ຂີດໝາຍ​ໃໝ່​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ ຢູ່ ຫວຽດນາມ

(VOVWORLD) -  ໃນກອງປະຊຸມຄັ້ງທີ 41 ສະພາສິດທິມະນຸດ ສປຊ ທີ່ດໍາເນີນໃນວັນທີ 04 ກໍລະກົດ 2019 ຢູ່ ເຊີແນວ ປະເທດ ສະວິດນັ້ນ, ບົດລາຍງານແຫ່ງຊາດປະຈໍາໄລຍະຂອງຫວຽດນາມ, ຕາມກົນໄກສໍາຫຼວດກວດກາປະຈໍາໄລຍະ (ຮອບວຽນ 3) ກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ໄດ້ຮັບການຕົກລົງເຫັນດີເປັນເອກະພາບຮັບຮອງເອົາຈາກບັນດາສະມາຊິກ. ໝາກຜົນດັ່ງກ່າວ ແມ່ນຂີດໝາຍໃໝ່ ທີ່ສະແດງໃຫ້ເຫັນບັນດາຜົນງານກ່ຽວກັບສິດທິມະນຸດ ຂອງຫວຽດນາມ ແມ່ນຍາມໃດກໍໄດ້ຮັບການຮັບຮູ້ເອົາຈາກປະຊາຄົມສາກົນ.

ກົນໄກສໍາຫຼວດກວດກາປະຈໍາໄລຍະ (UPR) ແມ່ນກົນໄກ ໂດຍສະພາສິດທິມະນຸດ ສປຊ ສ້າງຕັ້ງຂຶ້ນເມື່ອປີ 2008. ນີ້ແມ່ນກົນໄກເປີດເຜີຍການສໍາຫຼວດກວດກາປະຈໍາໄລຍະ ກ່ຽວກັບສະພາບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຂອງສະມາຊິກ ສປຊ ທຸກປະເທດ. ຕາມກົນໄກ UPR  ແລ້ວ, ບົດລາຍງາຍແຫ່ງຊາດ ໄດ້ຍື່ນສະເໜີຕໍ່ສະພາສິດທິມະນຸດ ສປຊ.

ຂີດໝາຍ​ໃໝ່​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ ຢູ່ ຫວຽດນາມ - ảnh 1

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມບັ້ນຂົນຂວາຍ “ປີແຫ່ງຄວາມປອດໄພໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ”  ເມື່ອວັນທີ 6/3/2019 (ພາບ: molisa.gov.vn)

        ບັນດາໝາກຜົນທີ່ປະທັບໃຈ

        ທີ່ກອງປະຊຸມຂອງສະພາສິດທິມະນຸດ ສປຊ ທີ່ຈັດຂຶ້ນຫວ່່າງມໍ່ໆມານີ້, ຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ໄດ້ສຸມໃສ່ເຮັດແຈ້ງເລື່ອງປະຕິບັດຂໍ້ສະເໜີແນະ 175 ຂໍ້ ກ່ຽວກັບ ຫວຽດນາມ ນັບແຕ່ຮອບວຽນ 2 ປີ 2014 ມາຮອດປັດຈຸບັນ; ຢັ້ງຢືນຄືນນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການເພີ່ມທະວີການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ... ພ້ອມທັງອັບເດດຂໍ້ມູນຂ່າວສານກ່ຽວກັບສະພາບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢູ່ຫວຽດນາມ. ບົດລາຍງານ UPR ຮອບວຽນ 3 ຂອງຫວຽດນາມ ໄດ້ເນັ້ນໜັກເຖິງບັນດາຄວາມມານະພະຍາຍາມຂອງລັດ ຫວຽດນາມ ໃນການກໍ່ສ້າງລັດແຫ່ງກົດໝາຍ, ປະຕິຮູບຕຸລາການ; ບັນດາຜົນງານຮັບປະກັນສິດພົນລະເຮືອນທາງການເມືອງ; ເສດຖະກິດ-ສັງຄົມ ແລະ ວັດທະນະທໍາ. ໃນຂົງເຂດສິດເສດຖະກິດ, ບົດລາຍງານຂອງປີນີ້ ໄດ້ສຸມໃສ່ເຮັດແຈ້ງບັນດາຜົນງານໃນວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ; ຮັບປະກັນການໜູນຊ່່ວຍສັງຄົມ... ໃນຂົງເຂດສິດພົນລະເຮືອນທາງການເມືອງ, ບົດລາຍງານກໍເຮັດແຈ້ງເລື່ອງ ຫວຽດນາມ ຍາມໃດກໍເຄົາລົບສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ ແລະ ສິດໄດ້ສໍາຜັດກັບຂໍ້ມູນຂ່າວສານ, ໂດຍສະເພາະແມ່ນຂໍ້ມູນຂ່າວສານໃນອິນເຕີແນັດ, ຊີວິດການເຫຼື້ອມໃສ ແລະ ການເຊື່ອຖືສາສະໜາ ແມ່ນໄດ້ຮັບການປົກປ້ອງ ແລະ ຊ່ວຍເຫຼືອຈາກລັດຫວຽດນາມ. ຫວຽດນາມ ກໍຢັ້ງຢືນວ່າ ໄດ້ປະຕິບັດສໍາເລັດຫຼາຍເປົ້າໝາຍພັດທະນະສະຫັດສະວັດ (MDG) ຂອງ ສປຊ ກ່ອນກໍານົດເວລາ ແລະ ກໍາລັງຢູ່ໃນໄລຍະທໍາອິດທີ່ບັນລຸໄດ້ໝາກຜົນໜ້າຊື່ນຊົມ ໃນການຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG). ຕາມນັ້ນແລ້ວ, ລາຍຮັບສະເລ່ຍຕໍ່ຫົວຄົນຂອງ ຫວຽດນາມ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນນັ້ນ ລາຍຮັບຂອງຄອບຄົວທຸກຍາກເພີ່ມຂຶ້ນ ແຕ່ 15 – 20%; ອັດຕາຄອບຄົວທຸກຍາກຫຼາຍສົ້ນກໍຫຼຸດແຕ່ 9,88% ປີ 2015 ລົງເຫຼືອ 7,69% ໃນປີ 2017.

