ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ຍີ່ປຸ່ນ ແລະ ສເກົາຫລີ ປີນຂັ້ນໄດ

(VOVWORLD) -ຄວາມຂັດແຍ້ງດ້ານການຄ້າ ສເກົາຫລີ - ຍີ່ປຸ່ນ ປີນຂັ້ນໄດ ໄດ້ກາຍເປັນ “ສົງຄາມຮອບດ້ານ” ແລະ ສູ້ຢັນກັນລະຫວ່າງສອງປະເທດ ແລະ ຄາດວ່າ ຈະນັບມື້ນັບຮ້າຍແຮງກວ່າ. ຈາກການຈຳກັດການສົ່ງອອກເຕັກໂນໂລຊີ, ຄວາມຂັດແຍ້ງລະຫວ່າງ ຍີ່ປຸ່ນ ແລະ ສເກົາຫລີ ພວມແຜ່ລາມອອກໄປຍັງຂົງເຂດບໍລິໂພກ ແລະ ການທ່ອງທ່ຽວ. ສະພາບການນີ້ ໄດ້ເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນກ່ຽວກັບຜົນກະທົບຂອງມັນຕໍ່ພື້ນຖານເສດຖະກິດພາກພື້ນ.

ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ຍີ່ປຸ່ນ ແລະ ສເກົາຫລີ ປີນຂັ້ນໄດ - ảnh 1ພາບປະກອບ 

ການພົວພັນ ລະຫວ່າງ ເຊີອູນ ແລະ ໂຕກຽວ ເກີດຄວາມເຄັ່ງຕຶງຂຶ້ນ ນັບແຕ່ເມື່ອ ເດືອນແລ້ວນີ້ ຍີ່ປຸ່ນ ເພີ່ມທະວີມາດຕະການຮັດກຸມຂໍ້ກຳນົດສົ່ງອອກອຸປະກອນເຕັກໂນໂລຊີສູງ ນຳໃຊ້ໃນທາດ ເຊີມີກອນດັກເຕີ (Semiconductor) ແລະ ໜ້າຈໍ ໄປຍັງ ສເກົາຫລີ. ເຊີອູນ ຖືວ່າ ນີ້ແມ່ນການກະທຳໂຕ້ຕອບຂອງ ໂຕກຽວ ໃນສະພາບການສອງປະເທດຖົກຖຽງກັນກ່ຽວກັບບັນຫາຊົດເຊີຍໃຫ້ແກ່ບັນດາຜູ້ປະສົບກັບເຄາະຮ້າຍ ສເກົາຫລີ ຖືກບັງຄັບໃຫ້ເຮັດວຽກໃນໄລຍະ ຍີ່ປຸ່ນ ປົກຄອງ ແຫລມເກົາຫລີ ນັບແຕ່ປີ 1910- 1945.

ມີຄວາມສ່ຽງຈະແຜ່ລາມອອກສູ່ບັນດາຂົງເຂດອື່ນ

ໃນສະພາບຄວາມເຄັ່ງຕຶງດ້ານການຄ້າ ລະຫວ່າງສອງປະເທດພວມເພີ່ມຂຶ້ນ, ວັນທີ 2 ສິງຫາຜ່ານມາ, ຄະນະລັດຖະບານຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ໃຫ້ສັດຕະຍາບັນ ລຶບ ສເກົາຫລີ ອອກຈາກ “ບັນຊີ ລາຍຊື່ຂາວ” ບັນດາຄູ່ຮ່ວມມືດ້ານການຄ້າທີ່ເປັນຫນ້າໄວ້ເນື້ອເຊື່ອໃຈ. ຕາມນັ້ນແລ້ວ, ມີສິນຄ້າປະມານ 1.000 ປະເພດຂອງ ຍີ່ປຸ່ນ ທີ່ສົ່ງອອກໄປຍັງ ສເກົາຫລີ ຕ້ອງຍື່ນສະເຫນີໃບສົ່ງສິນຄ້າແຕ່ລະໃບເພື່ອໃຫ້ລັດຖະບານ ເຊັນອະນຸມັດ. ໂຕກຽວ ກໍ່ສາມາດດັດປັບເວລາກວດກາຢັ້ງຢືນບັນດາໃບສົ່ງອອກສິນຄ້າຕາມລຳພັງ.

