ຂີດໝາຍສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ

(VOVWORLD) - ທ່ານປະທານາທິບໍດີ ສ.ອາກຊັງຕິນ Mauricio Macri ພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ. 

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານປະທານາທິບໍດີ Mauricio Macri ດ້ວຍຖານະຕຳແໜ່ງເປັນປະທານາທິບໍດີ ອາກຊັງຕິນ. ການຢ້ຽມຢາມແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງ 2 ປະເທດ, ພິເສດແມ່ນ 2 ປະເທດຫາກໍ່ຈັດຕັ້ງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2018.

ຂີດໝາຍສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ - ảnh 1 ທ່ານປະທານາທິບໍດີ ສ.ອາກຊັງຕິນ Mauricio Macri (ພາບ: AFP/TTXVN)

ການພົວພັນສະໜິດແໜ້ນ ແລະ ໄວ້ເນື້ອເຊື່ອໃຈ, ການຮ່ວມມືເສດຖະກິດເປີດກ້ວາງ

       ວັນທີ 25 ຕຸລາ 1973, ອາກຊັງຕິນ ແມ່ນໜຶ່ງໃນ 3 ປະເທດ ອາເມລິກາລາຕິນ (ຖັດຈາກ ກູບາ ແລະ ຈີເລ) ໄດ້ສ້າງຕັ້ງການພົວພັນທາງການທູດກັບ ຫວຽດນາມ. 45 ປີຜ່ານມາ, ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໄດ້ຮັບການປັບປຸງ ແລະ ພັດທະນາອັນດີງາມຢ່າງບໍ່ຢຸດຢັ້ງ.

        2 ປະເທດໄດ້ແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ສ້າງຕັ້ງບັນດາກົນໄກ ແລະ ລົງນາມໃນເອກະສານສຳຄັນຫລາຍສະບັບ ຊຸກຍູ້ການຮ່ວມມືໃນຫລາຍຂົງເຂດທີ່ມີທ່າແຮງ. ມາຮອດປັດຈຸບັນ, 2 ຝ່າຍໄດ້ລົງນາມໃນບັນດາສົນທິສັນຍາ, ຂໍ້ຕົກລົງຮ່ວມມືຄື: ສົ່ງເສີມ ແລະ ປົກປ້ອງການລົງທຶນ, ການຮ່ວມມືເສດຖະກິດ - ການຄ້າ, ການຮ່ວມມືອຸດສາຫະກຳ ແລະ ກະສິກຳ, ການຮ່ວມມືນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ…

        2 ປະເທດກໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ຮ່ວມມືຢູ່ບັນດາເວທີປາໄສຫລາຍຝ່າຍຢ່າງມີປະສິດທິຜົນຄື: ສະຫະປະຊາຊາດ, ອົງການການຄ້າໂລກ, ເວທີປາໄສຮ່ວມມືອາຊີຕາເວັນອອກ - ອາເມລິກາລາຕິນ (FEALAC) ແລະ ການຮ່ວມມືໃຕ້-ໃຕ້ໃນຂອບເຂດສະຫະປະຊາຊາດ.

        ພ້ອມກັນນັ້ນ, ບັນດາເຫດການສຳຄັນໃນການພົວພັນລະຫວ່າງ 2 ປະເທດໄດ້ຖືກຈັດຕັ້ງຢ່າງປະສົບຜົນສຳເລັດໃນໄລຍະຜ່ານມາ, ໃນນັ້ນ ມີກອງປະຊຸມກາງສະໄໝຄະນະກຳມະການຮ່ວມມືລະຫວ່າງລັດຖະບານ, ພິທີສະເຫຼີມສະຫຼອງ 20ປີແຫ່ງວັນສ້າງຕັ້ງສະຖາບັນວັດທະນະທຳ ອາກຊັງຕິນ - ຫວຽດນາມ, ກຸ່ມສະມາຊິກລັດຖະສະພາມິດຕະພາບ ອາກຊັງຕິນ - ຫວຽດນາມ ໄດ້ຮັບການສ້າງຕັ້ງ. ນີ້ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນການພົວພັນລະຫວ່າງ 2 ປະເທດນັບມື້ນັບໄດ້ຮັບການປັບປຸງ ແລະ ເປີດກ້ວາງ.

        ພ້ອມກັບການພົວພັນດ້ານການເມືອງ - ການຕ່າງປະເທດອັນດີງາມນັ້ນ, ການຮ່ວມມືກ່ຽວກັບເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ ສືບຕໍ່ພັດທະນາ, ກາຍເປັນພື້ນຖານໃຫ້ແກ່ການພົວພັນຍາວນານລະຫວ່າງ 2 ປະເທດ.

        ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຂອງ ອາກຊັງຕິນ, ພິເສດແມ່ນໃນຂົງເຂດການພົວພັນດ້ານເສດຖະກິດການຄ້າ. ການພົວພັນຮ່ວມມືດ້ານເສດຖະກິດການຄ້າລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ ໄດ້ມີບັນດາບາດກ້າວສຳຄັນໃນຊຸມປີມໍ່ໆມານີ້, ໃນນັ້ນ ວົງເງິນແລກປ່ຽນການຄ້າໄດ້ບັນລຸເກືອບ 3 ຕື້ USD ໃນປີ 2018. ຕາມກົມໃຫຍ່ພາສີ ຫວຽດນາມ ແລ້ວ, ໃນ 10 ປີຜ່ານມາ, ວົງເງິນການຄ້າ 2 ຝ່າຍໄດ້ເພີ່ມຂຶ້ນທົບ 10 ເທົ່າ. ໝາກຜົນດັ່ງກ່າວ ໄດ້ນຳ ອາກຊັງຕິນ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ຂອງ ຫວຽດນາມ ຢູ່ພາກພື້ນ ອາເມລິກາລາຕິນ ແລະ ຫວຽດນາມ ແມ່ນຕະຫລາດນຳເຂົ້າໃຫຍ່ອັນດັບທີ 5 ຂອງ ອາກຊັງຕິນ ໃນທົ່ວໂລກ

        ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການເມື່ອເດືອນ ກໍລະກົດ 2018, ທ່ານ Jorge Faurie ລັດຖະມົນຕີການຕ່າງປະເທດ ອາກຊັງຕິນ ໃຫ້ຮູ້ວ່າ: ນອກຈາກເລື່ອງກວດກາຄືນບັນດາປະເພດສິນຄ້າທີ່ໄດ້ແລກປ່ຽນຄ້າຂາຍມາແຕ່ດົນນານແລ້ວ, 2 ຝ່າຍໄດ້ເຕື້ອງເຖິງເລື່ອງຍູ້ແຮງການສົ່ງອອກໝາກໄມ້ ອາກຊັງຕິນ ໄປຍັງຕະຫລາດ ຫວຽດນາມ, ກໍ່ຄືໝາກໄມ້ຂອງ ຫວຽດນາມ ໄປຍັງຕະຫລາດ ອາກຊັງຕິນ; ພ້ອມທັງ ປຶກສາຫາລືກ່ຽວກັບຄວາມສາມາດສົ່ງອອກເຂົ້າສານຂອງ ຫວຽດນາມ ໄປຍັງ ອາກຊັງຕິນ.

        ໄປຄຽງຄູ່ກັບການຮ່ວມມືເສດຖະກິດ, ການຮ່ວມມືໃນບັນດາຂົງເຂດຄື: ການສຶກສາ, ວັດທະນະທຳລະຫວ່າງ 2 ປະເທດກໍ່ພັດທະນາຢ່າງວ່ອງໄວ, ໂດຍສະແດງອອກຜ່ານບັນດາການພົບປະແລກປ່ຽນລະຫວ່າງບັນດາມະຫາວິທະຍາໄລ 2 ປະເທດ, ລະຫວ່າງບັນດາກອງສີລະປະກອນ…ກ່ຽວກັບຂົງເຂດການທ່ອງທ່ຽວ, ສະເລ່ຍແຕ່ລະປີ, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວ ອາກຊັງຕິນ ປະມານ 10.000 ເທື່ອຄົນ. ຫວ່າງແລ້ວນີ້, ວັນທີ 24 ຕຸລາ 2018, ສະຖານທູດ ຫວຽດນາມ ປະຈຳ ອາກຊັງຕິນ, ອຳນາດການປົກຄອງແຂວງ Santa Fe ແລະ ຊາຍຄາອາຊີ ໄດ້ສົມທົບກັນຈັດຕັ້ງສັບປະດາວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ຢູ່ນະຄອນຫລວງ Buenos Aires. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແທດຈິງ ເພື່ອຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 45 ປີແຫ່ງວັນ 2 ປະເທດສ້າງຕັ້ງການພົວພັນທາງການທູດ.

ເພີ່ມທະວີຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາກຊັງຕິນ

       ບົນພື້ນຖານການພົວພັນ 2 ປະເທດພວມພັດທະນາ, ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານປະທານາທິບໍດີ ສ.ອາກຊັງຕິນ Mauricio Macri ໃນຄັ້ງນີ້ ມີຄວາມໝາຍສຳຄັນໃນການເພີ່ມທະວີການຮ່ວມມື, ການລົງທຶນ, ການຄ້າ 2 ປະເທດ, ພ້ອມທັງເຮັດໃຫ້ການພົວພັນຄູ່ຮ່ວມມືທີ່ມີລັກສະນະຍຸດທະສາດລະຫວ່າງ ຫວຽດນາມ - ອາກຊັງຕິນ ເລິກເຊິ່ງກ່ວາອີກ. ໃນການຢ້ຽມຢາມ, ທ່ານປະທານາທິບໍດີ Mauricio Macri ຈະພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ພົບປະກັບບັນດາການນຳລັດຖະບານ, ສະພາແຫ່ງຊາດ ຫວຽດນາມ. ພິເສດ, ທ່ານປະທານາທິບໍດີ Mauricio Macri ຈະເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ອາກຊັງຕິນ ແນໃສ່ຮັບຟັງ, ກຳນົດທິດໃຫ້ຍຸດທະສາດສົ່ງເສີມການຄ້າ, ການລົງທຶນລະຫວ່າງວິສາຫະກິດ 2 ປະເທດໃນໄລຍະຈະມາເຖິງ. ດ້ວຍຄວາມມານະພະຍາຍາມລວມ, ການພົວພັນຄູ່ຮ່ວມມືທີີີ່ມີລັກສະນະຍຸດທະສາດລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ ແນ່ນອນວ່າ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ເພີ່ມທະວີກ່ວາອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