ກຳລັງໜູນໃໝ່ຊຸກຍູ້ການພົວພັນຫວຽດນາມ-ຈີນ

(VOVWORLD) -ໂດຍຮັບຄຳເຊີນຈາກທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ແລະ ທ່ານປະທານປະເທດ ເຈີນດ້າຍກວາງ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສືຈີນຜີງ ໄດ້ມາຢ້ຽມຢາມທາງລັດຖະກິດທີ່ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດການນຳບັນດາພື້ນຖານເສດຖະກິດ APEC ຄັ້ງທີ 25 ຢູ່ດາຫນັ້ງ ແຕ່ວັນທີ 10 ຫາ ວັນທີ 13 ພະຈິກປີ 2017

ການຢ້ຽມຢາມເປັນການປະກອບສ່ວນກຳນົດທິດ ແລະ ຊັກຈູງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ, ສ້າງພື້ນຖານທີ່ສະດວກໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາປົກກະຕິ, ສົດໃສ ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຮ່ວມມືໃນພາກພື້ນອາຊີ-ປາຊີຟິກ.

ກຳລັງໜູນໃໝ່ຊຸກຍູ້ການພົວພັນຫວຽດນາມ-ຈີນ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສືຈີນຜີງ

       ນີ້ແມ່ນການຢ້ຽມຢາມຕ່າງປະເທດ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ຫຼາຍຝ່າຍຄັ້ງທຳອິດຂອງ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສືຈີນຜີງ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 19 , ສະແດງໃຫ້ເຫັນການຖືເປັນສຳຄັນຂອງພັກ ແລະ ລັດຈີນ ແລະ ກະໂຕທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສືຈີນຜີງເອງ ທີ່ມີຕໍ່ການພົວພັນຫວຽດນາມ-ຈີນ ກໍຄືການສະໜັບສະໜູນຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດ APEC ສຳເລັດຜົນ.

   ການພົວພັນຫວຽດນາມ-ຈີນພວມຢູ່ໃນທ່າອຽງພັດທະນາຢ່າງຕັ້ງໜ້າ

   ການພົວພັນຖານເພື່ອນບ້ານໃກ້ຄຽງມິດຕະພາບ ແລະ ການຮ່ວມມືຮອບດ້ານຫວຽດນາມ-ຈີນໄດ້ຮັບການເພີ່ມທະວີ ປັບປຸງຢ່າງບໍ່ຢຸດຢັ້ງ ແລະ ໄດ້ບັນລຸບັນດາຄວາມຄືບໜ້າທີ່ສຳຄັນໃນທຸກໆຂົງເຂດໃນໄລຍະທີ່ຜ່ານມາ. ຈຸດເດັ່ນໃນການພົວພັນທາງດ້ານການເມືອງລະຫວ່າງ 2 ປະເທດແມ່ນບັນດາການພົບປະແລກປ່ຽນຂັ້ນສູງ ແມ່ນຖືກປະຕິບັດຢ່າງເປັນປະຈຳດ້ວຍຫຼາຍຮູບການທີ່ອຸດົມສົມບູນ, ມີບົດບາດສຳຄັນທີ່ສຸດໃນການກຳນົດທິດການພົວພັນລະຫວ່າງ 2 ພັກ, 2 ລັດ ພັດທະນາທັງລວງກ້ວາງ ແລະ ລວງເລິກ. ປີ 2015, ເປັນຄັ້ງທຳອິດໃນປີໜຶ່ງ, ເລຂາທິການໃຫຍ່ຂອງທັງ 2 ພັກໄດ້ໄປມາຢ້ຽມຢາມຊຶ່ງກັນ ແລະ ກັນ. ປີ 2017 ກໍແມ່ນປີທີ່ມີຄວາມໝາຍພິເສດສຳລັບ ການພົວພັນຫວຽດນາມ-ຈີນ. ຕົ້ນປີ 2017, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໄປຢ້ຽມຢາມທາງລັດຖະກິດຢູ່ຈີນ ແລະ ໃນເດືອນພຶດສະພາປີ 2017, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໄປຢ້ຽມຢາມທາງລັດຖະກິດ ແລະ ເຂົ້າຮ່ວມເວທີປາໄສຮ່ວມມືສາກົນ “ ໜຶ່ງຂອບອ້ອມ, ໜຶ່ງເສັ້ນທາງ”ຢູ່ປັກກິງ. ແລະ ກໍໃນປີ 2017, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສືຈີນຜີງກໍໄດ້ຢືນຢັນ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ແລະ ຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ.