        ແບບຢ່າງລະອຽດກ່ຽວກັບການເອົາໃຈໃສ່ ແລະ ພັດທະນາມະນຸດ

        ການຮັບປະກັນບັນດາສິດພົນລະເຮືອນ, ການເມືອງຂອງຫວຽດນາມ, ກ່ອນອື່ນໝົດ ແມ່ນໄດ້ສະແດງອອກຜ່ານການປ່ອນບັດເລືອກຕັ້ງ ແລະ ການອອກສະໝັກເລືອກຕັ້ງ. ປັດຈຸບັນ, ສະພາແຫ່ງຊາດຫວຽດນາມ ມີສະມາຊິກສະພາແຫ່ງຊາດ 86 ຄົນ ແມ່ນຊາວເຜົ່າສ່ວນໜ້ອຍ, ມີສະມາຊິກສະພາແຫ່ງຊາດຍິງ 133 ຄົນ,  ມີສະມາຊິກສະພາແຫ່ງຊາດ 21 ຄົນບໍ່ແມ່ນສະມາຊິກພັກ. ເປັນຄັ້ງທໍາອິດ, ທີ່ ຫວຽດນາມ ມີປະທານສະພາແຫ່ງຊາດເປັນເພດຍິງ. ການເຄື່ອນໄຫວຂອງ ສະພາແຫ່ງຊາດ ໃນຊຸມປີຜ່ານມາ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງລັກສະນະປະຊາທິປະໄຕ, ກົງໄປກົງມາ, ປ່ຽນແປງໃໝ່ຕາມທິດປະຕິບັດກົນໄກ “ຄວບຄຸມ” ສິດອໍານາດໃຫ້ເປັນຢ່າງດີ. ສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ  ແລະ ສິດຂອງບັນດາຊົນເຜົ່າສ່ວນໜ້ອຍ ນັບມື້ນັບໄດ້ຮັບການຮັບປະກັນເປັນຢ່າງດີກວ່າ. ພົ້ນເດັ່ນແມ່ນ ກົດໝາຍວ່າດ້ວຍການເຫຼື້ອມໃສ, ເຊື່ອຖືສາສະໜາ ມີຜົນສັກສິດນັບແຕ່ປີ 2018, ໄດ້ເປີດກວ້າງເປົ້າໝາຍໄດ້ຮັບການປະກັນສິດເຫຼື້ອມໃສ, ເຊື່ອຖືສາສະໜາໃຫ້ແກ່ພົນລະເມືອງແຕ່ລະຄົນ ແລະ ທັງຊາວຕ່າງປະເທດ ທີ່ພັກ, ອາໄສຢູ່ຫວຽດນາມ ອີກດ້ວຍ. ເລື່ອງຮັບປະກັນສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ ກໍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກ ແລະ ລັດຫວຽດນາມ. ປັດຈຸບັນ, ຫວຽດນາມ ມີອົງການສື່ມວນຊົນເປັນຈໍານວນຫຼວງຫຼາຍ, ລວມມີ  858 ອົງການສື່ສິ່ງພິມ, 105 ໜັງສືພິມເອເລັກໂຕນິກ; 207 ເວັບໄຊຂໍ້ມູນຂ່າວສານສັງລວມ. ກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອິນເຕີແນັດທີ່ມີຜົນສັກສິດແຕ່ປີ 2019 ນັ້ນ ໄດ້ຮັບປະກັນສະພາບແວດລ້ອມແຫ່ງຄວາມປອດໄພຂອງອິນເຕັດແນັດ, ສື່ສັງຄົມອອນລາຍ ໃຫ້ບັນດາອົງການລັດ, ວິສາຫະກິດ ແລະ ປະຊາຊົນ. ປັດຈຸບັນ, ຫວຽດນາມ ມີປະຊາຊົນ 35 ລ້ານຄົນ ເປັນສະມາຊິກຂອງ Facebook; ໃນນັ້ນ 21 ລ້ານຄົນແມ່ນຫຼີ້ນໃນແຕ່ລະວັນ ຜ່ານອຸປະກອນມືຖື. ຕາມການຕີລາຄາຂອງຫຼາຍອົງການຈັດຕັ້ງສາກົນແລ້ວ, ຫວຽດນາມ ມີລະດັບການຂະຫຍາຍຕົວທາງອິນເຕີແນັດໄວທີ່ສຸດໃນພາກພື້ນ ແລະ ແມ່ນປະເທດມີຈໍານວນຜູ້ນໍາໃຊ້ສື່ສັງຄົມອອນລາຍໃຫຍ່ອັນດັບທີ 3 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

