ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ຍິ່ງປີນຂັ້ນໄດ

(VOVWORLD) -ຄວາມວິຕົກກັງວົນກ່ຽວກັບການປະທະກັນຢູ່ຕາເວັນອອກກາງເກີດຂຶ້ນອີກຄັ້ງຫນຶ່ງ ພາຍຫລັງ ທຳນຽບ 5 ແຈ ຈັດສົ່ງກຸ່ມກຳປັ່ນສະຫນາມບິນໄປເຖິງ ເຂດທະເລໃກ້ກັບ ອີຣານ, ສ່ວນ ອີຣານ ໄດ້ນາບຂູ່ວ່າ ຈະຟື້ນຟູການເຄື່ອນໄຫວເສີມທາດ ຢູຣານຽມ ລະດັບສູງ. ເປັນອັນວ່າ ໃນໄລຍະຫນຶ່ງປີເຕັມ ພາຍຫລັງທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫລງຖອນອອກຈາກຂໍ້ຕົກລົງນິວເຄຼຍ ກັບອີຣານ, ການພົວພັນລະຫວ່າງ ອາເມລິກາ ແລະ ອີຣານ ນັບມື້ນັບເຄັ່ງຕຶງຂຶ້ນຕື່ມ, ສິ່ງດັ່ງກ່າວພວມນາບຂູ່ໂດຍກົງເຖິງສັນຕິພາບຢູ່ ຕາເວັນອອກກາງ.

ບັນດາບາດກ້າວເດີນແຂງກະດ້າງຂອງອີຣານ ແລະ ຂອງ ອາເມລິກາ ໃນໄລຍະຜ່ານມາ ອາດຈະຖືວ່າແມ່ນການ “ໂຕ້ຕອບເຊິ່ງກັນແລະກັນ”. ນະໂຍບາຍລົງໂທດຂອງ ອາເມລິກາ ສຳລັບ ອີຣານ ໃນຕະຫລອດ 1 ປີຜ່ານມາ ອາດຈະຊ່ວຍ ວໍຊິງຕັນ ປະຕິບັດການຄິດໄລ່ຊັ່ງຊາຫລຸດຜ່ອນລະດັບຜົນສະທ້ອນ ແລະ ກຳລັງແຮງ ຂອງ ເຕເຮຣານ ແຕ່ສິ່ງນັ້ນກໍ່ໄດ້ກໍ່ຜົນບໍ່ດີຫລາຍຢ່າງ

ການໂຕ້ຕອບເໝາະສົມ

ສະພາບການຢູ່ເຂດອ່າວ ພວມຜັນແປໄປຢ່າງສັບສົນ ຕໍ່ຫນ້າບັນດາການກະທຳປີນຂັ້ນໄດຂອງ ອີຣານ ແລະ ອາເມລິກາ ກ່ຽວຂ້ອງເຖິງຂໍ້ຕົກລົງສາກົນກ່ຽວກັບບັນຫານິວເຄຼຍ ຂອງ ອີຣານ ເມື່ອປີ 2015 (JCPOA). ອາເມລິກາ ນັບແຕ່ເມື່ອພາຍຫລັງຖອນຕົວອອກຈາກຂໍ້ຕົກລົງຕາມລຳພັງຝ່າຍດຽວເມື່ອປີ 2018 ດ້ວຍເຫດຜົນບໍ່ເພີ່ມທະວີບັນດາມາດຕະການລົງໂທດ ເພື່ອຈຳກັດການເຄື່ອນໄຫວທົດລອງລູກສອນໄຟນຳວິຖີ ຫລື ຈຳກັດເລື່ອງອີຣານ ເຂົ້າຮ່ວມບັນດາການປະທະກັນໃນພາກພື້ນ, ອາເມລິກາ ໄດ້ເພີ່ມກຳລັງດັນຕໍ່ອີຣານຢ່າງບໍ່ຢຸດຢັ້ງ ລະອຽດແມ່ນ ຟື້ນຟູຫລາຍຄຳສັ່ງຂວ້ຳບາດເລັ່ງໃສ່ ອີຣານ ພິເສດ ແມ່ນຂົງເຂດນ້ຳມັນບໍ່.