    ທາງດ້ານເສດຖະກິດ, ການພົວພັນຮ່ວມມືທາງດ້ານເສດຖະກິດ-ການຄ້າລະຫວ່າງ 2 ປະເທດໄດ້ບັນລຸບັນດາໝາກຜົນທີ່ຕັ້ງໜ້າ. ແຕ່ປີ 2016, ຫວຽດນາມໄດ້ກາຍເປັນຄູ່ຄ້າລາຍໃຫຍ່ກວ່າໝູ່ຂອງຈີນໃນບັນດາປະເທດອາຊຽນ( 98 ຕື້ USD) ແລະ ຢືນອັນດັບທີ 8 ໃນຈຳນວນບັນດາຄູ່ຄ້າຂອງຈີນໃນທົ່ວໂລກ. 9 ເດືອນ ຕົ້ນປີ 2017, ຍອດວົງເງິນການຄ້າຫວຽດນາມ-ຈີນບັນລຸເກືອບ 83 ຕື້ USD ເພີ່ມຂຶ້ນ 20,6%. ຄາດວ່າ ໃນປີນີ້, ວົງເງິນການຄ້າ 2 ຝ່າຍຈະບັນລຸກ່ວາ 100 ຕື້ USD. ການລົງທຶນຕ່າງປະເທດຂອງຈີນຢູ່ຫວຽດນາມນັບແຕ່ຕົ້ນປີ 2017 ມີທ່າອຽງເພີ່ມໄວ, ໄລ່ມາຮອດເດືອນກັນຍາປີ 2017, ຈີນມີເກືອບ 1800 ໂຄງການ FDI ຍັງມີຜົນບັງຄັບໃຊ້ ດ້ວຍຍອດເງິນລົງທຶນປະມານ 12 ຕື້ USD. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮວ່າຍຈຸງກ່າວວ່າ : 

   “ ໜຶ່ງໃນບັນດາເຫດຜົນໃຫຍ່ ນັ້ນແມ່ນການພົວພັນລະຫວ່າງ 2 ປະເທດພວມຢູ່ໃນທ່າອຽງພັດທະນາຢ່າງຕັ້ງໜ້າ. ປະຈຸບັນ, ຈີນຢາກເປີດກ້ວາງການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າກັບທຸກໆຄູ່ຮ່ວມມືໃນໂລກ. ສຳລັບຫວຽດນາມ ຊຶ່ງແມ່ນປະເທດເພື່ອບ້ານໃກ້ຄຽງ, ແນ່ນອນວ່າ ຈະມີຄວາມສະດວກ. ນອກຈາກນັ້ນ, ບໍ່ພຽງແຕ່ປະເທດຈີນເທົ່ານັ້ນ, ບັນດາປະເທດອື່ນຕ່າງກໍເຫັນວ່າ ຫວຽດນາມມີສະຖຽນລະພາບທາງດ້ານການເມືອງ, ຄວາມຕັດສິນໃຈຂອງລັດຖະບານຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ, ປ່ຽນແປງໃໝ່ ແລະ ສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດທີ່ສະດວກກວ່າ. ນັ້ນແມ່ນບັນດາປັດໄຈທີ່ສຳຄັນ ຢັ້ງຢືນເລື່ອງບັນດານັກລົງທຶນຕ່າງປະເທດເວົ້າລວມ, ໃນນັ້ນມີຈີ ມີຄວາມສົນໃຈເຖິງຫວຽດນາມ”

