, ມີຫົວຄິດປະດິດສ້າງຂອງພັກ ແລະ ກຳລັງແຮງອັນຍິ່ງໃຫຍ່ຂອງປະຊາຊົນ.

ການຕໍ່ຕ້ານເພື່ອຄວາມເປັນທຳ

        ທ່ານ ຫງວຽນຈ້ອງຊ໊ວດ, ອະດີດເລຂາທິການໃຫຍ່ກິດຈະກຳປະຫວັດສາດພາກໃຕ້ທຳການຕໍ່ຕ້ານ, ຢືນຢັນວ່າ ການຕໍ່ສູ້ຕ້ານອາເມລິກາ ກູ້ຊາດຂອງຊາດຫວຽດນາມ ແມ່ນການຕໍ່ສູ້ທີ່ເປັນທຳ ເພື່ອເອກະລາດ, ເສລີພາບຂອງທັງຊາດ. ສະນັ້ນ, ໄດ້ລະດົມກຳລັງແຮງທົ່ວປະຊົນທັງຊາດເຂົ້າຮ່ວມ.

        “ຄວາມສາມາດທາງດ້ານສິລະປະຍຸດ ແລະ ພູມປັນຍາຂອງບັນດາຜູ້ຊີ້ນຳນຳພາແມ່ນໄດ້ຮັບການສືບທອດມາຈາກບັນພະບຸລຸດນັບພັນປີຈຶ່ງເຮັດໄດ້ສິ່ງດັ່ງກ່າວ. ພັກໄດ້ສອນວ່າ: ຖ້າຫາກເຈົ້າຮູ້ວິທີປຸກລະດົມມະຫາຊົນນັ້ນ, ການປະຕິວັດຈະຢູ່ນຳໃນປະຊາຊົນ ຫາກບໍ່ແມ່ນຢູ່ນຳພະນັກງານ. ຍ້ອນວ່າປະຊາຊົນແມ່ນປະຕິວັດ”.

        ໃນການຕໍ່ສູ້ຕ້ານອາເມລິກາ ກູ້ຊາດ, ປະຊາຊົນພາກໃຕ້ຫວຽດນາມ ໄດ້ສວມບົດບາດສຳຄັນພິເສດ. ໃນເຂດຕົວເມືອງນະຄອນໂຮ່ຈິມິນ, ປະຊາຊົນແຕ່ລະຄົນແມ່ນຮັກຊາດ ດ້ວຍການກະທຳຂອງຕົນເຊິ່ງໄດ້ພ້ອມກັນລົງຕໍ່ສູ້ຢູ່ຕາມຖະໜົນ. ບັນດາຜູ້ເປັນແມ່, ເປັນເອື້ອຍ, ນັກສຶກສາມະຫາວິທະຍາໄລ, ບັນດາຜູ້ຊົງຄຸນວຸດທິ, ນັກບວດ, ປັນຍາຊົນ… ນັກດົນຕີ ໂຕນເຖິດເລິບ, ຜູ້ເຂົ້າຮ່ວມຂະບວນການ “ຮ້ອງເພງໃຫ້ພໍ່ແມ່ປະຊາຊົນຟັງ” ໂດຍກົງ, ພາຍຫຼັງ 40 ປີຍັງຈື່ຈຳຊຸມມື້ທີ່ລົງຖະໜົນໄດ້ດີ.

        “ສຽງເວົ້າຂອງນັກສຶກສາ, ນັກຮຽນແມ່ນສຽງເວົ້າຂອງພໍ່ແມ່ປະຊາຊົນ. ສະນັ້ນບັນດາຄຳເວົ້າທີ່ເຂົາເຈົ້າເວົ້າອອກມາ ປະຊາຊົນລ້ວນແຕ່ຕອບສະໜອງຄືດັ່ງຄຳຮຽກຮ້ອງ, ປຸກລຸກສະຕິຕໍ່ສູ້ປົກປັກຮັກສາປະເທດຊາດ, ປົກປັກຮັກສາສິດທິມະນຸດ ແລະ ຮຽກຮ້ອງສັນຕິພາບ. ບັນດາສຽງເພງນັ້ນໄດ້ດັງໄປທົ່ວຂະບວນການຕໍ່ສູ້ປຽນບເໝືອນຄືດັ່ງອາວຸດ, ມັນໄດ້ເຮັດໃຫ້ພວກສັດຕູຢານກົວ”.

ທຸກສິ່ງທຸກຢ່າງໂດຍປະຊາຊົນສ້າງຂຶ້ນເອງ

        ທ່ານພົນເອກ ຟ້າມວັນຈ່າ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢືນຢັນວ່າ, ຖ້າຫາກບໍ່ມີປະຊາຊົນ ກໍ່ຈະບໍ່ມີວັນປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ. ພົນເອກ ຟ້າມວັນຈ່າ, ເນັ້ນໜັກວ່າ.