ຕໍ່ຫນ້າການກະທຳຂອງໂຕກຽວ, ອີກຄັ້ງຫນຶ່ງ, ລັດຖະບານສເກົາຫລີ ເລີ່ມຜັນຂະຫຍາຍການປະເຊີນຫນ້າຢ່າງຮອບດ້ານກັບໂຕກຽວ ທ່ານປະທານາທິບໍດີ ສເກົາຫລີ Moon  Jae in ຖະແຫລງວ່າ: ເຊີອູນ ຕົກລົງ “ບໍ່ຍອມແພ້ຕໍ່ໂຕກຽວ” ອີກຄັ້ງຫນຶ່ງ.  ຖ້າຫາກ ຍີ່ປຸ່ນ ຕັ້ງໃຈກໍ່ຄວາມເສຍຫາຍສຳລັບພື້ນຖານເສດຖະກິດ ສເກົາຫລີ, ປະເທດຍີ່ປຸ່ນ ກໍ່ຕ້ອງຮັບຜົນເສຍຫາຍເຊັ່ນດຽວກັນ. ແລະ ໃນວັນທີ 2 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການເງິນ ສເກົາຫລີ  Hong Nam ki ຖະແຫລງວ່າ ປະເທດນີ້ ກໍ່ຈະລຶບ ຍີ່ປຸ່ນ ອອກຈາກ “ບັນຊີລາຍຊື່ຂາວ” ບັນດາຄູ່ຮ່ວມມືດ້ານການຄ້າທີ່ໄວ້ເນື້ອເຊື່ອໃຈຂອງ ສເກົາຫລີ ເຊັ່ນດຽວກັນ. ເຊີອູນ ກໍ່ຕົກລົງຈະຟ້ອງຮ້ອງຍີ່ປຸ່ນ ຂຶ້ນ ອົງການການຄ້າໂລກ (WTO) ໃນເວລາໄວໆນີ້. ພິເສດ ທຳນຽບປະທານາທິບໍດີ ສເກົາຫລີ ຖະແຫລງວ່າ ຈະພິຈາລະນາເລື່ອງຍົກເລີກສັນຍາຮັບປະກັນຂໍ້ມູນຂ່າວສານດ້ານການທະຫານຮ່ວມ (GSOMIA) ສເກົາຫລີ - ຍີ່ປຸ່ນ. ແລະ ເພື່ອຫລີກລ້ຽງການອີງໃສ່ອຸປະກອນນຳເຂົ້າຈາກ ຍີ່ປຸ່ນ, ສເກົາຫລີ ຈະລົງທຶນ ຈຳນວນເງິນເກືອບ 6,5 ຕື້USD ໃສ່ 100 ປະເພດສິນຄ້າຍຸດທະສາດທີ່ສຳຄັນ ເພື່ອຮັບປະກັນແຫລ່ງສະຫນອງໃຫ້ເປັນປົກກະຕິກ່ອນປີ 2024.

ເຫດຕ່າງໆທີ່ເກີດຂຶ້ນຫວ່າງມໍ່ໆມານີ້ ໄດ້ກໍ່ໃຫ້ເກີດກະແສຟອງຮຽກຮ້ອງປະຕິເສດບັນດາຜະລິດຕະພັນມີຕົ້ນກຳເນີດມາຈາກ ຍີ່ປຸ່ນ. ປະຊາຊົນ ສເກົາຫລີ ພວມຫັນ ໄປທ່ອງທ່ຽວ ຢູ່ບັນດາປະເທດພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແທນໃຫ້ການໄປທ່ອງທ່ຽວ ຢູ່ຍີ່ປຸ່ນ. ທ່າອ່ຽງຫລຸດຜ່ອນນັ້ນ ບໍ່ພຽງແຕ່ສຳລັບບັນດາຖ້ຽວບິນຳໄປເຖິງນະຄອນຫລວງ ໂຕກຽວ ເທົ່ານັ້ນ ຫາກຍັງນັບທັງບັນດາຖ້ຽວບິນໄປເຖິງສະຖານທີ່ທ່ອງທ່ຽວທ້ອງຖິ່ນຈຸດສຸມຂອງຍີ່ປຸ່ນ ອີກດ້ວຍ.

ອຳນາດການປົກຄອງ ເຊີອູນ ໃຫ້ຮູ້ວ່າ: ພວມພິຈາລະນາຢຸດຕິການພົບປະແລກປ່ຽນພົນລະເຮືອນກັບບັນດາທ້ອງຖິ່ນຂອງ ຍີ່ປຸ່ນ. ກ່ອນນັ້ນ ຕາມແຜນການ ນະຄອນ ເຊີອູນ ຈະເຊື້ອເຊີນ ບັນດາທ້ອງຖິ່ນ ຂອງຍີ່ປຸ່ນ ເຂົ້າຮ່ວມສອງເຫດການໃນເດືອນ ກັນຍາ ແລະ ເດືອນທັນ ຈະມາເຖິງ. ນອກນັ້ນ ເຊີອູນ ກໍ່ມີແຜນການເຂົ້າຮ່ວມເຫດການຫນຶ່ງຊຶ່ງຖືກຈັດຂຶ້ນຢູ່ ຍີ່ປຸ່ນ ໃນທ້າຍເດືອນນີ້ ຄື: ງານມະຫາກຳ ກິລາເຍົາວະຊົນ ອາຊີ ຢູ່ ໂຕກຽວ

