ຄວາມເຄັ່ງຕຶງໃນແຫຼມເກົາຫຼີ ຍັງບໍ່ທັນມີສັນຍານຫລຸດລົງ

​(vovworld) – ​​​​ສະ​ພາບ​ການ​ໃນ​ແຫຼມເກົາຫຼີ ຍັງ​ຄົງ​ສືບ​ຕໍ່​ເຄັ່ງ​ຕຶງ ພາຍ​ຫລັງ​ວັນ​ທີ 26/04, ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ ຂົນສົ່ງ​ບັນ​ດາ​ພາ​ຫະ​ນະ​ອຸ​ປະ​ກອນ​ຂອງ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​​ໄລ​ຍະໄກ​ສຸດ​ທ້າຍ (THAAD) ​ເຂົ້າ​ໃນ​ຜັນ​ຂະ​ຫຍາຍ​ທີ່​ເມືອງ Seongji ຫ່າງ​ຈາກ​ນະ​ຄອນ​ຫລວງ ເຊ​ອູນ 300 ກມ ໄປ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງໃຕ້. ພ້ອມ​ກັບ​​ຈຸດເວ​ລານີ້ ບັນ​ດາ​ການ​ຊ້ອມ​ຮົບ​ຍິງ​ລູກ​ປືນ​ແທ້ ອາ​ເມ​ລິ​ກາ - ສ.ເກົາຫຼ​ີ, ອາ​ເມ​ລິ​ກາ - ຍີ່​ປຸ່ນ ໄດ້​ຜັນ​ຂະ​ຫຍາຍ. ບັນ​ດາ​ການ​ກະ​ທຳ​ດັ່ງ​ກ່າວ ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມນີ້ ຍັງ​ບໍ່​ທັນ​ມີ​ສັນ​ຍານ​​ຈະຫລຸດ​ລົງເທື່ອ. ບົດ​ຂຽນ ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ​ເກົາຫຼີ ຍັງບໍ່​ທັນ​ມີ​ສັນ​ຍານ​ຫລຸດ​ລົງ ຂອງ​ບັນ​ນາ​ທິ​ການ VOV.
ຄວາມເຄັ່ງຕຶງໃນແຫຼມເກົາຫຼີ ຍັງບໍ່ທັນມີສັນຍານຫລຸດລົງ - ảnh 1
(ພາບ​ປະ​ກອບ  EPA/ TTXVN)

ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ ເກົາຫຼີ ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ ພາຍ​ຫລັງ ພຽງ​ຢາງ ຖະ​ແຫຼງວ່າ ໃກ້​ຈະ​ທົດ​ລອງ​ນິວ​ເຄຼຍ​ຄັ້ງ​ທີ 6 ແລະ ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ເປັນ​ປະ​ຈຳ. ກົງ​ກັ​ນ​ຂ້າມ ອາ​ເມ​ລິ​ກາ ໄດ້​ສົ່ງ​ກ່ຳ​ປັ່ນ​​ຮົບ ແລະ ກ່ຳ​ປັ່ນ​ດຳ​ນ້ຳມາ​ໃກ້​ກັບ​ແຫຼມເກົາຫຼີ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ຈະ​ປົກປ້ອງ ຍີ່​ປຸ່ນ ແລະ ສ.ເກົາຫຼີ, ພ້ອມ​ທັງ​ຖະ​ແຫຼງວ່າ ປໍ​ລະ​ປັກທຸກ​ມາດ​ຕະ​ການ​ລວມ​ມີ​​ການຂ​ວ້ຳ​ບາດດ້ານ​ເສດ​ຖະ​ກິດ, ​ການກໍ່​ຄວາມກົດ​ດັນ​ທາງ​ການ​ທູດ ແລະ ອາດ​ຈະ​ດຳ​ເນີນ​ມາດ​ຕະ​ການ​​ທາງທະ​ຫານ​ສຳ​ລັບ ພຽງ​ຢາງ.

