ຂຸດ​ຄົ້ນ​ບັນດາ​ຜົນ​ປະ​ໂຫຍ​ດຂອງ​ສື່​ສັງຄົມ​ອອນ​ລາຍ​ໃຫ້​ເປັນ​ຢ່າງ​ດີ ​ເພື່ອ​ສ້າງ​ສະຖຽນນະພາ​ບ ​ແລະ ​ພັດທະນາ​ສັງຄົມ

(VOVWORLD) -       “ສື່ສັງຄົມ ສໍາລັບການສ້າງສະຖຽນລະພາບດ້ານການເມືອງສັງຄົມ ຢູ່ຫວຽດນາມແມ່ນຫົວຂໍ້ບົດຂຽນຂອງທ່ານ ຫວໍວັນເຖືອ ກໍາມະການກົມການເມືອງ, ເລຂາສູນກາງພັກກອມມູນິດຫວຽດນາມຫົວໜ້າຄະນະໂຄສະນາສຶກສາສູນກາງ ທີ່ໄດ້ລົງໃນໜັງສືພິມຕ່າງໆໃນວັນທີ 17 ມິຖຸນານີ້. ໃນບົດຂຽນທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອ ໄດ້ຊີ້ໃຫ້ເຫັນວ່າການສ້າງສະພາບແວດລ້ອມຖະແຫຼງຂ່າວທີ່ປອດໃສປອດໄພ, ໃນນັ້ນສື່ສັງຄົມ ແມ່ນໜຶ່ງໃນບັນດາແຫຼ່ງກໍາລັງຖະແຫຼງຂ່າທີ່ສໍາຄັນນັ້ນ ຈະປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນເຂົ້າໃນການປົກປັກຮັກສາສະພາບແວດລ້ອມດ້ານການເມືອງສັງຄົມ ຢ່າງມີສະຖຽນລະພາບ ອັນໄດ້ເປັນພື້ນຖານໃຫ້ປະເທດຊາດພັດທະນາແບບຍືນຍົງ.

ສື່ສັງຄົມ ແມ່ນໜຶ່ງໃນບັນດາ “ກະແສຂໍ້ມູນຂ່າວສານ” ບົນພື້ນຖານ, ການບໍລິການຂອງເຕັກໂນໂລຢີທີ່ອະນຸຍາດໃຫ້ຜູ້ນໍາໃຊ້ຕັ້ງຂຶ້ນ ເພື່ອແບ່ງປັນ, ແລກປ່ຽນ, ປຶກສາຫາລື ແລະ ສາມາດປ່ຽນແປງບັນດາເນື້ອໃນ, ສ້າງເປັນເຄືອຂ່າຍຮ່ວມສໍາພັນ ແລະ ກະທົບຕອບເຊິ່ງກັນແລະກັນໃນສັງຄົມ. ສື່ສັງຄົມ ໂດຍສະເພາະແມ່ນສື່ສັງຄົມອອນລາຍ ໄດ້ຮັບການຍົກລະດັບ, ໜູນຊ່່ວຍຈາກບັນດາເຕັກໂນໂລຢີໃໝ່ເປັນຕໍ່ເນື່ອງ ນັບມື້ນັບເປັນປະໂຫຍດ ແລະ ສະດວກກວ່າ, ກາຍເປັນຊ່ອງຂໍ້ມູນສໍາຄັນ, ຊຸກຍູ້ວິວັດການພົວພັນແລກປ່ຽນ ແລະ ເຊື່ອມຕໍ່ໃນສັງຄົມ. ແຕ່ຢູ່ໃນບັນດາສື່ສັງຄົມນັ້ນເອງ ກໍສະແດງໃຫ້ເຫັນບັນດາຜົນກະທົບທີ່ຫຍໍ້ທໍ້, ຊ້ອນແຝງບັນດາໄພອັນຕະລາຍກໍ່ໃຫ້ເກີດຄວາມສັບສົນ, ບໍ່ສາມາດຄາດຄະເນໄດ້ລ່ວງໜ້າ, ຊໍ້າບໍ່ໜໍາ ຍັງກໍ່ຄວາມ ແບ້ງແຍກ, ຍຸແຫຍ່ຄວາມປາດໝາງໃນສັງຄົມ, ໂດຍສະເພາະແມ່ນຢູ່ບັນດາປະເທດທີ່ມີຫຼາຍຊົນເຜົ່າ ແລະ ຫຼາຍສາສະໜາ.