ຜົນສະທ້ອນມາຈາກບັນດາການຮ່ວມສຳພັນພາກພື້ນ

        ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ຍີ່ປຸ່ນ - ສ.ເກົາຫຼີ ບໍ່ພຽງແຕ່ມີຜົນກະທົບທາງລົບເຖິງເສດຖະກິດ 2 ປະເທດ,ສົ່ງຜົນສະທ້ອນເຖິງລະບົບສະໜອງເຕັກໂນໂລຢີທົ່ວໂລກເທົ່ານັ້ນ, ຫາກຍັງສົ່ງຜົນສະທ້ອນເຖິງວິວັດການເຈລະຈາສັນຍາການຄ້າເສລີໃຫຍ່ທີ່ສຸດໃນໂລກແມ່ນສັນຍາຄູ່ຮ່ວມມືເສດຖະກິດຢ່າງຮອບດ້ານໃນພາກພື້ນ (RCEP) ເຊິ່ງທັງ ສ.ເກົາຫຼີ ແລະ ຍີ່ປຸ່ນ ລ້ວນແຕ່ເປັນສະມາຊິກ. ຕາມບັນດານັກຊ່ຽວຊານແລ້ວ, ຍ້ອນ RCEP ໄດ້ດຳເນີນຕາມກົນໄກເຫັນດີເຫັນພ້ອມດັ່ງນັ້ນບໍ່ວ່າຄວາມບໍ່ລົງລອຍກັນສອງຝ່າຍລະຫວ່າງບັນດາປະເທດສະມາຊິກກໍ່ລ້ວນແຕ່ສາມາດສະກັດກັ້ນ ວິວັດການເຈລະຈາທັງໝົດ. ທ່ານ Jeong Hyung-Gon, ນັກຄົ້ນຄ້ວາຂັ້ນສູງຂອງສະຖາບັນນະໂຍບາຍເສດຖະກິດສາກົນ, ສ.ເກົາຫຼີ ໃຫ້ຂໍ້ສັງເກດວ່າ, ຄວາມເຄັ່ງຕຶງລະຫວ່າງ ເຊີອຸນ ແລະ ຍີ່ປຸ່ນ ອາດຈະສົ່ງຜົນກະທົບອັນຕະລາຍເຖິງວິວັດການເຈລະຈາ, ກີດຂວາງບັນດາການພົບປະການນຳຂັ້ນສູງປະຈຳປີລະຫວ່າງສອງປະເທດເພື່ອສືບຕໍ່ໍຍູ້ໄວວິວັດການສ້າງ RCEP ໃຫ້ສົມບູນແບບ. ນອກຈາກນັ້ນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ແມ່ນສອງປະເທດທີ່ປະກອບສ່ວນສຳຄັນເຂົ້າໃນຄວາມມານະພະຍາຍາມປະມວນເສດຖະກິດໃນພາກພື້ນ ແລະ ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບໃນຂະນະທີ່ພວມມີບັນດາຈິດຕະສາດຕ້ານການຄ້າເສລີ.ເພາະສະນັ້ນ, ຄວາມເຄັ່ງຕຶງລະຫວ່າງສອງປະເທດກໍ່ສົ່ງຜົນສະທ້ອນເຖິງການ ແລກປ່ຽນດ້ານການຄ້າໃນພາກພື້ນອາຊີ.

        ໃນສະພາບຄວາມບໍ່ລົງລອຍກັນດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນຍັງຢູ່ໃນໄລຍຮ້ອນເຮັ່ງ, ການພົວພັນທີ່ເຢັນຊາລະຫວ່າງ ຍີ່ປຸ່ນ ແລະ ສ.ເກົາຫຼີ ໃນ 2-3 ອາທິດຜ່ານມາກໍ່ເຮັດໃຫ້ບັນດານັກເສດຖະກິດມີຄວາມວິຕົກກັງວົນ. ສິ່ງທີ່ໜ້າສົນໃຈໃນປັດຈຸບັນນັ້ນແມ່ນຄວາມເຄັ່ງຕຶງຍັງບໍ່ທັນມີສັນຍານຫຼຸດລົງເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