ໃນຕະຫລອດ 1 ປີຜ່ານມາ, ເຕເຮຣານ ຖືກລົງໂທດຫລາຍຢ່າງຈາກ ວໍຊີງຕັນ ໂດຍບໍ່ຫົວຊາຕໍ່ບັນດາບັ້ນກວດກາຂອງອົງການປະລະມານູສາກົນ (IAEA) ຕະຫລອດຮອດຈຸດເວລານີ້ ລ້ວນແຕ່ຢືນຢັນ ອີຣານ ເຄົາລົບບັນດາມາດຕາຂອງຂໍ້ຕົກລົງນິວເຄຼຍ ຄັ້ງປະຫວັດສາດ ຢ່າງເຂັ້ມງວດ. ໃນສະພາບການນັ້ນ ຄວາມເຄັ່ງຕຶງລະຫວ່າງ ເຕເຮຣານ ແລະ ວໍຊິງຕັນ ຍິ່ງຖືກຍູ້ໄປໃຫ້ຕົກຢູ່ໃນລະດັບໃຫມ່ ດ້ວຍເລື່ອງ ອາເມລິກາ ຈັດກຳລັງພິທັກປະຕິວັດອິດສະລາມ ອີຣານ ເຂົ້າ “ບັນຊີລາຍຊື່ກໍ່ການຮ້າຍ”. ຄວາມຈິງນີ້ ເຮັດໃຫ້ ອີຣານ ໝົດຄວາມອົດທົນ. ນອກຈາກຄຳກ່າວເຕືອນ ວ່າ ຈະປີດລ້ອມຊ່ອງແຄບທະເລ Hormuz ຊື່ງແມ່ນເສັ້ນທາງທະເລສຳຄັນຂອງໂລກ, ວັນທີ 8 ພຶດສະພາ ປະທານາທິບໍດີ ອີຣານ ໄດ້ປະກາດວ່າ ພາຍຫລັງ 60 ວັນ ອີຣານ ຈະ “ຮັດແຄບ” ການປະຕິບັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍ ລະອຽດ ແມ່ນຈະເພີ່ມລະດັບເສີມທາດຢູຣານຽມ. ນີ້ແມ່ນການກຳນົດເວລາຊື່ງ ອີຣານ ຮຽກຮ້ອງບັນດາປະເທດຍັງເຫລືອ ເຂົ້າຮ່ວມຂໍ້ຕົກລົງນິວເຄຼຍ ຊື່ງລວມມີ: ອັງກິດ, ຈີນ, ລັດເຊຍ, ຝລັ່ງ ແລະ ເຢຍລະມັນ ຕ້ອງປະຕິບັດຄຳໝັ້ນສັນຍາປົກປ້ອງຂະແຫນງນ້ຳມັນບໍ່ ແລະ ການເງິນຂອງ ອີຣານ ຕໍ່ຄຳສັ່ງຂວ້ຳບາດຂອງ ອາເມລິກາ.

        ເຖິງຢ່າງໃດກໍຕາມ, ພາຍຫຼັງການຖະແຫຼງຂອງທ່ານປະທານາທິບໍດີ ອີຣານ ພຽງ 2 – 3 ຊົ່ວໂມງ, ຜູ້ນໍາໜ້າທໍານຽບຂາວ ໄດ້ອອກລັດຖະດໍາລັດວ່າດ້ວຍການຈັດວາງຄໍາສັ່ງລົງໂທດສໍາລັບຂົງເຂດບໍ່ແຮ່ ແລະ ໂລຫະ, ເຊິ່ງແມ່ນສອງແຫຼ່ງລາຍຮັບໃຫຍ່ທີ່ສຸດຂອງ ອີຣານ ຖັດຈາກ ນໍ້າມັນບໍ່. ວໍຊິງຕັນ ບໍ່ລືມຄໍາກ່າວເຕືອນວ ເຕເຮຣານ ວ່າ “ຈະຕ້ອງປະເຊີນກັບການກະທໍາຫຼາຍກວ່ານີ້ອີກ” ເວັ້ນເສຍແຕ່ມີການປ່ຽນແປງການກະທໍາຂອງຕົນ. ຕາມທ່ານປະທານາທິບໍດີ Donald Trump ແລ້ວ, ນີ້ກໍແມ່ນຄໍາກ່າວເຕື່ອນຝາກເຖິງບັນດາປະເທດອື່ນວ່າ ການອະນຸຍາດໃຫ້ນໍາເຂົ້າໂລຫະຂອງ ອີຣານ ຈະຖຶກລົງໂທດ.