        ຫວຽດນາມ ພວມປະເຊີນໜ້າກັບຜົນກະທົບທີ່ຫຍໍ້ທໍ້ຈາກສື່ສັງຄົມ

ຂຸດ​ຄົ້ນ​ບັນດາ​ຜົນ​ປະ​ໂຫຍ​ດຂອງ​ສື່​ສັງຄົມ​ອອນ​ລາຍ​ໃຫ້​ເປັນ​ຢ່າງ​ດີ ​ເພື່ອ​ສ້າງ​ສະຖຽນນະພາ​ບ ​ແລະ ​ພັດທະນາ​ສັງຄົມ - ảnh 1 ທ່ານ ຫວໍວັນເຖືອ ຫົວໜ້າຄະນະໂຄສະນາສຶກສາສູນກາງ

ທ່ານ ຫວໍວັນເຖືອງ ໃຫ້ຮູ້ວ່າ ພາຍຫຼັງກວ່າ 20 ປີ ນັບແຕ່ອິນເຕີເນັດໄດ້ປະກົດຕົວຢູ່ຫວຽດນາມ (ນັບແຕ່ປີ 1997), ດ້ວຍຈໍານວນຜູ້ນໍາໃຊ້ກວ່າ 60 ລ້ານຄົນ, ຫວຽດນາມ ເປັນປະເທດຢືນອັນດັບທີ 18 ໃນໂລກ ກ່ຽວກັບອັດຕາຜູ້ນໍາໃຊ້ ອິນເຕີເນັດ ແລະ ແມ່ນໜຶ່ງໃນຈໍານວນ 10 ປະເທດ ທີ່ມີີຜູ້ຫຼິ້ນ facebook ແລະ youtube ຫຼາຍທີີ່ສຸດໃນໂລກ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມເປີດອົກເປິດໃຈ ແລະ ຂະຫຍັນຂັນເຄື່ອນຢູ່ຫວຽດນາມ ໃນວິວັດການເຊື່ອມໂຍງເຂົ້າກັບໂລກແຫ່ງດີຈີຕອນ. ກໍຄືກັນກັບບັນດາປະເທດອື່ນໃນທົ່ວໂລກ, ຫວຽດນາມ ພວມຂຸດຄົ້ນ ແລະ ຜັນຂະຫຍາຍບັນດາລັກສະນະທີ່ດີທີ່ສຸດຂອງສື່ສັງຄົມ, ພ້ອມກັນນັ້ນ, ກໍພວມປະເຊີນໜ້າກັບບັນດາຜົນກະທົບທີ່ຫຍໍ້ທໍ້ ເຊິ່ງຍາກທີ່ຈະຄວບຄຸມໄດ້ຈາກຮູບແບບການຖະແຫຼງຂ່າວແບບໃໝ່ນີ້. ບົດຮຽນຈາກບັນດາປະເທດໃນໂລກໄດ້ສະແດງໃຫ້ເຫັນວ່າ ບໍ່ສາມາດປະໝາດ ຫຼື ຖືເບົ່າຕໍ່ບັນຫານີ້ໄດ້ ຫາກຍັງຕ້ອງເປັນເຈົ້າການຮັບຮູ້, ສະກັດກັ້ນບັນດາເປົ້າໝາຍທີ່ສວຍໃຊ້ສື່ສັງຄົມເພື່ອກໍ່ຜົນກະທົບຕໍ່ຄວາມສະຖຽນລະພາບດ້ານການເມືອງ, ສັງຄົມ ຈາກຫຼາຍທິດ, ຫຼາຍຮູບແບບທີ່ແຕກຕ່າງກັນ ໃຫ້ທັນການ. ຕ້ອງຄຸ້ມຄອງບັນດາປັດໄຈທີ່ກໍ່ຜົນກະທົບເພື່ອປົກປັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າທີ່ກ້າວໜ້າ ເຊິ່ງໄດ້ຮັບການຍອມຮັບຈາກສັງຄົມ ພ້ອມກັນນັ້ນ ກໍຈໍາກັດ, ຍູ້ຖອຍ, ທໍາລາຍບັນດາຜົນກະທົບທີ່ຫຍໍ້ທໍ້ ດ້ວຍບັນດາມາດຕະການແກ້ໄຂຢ່າງແຮງ, ຄົບຊຸດ ແລະ ມີປະສິດທິຜົນ.

