ຂໍ້ຕົກລົງນິວເຄຼຍ ອີຣານ ລົ້ມເຫຼວ ແລະ ບັນດາຜົນພາຍຫລັງ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້

(VOVWORLD) - ຂໍ້ຕົກລົງນິວເຄຼຍ ອີຣານ ທີ່ມີຊື່ວ່າ ແຜນການດຳເນີນງານຮ່ວມຮອບດ້ານ ຊຶ່ງໄດ້ລົງນາມໃນປີ 2015 ລະຫວ່າງ ເຕເຮຣານ ແລະ ກຸ່ມ P5+1 (ລວມມີ ອັງກິດ, ຝະຣັ່ງ, ອາເມລິກາ, ຈີນ, ລັດເຊຍ ແລະ ເຢຍລະມັນ).

ໂດຍບໍ່ຫົວຊາຕໍ່ການຮັບຮູ້ຂອງອົງການພະລັງງານປະລະມານູສາກົນ (IAEA) ວ່າ ອີຣານ ເຄົາລົບຂໍ້ຕົກລົງນິວເຄຼຍຢ່າງເຂັ້ມງວດ, ອາເມລິກາ ຍັງຄົງເດັດດ່ຽວຖະແຫຼງເຈດຈຳນົງຖອນອອກຈາກຂໍ້ຕົກລົງນີ້, ພ້ອມທັງຊັ່ງຊາບັນດາມາດຕະການຈັດວາງຄຳສັ່ງຂວ້ຳບາດໃໝ່. ການກະທຳດັ່ງກ່າວ ເຮັດໃຫ້ການພົວພັນ ອາເມລິກາ - ອີຣານ ຕົກເຂົ້າສູ່ໃນສະພາບຄວາມເຄັ່ງຕຶງ ດ້ວຍບັນດາຜົນພາຍຫລັງທີ່ອັນຕະລາຍ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້.

ຂໍ້ຕົກລົງນິວເຄຼຍ ອີຣານ ລົ້ມເຫຼວ ແລະ ບັນດາຜົນພາຍຫລັງ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: TTXVN)

        ຂໍ້ຕົກລົງນິວເຄຼຍ ອີຣານ ທີ່ມີຊື່ວ່າ ແຜນການດຳເນີນງານຮ່ວມຮອບດ້ານ ຊຶ່ງໄດ້ລົງນາມໃນປີ 2015 ລະຫວ່າງ ເຕເຮຣານ ແລະ ກຸ່ມ P5+1 (ລວມມີ ອັງກິດ, ຝະຣັ່ງ, ອາເມລິກາ, ຈີນ, ລັດເຊຍ ແລະ ເຢຍລະມັນ). ຕາມຂໍ້ຕົກລົງນີ້ແລ້ວ, ອີຣານ ເຫັນດີຮັດແຄບໂຄງການນິວເຄຼຍ ເພື່ອແລກເອົາເລື່ອງປະຊາຄົມສາກົນຍົກເລີກຄຳສັ່ງລົງໂທດສາກົນສ່ວນຫລາຍ ທີ່ໄດ້ຈັດວາງຕໍ່ປະເທດນີ້. ນີ້ໄດ້ຮັບຖືວ່າ ແມ່ນໄຊຊະນະດ້ານການທູດ, ແມ່ນຂີດໝາຍໃນອາຍຸການຂອງທ່ານປະທານາທິບໍດີ ອາເມລິກາ Barack Obama. ເຖິງຢ່າງໃດກໍ່ຕາມ, ນັບແຕ່ເມື່ອຂຶ້ນກຳອຳນາດ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຊອກຫາບັນຫາເຫດຜົນ ເພື່ອຖອນ ຫຼື ຍົກເລີກຂໍ້ຕົກລົງນີ້ດ້ວຍລຳພັງຝ່າຍດຽວ. ຊ້ຳບໍ່ໜຳ, ທ່ານປະທານາທິບໍດີ Donald Trump ຍັງເອີ້ນ ຂໍ້ຕົກລົງນິວເຄຼຍກັບ ອີຣານ ແມ່ນ “ເລື່ອງຕະຫຼົກ” ແລະ ແມ່ນ “ແມ່ນຂໍ້ຕົກລົງຊົ່ວຮ້າຍທີ່ສຸດໃນປະຫວັດສາດ”.

