ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ຈະກາຍເປັນການປະທະກັນດ້ານການທະຫານຫຼືບໍ່?

(VOVWORLD) - ຂໍ້ມູນຂ່າວສານກ່ຽວກັບເລື່ອງ ອາເມລິກາ ຈັດສົ່ງກ່ຳປັ່ນຂົນສົ່ງຂະໜາດໃຫຍ່ ແລະ ລະບົບລູກສອນໄຟເທິງໜ້າດິນຕ້ານອາກາດ Patriot ດ້ວຍຄຳຖະແຫຼງເພື່ອ “ນາບຂູ່” ອີຣານ ພ້ອມດ້ວຍບັນດາຄຳໂຕ້ຕອບແຂງກະດ້າງຈາກນາຍພົນທະຫານກອງທັບລະຫວ່າງ 2 ຝ່າຍໃນໄລຍະຜ່ານມາ ໄດ້ເຮັດໃຫ້ສະພາບການຢູ່ພາກພື້ນຕາເວັນອອກກາງເຄັ່ງຕຶງຂຶ້ນ.

ເຖິງຢ່າງໃດກໍ່ຕາມ, ແຜນການກ່ຽວກັບການສູ້ຢັນດ້ານການທະຫານລະຫວ່າງ ອາເມລິກາ ແລະ ອີຣານ ຍາກທີ່ຈະເກີດຂຶ້ນ ຍ້ອນວ່າ ນີ້ແມ່ນສິ່ງທີ່ທັງ 2 ຝ່າຍລ້ວນແຕ່ບໍ່ເພິ່ງປາດຖະໜາ.

ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ຈະກາຍເປັນການປະທະກັນດ້ານການທະຫານຫຼືບໍ່? - ảnh 1 ທ່ານປະທານາທິບໍດີ ອີຣານ Hassan Rouhani ແລະ ທ່ານປະທານາທິບໍດີ ອາເມລິກາ  Donald Trump. ພາບ: Vaaju

        ການພົວພັນລະຫວ່າງ ເຕເຮຣານ ແລະ ວໍຊິງຕັນ ໄດ້ເຄັ່ງຕຶງມາໄດ້ປະມານໜຶ່ງອາທິດແລ້ວ ພາຍຫລັງວັນທີ 08 ພຶດສະພາ, ທ່ານປະທານາທິບໍດີ ອີຣານ Hassan Rouhani ຖະແຫຼງວ່າ ພາຍຫລັງເວລາ 60 ວັນ, ປະເທດນີ້ຈະ “ຮັດແຄບ” ການປະຕິບັດບັນດາຄຳໝັ້ນສັນຍາທີ່ລະບຸໃນຂໍ້ຕົກລົງນິວເຄຼຍລະຫວ່າງ ອີຣານ ແລະ 6 ປະເທດມະຫາອຳນາດ ເຊິ່ງລົງນາມໃນປີ 2015 (ຂໍ້ຕົກລົງ P5+1), ໂດຍລະອຽດແມ່ນເພີ່ມລະດັບເສີມທາດ ຢູລານຽມ. ທ່ານ Rouhani ກໍ່ກ່າວເຕືອນວ່າ ຈະມີການໂຕ້ຕອບໃດໜຶ່ງ ຖ້າຫາກບັນຫານິວເຄຼຍ ໄດ້ຍົກອອກມາປຶກສາຫາລືຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດອີກຄັ້ງໜຶ່ງ. ການກະທຳນີ້ຂອງ ອີຣານ ໄດ້ຮັບຖືວ່າ ແມ່ນການໂຕ້ຕອບຕໍ່ບັນດາມາດຕະການລົງໂທດຂອງ ອາເມລິກາ ທີ່ແນໃສ່ ເຕເຮຣານ ພາຍຫລັງ ວໍຊິງຕັນ ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍໃນປີ 2018.

