ກຳລັງໜູນການເຕີບໂຕໃຫ້ເສດຖະກິດໃນ 6 ເດືອນທ້າຍປີ

(VOVWORLD) - ໃນ 6 ເດືອນຕົ້ນປີ 2018, ເສດຖະກິດ ຫວຽດນາມ ໄດ້ເຕີບໂຕເປັນໜ້າປະທັບໃຈເມື່ອທຽບໃສ່ຫລາຍປີມານີ້. ໝາກຜົນດັ່ງກ່າວ ໄດ້ສະແດງໃຫ້ເຫັນລັກສະນະທັນການ ແລະ ມີປະສິດທິຜົນໃນເລື່ອງ ລັດຖະບານຊີ້ນຳທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຢ່າງຂ້ຽວຂາດ ພ້ອມກັນມານະພະຍາຍາມປະຕິບັດຄາດໝາຍການເຕີບໂຕເສດຖະກິດຂອງທັງປີ.

ເຄິ່ງໄລຍະທາງທີ່ຍັງເຫຼືອຂອງປີ 2018, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຍ້ອນການຜັນແປຈາກສະພາບການເສດຖະກິດໂລກ, ມີໄພເງິນເຟີ້ອາດຈະເພີ່ມຂຶ້ນໃນທ້າຍປີກໍ່ຕາມ ແຕ່ເສດຖະກິດ ຫວຽດນາມ ຍັງປະກົດອອກບັນດາປັດໄຈຫລາຍຢ່າງເພື່ອຊຸກຍູ້ເສດຖະກິດພັດທະນາ.

ກຳລັງໜູນການເຕີບໂຕໃຫ້ເສດຖະກິດໃນ 6 ເດືອນທ້າຍປີ - ảnh 1 (ພາບປະກອບ)

        ບັນດາປັດໄຈເປັນກຳລັງໜູນ ເພື່ອຊຸກຍູ້ເສດຖະກິດສືບຕໍ່ເຕີບໂຕແມ່ນຄວາມຕັດສິນໃຈ ແລະ ການຊີ້ນຳຢ່າງຂ້ຽວຂາດຂອງລັດຖະບານ; “ກຳລັງແຮງ” ຂອງຂະແໜງການຜະລິດສືບຕໍ່ໄດ້ຮັບການຟື້ນຟູ; ຂຸດຄົ້ນບັນດາກົນໄກບຸລິມະສິດຂອງສັນຍາການຄ້າເສລີຕ່າງໆ…

ຊົມໃຊ້ບັນດາກາລະໂອກາດ

        ເພືີ່ອບັນລຸໄດ້ຄາດໝາຍການເຕີບໂຕເສດຖະກິດໃຫ້ຢູ່ໃນລະດັບຕ່ຳແມ່ນ 6,7% ປີ 2018, ຫວຽດນາມ ຕ້ອງຊົມໃຊ້ທຸກກາລະໂອກາດໃນເງື່ອນໄຂສະດວກທັງຢູ່ພາຍໃນ ແລະ ຕ່າງປະເທດ ແລະ ສາກົນ. ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ - ປະດິດສ້າງຍັງຄົງສືບຕໍ່ຮັກສາບົດບາດເປັນກຳລັງໜູນຕົ້ນຕໍ. ຕາມທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ ແລ້ວ, ປັດໄຈເປັນກຳລັງໜູນການເຕີບໂຕຕົ້ນຕໍຂອງປີ 2017 ແມ່ນຂະແໜງອຸດສາຫະກຳປຸງແຕ່ງ - ປະດິດສ້າງ, ດ້ວຍການປະກອບສ່ວນທີ່ມີລັກສະນະບຸກທະລຸຂອງ Samsung ແລະ Formosa ໃນ 2 ໄຕມາດທ້າຍປີ. ແລະ ປີນີ້, ຈຸດສຸມພວມເລັ່ງໃສ່ແມ່ນບໍລິສັດກັ່ນຕອງນ້ຳມັນ ຫງີເຊີນ.

