ຄວາມເຄັ່ງຕຶງລະຫວ່າງ ອັງກິດ ແລະ ອີຢູ ໃນວິວັດທະນາການ Brexit

(vovworld)  ວິວັດທະນາການເຈລະຈາກ່ຽວກັບເລື່ອງ ອັງກິດ ຖອນອອກຈາກສະຫະພາບ ເອີລົບ (EU) ຫຼື ເອີ້ນວ່າ Brexit ເຖິງວ່າ ຍັງໃໝ່ງຢູ່ໃນໄລຍະເລີ່ມຕົ້ນກໍ່ຕາມ ແຕ່ຄວາມບໍ່ລົງລອຍກັນລະຫວ່າງ 2 ຝ່າຍໄດ້ເຜີຍອອກອີກຄັ້ງໜຶ່ງ ພາຍຫລັງກອງປະຊຸມສຸດຍອດພິເສດຂອງ ອີຢູ ທີ່ຫາກໍ່ດຳເນີນໄປຢູ່ ບຣຸກແຊນ ປະເທດ ແບນຊິກ ໃນວັນທີ 30/04

ສິ່ງດັ່ງກ່າວ ໄດ້ປັບປຸງຂໍ້ສັງເກດຂອງວົງການນັກໄຈ້ແຍກວ່າ ລະບຽບການເພື່ອສຳເລັດການຖອນຕົວຂອງ ອັງກິດ ອອກຈາກ ອີຢູ ບໍ່ແມ່ນເລື່ອງງ່າຍດາຍ. ບົດຂຽນ ຄວາມເຄັ່ງຕຶງລະຫວ່າງ ອັງກິດ ແລະ ອີຢູ ໃນວິວັດທະນາການ Brexit ຂອງບັນນາທິການ VOV.

ຄວາມເຄັ່ງຕຶງລະຫວ່າງ ອັງກິດ ແລະ ອີຢູ ໃນວິວັດທະນາການ Brexit - ảnh 1 (ພາບປະກອບ)

        ໃນການກະທຳທີ່ສະແດງໃຫ້ເຫັນຄວາມສາມັກຄີ ກ່ອນທີ່ດຳເນີນວິວັດທະນາການເຈລະຈາກ່ຽວກັບເລື່ອງ ອັງກິດ ຖອນອອກຈາກສະຫະພາບ ເອີລົບ (ອີຢູ), ທີ່ກອງປະຊຸມສຸດຍອດພິເສດຂອງ ອີຢູ ຫາກໍ່ດຳເນີນໄປຢູ່ ບຣຸກແຊນ ປະເທດ ແບນຊິກ, ບັນດາການນຳ 27 ປະເທດສະມາຊິກ ໄດ້ເຫັນດີຮັບຮອງເອົາກອບບັນດາຫຼັກການ, ໂດຍໄດ້ຮັບຖືວ່າ ແມ່ນປື້ມຄູ່ມືໃຫ້ແກ່ບັນດານັກເຈລະຈາ Brexit ໃນ 2 ປີທີ່ດຳເນີນການຜ່ອນສັ້ນຜ່ອນຍາວ. ນີ້ແມ່ນກອງປະຊຸມສຸດຍອດຄັ້ງທຳອິດຂອງ ອີຢູ ນັບແຕ່ເມື່ອທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ເລີ່ມປະຕິບັດຕາມມາດຕາ 50 ສົນທິສັນຍາ Lisbon ນຳ ອັງກິດ ຖອນອອກຈາກສະຫະພາບ ເອີລົບ.

ຫຼັກການເຈລະຈາໄດ້ຮັບຄວາມເຫັນດີຈາກ 27 ປະເທດສະມາຊິກ ອີຢູ

        ອີຢູ ໄດ້ສະແດງຫຼັກໝັ້ນແຂງກະດ້າງກ່ວາ ກ່ຽວກັບຍຸດທະສາດເຈລະຈາກັບ ອັງກິດ, ເຖິງວ່າການເຈລະຈາທາງການກ່ຽວກັບ Brexit ຈະເລີ່ມຕົ້ນນັບແຕ່ເດືອນ 6, ພາຍຫລັງການເລືອກຕັ້ງກ່ອນກຳນົດເວລາຢູ່ ອັງກິດ ໃນວັນທີ 08/06.