ຄວາມເຄັ່ງຕຶງປີນຂັ້ນໄດ

        ນັບແຕ່ເມື່ອຂໍ້ຕົກລົງນິວເຄຼຍໄດ້ຮັບການລົງນານ, IAEA ຊື່ງອົງການຮັບຜິດຊອບຕິດຕາມກວດກາບັນດາການເຄື່ອນໄຫວຂອງ ອີຣານ ລ້ວນແຕ່ຍົກອອກບັນດາບົດລາຍງານອັບເດັດຢ່າງຕໍ່ເນື່ອງ. ຕາມນັ້ນແລ້ວ, ໄດ້ຮັບຮູ້ ເຕເຮຣານ ເຄົາລົບຂໍ້ຕົກລົງນີ້. ຫວ່າງແລ້ວນີ້, ບົດລາຍງານຂອງ IAEA ໃນວັນທີ 09 ຕຸລາ ຢືນຢັນວ່າ ເຕເຮຣານ ໄດ້ຢຸດບາງການເຄື່ອນໄຫວນິວເຄຼຍຂອງຕົນ ສ່ວນສາງສະສົມ ຢູລານຽນ ຂອງ ອີຣານ, ຊະນິດທີ່ໄດ້ນຳໃຊ້ ເພື່ອຈຸດປະສົງພົນລະເຮືອນ, ປັດຈຸບັນ ກໍ່ບໍ່ລື່ນກາຍກຳນົດໄດ້ຕົກລົງແມ່ນ 300 Kg. ບົດລາຍງານກໍ່ໃຫ້ຮູ້ຕື່ມອີກວ່າ ອີຣານ ບໍ່ມີເຈດຈຳນົງກໍ່ສ້າງເຕົານິວເຄຼຍ Arak ຊຶ່ງສາມາດຜະລິດອາວຸດໄດ້.

        ເຖິງຢ່າງໃດກໍ່ຕາມ, ບັນດາບົດລາຍງານນີ້ ແມ່ນໄຮ້ຄຸນຄ່າຕໍ່ໜ້າທັດສະນະຂອງອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donal Trump. ກ່າວຄຳເຫັນທີ່ການປະຊຸມກັບບັນດາເຈົ້າໜ້າທີ່ການທະຫານຢູ່ທຳນຽບຂາວໃນວັນທີ 05 ຕຸລາ, ທ່ານ Trump ຖະແຫຼງວ່າ ອາເມລິກາ ບໍ່ອະນຸຍາດໃຫ້ ອີຣານ ມີອາວຸດນິວເຄຼຍ. ເລື່ອງ ລັດຖະບານ ອີຣານ ສະໜັບສະໜູນລັດທິກໍ່ການຮ້າຍ ແລະ ແມ່ນສາຍເຫດທີ່ກໍ່ໃຫ້ເກີດສະພາບການໃຊ້ຄວາມຮຸນແຮງ, ນອງເລືອດ, ແລະ ວຸນວາຍຢູ່ຕາເວັນອອກກາງ. ນັ້ນແມ່ນເຫດຜົນ ທີ່ເປັນຫຍັງ ອາເມລິກາ ຄວນຢຸດຕິການກະທຳມັກໃຫຍ່ໄຝ່ສູງນິວເຄຼຍຂອງ ອີຣານ. ຊ້ຳບໍ່ໜຳ ວໍຊິງຕັນ ກ່າວຫາ ເຕເຮຣານ ບໍ່ປະຕິບັດຕາມຈິດໃຈຂອງຂໍ້ຕົກລົງ. ໂດຍບໍ່ຫົວຊາຕໍ່ຄວາມວິຕົກວັງວົນຂອງປະຊາຄົມສາກົນ ແລະ ບັນດາຄວາມມານະພະຍາຍາມຮຽກຮ້ອງໄກ່ເກ່ຍ, ອາເມລິກາ ຖະແຫຼງວ່າ ອາດຈະຖອນອອກຈາກຂໍ້ຕົກລົງນິວເຄຼຍກັບ ອີຣານ ໃນວັນທີ 12 ຕຸລາ ຈະມາເຖິງ ແລະ ສະພາແຫ່ງຊາດ ອາເມລິກາ ຈະມີ 60 ວັນ ເພື່ອອາດຈະຕັດສິນຈັດວາງຄຳສັ່ງລົງໂທດ ເຕເຮຣານ ຫຼືບໍ່. 