ນາບຂູ່ເຊິ່ງກັນແລະກັນ

        ໃນຊຸມປີຜ່ານມາ, ສະພາບການຢູ່ພາກພື້ນມີຄວາມເຄັ່ງຕຶງ ຍ້ອນຄຳຖະແຫຼງກະຫາຍສົງຄາມຈາກ 2 ຝ່າຍ. ທ່ານ John Bolton ທີ່ປຶກສາດ້ານປ້ອງກັນຄວາມໝັ້ນຄົງແຫ່ງຊາດ ອາເມລິກາ, ເຊິ່ງແມ່ນຜູ້ທີ່ມີທັດສະນະແຂງກະດ້າງກັບ ອີຣານ ມາແຕ່ດົນແລ້ວ, ວັນທີ 13 ພຶດສະພາ, ທ່ານໃຫ້ຮູ້ວ່າ: ທຳນຽບ 5 ແຈ ພວມຜັນຂະຫຍາຍແຜນການການທະຫານຮອບດ້ານ ແນໃສ່ຮັບມືຕໍ່ຄວາມສ່ຽງຈາກ ອີຣານ ບຸກໂຈມຕີກຳລັງປະກອບອາວຸດ ອາເມລິກາ. ນອກຈາກເລື່ອງຜັນຂະຫຍາຍກ່ຳປັ່ນບຸກໂຈມຕີຍົກພົນຂຶ້ນບົກ USS Arlington ພ້ອມດ້ວຍລະບົບປ້ອງກັນລູກສອນໄຟ Patriot ແລ້ວ, ອາເມລິກາ ຍັງຜັນຂະຫຍາຍພົນທະຫານໄປຍັງພາກພື້ນຕາເວັນອອກກາງປະມານ 120.000 ຄົນຕື່ມອີກ. ກ່ອນໜ້ານັ້ນ, ສື່ມວນຊົນ ອາເມລິກາ ກໍ່ໃຫ້ຂ່າວວ່າ ຝູງເຮືອບິນຖິ້ມລະເບີດ B52 ຂອງປະເທດນີ້ ກໍ່ບິນໄປຮອດຖານທີ່ໝັ້ນແຫ່ງໜຶ່ງຢູ່ ກາຕາ ໃນຂະນະດຽວກັນ ອາເມລິກາ ກໍ່ຜັນຂະຫຍາຍພົນທະຫານປະມານ 5.200 ຄົນໄປຍັງ ອີຣັກ, ປະເທດບ້ານໃກ້ເຮືອນຄຽງຂອງ ອີຣານ, ແນໃສ່ຮັບມືຕໍ່ໄພນາບຂູ່ຈາກ ອີຣານ.

ໂຕ້ຕອບຕໍ່ບັນດາການກະທຳຂອງ ອາເມລິກາ, ທ່ານ Yousef Tabatabai-Nejad ນັກບວດຂັ້ນສູງຂອງ ອີຣານ ໄດ້ກ່າວເຕືອນວ່າ ກອງກຳລັງທະຫານເຮືອຂອງ ອາເມລິກາ ອາດຈະ “ຖືກທຳລາຍດ້ວຍລູກສອນໄຟພຽງແຕ່ລູກດຽວເທົ່ານັ້ນ”. ເຈົ້າໜ້າທີ່ ອີຣານ ກ່າວເຕືອນວ່າ ຖ້າຫາກກ່ຳປັ່ນເດີ່ນບິນຂອງ ອາເມລິກາ ມີບໍ່ວ່າການກະທຳໃດໆ, ເຕເຮຣານ ຈະບຸກໂຈມໃສ່ກຳລັງການທະຫານຂອງ ວໍຊິງຕັນ ກ່ອນ. ທ່ານປະທານາທິບໍດີ ອີຣານ Hassan Rouhani ຢືນຢັນວ່າ ເຕເຮຣານ ບໍ່ປະໃຫ້ບໍ່ວ່າປະເທດໃດມານາບຂູ່ໄດ້ຢ່າງງ່າຍດາຍ. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ຖະແຫຼງວ່າ ວໍຊິງຕັນ ຈະພຽງແຕ່ “ປະຕິບັດການກະທຳຂ້າຕົວຕາຍ” ເທົ່ານັ້ນ ຖ້າຫາກທຳສົງຄາມກັບ ເຕເຮຣານ.

