ຄວາມເຄັ່ງຕຶງໃນແຫຼມເກົາຫຼີ ຍັງບໍ່ທັນມີສັນຍານຜ່ອນຄາຍລົງ

(VOVWORLD) -ພາຍຫຼັງກໍລະນີຍິງລູກສອນໄຟທີ່ໄດ້ຮັບຖືວ່າ ແມ່ນເຂັ້ມແຂງທີ່ສຸດນັບແຕ່ກ່ອນເປັນຕົ້ນມາຂອງ ສ.ປ.ປ.ເກົາຫຼີ ນັ້ນ, ວັນທີ 4 ທັນວາ, ສ. ເກົາຫຼີ ແລະ ອາເມລິກາໄດ້ເລີ່ມດຳເນີນການຊ້ອມຮົບກອງທັບອາກາດຮ່ວມທີ່ມີຂອບຂະໜາດໃຫຍ່ຊຶ່ງປະກອບດ້ວຍເຮືອບິນສູ້ຮົບນັບຮ້ອຍລຳ . ໂດຍບໍ່ຫົວຊາຕໍ່ຄວາມມານະພະຍາຍາມຮຽກຮ້ອງໃຫ້ລະງັບໃຈຂອງວົງຄະນະຍາດສາກົນ, ການກະທຳຂອງບັນດາຝ່າຍໄດ້ເຮັດໃຫ້ແຫຼມເກົາຫຼີ ເພີ່ມຄວາມເຄັ່ງຕຶງຫຼາຍຂຶ້ນ
ຄວາມເຄັ່ງຕຶງໃນແຫຼມເກົາຫຼີ ຍັງບໍ່ທັນມີສັນຍານຜ່ອນຄາຍລົງ  - ảnh 1ເຮືອບິນສູ້ຮົບຂອງອາເມລິກາ. (ພາບ:NBC )

ການຊ້ອມຮົບຮ່ວມທີ່ມີຊື່ວ່າ Vigilant Ace ຈະດຳເນີນຮອດວັນທີ 8 ທັນວາຈຶ່ງຈະສິ້ນສຸດລົງ. ນັບແຕ່ກ່ອນເປັນຕົ້ນມາ, ພຽງຢາງຍາມໃດກໍຖືບັນດາ ການຊ້ອມຮົບຮ່ວມລະຫວ່າງ ສ. ເກົາຫຼີ ແລະ ອາເມລິກາ ແມ່ນການກະທຳຝຶກຊ້ອມເພື່ອຮຸກຮານ ສ.ປ.ປ.ເກົາຫຼີ ໃນຂະນະທີ່ 2 ປະເທດນີ້ພັດຢືນຢັນວ່າ ບັນດາການຊ້ອມຮົບຮ່ວມນີ້ ພຽງແຕ່ມີລັກສະນະປ້ອງກັນຕົວເທົ່ານັ້ນ.

    ຫຼາຍປັດໄຈຜິດປົກກະຕິ

     ຈະບໍ່ມີຫຍັງທີ່ເປັນໜ້າສົນໃຈເພາະ ນັບແຕ່ກ່ອນເປັນຕົ້ນມາ, ແຜນການຍິງລູກສອນໄຟ, ຊ້ອມຮົບຮ່ວມ, ການກ່າວເຕືອນ, ຄຳນາບຂູ່ໂຕ້ຕອບຕໍ່ກັນລະຫວ່າງບັນດາຝ່າຍ ຍັງຄົງສືບຕໍ່ມີຂຶ້ນຢ່າງຊ້ຳແລ້ວຊ້ຳອີກ, ແຕ່ໃນຄັ້ງນີ້ລະດັບຄວາມອັນຕະລາຍຂອງບັນດາການຜັນແປນີ້ ໄດ້ຮັບການກ່າວເຕືອນຈາກບັນດາຜູ້ຊ່ຽວຊານວ່າ ແມ່ນຖືກຍົກສູງຂຶ້ນລະດັບໜຶ່ງ.

    ກ່ອນອື່ນໝົດ, ເມື່ອເວົ້າເຖິງຂອບຈະໜາດຂອງ ການຊ້ອມຮົບຮ່ວມຄັ້ງນີ້, ອາດຈະຢືນຢັນໄດ້ວ່າ  ນີ້ແມ່ນ ການຊ້ອມຮົບຮ່ວມທີ່ມີຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນເປັນຕົ້ນມາ. ເຂົ້າຮ່ວມ ການຊ້ອມຮົບຮ່ວມຄັ້ງນີ້ ມີພົນທະຫານປະມານ 12.000 ຄົນ ພ້ອມກັບ ເຮືອບິນສູ້ຮົບປະເພດຕ່າງໆກ່ວາ 230 ລຳຂອງທັງ 2 ຝ່າຍ. ສິ່ງພິເສດທີ່ເປັນໜ້າສົນໃຈໃນການຊ້ອມຮົບຄັ້ງນີ້ ມີການເຂົ້າຮ່ວມຂອງ ເຮືອບິນສູ້ຮົບ F-22 ລວມ 6 ລຳທີ່ສາມາດຕ້ານລະບົບຣາດາ. ນີ້ເປັນຄັ້ງທຳອິດທີ່ ເຮືອບິນສູ້ຮົບຍອດຢ້ຽມແຖວໜ້າຂອງອາເມລິກາໄດ້ຖືກສົ່ງມາຮ່ວມພ້ອມໆກັນເປັນຈຳນວນຫຼາຍ. ນອກຈາກນັ້ນ ມີ ເຮືອບິນສູ້ຮົບ F-35, ເຮືອບິນສອດແນມ ແລະ ອື່ນໆ.