        ເພີ່ມທະວີປະສິດທິພາບການຄຸ້ມຄອງ ເພື່ອໝູນໃຊ້ທ່າແຮງຂອງສື່ສັງຄົມອອນລາຍ

        ຕາມທ່ານ ຫວໍວັນເຖືອງ ແລ້ວ, ຫວຽດນາມ ຄວນສືບຕໍ່ເຊື່ອມຊຶມ, ຮັບຮູ້ຢ່າງຖືກຕ້ອງ ແລະ ຄົບຖ້ວນກັບທັດສະນະທີ່ວ່າ: “ປ່ຽນແປງໃໝ່ ຈິນຕະນາການຊີ້ນໍາ, ນໍາພາ ແລະ ຄຸ້ມຄອງສື່ເອເລັກໂຕນິກ, ສື່ສັງຄົມ ແລະ ການຖະແຫຼງຂ່າວດ້ວຍບັນດາຮູບແບບທີ່ແຕກຕ່າງກັນໃນອິນເຕີເນັດ ຢ່າງບໍ່ຢຸດຢັ້ງ ແລະ ທັນການຕາມການພັດທະນາຂອງເຕັກໂນໂລຢີອິນເຕີເນັດ..., ເປັນເຈົ້າການ, ຢຶດໝັ້ນຊຸກຍູ້ການພັດທະນາຢ່າງຖືກທິດ ໄປຄຽງຄູ່ກັບການຄຸ້ມຄອງຢ່າງແໜ້້ນແຟ້ນ”. ໂດຍກໍານົດໄດ້ ສື່ສັງຄົມອອນລາຍ ແມ່ນສະພາບແວດລ້ອມເປີດ, ເປັນເອກະລັກສະເພາະ ແລະ ມີຄວາມສໍາຄັນເປັນພິເສດ ໃນກະແສຂໍ້ມູນຂ່າວສານຂອງການຖະແຫຼງຂ່າວແບບເກົ່າຢ່າງຈະແຈ້ງນັ້ນ, ຄວນຂຸດຄົ້ນຢ່າງສຸດຂີດດ້ານທີ່ຕັ້ງໜ້າ, ສະໜັບສະໜູນບັນດາຄຸນຄ່າທີ່ກ້າວໜ້າ, ກໍານົດທິດ ແລະ ດໍາເນີນການຕໍ່ສູ້ຕ້ານຄືນບັນດາຄວາມຮັບຮູ້, ແນວຄວາມຄິດ ແລະ ທັດສະນະທີ່ຜິດພາດ. ຈໍາເປັນຕ້ອງຫັນເປັນລະບອບລະບຽບການ, ເພີ່ມທະວີປະສິດທິພາບ, ປະສິດທິຜົນຂອງການຄຸ້ມຄອງໃນສະພາບການຕົວຈິງ; ຕັ້ງໜ້າສ້າງກອບນິຕິກໍາວິທະຍາສາດ ແລະ ກ້າວໜ້າ ເພື່ອໃຫ້ສື່ສັງຄົມເຄື່ອນໄຫວ ແລະ ພັດທະນາຢ່າງປອດໃສ ແລະ ຖືກທິດ. ເພື່ອຄຸ້ມຄອງໄດ້ເປັນຢ່າງດີນັ້ນ, ຕ້ອງສືບຕໍ່ສ້າງສໍາເລັດລະບົບເອກະສານດ້ານນິຕິກໍາໃຫ້ຄົບຊຸດໂດຍໄວ ດ້ວຍບັນດາມາດຕາລະອຽດ, ຈະແຈ້ງ, ໃກ້ຊິດຕິດແທດກັບຕົວຈິງ, ເໝາະສົມ ແລະ ໄປທັນກັບລະດັບການຜັນປ່ຽນຂອງສື່ສັງຄົມ.