        “ຖ້າຫາກນຳໂຄງການນີ້ ເຂົ້າເຄື່ອນໄຫວຢ່າງທັນການ, ອາດຈະມີກຳລັງໜູນບຸກທະລຸ. ດັ່ງນັ້ນ, ຄວມສຸມໃສ່ກວດກາຄືນໃໝ່, ແກ້ໄຂຄວາມຫຍຸ້ງຍາກ ແລະ ຍູ້ໄວຄວາມຄືບໜ້າບັນດາໂຄງການທີ່ມີຂອບຂະໜາດໃຫຍ່ເຂົ້າເຄື່ອນໄຫວ.

        ພ້ອມກັບຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ບັນດາໝາກຜົນແຫ່ງການດຳເນີນທຸລະກິດກໍ່ສະແດງໃຫ້ເຫັນພື້ນຖານເສດຖະກິດ ຫວຽດນາມ ພວມຈະເລີນເຕີບໂຕ. ບັນດາດັດຊະນີໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນດຳເນີນທຸລະກິດໃນຕະຫລາດເພີ່ມຂຶ້ນ, ເປັນຕົ້ນ ແມ່ນຈຳນວນວິສາຫະກິດສ້າງຕັ້ງໃໝ່. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວິວັດການຟື້ນຟູພື້ນຖານເສດຖະກິດພວມເລີ່ມຕົ້ນຂຶ້ນ.

        ໃນສະພາບການນັ້ນ. ເລື່ອງຊຸກຍູ້ການປະຕິບັດຢ່າງແຮງບັນດາສັນຍາການຄ້າເສລີ (FTA), ພິເສດແມ່ນບັນດາ FTA ໃໝ່, ຈະສ້າງຂອບເຂດ ແລະ ກຳລັງໜູນໃໝ່ໃຫ້ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ ໃຫ້ຂໍ້ສັງເກດວ່າ:

        “ວຽກງານການຕະຫລາດ ແລະ ເປີດກ້ວາງການຕະຫລາດ, ພິເສດແມ່ນບັນດາຕະຫລາດທີ່ມີສັນຍາການຄ້າເສລີ ແລະ ກົນໄກບຸລິມະສິດຕ່າງໆ, ຫວຽດນາມ ລ້ວນແຕ່ຂຸດຄົ້ນໄດ້ດີພໍສົມຄວນຄື: ຈີນ, ສ.ເກົາຫຼີ, ລັດເຊຍ, ອາຊຽນ…ພວກເຮົາວາງຄາດໝາຍການເຕີບໂຕ 10% ໃນປີ 2018 ແມ່ນເປັນໄປໄດ້. ສະເລ່ຍຕາມໄຕມາດ 3, ໄຕມາດ 4 ແລ້ວ ການເຕີບໂຕໃນການສົ່ງອອກຕ້ອງບັນລຸໄດ້ 20 ຕື້ USD/ເດືອນ. ຜ່ານການໄຈ້ແຍກລັກສະນະການຕະຫລາດໃນການເຄື່ອນໄຫວສົ່ງອອກ ກໍ່ຄືບັນດາສັນຍາ ຊຶ່ງພວກເຮົາໄດ້ຂຶ້ນແຜນໄວ້ນັ້ນ ອາດຈະປະຕິບັດໄດ້. ກອງປະຊຸມສະໄໝສາມັນສະພາແຫ່ງຊາດທ້າຍປີ ຖ້າຫາກຮັບຮອງເອົາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ພວກເຮົາຈະມີຈິດຕະສາດທີ່ດີໃນການດຶງດູດການລົງທຶນກໍ່ຄືພັດທະນາການຕະຫລາດ”.