        ນອກຈາກບັນດາຖະແຫຼງການທີ່ແຂງກະດ້າງແລ້ວ, ສະພາບການຜັນແປຢູ່ພື້ນທີ່ຕົວຈິງກໍກໍ່ຄວາມວິຕົກວັງວົນຕື່ມອີກ ເມື່ອ ອາເມລິກາ ຜັນຂະຫຍາຍກໍາລັງທີ່ແຂງແກ່ນໄປຍັງເຂດອ້ອມແອ້ມ ອີຣານ. ປັດຈຸບັນ, ກຸ່ມກໍາລັງສູ້ຮົບກໍ່າປັ່ນສະໜາມບິນ USS Abraham Lincoln ກໍາລັງມຸ່ງໜ້າໄປຍັງ ເຂດຕາເວັນອອກກາງ, ສ່ວນກອງທັບອາກາດ ອາເມລິກາ ກໍ່ແຈ້ງໃຫ້ຊາບການຜັນຂະຫຍາຍເຮືອບິນຖີ້ມລະເບີດ B -25 ໄປຍັງເຂດດັ່ງກ່າວ. ໃນຂະນະນັ້ນ, ກອງພິທັກປະຕິວັດອິດສະລາມ ໄດ້ຮັບຖືວ່າ ກໍາລັງຈັດສົ່ງລູກສອນໄຟຫຼາຍລູກ ໄປຍັງເຂດຝັ່ງທະເລ ມຸ່ງໄປເຖິງ ຊ່ອງແຄບທະເລ Hormuz.

ສາກົນມີຄວາມວິຕົກວັງວົນ

        ຈຸດເວລາບັນດາຝ່າຍລົງນາມໃນຂໍ້ຕົກລົງ ນິວເຄຼຍ ອີຣານ ເຄີຍໄດ້ຮັບການຮັບຮູ້ ແມ່ນເຫດການສາກົນພົ້ນເດັ່ນຂອງປີ 2015, ແມ່ນໄຊຊະນະຂອງບັນດາຝ່າຍໃນການຄວບຄຸມ ອີຣານ ພັດທະນາອາວຸດນິວເຄຼຍ. ເຖິງວ່າ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງສະບັບດັ່ງກ່າວນັບແຕ່ປີ 2018 ກໍຕາມ ແຕ່ ອີຣານ ຍັງບໍ່ເຄີຍຖະແຫຼງຈະລະເມີດຂໍ້ຕົກລົງດັ່ງກ່າວຈັກເທື່່ອ.