             ໃນຂະນະນັ້ນ, ເພື່ອຕອບໂຕ້ຄຳຖະແຫຼງຂອງອາເມລິກາ,  ອີຣານໄດ້ກ່າວເຕືອນ ອາເມລິກາວ່າ ເຂົາເຈົ້າຈະໂຕ້ຕອບກຳລັງ ອາເມລິກາໃນພາກພື້ນ ຖ້າຫາກຖືກວໍຊິງຕັນຈັດວາງຄຳສັ່ງຂວ້ຳບາດຕື່ມອີກ. ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ ສ.ປ.ຊ, ປະທານາທິບໍດີອີຣານ Hassan Rouhani ໄດ້ກ່າວປະນາມປະທານາທິບໍດີ ອາເມລິກາ Donald Trump ທີ່ໄດ້ມີທ່າທີ ແລະ ຄຳເວົ້າເປັນປໍລະປັກກ່ຽວກັບອີຣານ. ຕາມທ່ານ Hassan Rouhani ແລ້ວ, ບັນດາຄຳກ່າວຫາຂອງ ອາເມລິກາບໍ່ມີລັກສະນະສ້າງສັນ,ບໍ່ຊຸກຍູ້ສັນຕິພາບ ແລະ ຄວາມເຄົາລົບລະຫວ່າງບັນດາປະເທດນຳກັນ. ທ່ານຍັງກ່າວເຕືອນອີຣານຈະບໍ່ເປັນເຈົ້າການທຳລາຍຂໍ້ຕົກລົງນິວເຄຼຍ, ແຕ່ພ້ອມແລ້ວຈະຖອນອອກຈາກຂໍ້ຕົກລົງ ແລະ ກັບຄືນສູ່ໂຄງການນິວເຄຼຍພຽງ 2-3 ຊົ່ວໂມງເທົ່ານັ້ນ ຖ້າຫາກອາເມລິກາກໍ່ຄວາມຫຍຸ້ງຍາກ ແລະ ຈະໂຕ້ຕອບຢ່າງດຸເດືອດຕໍ່ບໍ່ວ່າການລະເມີດໃດໆຂອງທຸກໆປະເທດໃດ. ບໍ່ພຽງແຕ່ກ່າວຕຳໜິຕິຕຽນອາເມລິກາເທົ່ານັ້ນ, ອີຣານຍັງກ່າວຫາ ອິດສະຣາແອນວ່າ ເປັນໄພນາບຂູ່ຕໍ່ຄວາມໝັ້ນຄົງຂອງພາກພື້ນ ແລະ ທົ່ວໂລກ ຂະນະທີ່ມີສາງອາວຸດນິວເຄຼຍທີ່ໃຫຍ່ໂຕ ແລະ ສຳພັນທະມິດອາເມລິກາ - ອິດສະຣາແອນຈຶ່ງແມ່ນພວກພວມປະຕິບັດບັ້ນຮຸກຮານຕາເວັນອອກກາງ.

    ຜົນພາຍຫຼັງທີ່ເປັນອັນຕາລາຍຍາກທີ່ຈະຄາດຄະເນໄວ້ລ່ວງໜ້າ.