        ເມື່ອເວົ້າເຖິງຜົນງານການຮັບປະກັນສິດທິມະນຸດ ແມ່ນຕ້ອງໄດ້ເວົ້າເຖິງບັນດາຄວາມມານະພະຍາຍາມຂອງລັດຫວຽດນາມໃນການເອົາໃຈໃສ່, ຮັບປະກັນສິດຂອງກຸ່ມຄົນໃນສັງຄົມທີ່ມີຄວາມສ່ຽງສູງກວ່າເພິ່ນ ເຊິ່ງລວມມີ ແມ່ຍິງ, ເດັກນ້ອຍ, ຄົນພິການ. ຫວຽດນາມ ແມ່ນປະເທດທໍາອິດໃນພາກພື້ນ ແລະ ທີສອງໃນໂລກ ທີ່ເຂົ້າຮ່ວມການລົງນາມໃນ “ສົນທິສັນຍາສາກົນ ກ່ຽວກັບສິດທິເດັກ” ເມື່ອປີ 1989. ກ່ຽວກັບສິດທິຂອງເພດຍິງ, ນັບແຕ່ປີ 2010 ມາດຮອດປັດຈຸບັນ, ສະພາແຫ່ງຊາດຫວຽດນາມ ໄດ້ປະກາດໃຊ້ກົດໝາຍ 40 ສະບັບ; ໃນນັ້ນ, ສິດຂອງເພດຍິງ ໄດ້ສັບເຂົ້າໃນລະບົບກົດໝາຍຂອງຫວຽດນາມຢ່າງຄົບຖ້ວນ. ໃນຂົງເຂດແຮງງານ - ວຽກເຮັດງານທໍາ, ປັດຈຸບັນ ແຮງງານຍິງ ຍັງຄົງຮັກສາຢູ່ໃນລະດັບສູງ ແລະ ບັນລຸໄດ້ 48,3% ໃນຈໍານວນກໍາລັງແຮງງານທັງໝົດຂອງທັງປະເທດ; ອັດຕາສ່ວນແມ່ຍິງເຂົ້າຮ່ວມການບໍລິຫານ, ຄຸ້ມຄອງວິສາຫະກິດບັນລຸລະດັບ 24,9%.

        ໄລ່ມາຮອດປັດຈຸບັນ, ຫວຽດນາມເປັນຄັ້ງທີ 2 ທີ່ໄດ້ຮັບການເລືອກຕັ້ງເຂົ້າ ໃນສະພາສິດທິມະນຸດ ຈາກສະມັດຊາໃຫຍ່ ສປຊ (ຄື ອາຍຸການ 2008 – 2009 ແລະ ອາຍຸການ 2014 – 2016). ປັດຈຸບັນ, ຫວຽດນາມ ພວມແມ່ນສະມາຊິກຂອງ ສະພາເສດຖະກິດ ແລະ ສັງຄົມ ສປຊ (ອາຍຸການ 2015 – 2019) ແລະ ສະພາບໍລິຫານງານ ຢູແນັດໂກ (ອາຍຸການ 2017 – 2021). ທີ່ກອງປະຊຸມຄັ້ງທີ 73 ສະມັດຊາໃຫຍ່ ສປຊ ທີ່ດໍາເນີນໃນວັນທີ 07 ມິຖຸນາ 2019 ນັ້ນ, ຫວຽດນາມ ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ດ້ວຍເລື່ອງເຄົາລົບ ແລະ ຮັບປະກັນສິດທິມະນຸດໃນຕົວຈິງ ພ້ອມກັບສະພາບແວດລ້ອມທໍາມະຊາດທີ່ສວຍສົດງົດງາມ, ລະບອບການເມືອງສີວິໄລ, ມີວັດທະນະທໍາທີ່ເປັນເອກະລັກສະເພາະ, ສັງຄົມມີສະຖຽນລະພາບ, ຊາວຫວຽດນາມມີຄວາມເປັນມິດສະໜິດສະໜົມ, ເປີດອົກເປີດໃຈ, ອິດທິພົນຊື່ສຽງຂອງຫວຽດນາມ ນັບມື້ນັບໄດ້ຍົກສູງຂຶ້ນໃນເວທີສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