ຄວາມຫຍຸ້ງຍາກໃນການຊອກຫາຄວາມເຫັນດີເຫັນພ້ອມກ່ຽວກັບບັນຫາ Brexit

(VOVWORLD) -ເຖິງຢ່າງໃດກໍຕາມ ບັນດາການຜັນແປທີ່ເກີີດຂຶ້ນໃນເວທີການເມືອງຂອງ ອັງກິດໃນປັດຈຸບັນ ບໍ່ມີຫຍັງຮັບປະກັນໄດ້ວ່າ ບັນດາຄວາມມານະພະຍາຍາມດັ່ງກ່າວ ແມ່ນພຽງພໍແລ້ວບໍ? ແລະ Brexit ແມ່ນວິວັດການບໍ່ງ່າຍດາຍຢ່າງແທ້ຈິງ

ວັນທີ 12 ມີນາ, ສະພາແຫ່ງຊາດອັງກິດໄດ້ປ່ອນບັດຄັ້ງທີ 2 ສຳລັບຂໍ້ຕົກລົງອັງກິດຖອນຕົວອອກຈາກ ສະຫະພາບເອີລົບ(EU).ກ່ອນເວລາປ່ອນບັດ,  ບັນດາການເຈລະຈາ, ໂອ້ລົມທາງໂທລະສັບ, ການໂຕ້ຖຽງກັນທີ່ກ່ຽວຂ້ອງເຖິງບັນດາບັນຫາຄວນປ່ຽນແປງເພື່ອຊອກຫາທາງອອກໃຫ້ແກ່ຂໍ້ຕົກລົງ Brexitໄດ້ດຳເນີນໄປຢ່າງລຽນຕິດ. ບັນດາສັນຍານດັ່ງກ່າວພິສູດການຢັ້ງຢືນວ່າບັນຫາBrexitບໍ່ແມ່ນໄລຍະທາງງ່າຍດາຍສຳລັບທັງອັງກິດແລະອີຢູ.

ຄວາມຫຍຸ້ງຍາກໃນການຊອກຫາຄວາມເຫັນດີເຫັນພ້ອມກ່ຽວກັບບັນຫາ Brexit - ảnh 1 ທ່ານນາງນາຍົກລັດຖະມົນຕີອັງກິດThresa May (ພາບ:Daily Mail)

ຕາມແຜນການ,ວັນທີ 12 ມີນາ, ທ່ານນາງນາຍົກລັດຖະມົນຕີອັງກິດThresa May ກັບຄືນສະພາແຫ່ງຊາດອັງກິດເພື່ອຍື່ນສະເຫນີຂໍ້ຕົກລົງBrexitສະບັບປັບປຸງຕໍ່ຫນ້າບັນດາສະມາຊິກລັດຖະສະພາ. ນີ້ເປັນຄັ້ງທີ 2 ສະພາແຫ່ງຊາດອັງກິດປ່ອນບັດສຳລັບຂໍ້ຕົກລົງBrexit.ກ່ອນນັ້ນ, ເດືອນມັງກອນຜ່ານມາ, ຂໍ້ຕົກລົງBrexitຖືກສະພາແຫ່ງຊາດປະຕິເສດດ້ວຍບັດຄັດຄ້ານຫລາຍສຸດໃນປະຫວັດສາດອັງກິດ.ສາຍເຫດຕົ້ນຕໍຢູ່ບ່ອນວ່າມາດຕາ “ກີດຂວາງ”ກ່ຽວກັບບັນຫາຊາຍແດນຕິດກັບອຽກລັງກ່ຽວຂ້ອງເຖິງນະໂຍບາຍຮັບປະກັນວ່າບໍ່ມີເສັ້ນຊາຍແດນລະຫວ່ງອຽງລັງເຫນືອ (ຂຶ້ນກັບອັງກິດ) ກັບໄອແລນ (ຂຶ້ນກັບອີຢູ) ຫລັງBrexit. ບັນດາສະມາຊິກລັດຖະສະພາອັງກິດ ປາດຖະຫນາຢາກບັນດາການປ່ຽນແປງນັ້ນ ຕ້ອງມີລັກສະນະຜູກມັດດ້ານນິຕິກຳສຳລັບຂໍ້ຕົກລົງຂອງທ່ານນາງThresaMay ເພື່ອຮັບປະກັນວ່າມາດຕານີ້ຈະບໍ່ຄົງຕົວຍາວນານແຕ່ຢາກໃຫ້ອີຢູເຫັນດີບໍ່ແມ່ນເລື່ອງງ່າຍ.