        ທ່ານ ຫວໍວັນເຖືອງ ໄດ້ເນັ້ນໜັກເຖິງເລື່ອງເສີມຂະຫຍາຍບົດບາດເປັນເຈົ້າການ, ປະຈັນບານ, ນໍາພາ ແລະ ກໍານົດທິດຂອງສື່ມວນຊົນໃນຂໍ້ມູນທີ່ຕັ້ງໜ້າ. ສື່ມວນຊົນປະຕິວັດ ຕ້ອງຢັ້ງຢືນທີ່ຕັ້ງບົດບາດຂອງຕົນໃນຍຸກສະໄໝເຕັກນິກດີຈີຕອນໃຫ້ຫຼາຍກວ່າອີກ. ກະແສຂໍ້ມູນຂ່າວສານຕັ້ງໜ້າຂອງສື່ມວນຊົນ ຍັງຄົງແມ່ນກະແສຂໍ້ມູນຂ່າວສານຫຼັກແຫຼ່ງ ດ້ວຍຂໍ້ມູນຂ່າວສານທີ່ມີຄຸນນະພາບ, ຊັດເຈນ, ທັນການ, ພາວະວິໄສ ແລະ ໄດ້ຮັບການຄັດເລືອກຢ່າງໜ້າໄວ້ເນື້ອເຊື່ອໃຈ ກ່ຽວກັບທຸກບັນຫາໃນສັງຄົມ ແລະ ຫາງສຽງມີຄວາມສົນໃຈ. ຫວຽດນາມ ກໍຕ້ອງຊຸກຍູ້ບັນດາມາດຕະການເຕັກໂນໂລຢີ, ບັນດາມາດຕະການດ້ານເຕັກນິກທີ່ເໝາະສົມໄປທັນກັບການພັດທະນາຂອງ ອິນເຕີເນັດ ແລະ ສື່ສັງຄົມອອນລາຍ. ສົ່ງເສີມສື່ສັງຄົມອອນລາຍທີ່ມີພື້ນຖານເຕັກໂນໂລຢີພາຍໃນປະເທດພັດທະນາ, ສົ່ງເສີມບັນດາອົງການ, ອົງການຈັດຕັ້ງພາຍໃນປະເທດກໍ່ສ້າງສື່ສັງຄົມອອນລາຍພາຍໃນປະເທດ. ເອົາໃຈໃສ່ເຖິງການເພີ່ມທະວີບັນດາມາດຕະການໂຄສະນາເຜີຍແຜ່ ຍົກສູງຄວາມເຂົ້າໃຈກ່ຽວກັບກົດໝາຍ, ສະຕິ, ຄວາມຮັບຜິດຊອບ ເມື່ອເຂົ້າຮ່ວມບັນດາພື້ນຖານສື່ສັງຄົມຂອງພົນລະເມືອງທຸກຄົນ. ສຶກສາກໍານົດທິດຄຸນຄ່າ ເພື່ອໃຫ້ຄົນລຸ້ນໜຸ່ມຮັບຮູ້ ແລະ ຫຼີກລ້ຽງບັນດາປະກົດກາດທີ່ຜິດພາດ ກ່ຽວກັບຄວາມຮັບຮູ້ ແລະ ການປະພຶດ; ປະກອບຄວາມຮູ້ໃຫ້ແກ່ນັກຮຽນ, ນັກສຶກສາ ບັນດາທັກສະໃນການປົກປ້ອງຂໍ້ມູນສ່ວນຕົວ, ວີທີການຄັດເລືອກ ແລະ ຮັບຂໍ້ມູນຂ່າວສານ.

        ຫວຽດນາມ ພວມແມ່ນປະເທດທີ່ມີສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມ ແລະ ພວມຢູ່ໃນທ່ວງທ່າພັດທະນາ, ເຖິງຢ່າງໃດກໍຕາມ, ແຕ່ກໍຍັງຊ້ອນແຝງບັນດາຄວາມສ່ຽງກໍ່ຄວາມຂາດສະຖຽນລະພາບ. ສ້າງສະພາບແວດລ້ອມຂໍ້ມູນຂ່າວສານທີ່ປອດໃສ, ປອດໄພ, ໃນນັ້ນ, ສື່ສັງຄົມ ແມ່ນໜຶ່ງໃນບັນດາແຫຼ່ງກໍາລັງຖະແຫຼງຂ່າວສໍາຄັນ, ຈະປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ເຂົ້າໃນການປົກປັກຮັກສາສະພາບການເມືອງ, ສັງຄົມ ໃຫ້ມີສະຖຽນລະພາບ ອັນໄດ້ເປັນພື້ນຖານໃຫ້ປະເທດຊາດພັດທະນາແບບຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