    ສະໜັບສະໜູນຫວຽດນາມຈັດຕັ້ງ APEC 2017 ສຳເລັດຜົນ

 ກອງປະຊຸມສຸດຍອດ APEC 2017 ຖືກດຳເນີນໃນສະພາວະການຫັນເປັນໂລກາພິວັດ ແມ່ນທ່າອຽງຕ້ອງເປັນໄປ ແລະ ບໍ່ອາດຕ່າວປີ້ນໄດ້, ແຕ່ຄວາມລະແວງສົງໄສກ່ຽວກັບການຫັນເປັນໂລກາພິວັດ ແລະ ຜົນປະໂຫຍດຂອງການຄ້າເສລີພວມພົ້ນເດັ່ນຂຶ້ນຢູ່ບາງປະເທດໃນໂລກ. ໃນສະພາບການໃໝ່ ດ້ວຍສິ່ງທ້າທາຍຫຼາຍຢ່າງນັ້ນ, ຫວຽດນາມມີຄວາມຫວັງຢາກໃຫ້ບັນດາພື້ນຖານເສດຖະກິດພາຄີ, ໃນນັ້ນມີຈີນ ຈົ່ງແລກປ່ຽນ, ປຶກສາຫາລືບັນດາມາດຕະການເພື່ອແນໃສ່ຮັກສາທ່າຮ່ວມມື ແລະ ຮ່ວມສຳພັນຂອງເວທີປາໄສ, ສະແດງໃຫ້ເຫັນບົດບາດຂອງ APEC ໃນການແກ້ໄຂບັນດາສິ່ງທ້າທາຍຂອງໂລກ ແລະ ພາກພື້ນ. ທີ່ເວທີປາໄສ APEC 2017, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສືຈີນຜີງ ໄດ້ມີບົດກ່າວປາໄສທີ່ກອງປະຊຸມສຸດຍອດວິສາຫະກິດ APEC, ພົບປະສົນທະນາຢ່າງບໍ່ເປັນທາງການລະຫວ່າງບັນດາການນຳ APEC – ASEAN, ກ່າວປາໄສທີ່ບັນດາວາລະປະຊຸມການນຳບັນດາພື້ນຖານເສດຖະກິດ APEC ໂດຍແບ່ງປັນທັດສະນະກ່ຽວກັບ ການຫັນເປັນໂລກາພິວັດ, ລະບອບລະບຽບການການຄ້າຫຼາຍຝ່າຍ, ວິວັດທະນາການຮ່ວມສຳພັນເສດຖະກິດ, ສ້າງເຂດການຄ້າເສລີ ອາຊີ-ປາຊີຟິກ. ໃນຂອບເຂດການເຄື່ອນໄຫວຂອງສັບປະດາຂັ້ນສູງ APEC 2017, ມີຜູ້ຕາງໜ້າວິສາຫະກິດ 300 ແຫ່ງຂອງຈີນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດວິສາຫະກິດ APEC 2017. ທ່ານ ປ.ອ ເຖືອງຟອງ ອາຈານສອນຢູ່ມະຫາວິທະຍາໄລການຄ້າຕ່າງປະເທດຈີນ ໃຫ້ຮູ້ວ່າ : 

    “ ໂດຍສັງເກດໃນແງ່ມຸມເສດຖະກິດ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສືຈີນຜີງ ທີ່ໄດ້ມາຢ້ຽມຢາມທາງລັດຖະກິດທີ່ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ແມ່ນມີຄວາມໝາຍສຳຄັນທີ່ສຸດ. ຂອບເຂດການຮ່ວມມືເສດຖະກິດລະຫວ່າງ 2 ປະເທດແມ່ນໄດ້ຮັບການເປີດກ້ວາງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ໃນໂອກາດນີ້, ມີສັນຍາຮ່ວມມືຫຼາຍສະບັບໄດ້ຮັບການລົງນາມ, ຜ່ານນັ້ນ ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວລະຫວ່າງຫວຽດນາມ-ຈີນ ແລະ ກັບບັນດາພື້ນຖານເສດຖະກິດ APEC”

     ຫວັງວ່າ ບັນດາຄວາມຄືບໜ້າອັນຕັ້ງໜ້າໃນການພົວພັນລະຫວ່າງ 2 ປະເທດໃນໄລຍະທີ່ຜ່ານມາ ແລະ ຜົນສຳເລັດຂອງການຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສືຈີນຜີງ  ຈະປະກອບສ່ວນນຳການພົວພັນຫວຽດນາມ - ຈີນ ສືບຕໍ່ມີບັນດາບາດກ້າວພັດທະນາໃໝ່, ເລິກເຊິ່ງ ແລະ ມີປະສິດທິຜົນກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