ຄວາມຫຍຸ້ງຍາກເຖິງນາທີສຸດທ້າຍ

ກ່ອນມື້ປ່ອນບັດ, ສອງພັກຝ່າຍທີ່ມີແນວຄິດສົງໃສ ເອີລົບໃນສະພາແຫ່ງຊາດອັງກິດລ້ວນແຕ່ກ່າວເຕືອນປ່ອນບັດຄ້ານສຳລັບຂໍ້ຕົກລົງBrexit. ໃນຖະແຫລງການທີ່ແຂງກະດ້າງ, ມີສະມາຊິກລັດຖະສະພາຈຳນວນຫນຶ່ງທີ່ຂຶ້ນກັບພັກກຳມະກອນອັງກິດໄດ້ເນັ້ນຫນັກວ່າທ່ານນາງThresa May ຕ້ອງຊອກຫາວິທີທາງເພື່ອບັນລຸຄວາມເຫັນດີເຫັນພ້ອມໃນສະພາແຫ່ງຊາດທີ່ກ່ຽວຂ້ອງເຖິງBrexitຖ້າບໍ່ດັ່ງນັ້ນສະພາແຫ່ງຊາດຈະຊອກມາດຕະການເພື່ອຍາດສິດຄວບຄຸມວິວັດການນີ້. ຊ້ຳບໍ່ໜຳ, ທ່ານນາງThresa May ຍັງຕ້ອງປະເຊີນຫນ້າຕໍ່ກຳລັງດັນລາອອກຈາກຕຳແຫນ່ງເມື່ອບັນດາສະມາຊິກພັກນິຍົມຮັກສາເດີມຖືວ່າທ່ານນາງອາດຈະລາອອກຈາກຕຳແຫນ່ງນາຍົກລັດຖະມົນຕີ ເພື່ອແລກເອົາບັດສະຫນັບສະຫນູນຈາກກຸ່ມຄົນນີ້ໃນການປ່ອນບັດຄັ້ງສຳຄັນໃນວັນທີ 12 ມີນາ

ໃນຂະນະນັ້ນ, ປະເທດອັງກິດໄດ້ຮັບຖືວ່າ ພວມກະກຽມກ່ອນທີ່ບໍ່ບັນລຸໄດ້ຂໍ້ຕົກລົງBrexit. ຕາມຫນັງສືພີມ Financial Times ແລ້ວ, ທະນາຄານອັງກິດ BoE ໄດ້ຮຽກຮ້ອງທະນາຄານບາງແຫ່ງພາຍໃນປະເທດເພີ່ມຊັບສິນມີລັກສະນະຊຳລະສູງໃຫ້ຂຶ້ນທົບ 3 ເທົ່າເພື່ອຫນູນຊ່ວຍການຮັບມືກັບໄລຍະຫຍຸ້ງຍາກທີ່ແກ່ຍາວເຖິງ 100 ວັນແທນທີ່ 30 ວັນຄືຂໍ້ກຳນົດຂອງອົງການຕິດຕາມກວດກາການເງິນຂຶ້ນກັບທະນາຄານ BoE. ຕາມບົດລາຍງານຂອງອົງການຄົ້ນຄ້ວາ New Financial ແລ້ວ, ມີກວ່າ 275 ວິສາຫະກິດການເງິນພວມໂອນທຶນ 1.200 ຕື້ USD ແລະຊັບສິນພ້ອມກັບພາລະກອນນັບພັນໆຄົນຈາກອັງກິດໄປຍັງບັນດາປະເທດສະມາຊິກຂອງອີຢູເພື່ອພ້ອມແລ້ວໃຫ້ Brexit.