        ບັນດາການນຳ ອີຢູ ໄດ້ເຫັນດີເປັນເອກະພາບຮັບຮອງເອົາຫຼັກການ “ແຂງກະດ້າງ” ໃນວິວັດທະນາການເຈລະຈາກັບ ອັງກິດ. ຕາມນັ້ນແລ້ວ, ການເຈລະຈາກ່ຽວກັບຂໍ້ຕົກລົງດ້ານການຄ້າໃນອະນາຄົດກັບ ອັງກິດ ພຽງອາດສາມາດເລີ່ມຕົ້ນ ເມື່ອ ລອນດອນ ຕົກລົງເຫັນດີຕໍ່ບັນດາມາດຕາກ່ຽວກັບບັນດາສິດພົນລະເມືອງ ກໍ່ຄືຈ່າຍຄ່າບໍລິການເມື່ອຖອນອອກຈາກ ອີຢູ. ບຸລິມະສິດອັນດັບໜຶ່ງຂອງ ອີຢູ ແມ່ນຮັບປະກັນສິດຜົນປະໂຫຍດດີທີ່ສຸດໃຫ້ພົນລະເມືອງ ອີຢູ 3 ລ້ານຄົນພວມດຳລົງຊີວິດຢູ່ ອັງກິດ ແລະ ຊາວ ອັງກິດ ອາໄສຢູ່ ອີຢູ ກ່ວາ 1 ລ້ານຄົນ. ກ່ຽວກັບບັນຫານີ້, ຄະນະກຳມະການເອີລົບ ກະກຽມບັນຊີລາຍຊື່ຢ່າງລະອຽດກ່ຽວກັບສິດຕ່າງໆ ຊຶ່ງ ອີຢູ ຢາກປົກປ້ອງພົນລະເມືອງຂອງຕົນ. ອີງຕາມບັນຊີລາຍຊື່ດັ່ງກ່າວ ອີຢູ ຈະຮຽກຮ້ອງ ອັງກິດ ສະໜອງກົນໄກຢູ່ອາໄສຍາວນານໃຫ້ແກ່ພົນລະເມືອງ ອີຢູ ສຳລັບບັນດາບຸກຄົນທີ່ມີໄລຍະເວລາຢູ່ອາໄສຢູ່ ອັງກິດ ປະມານ5 ປີ. ບັນຫານີ້ ແມ່ນສິ່ງທ້າທາຍຢ່າງໃຫຍ່ຫລວງ ເມື່ອລັດຖະບານນິຍົມຮັກສາເດີມຂອງທ່ານນາງນາຍົກລັດຖະມົນຕີ Theresa May ວາງເປົ້າໝາຍເດີນຕາມນະໂຍບາຍຈຳກັດການເຂົ້າເມືອງ.  ເອີລົບ ກໍ່ຮຽກຮ້ອງ ອັງກິດ ສຳເລັດການ “ຊຳລະ” ເລື່ອງຖອນອອກຈາກ ເອີລົບ ໃຫ້ເໝາະສົມທີ່ສຸດຕາມຄວາມສາມາດ, ຕາມນັ້ນແລ້ວ ເມື່ອຄິດໄລ່ລວມທັງບັນດາຄຳໝັ້ນສັນຍາກ່ຽວກັບງົບປະມານຈົນຮອດວັນທີ່ປະເທດ ອັງກິດ ຖອນອອກຈາກ ອີຢູ ຢ່າງເປັນທາງການ ດ້ວຍຕົວເລກບໍ່ເປັນທາງການປະມານ 50 – 60 ຕື້ເອີໂຣ. ເຖິງຢ່າງໃດກໍ່ຕາມ ວົງການນັກການເມືອງ ອັງກິດ ຖືວ່າ ລັດຖະບານ ອັງກິດ ຈະບໍ່ເຫັນດີຕໍ່ການປະກອບສ່ວນສູງຄືດັ່ງກ່າວ. ນອກຈາກນັ້ນ, ແຜນການເຈລະຈາຂອງ EU ຍັງສະເໜີຂະແໜງອຸດສາຫະກຳການເງິນທີ່ມີຜົນສະທ້ອນຂອງອັງກິດ ບໍ່ຕ້ອງຜູກຮັດກັບບໍ່ວ່າຂໍ້ຕົກລົງການຄ້າໃດໆໃນອະນາຄົດກັບ EU, ຕາມນັ້ນແລ້ວ ກໍຕ້ອງປະຕິບັດບັນດາຂໍ້ກຳນົດຂອງກຸ່ມຖ້າຫາກຢາກສຳພັດກັບບັນດາຕະຫຼາດຂອງ EU. ທ່ານປະທານສະພາເອີລົບ Donald Tusk ຢືນຢັນວ່າ ນີ້ບໍ່ພຽງແຕ່ແມ່ນບັນຫາຍຸດທະວິທີເທົ່ານັ້ນ, ຫາກຍັງແມ່ນວິທີສຳພັດພຽງຢ່າງດຽວເພື່ອໃຫ້ EU ສຳເລັດການເຈລະຈາກັບອັງກິດ. ໃນຂະນະນັ້ນ, ປະທານຄະນະກຳມະການເອີລົບ Jean-Claude Juncker ໄດ້ຢ້ຳຄືນທັດສະນະຂອງ EU ແມ່ນຈະບໍ່ດຳເນີນການເຈລະຈາຂໍ້ຕົກລົງການຄ້າໃນອະນາຄົດກັບ EU ໃນໄລຍະ 1. ທັດສະນະນີ້ໄດ້ຮັບການສະໜັບສະໜູນຈາກທ່ານນາງນາຍົກລັດຖະມົນຕີເຢັຍລະມັນ Angela Merkel.   