        ດັ່ງນັ້ນ, ຖະແຫຼງການ ຈະຮັດແຄບການປະຕິບັດບັນດາຄໍາໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍ ເມື່ອວັນທີ 8 ພຶດສະພາ ຜ່ານມາ, ທ່ານປະທານາທິບໍດີ ອີຣານ ໄດ້ເຮັດໃຫ້ບັນດາປະເທດສະມາຊິກຂອງຂໍ້ຕົກລົງດັ່ງກ່າວ ກໍຄືຫາງສຽງສາກົນມີຄວາມວິຕົກກັງວົນເປັນພິເສດ. ທ່ານ Antonia Guterres ເລຂາທິການໃຫຍ່ ສປຊ ຢັ້ງຢືນວ່າ ຍາມໃດ ທ່ານກໍຖື “ແຜນການດໍາເນີນງານຮ່ວມຮອບດ້ານ” ແມ່ນຜົນສໍາເລັດອັນໃຫຍ່ຫຼວງໃນຄວາມມານະພະຍາຍາມທາງການທູດ ເພື່ອແນໃສ່ຢຸດຕິການແຜ່ຂະຫຍາຍນິວເຄຼຍ ແລະ ປະກອບສ່ວນສ້າງສັນຕິພາບ, ຄວາມໝັ້ນຄົງຂອງພາກພື້ນ ກໍຄືໃນໂລກ. ດັ່ງນັ້ນ, ທ່ານ Guterres ຫວັງຢ່າງຍິ່ງວ່າ ຈະກອບກູ້ຂໍ້ຕົກລົງດັ່ງກ່າວໄວ້ໄດ້. ທ່ານນາງ Florence Parly ລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ ໃຫ້ຂໍ້ສັງເກດວ່າ: “ປັດຈຸບັນ ບໍ່ມີສິ່ງໃດຊົ່ວຮ້າຍໄປກວ່າເລື່ອງ ອີຣານ ຖອນຕົວອອກຂໍ້ຕົກລົງນິວເຄຼຍ”. ທ່ານນາງໃຫ້ຮູ້ວ່າ ຝລັ່ງ, ອັງກິດ, ເຢຍລະມັນ ເຊິ່ງແມ່ນບັນດາປະເທດທີ່ໄດ້ລົງນາມໃນຂໍ້ຕົກລົງ JCPOA ນັ້ນ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອສາມາດຮັກສາຂໍ້ຕົກລົງນິວເຄຼຍດ້ວຍວິທີ ວາງອອກບັນດາຂໍ້ລິເລີ່ມໜູນຊ່ວຍພື້ນຖານເສດຖະກິດ ອີຣານ ໂດຍບໍ່ຫົວຊາຕໍ່ບັນດາມາດຕະການລົງໂທດຂອງ ອາເມລິກາ. ໃນຂະນະນັ້ນ, ຈີນຖືວ່າ ການຮັກສາ ແລະ ປະຕິບັດຂໍ້ຕົກລົງນິວເຄຼຍຮອບດ້ານນີ້ ແມ່ນຄວາມຮັບຜິດຊອບຂອງບັນດາທຸກຝ່າຍ. ປັກກິ່ງ ກໍ “ຄັດຄ້ານຢ່າງແຮງ” ຕໍ່ບັນດາມາດຕະການລົງໂທດພຽງລໍາພັງຝ່າຍດຽວຂອງ ອາເມລິກາ ທີ່ຈັດວາງຕໍ່ ອີຣານ.

        ການລົ້ມລະລາຍຂອງຂໍ້ຕົກລົງນິວເຄຼຍ 2015 ລະຫວ່າງ ອີຣານ ກັບ ກຸ່ມ P5+1 ຫຼື ຍັງເອີ້ນວ່າ ແຜນການດໍາເນີນງານຮ່ວມຮອບດ້ານ (JCPOA) ແມ່ນໄພອັນຕະລາຍສໍາລັບ ອີຣານ ແລະ ທົ່ວໂລກ. ຖ້າຫາກວ່າ ອາເມລິກາ ສືບຕໍ່ເພີ່ມກໍາລັງດັນຕໍ່ ອີຣານ ຄືດັ່ງຖະແຫຼງການຂອງເຈົ້າໜ້າທີ່ ອາເມລິກາ ຈໍານວນໜຶ່ງນັ້ນ ແມ່ນອາດຈະກໍ່ໃຫ້ເກີດຜົນປະໂຫຍດກົງກັນຂ້າມ. ຂະນະນັ້ນ, ການລົ້ມລະລາຍຂອງຂໍ້ຕົກລົງ ນິວເຄຼຍ ຂອງອີຣານ ຈະບໍ່ຢຸດຢູ່ຄໍາວ່າ “ຄວາມສ່ຽງ”.

ຕອບກັບ

ຂ່າວ/ບົດ​ອື່ນ