       ຕາມບັນດາຜູ້ຊ່ຽວຊານແລ້ວ, ມາຮອດປະຈຸບັນ, ເຖິງວ່າກອງທັບ ສ.ປ.ປ. ເກົາຫຼີ ໄດ້ຮັບການຕີລາຄາວ່າ ແມ່ນບໍ່ອາດຖືເບົາກໍຕາມ, ແຕ່ລະບົບຣາດາຂອງພຽງຢາງເບິ່ງຄືວ່າ ຕ້ອງຍອມຈຳນົນຕໍ່ເຮືອບິນສູ້ຮົບຍອດຢ້ຽມແຖວໜ້າຂອງອາເມລິກາເຊັ່ນ: F-22 , F-35 ນີ້.

   ທີ່ 2, ເຖິງວ່າເຊີອູນ ແລະ ວໍຊິງຕັນຖືວ່າ ການຊ້ອມຮົບຮ່ວມພຽງແຕ່ແມ່ນການເຄື່ອນໄຫວປະຈຳປີຖືກດຳເນີນເພື່ອຮັບປະກັນສັນຕິພາບ, ຄວາມສະຫງົບປອດໄພໃນແຫຼມເກົາຫຼີເທົ່ານັ້ນ, ແຕ່ບັນດາກອງເຮືອບິນຂອງ ສ. ເກົາຫຼີ ແລະ ອາເມລິກາທີ່ພວມເຄື່ອນໄຫວໃນບໍລິເວນກ້ວາງຂວາງນັ້ນ ພວມກໍ່ຄວາມເປັນຫ່ວງທີ່ສຸດໃນວົງຄະນະຍາດສາກົນ. ຍິ່ງໄປກ່ວານັ້ນ, ກ່ອນທີ່ດຳເນີນການຊ້ອມຮົບຮ່ວມນີ້, ອາເມລິກາກໍໄດ້ດຳເນີນການຝຶກຊ້ອມການທະຫານຢູ່ໃກ້ກັບບໍລິເວນຊາຍແດນເກົາຫຼີ ຊຶ່ງມີການເຂົ້າຮ່ວມໃນພາບດຽວຂອງກຳປັ່ນບັນທຸກເຮືອບິນ 3 ລຳ ຊຶ່ງໄດ້ຮັບຖືວ່າ ແມ່ນອາວຸດມະຫາອຳນາດຢູ່ມະຫາສະໝຸດ.

    ການກະທຳທີ່ເປັນອັນຕະລາຍ

   ໃນສະພາວະທີ່ຄວາມເຄັ່ງຕຶງໃນແຫຼມເກົາຫຼີ ຍັງບໍ່ທັນມີສັນຍານຜອ່ນຄາຍລົງນັ້ນ, ລັດເຊຍ ແລະ ຈີນໄດ້ສະເໜີ ບັນດາຝ່າຍຈົ່ງລະງັບໃຈ, ພຽງຢາງຢຸດໂຄງການນິວເຄຼຍ, ສ່ວນວໍຊິງຕັນ ແລະ ເຊີອູນ ຢຸດການຊ້ອມຮົບ, ແຕ່ຂໍ້ສະເໜີເຫຼົ່ານັ້ນ ລ້ວນແຕ່ຖືກປະຕິເສດຈາກບັນດາຝ່າຍ. ປະຕິກິລາຍາຕໍ່ ການຊ້ອມຮົບຮ່ວມນີ້, ສ.ປ.ປ.ເກົາຫຼີ ຢືນຢັນວ່າ ນີ້ແມ່ນການກະທຳເກາະຜິດ ແລະ ຕ້ອງຮັບການໂຕ້ຕອບຢ່າງແຂງແຮງ. ຊ້ຳບໍໜຳ, ພຽງຢາງຍັງຖືວ່າ ວໍຊິງຕັນພວມ “ຂໍໃຫ້ດຳເນີນສົງຄາມດ້ວຍວິທີຫຼິ້ນການພະນັນທາງດ້ານນິວເຄຼຍທີ່ເປັນອັນຕະລາຍທີ່ສຸດໃນແຫຼມເກົາຫຼີ”. ເພື່ອເປັນການໂຕ້ຕອບຄືນ, ອາເມລິກາໄດ້ຮຽກຮ້ອງໃຫ້ຍົກຍ້າຍຄອບຄົວບັນດາພົນທະຫານຊາວອາເມລິກາ ອອກຈາກ ສ.ເກົາຫຼີ.

     ແຕ່ດົນນານມາແລ້ວ, ບັນດາການຊ້ອມຮົບຮ່ວມລະຫວ່າງ ສ. ເກົາຫຼີ ແລະ ອາເມລິກາ ຍາມໃດກໍແມ່ນຈຸດເວລາທີ່ເຕັມໄປດ້ວຍຄວາມທົດສອບສຳລັບສາຍພົວພັນ 2 ຝ່າຍລະຫວ່າງ 2 ພາກເກົາຫຼີ. ການສູ້ຢັນກັນດ້ານການທະຫານທີ່ມີຂອບຂະໜາດໃຫຍ່ ຫຼື ສົງຄາມນິວເຄຼຍ ເຖິງວ່າບໍ່ແມ່ນການເລືອກເຟັ້ນ ແລະ ວິທີການແກ້ໄຂໂດຍບຸລິມະສິດຂອງທຸກໆຝ່າຍກໍຕາມ, ແຕ່ດ້ວຍສະພາບການປະຈຸບັນ, ຈຳເປັນຕ້ອງມີຄວາມລະງັບໃຈຂອງທຸກຝ່າຍ ດ້ວຍຄວາມຮັບຜິດຊອບສູງສຸດ. ພ້ອມກັນນັ້ນດ ກໍແມ່ນຄວາມຮັບຜິດຊອບຂອງວົງຄະນະຍາດສາກົນ ເພື່ອສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