        “ບໍ່ມີປະຊາຊົນນັ້ນພວກເຮົາບໍ່ສາມາດປະສົບຜົນສຳເລັດ. ພຽງແຕ່ມີປະຊາຊົນຊ່ວຍເຫຼືອຈຶ່ງຍາດໄດ້ທຸກສິ່ງທຸກຢ່າງ. ແຕ່ຢູ່ທີ່ນີ້ກໍ່ຕ້ອງເວົ້າວ່າ, ຍ້ອນນ້ຳໃຈຮັກຊາດຂອງປະຊາຊົນພາກໃຕ້, ຍາມໃດກໍ່ອວ່າຍໜ້າເມືອຫາປະເທດຊາດ ແລະ ປະທານໂຮ່ຈິມິນ ສະນັ້ນ ເຮັດໄດ້ທຸກສິ່ງທຸກຢ່າງ”.

        ພາບພົດ ແລະ ບັນຍາກາດຂອງນະຄອນໂຮ່ຈິມິນ ໃນວັນປົດປ່ອຍພາກໃຕ້ຢ່າງສົມບູນ ເມື່ອວັນທີ 30 ເມສາ 1975, ມາຮອດປະຈຸບັນຍັງຝັງເລິກຢູ່ໃນຄວາມຊົງຈຳຂອງປະຊາຊົນນະຄອນນີ້ຫຼາຍຄົນ. ນັກສະຖາປານິກ ຫງວຽນຮິວທ໋າຍ, ໃຫ້ຮູ້ວ່າ, ວັນທີ 30 ເມສາ 1975 ນັ້ນ, ທຳນຽບເອກະລາດແມ່ນບ່ອນເຕົ້າໂຮມຂອງບັນດາທະຫານ ແລະ ແມ່ນວັນບຸນຂອງອ້າຍນ້ອງທາງພາກໃຕ້ - ພາກເໜືອ ມາເຕົ້າໂຮມກັນຢູ່ຊາຍຄາຫຼັງໜຶ່ງພາຍຫຼັງຫ່າງຈາກກັນມາເປັນເວລາຫຼາຍປີ.

        “ທົ່ວປວງຊົນໄດ້ປະກອບສ່ວນເຂົ້າໃນການປົດປ່ອຍພາກໃຕ້. ຄຳໃຫ້ສັງເກດຂອງນາຍພົນ ເຈິ່ນວັນຈ່າ, ປະທານຄະນະກຳມະການທະຫານໄຊ່ງ່ອນ, ວັນທີ 02 ພຶດສະພາ 1975 ໃນຍາມສົ່ງຄືນອິດສະຫຼະພາບໃຫ້ອຳນາດການປົກຄອງ ເຢືອງວັນມິງ ຢູ່ທຳນຽບເອກະລາດ ແມ່ນມ່ວນທີ່ສຸດ: ໃນສົງຄາມນີ້, ບໍ່ມີ ຜູ້ແພ້ ແລະ ຜູ້ຊະນະ, ຄວາມຈິງແມ່ນຊາວຫວຽດນາມ ຊະນະ, ຊາວຫວຽດນາມ ທຸກຄົນລ້ວນແຕ່ຊະນະ. ແລະ ເຢືອງວັນມິງ ໄດ້ຕອບຄືນມາວ່າ: ພວກອ້າຍແມ່ນຜູ້ສວມບົດບາດສຳຄັນ, ຕັດສິນໃຈໃນການປົດປ່ອຍພາກໃຕ້”.

        ການເຕົ້າໂຮມກຳລັງແຮງຂອງທົ່ວປວງຊົນທັງຊາດໄດ້ສ້າງວັນ 30 ເມສາ 1975 ເປັນວັນປະຫວັດສາດ. ພາຍຫຼັງໄລຍະ 44 ປີ, ນະຄອນໂຮ່ຈິມິນ ໄດ້ກາຍເປັນຕົວເມືອງປະດິດຄິດສ້າງ ແລະ ແມ່ນສູນກາງເສດຖະກິດຂອງທັງປະເທດ. ໂດຍເສີມຂະຫຍາຍຈິດໃຈຂອງວັນ 30 ເມສາ 1975, ປະຊາຊົນນະຄອນໄດ້ຜ່ານຜ່າສິ່ງທ້າທາຍທຸກຢ່າງເທື່ອລະກ້າວ, ມີຄວາມເຫັນດີເຫັນພ້ອມກັບອົງຄະນະພັກ ແລະ ອຳນາດການປົກຄອງນະຄອນ ຕັດສິນໃຈນຳນະຄອນໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ສົມເປັນນະຄອນທີ່ເປັນຕາດຳລົງຊີວິດ ເທົ່າທຽມກັບພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