     ບັນດາຄຳກ່າວເຕືອນຈະໂຕ້ຕອບຕໍ່ກັນ ພວມກໍ່ໃຫ້ເກີດກະແສຟອງວິຕົກກັ່ງວົນໃນພາກພື້ນ ແລະ ປະຊາຄົມໂລກ. ປະທານາທິບໍດີຝະລັ່ງ Emmanuel Macron ຢືນຢັນວ່າ ບໍ່ມີການເລືອກເຟັ້ນໃດໆ ນອກຈາກຂໍ້ຕົກລົງນິວເຄຼຍທີ່ໄດ້ລົງນາມກັບອີຣານໃນປີ 2015. ຖ້າຫາກອາເມລິກາຍົກເລີກຂໍ້ຕົກລົງນິວເຄຼຍນັ້ນ, ອາເມລິກາຈະນຳຕົນເອງຕົກເຂົ້າສູ່ສະພາບຖືກໂດດດ່ຽວເພາະເອີລົບຍັງຄົງສະໜັບສະໜູນຂໍ້ຕົກລົງນີ້. ລັດເຊຍໄດ້ກ່າວເຕືອນກ່ຽວກັບ ຜົນຮ້າຍຢ້ອນຫຼັງຖ້າຫາກ ປະທານາທິບໍດີ ອາເມລິກາ Donald Trump ບໍ່ຮັກສາ ຂໍ້ຕົກລົງນິວເຄຼຍອີຣານ.

     ການຫັນແປເຫຼົ່ານັ້ນພວມເຮັດໃຫ້ການພົວພັນ ອາເມລິກາ-ອີຣານພັດເຄັ້ງຕຶງຂຶ້ນຕື່ມ ແລະ ບໍ່ວ່າການກະທຳໃດໆຂອງອຳນາດການປົກຄອງປະທານາທິບໍດີ Donald Trump ກໍ່ອາດຈະພາໃຫ້ສາຍພົວພັນນີ້ພົ້ນຈາກຂອບເຂດຄວບຄຸມ.

   ຖ້າຫາກ ຂໍ້ຕົກລົງນິວເຄຼຍຢຸດຕິລົງ, ອີຣານອາດຈະສືບຕໍ່ໂຄງການເສີມທາດຢູຣານຽມ. ປະເທດນີ້ ຄົງຈະຮັບຜົນຮ້າຍຢ່ອນຫຼັງຈາກບັນດາມາດຕະການລົງໂທດໃໝ່. ຕາມບັນດານັກສັງເກດການແລ້ວ, ການຕົກລົງພຽງລຳພັງຝ່າຍດຽວຂອງ ອຳນາດການປົກຄອງປະທານາທິບໍດີ Donald Trump ທີ່ປະກາດອີຣານບໍ່ປະຕິບັດຕາມມະຕິຂອງສະພາຄວາມໝັ້ນຄົງ ສ.ປ.ຊ ຫຼືໜູນຊ່ວຍກໍ່ການຮ້າຍ ຈະພຽງແຕ່ມີຄຸນປະໂຫຍດເຮັດໃຫ້ອາເມລິກາຕົກເຂົ້າສູ່ສະພາບຖືກໂດດດ່ຽວເທົ່ານັ້ນ ແລະ ສ້າງຂໍ້ອ້າງອີງໃຫ້ແກ່ອີຣານເພື່ອເຊື້ອມຕໍ່ບັນດາການເຄື່ອນໄຫວນິວເຄຼຍ. ສິ່ງນີ້ ພຽງແຕ່ເຮັດໃຫ້ວິກິດການຢູ່ຕາເວັນອອກກາງແຜ່ລາມອອກສູ່ວົງກ້ວາງ ແລະ ແກ່ຍາວໃນໄລຍະທີ່ຈະມາເຖິງເທົ່ານັ້ນ./. 

ຕອບກັບ

ຂ່າວ/ບົດ​ອື່ນ