ການພົວພັນລະຫວ່າງ ເຕເຮຣານ ແລະ ວໍຊິງຕັນ ຊົ່ວຮ້າຍລົງນັບແຕ່ເດືອນ ພຶດສະພາ ປີ 2018 ພາຍຫລັງທ່ານປະທານາທິບໍດີ Donald Trump ຖອນ ອາເມລິກາ ອອກຈາກຂໍ້ຕົກລົງນິວເຄຼຍລະຫວ່າງ ອີຣານ ແລະ 6 ປະເທດມະຫາອຳນາດ ເຊິ່ງລົງນາມໃນປີ 2015 (ຫຼືເອີ້ນວ່າຂໍ້ຕົກລົງ P5+1). ໃນຕົ້ນເດືອນ ເມສາ ຜ່ານມາ, ອາເມລິກາ ຖະແຫຼງວ່າ ບໍ່ສືບຕໍ່ຍົກເລີກຄຳສັ່ງລົງໂທດໃຫ້ບັນດາປະເທດທີ່ນຳເຂົ້ານ້ຳມັນດິບຈາກ ອີຣານ ແລະ ກ່າວເຕືອນເຂົາເຈົ້າຄວນຊື້ນ້ຳມັນຈາກ ອາຣັບບິ ຊະອຸດິ ແລະ ສະຫະລັດອາຣັບເອມີເລັດ (UAE). ກຳລັງພິທັກຮັກສາປະຕິວັດອິດສະລາມ ອີຣານ ກໍ່ຖືກ ວໍຊິງຕັນ ຈັດເຂົ້າໃນບັນຊີລາຍຊື່ບັນດາອົງການກໍ່ການຮ້າຍສາກົນ. ຫລັງຈາກນັ້ນ ເຕເຮຣານ ກໍ່ໂຕ້ຕອບດ້ວຍວິທີຈັດກອງທັບ ອາເມລິກາ ເຂົ້າໃນບັນຊີລາຍຊື່ພວກກໍ່ການຮ້າຍເຊັ່ນດຽວກັນ, ພ້ອມທັງນາບຂູ່ວ່າ ຈະປິດລ້ອມຊ່ອງແຄບທະເລ Hormuz, ເສັ້ນທາງທະເລສຳຄັນທີ່ສຸດຢູ່ພາກພື້ນຕາເວັນອອກກາງ. ໃນມໍ່ໆມານີ້, ວັນທີ 08 ພຶດສະພາ, ເຕເຮຣານ ຖະແຫຼງຢຸດຕິບາງຄຳໝັ້ນສັນຍາທີ່ລະບຸໃນຂໍ້ຕົກລົງນິວເຄຼຍພາຍຫລັງເວລາ 60 ວັນ, ລະອຽດແມ່ນຈະເພີ່ມລະດັບເສີມທາດ ຢູລານຽມ. ທ່ານ Hassan Rouhani ກໍ່ຢັ້ງຢືນຫຼັກໝັ້ນຂອງ ອີຣານ ວ່າ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາການເຈລະຈານິວເຄຼຍ, ພ້ອມທັງເນັ້ນໜັກເຖິງການລົ້ມເຫຼວຂອງຂໍ້ຕົກລົງນິວເຄຼຍປີ 2015 ແມ່ນຄວາມອັນຕະລາຍສຳລັບ ອີຣານ ແລະ ທັງໂລກອີກດ້ວຍ. ອີຣານ ພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ, ເຖິງຢ່າງໃດກໍ່ຕາມ, ສິ່ງນີ້ ພຽງແຕ່ໄດ້ປະຕິບັດພາຍຫລັງ ວໍຊິງຕັນ ຍົກເລີກບັນດາມາດຕະການລົງໂທດດ້ານເສດຖະກິດແນໃສ່ ເຕເຮຣານ ແລະ ສະແດງໃຫ້ເຫັນການເຄົາລົບປະເທດນີ້.

ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ຈະກາຍເປັນການປະທະກັນດ້ານການທະຫານຫຼືບໍ່? - ảnh 2 ກ່ຳປັ່ນ USS Arlington  