ຄວາມສະດວກພາຍໃຕ້ການສັງເກດຈາກສາກົນ

        ປະຊາຄົມສາກົນກໍ່ໄດ້ຍົກອອກຂໍ້ສັງເກດຕັ້ງໜ້າຫລາຍຢ່າງກ່ຽວກັບກຳລັງໜູນໃຫ້ການເຕີບໂຕເສດຖະກິດ ຫວຽດນາມ ໃນຊຸມເດືອນທ້າຍປີ. ທ່ານ Ousmane Dione ຜູ້ອຳນວຍການແຫ່ງຊາດຂອງທະນາຄານໂລກປະຈຳ ຫວຽດນາມ ຢືນຢັນວ່າ ການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີນີ້ ອາດສາມາດບັນລຸໄດ້ 6,8% ຢ່າງແນ່ນອນ. ເສດຖະກິດ ຫວຽດນາມ ພວມມີບາດກ້າວຄືບໜ້າດີຫລາຍຢ່າງ. ເສດຖະກິດມະຫາພາກເປັນປົກກະຕິ, ສືບຕໍ່ສ້າງພື້ນຖານສຳຄັນໃຫ້ແກ່ການພັດທະນາເສດຖະກິດ. ທ່ານ Eric Sidgwickl, ຜູ້ອຳນວຍການແຫ່ງຊາດທະນາຄານພັດທະນາອາຊີປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ: ການເຕີບໂຕຢ່າງແຮງຂອງ ຫວຽດນາມ ຈະຖືກຊັກຈູງດ້ວຍບັນດາປັດໄຈທີ່ແຕກຕ່າງກັນ, ໃນນັ້ນ ມີການເປີດກ້ວາງຂົງເຂດການຜະລິດປະດິດສ້າງ ແລະ ສົ່ງອອກ. ຄວາມຮຽກຮ້ອງຕ້ອງການພາຍໃນປະເທດເພີ່ມຂຶ້ນສູງ, ການລົງທຶນກໍ່ເຂັ້ມແຂງດ້ວຍການລົງທຶນໂດຍກົງຂອງຕ່າງປະເທດເຂົ້າໃນບັນດາວິສາຫະກິດພາຍໃນປະເທດ; ກະສິກຳກໍ່ໄດ້ຮັບການປັບປຸງ.

        ໜັງສືພິມ Nikkei ຂອງ ຍີ່ປຸ່ນ ໄດ້ຄັດລົງຂ່າວໂດຍໃຫ້ຮູ້ວ່າ: ຈຳນວນວຽກເຮັດງານທຳຂອງ ຫວຽດນາມ ໄດ້ເພີ່ມຂຶ້ນເຖິງລະດັບສະຖິຕິ ແລະ ດັດຊະນີຜູ້ບໍລິຫານຊື້ສິນຄ້າ (PMI) ຂອງ ຫວຽດນາມ ໄດ້ຟື້ນຟູເປັນຢ່າງດີ (ເພີ່ມຂຶ້ນແຕ່ລະດັບ 53,9 ຄະແນນໃນເດືອນ ພຶດສະພາ 2018 ເຖິງ 55,7 ຄະແນນ ໃນເດືອນ ມິຖຸນາ), ໃນຂະນະນັ້ນ ອາຊຽນ ເວົ້າລວມ ໄດ້ຫລຸດແຕ່ 51,4 ຄະແນນລົງ 51 ຄະແນນ. PMI ຊີ້ໃຫ້ເຫັນວ່າ “ກຳລັງແຮງ” ຂອງຂະແໜງຜະລິດພວມໄດ້ຮັບການຟື້ນຟູພໍສົມຄວນ.

        ສະພາບເສດຖະກິດ ຫວຽດນາມ ໃນ 6 ເດືອນທ້າຍປີ ຈະມີບັນດາໂດດເດັ່ນ ເຖິງຢ່າງໃດກໍ່ຕາມ ເພື່ອບັນລຸໄດ້ໝາກຜົນນີ້ ຄວນສືບຕໍ່ເພີ່ມເຕີມກຳລັງໜູນໃໝ່ຕື່ມອີກໃຫ້ແກ່ການເຕີບໂຕ ເພື່ອຜ່ານຜ່າບັນດາສິ່ງທ້າທາຍກ່ຽວກັບຄວາມກົດດັນຈາກໄພເງິນເຟີ້ ກໍ່ຄືສະພາບຄວາມເຄັ່ງຕຶງດ້ານການຄ້າ ພວມເກີດຂຶ້ນໃນທົ່ວໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