ບັນລຸໄດ້ຂໍ້ຕົກລົງສໍາຄັນໃນນາທີສຸດທ້າຍ

        ໃນສະພາບການຄວາມຫຍຸ້ງຍາກຫຼາຍຢ່າງປິດລ້ອມຂໍ້ຕົກລົງ Brexit, ຫາງສຽງກໍຮັບຮູ້ບັນດາຄວາມມານະພະຍາຍາມສຸດທ້າຍ ເພື່ອກອບກູ້ເອົາຂໍ້ຕົກລົງຂອງທ່ານນາງ ນາຍົກລັດຖະມົນອັງກິດ Theresa May. ກ່ອນຈຸດເວລາປ່ອນບັດ 1 ວັນ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ສືບຕໍ່ເຈລະຈາກັບທ່ານ Jean Claude Juncker ປະທານຄະນະກໍາມະການ ເອີຣົບ ຜ່ານທາງໂທລະສັບ ພ້ອມທັງເນັ້ນໜັກວ່າ ບັນດາການເຈລະຈາ ກ່ຽວກັບວິວັດການ ອັງກິດ ຖອນຕົວອອກຈາກ ສະຫະພາບເອີຣົບ (ອີຢູ) ຍັງຄົງສືບຕໍ່ດໍາເນີນ. ບໍ່ພຽງແຕ່ເທົ່ານັ້ນ, ທ່ານນາງ Theresa May ກໍຈະດໍາເນີນການໄປປະຕິບັດງານຢູ່ ນະຄອນ Strasbourg (ປະເທດຝລັ່ງ) ໃນຕອນຄໍ່າວັນທີ 11 ມີນາ, ເພື່ອພົບປະໂດຍກົງກັບທ່ານ Jean Claude Juncker ແລະ ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ອີຢູ. ກ່ອນໜ້ານັ້ນ, ທ່ານນາງນາຍົກລັດຖະມົນຕີ ອັງກິດ ກໍເຈລະຈາກັບບັນດາການນໍາ ເອີຣົບ ຜ່ານທາງໂທລະສັບ ພາຍໃນສອງວັນ ໃນລະຫວ່າງວັນທີ 8 – 9 ມີນາ ເພື່ອແນໃສ່ມານະພະຍາຍາມຊອກຫາຄວາມຜ່ອນສັ້ນຜ່ອນຍາວຂອງ ອີຢູ ສໍາລັບຂໍ້ຕົກລົງ Brexit. ໝາກຜົນແມ່ນ, ບໍ່ຮອດ 24 ຊົ່ວໂມງ, ກ່ອນເວລາສະພາແຫ່ງຊາດດໍາເນີນການປ່ອນບັດ ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ຮັບການຮັບປະກັນຈາກ ສະຫະພາບເອີຣົບ (ອີຢູ) ກ່ຽວກັບ “ບັນດາການປ່ຽນແປງທີ່ມີລັກສະນະຜູກມັດທາງດ້ານນິຕິກໍາ” ສໍາລັບ ຮ່າງຂໍ້ຕົກລົງ Brexit. ລະອຽດແມ່ນ ທ່ານນາຍົກລັດຖະມົນຕີ ອຽກລັງ Leo Varadkar ໄດ້ລົງນາມໃນບັນດາຂໍ້ຮັບປະກັນເພີ່ມເຕີມ ໃຫ້ແກ່ ລອນດອນ ເພື່ອແນໃສ່ແກ້ໄຂຂໍ້ຄົງຄ້າງຕົ້ນຕໍສໍາລັບບັນດາສະມາຊິກລັດຖະສະພາ ອັງກິດ, ຮັບປະກັນຊາຍແດນເປີດລະຫວ່າງ ອຽກລັງ ກັບ ອຽກລັງເໜືອ ໃນເກາະແຫ່ງນີ້. ບັນດາສະມາຊິກລັດຖະສະພາອັງກິດ ຈະຄົ້ນຄວ້າບັນດາຂໍ້ສະເໜີໃໝ່ ກ່ອນທີ່ຈະດໍາເນີນການປ່ອນບັດ “ຂໍ້ຕົກລົງຖອນຕົວອອກຈາກ ອີຢູ”. ເມື່ອເຕື້ອງເຖິງສະພາບການຜັນແປໃໝ່ນີ້, ທ່ານປະທານ EC Jean –Claude Juncker ສະຫຼຸບວ່າ: “ຂໍ້ຕົກລົງດັ່ງກ່າວ ຫຼື Brexit ອາດຈະບໍ່ເກີດຂຶ້ນ. ບໍ່ມີໂອກາດໃຫ້ຄັ້ງທີ 3. ພວກເຮົາ ຈົ່ງພ້ອມກັນນໍາປະເທດ ອັງກິດ ຖອນຕົວອອກຈາກ ອີຢູ ໃຫ້ຖືກຕ້ອງຕາມແຜນການ”.

        ອາດເວົ້າໄດ້ວ່າ ການປ່ອນບັດຄັ້ງທີ 2 ກ່ຽວກັບຂໍ້ຕົກລົງ Brexit ໃນວັນທີ 12 ມີນາ ນີ້ ໄດ້ຮັບຖືວ່າ ແມ່ນສິ່ງທ້າທາຍສຸດທ້າຍຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ທີ່ຕ້ອງປະເຊີນໜ້າ ໃນອາຍຸການທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຂອງຕົນ. ທ່ານນາງນາຍົກລັດຖະມົນຕີອັງກິດ ໄດ້ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສາມາດບັນລຸໄດ້ຂໍ້ຕົກລົງທີ່ເປັນປະໂຫຍດສໍາລັບ ອັງກິດ ເມື່ອຖອນຕົວອອກຈາກ ອີຢູ. ເຖິງຢ່າງໃດກໍຕາມ ບັນດາການຜັນແປທີ່ເກີີດຂຶ້ນໃນເວທີການເມືອງຂອງ ອັງກິດໃນປັດຈຸບັນ ບໍ່ມີຫຍັງຮັບປະກັນໄດ້ວ່າ ບັນດາຄວາມມານະພະຍາຍາມດັ່ງກ່າວ ແມ່ນພຽງພໍແລ້ວບໍ? ແລະ Brexit ແມ່ນວິວັດການບໍ່ງ່າຍດາຍຢ່າງແທ້ຈິງ./.

ຕອບກັບ

ຂ່າວ/ບົດ​ອື່ນ