ການທົດລອງກ່ຽວກັບຄວາມຕັດສິນໃຈແມ່ນເໜືອກ່ວາການປະທະກັນທາງການທະຫານ

       ຕໍ່ໜ້າບັນດາການຜັນແປເຄັ່ງຕຶງຄືປັດຈຸບັນ, ຫາງສຽງສາກົນມີຄວາມວິຕົກກັງວົນຕໍ່ໜ້າເລື່ອງ ອາດຈະເກີດການປະທະກັນທາງການທະຫານ. ເຖິງຢ່າງໃດກໍ່ຕາມ, ວົງການນັກສັງເກດການຖືວ່າ: ນີ້ອາດຈະເປັນພຽງສົງຄາມດ້ານຈິດຕະສາດຂອງ ອາເມລິກາ ຍ້ອນ ວໍຊິງຕັນ ມີຄວາມເຂົ້າໃຈແຈ້ງກ່ວາ ຕໍ່ການເສຍຫາຍອັນໃຫຍ່ຫລວງກ່ຽວກັບດ້ານເສດຖະກິດ ຖ້າຫາກຊ່ອງແຄບທະເລ Hormuz ກາຍເປັນສະໜາມຮົບ.

        ຕາມສະພາບຕົວຈິງແລ້ວ, ພາຍຫລັງບັນດາຖ້ອຍຄຳນາບຂູ່ກັນທີ່ເຄັ່ງຄຶງ, ທັງ 2 ຝ່າຍລ້ວນແຕ່ມີຄຳຖະແຫຼງແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງ. ວັນທີ 14 ພຶດສະພາ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະຕິເສດຂ່າວຄາວທີ່ວ່າ: ວົງການເຈົ້າໜ້າທີ່ປະເທດນີ້ ພວມປຶກສາຫາລືກ່ຽວກັບແຜນການ ທີ່ຜັນຂະຫຍາຍພົນທະຫານ 120.000 ຄົນໄປຍັງພາກພື້ນຕາເວັນອອກກາງ. ແລະກໍ່ໃນວັນດຽວກັນ, ຜູ້ນຳສູງສຸດ, ສາດສະດາໃຫຍ່ຂອງ ອີຣານ ທ່ານ Ali Khamenei ກໍ່ຢືນຢັນວ່າ ຈະບໍ່ມີບໍ່ວ່າສົງຄາມໃດກັບ ອາເມລິກາ ແລະ ຄວາມເຄັ່ງຕຶງໃນປັດຈຸບັນ ແມ່ນການທົດລອງກ່ຽວກັບຄວາມຕັດສິນໃຈເໜືອກ່ວາການປະທະກັນທາງການທະຫານ. ເຖິງຢ່າງໃດກໍ່ຕາມ, 2 ຝ່າຍຍັງຄົງຮັກສາທັດສະນະແຂງກະດ້າງທີ່ສຸດ. ເຕເຮຣານ ຢືນຢັນວ່າ ຈະບໍ່ມີບໍ່ວ່າການເຈລະຈາໃດໆກັບ ອາເມລິກາ ຕາບໃດ ອາເມລິກາ ຍັງເດີນຕາມບັນດານະໂຍບາຍທີ່ເປັນປໍລະປັກຕ້ານ ເຕເຮຣານ. ວໍຊິງຕັນ ຮຽກຮ້ອງ ອີຣານ ປະລະຄວາມມັກໃຫຍ່ໄຝ່ສູງດ້ານນິວເຄຼຍ, ພ້ອມທັງຊັ່ງຊາມາດຕະການທາງການທະຫານກັບ ອີຣານ.

        ປັດຈຸບັນ, ທັງ ອາເມລິກາ ແລະ ອີຣານ ລ້ວນແຕ່ເວົ້າວ່າ ເຂົາເຈົ້າບໍ່ຢາກທຳສົງຄາມ. ເຖິງຢ່າງໃດກໍ່ຕາມ, ນັບແຕ່ບາດກ້າວທຳອິດ, ບັນດາສົງຄາມດ້ານຈິດຕະສາດ, ການກະທຳເກາະຜິດທີ່ບໍ່ຕັ້ງໃຈ ອາດຈະເຮັດໃຫ້ 2 ຝ່າຍກ້າວເຂົ້າສູ່ວົງຈອນປະທະກັນ, ຍູ້ ອີຣານ ກັບຄືນສູ່ເສັ້ນທາງນິວເຄຼຍ, ເປັນການເປີດອອກຄວາມຊ້ອນແຝງໃນພາກພື້ນ ທີ່ກໍ່ໃຫ້ເກີດການຂາດສະຖຽນລະພາບ ./.

ຕອບກັບ

ຂ່າວ/ບົດ​ອື່ນ