ຄວາມເຄັ່ງຕຶງລະຫວ່າງ ອັງກິດ ແລະ ອີຢູ ໃນວິວັດທະນາການ Brexit - ảnh 2 ທ່ານນາງນາຍົກລັດຖະມົນຕີ Theresa May (ພາບ: AFP/TTXVN)

     ກ່ອນໜ້ານັ້ນ, ພາຍຫຼັງທີ່ອັງກິດປະກາດຈະຜັນຂະຫຍາຍແຜນການ Brexit ທີ່ແຂງກະດ້າງ, ໝາຍຄວາມວ່າ ຖອນອອກຈາກທັງຕະຫຼາດຮ່ວມເອີລົບ ແລະ ສະຫະພັນພາສີ, EU ຍັງສະແດງຫຼັກໝັ້ນທີ່ແຂງກະດ້າງກ່ວາກ່ຽວກັບຍຸດທະສາດເຈລະຈາກັບອັງກິດ. ທ່ານນາງນາຍົກລັດຖະມົນຕີເຢັຍລະມັນ Angela Merkel ຍັງກ່າວເຕືອນວ່າ ອັງກິດບໍ່ຄວນລະເມີເຟີ້ຝັນກ່ຽວກັບວິວັດທະນາການ Brexit ແລະ ຈະເສຍເວລາດຳເນີນການເຈລະຈາ ເພາະອັງກິດຈະບໍ່ມີສິດອຳນາດຫຼາຍກ່ວາຫຼຶຊ້ຳບໍ່ໜຳ ບໍ່ອາດເທົ່າທຽມກັບປະເທດສະມາຊິກອື່ນໆ. ທ່ານລັດຖະມົນຕີກະຊວງການເງິນເຢຍລະມັນ Wolfgang SChacuble ຖະແຫຼງວ່າ ຈະບໍ່ງ່າຍດາຍສຳລັບອັງກິດໃນສະເພາະໜ້າ. ທ່ານເນັ້ນໜັກວ່າ EU ບໍ່ຫວັງໃຫ້ອັງກິດອ່ອນແອລົງ, ແຕ່ກໍບໍ່ສ່ວນທີ່ຍັງເຫຼືອຂອງເອີລົບຖືກອ່ອນແອພາຍຫຼັງເຫດການ Brexit.

     ຍາກທີ່ຈະບັນລຸຄວາມເຫັນດີເຫັນພ້ອມລະຫວ່າງອັງກິດ ແລະ EU

  ປະຕິກິລິຍາຕໍ່ບັນດາການກະທຳຈາກ ບຣຸກແຊນ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ຖະແຫຼງເມື່ອວັນທີ 30/4 ວ່າ ທ່ານນາງເດັດດ່ຽວຮັກສາຫຼັກໝັ້ນກ່ຽວກັບບັນຫາອັງກິດເຈລະຈາຖອນອອກຈາກ EU ວ່າ , ຖ້າຫາກບໍ່ບັນລຸໄດ້ຂໍ້ຕົກລົງໃດໆ ກໍເປັນການດີກ່ວາການຍອມຮັບຂໍ້ຕົກລົງທີ່ຊົ່ວຮ້າຍ, ບໍ່ນຳມາເຊິ່ງຜົນປະໂຫຍດມາສູ່ອັງກິດ. ໃນຂະນະນັ້ນ, ລັດຖະມົນຕີຮັບຜິດຊອບບັນຫາ Brexit ຂອງອັງກິດ ທ່ານ David davis ກໍຍອມຮັບວ່າ ບັນດາການເຈລະຈານີ້ ຈະແມ່ນບັນດາການເຈລະຈາທີ່ສັບສົນທີ່ສຸດຊຶ່ງອັງກິດຕ້ອງປະເຊີນໜ້ານັບແຕ່ກ່ອນເປັນຕົ້ນມາ.

     Brexit ໃໝ່ພຽງແຕ່ຢູ່ໃນໄລຍະເລີ່ມຕົ້ນ. ແຕ່ເລື່ອງ 27 ປະເທດສະມາຊິກຂອງ EU ຕັດສິນໃຈເດີນຕາມຫຼັກການ “ແຂງກະດ້າງ” ໃນການເຈລະຈາກັບອັງກິດ ໄດ້ສະແດງໃຫ້ເຫັນວ່າ ວິວັດການເຈລະຈາທີ່ຈະມາເຖິງ ກໍບໍ່ງ່າຍດາຍແຕ່ຢ່າງໃດ. ເພື່ອຫຼີກລ້ຽງສະພາບການຖອນຕົວອອກຈາກ EU ດ້ວຍ 2 ຝາມືເປົ່າພາຍຫຼັງການເຈລະຈາ, ວິທີດີທີ່ສຸດແມ່ນຕ້ອງສ້າງບັນດາຂໍ້ຕົກລົງຮ່ວມລະຫວ່າງອັງກິດແລະ EU, ແຕ່ໃນປະຈຸບັນ, ຍັງບໍ່ທັນມີສັນຍານໃດໆທີ່ສະແດງໃຫ້ເຫັນມີການຜ່ອນສັ້ນຜ່ອນຍາວລະຫວ່າງ 2 ຝ່າຍເທື່ອ./. 

ຕອບກັບ

ຂ່າວ/ບົດ​ອື່ນ