​ຂົນ​ສົ່ງ​ບັນ​ດາ​ພາ​ຫະ​ນະ​ອຸ​ປ​ະ​ກອນ THAAD ເຖິງ​​ເຂດຜັນ​ຂະ​ຫຍາຍ

        ພາຍ​ຫລັງ​ຂົນສົ່ງ​ບັນ​ດາ​ພາ​ຫະ​ນະ​ອຸ​ປະ​ກອນ​ທຳ​ອິດ​ຂອງ THAAD ໄປ​ຍັງ ສ.ເກົາຫຼີ ​ເມື່ອຕົ້ນ​ເດືອນ 3 (ພາຍ​ຫລັງ ສ​ປ​ປ.ເກົາຫຼີ ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ 4 ລູກ), ວັນ​ທີ 26/04, ລົດ​ບັນ​ທຸກສະ​ເພາະ 6 ຄັນ​ໄດ້​ຂົນ​ສົ່ງ​ບັນ​ດາ​ພາ​ຫະ​ນະ​ຕົ້ນ​ຕໍ​ຂອງ THAAD, ຄື​ຖານ​ຍິງ​ເຄື່ອນ​ທີ່ ແລະ ​ສ່ວນ​ປະ​ກອບ​ຂອງຣາ​ດາ ເຂົ້າ​ເມືອງ Seongju ແຂວງ Gyeongsang ເໜືອ. ຕໍ່ຈາກນັ້ນ ກອງ​ທັບ ອາ​ເມ​ລິ​ກາ ເລີ່ມ​ຕົ້ນ​ການ​ຕິດ​ຕັ້ງ​ລະ​ບົບ​ປ້ອງ​ກັນ​ລູກ​ສູນ​ໄຟ​​ໄລ​ຍະໄກ​ສຸດ​ທ້າຍ ເພື່ອ​ແນ​ໃສ່​ຮັບ​ມື​ດີ​ກ່​ວາ​ຕໍ່​ໄພ​ນາບ​ຂູ່​ຈາກ​ລູກ​ສອນ​ໄຟ ແລະ ນິວ​ເຄຼຍ​ຂອງ ສ​ປ​ປ.ເກົາຫຼີ. ໃນ​ເບື້ອງ​ຕົ້ນກະ​ຊວງ​ປ​້ອງກ​ັນ​ປະ​ເທດ ສ.ເກົາຫຼີ ໄດ້​ກຳ​ນົດ​ ເລີ່ມ​ຕົ້ນການ​ຜັນ​ຂະ​ຫຍາຍ THAAD ​ຢ່າງ​ຮອບ​ດ້ານ. ໃນ​ຂະ​ນະ​ນັ້ນ ຜູ້​ບັນ​ຊາກອງ​ບັນ​ຊາ​ການ​ປາ​ຊີ​ຟິກ​ຂອງ ອາ​ເມ​ລິ​ກາ ພົນ​ເຮືອ​ເອກ Harry Harris ກ່າວ​ເຕືອນ​ວ່າ ຈຸດ​ເວ​ລາ​ບາດ​ລ້ຽວ​ຂອງ ອາ​ເມ​ລິ​ກາ ຈະ​ແມ່ນ​ເມື່ອ​ການ​ນຳ ສ​ປ​ປ.ເກົາຫຼີ ກີມ​ຈອງ​ອູນ ມີ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ການ​ທະ​ຫານ​ເໝາະ​ສົມ​ກັບບັນ​ດາ​ຄຳ​ນາບ​ຂູ່ ຍັງ​ຄົງ​ແນ​ໃສ່ ອາ​ເມ​ລິ​ກາ ນັບ​ແຕ່​ດົນ​ນານ​ມານີ້.

        ເລື່ອງ ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ ຂົນ​ສົ່ງ​ບັນ​ດາ​ພາ​ຫະ​ນະ​ອຸ​ປ​ະ​ກອນ THAAD ໄປ​ຍັງ​ເຂດ​ຕິດ​ຕັ້ງ ໂດຍບໍ່​ຫົວ​ຊາ​ຕໍ່​ການ​ຄັດ​ຄ້ານ​ຢ່າງ​ແຮງ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ ກໍ່​ຄ​ື​ການ​ຕຳ​ໜິ​ຕິ​ຕຽນ​ຂອງ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ ຈຳ​ນວນ. ທ່ານ Park Kwang-on ໂຄ​ສົກຂອງ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ທ່ານ Moon Jae-in ສັງ​ກັດ​ພັກ​ປະ​ຊາ​ທິ​ປະ​ໄຕ​ເດີນ​ຕາມ​ແນວ​ທາງ​ເສ​ລີ​ຖື​ວ່າ ເລື່ອງ​ຜັນ​ຂະ​ຫຍາຍ THAAD ຄື​ດັ່ງ​ກ່າວ ແມ່ນ​ຖື​ເບົາ​​ຄວາມມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ ກໍ່​ຄື​ການ​ເມີນ​ເສີຍບັນ​ດາ​ລະ​ບຽບ​ການ​ຈຳ​ເປັນ. ໂຄ​ສົກ Son Kum-ju ຂອງ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ທ່ານ Ahn Cheol-soo ສັງ​ກັດ​ພັກ​ປະ​ຊາ​ຊົນ​ເດີນ​ຕາມ​ແນວ​ທາງ​ກາງ​ຊາຍຮຽກ​ຮ້ອງເລື່ອງ​ດັ່ງ​ກ່າວ ຄວ​ນ​​ດຳ​ເນີນ​ຕາມ​ກົດ​ໝາຍ ຖືກ​ກັບ​ຂໍ້​ຕົກ​ລົງ​ລະ​ຫວ່າງ 2 ຝ່າຍ.

ຄວາມເຄັ່ງຕຶງໃນແຫຼມເກົາຫຼີ ຍັງບໍ່ທັນມີສັນຍານຫລຸດລົງ - ảnh 2
ກ່ຳ​ປັ່​ນ​ດຳ​ນ້ຳ​ຂອງ ອາ​ເມິ​ລ​ກາ  USS Michigan
(ພາບ: YONHAP/TTXVN)


  ເພີ່ມ​ທະ​ວ​ີ​ບັນ​ດາ​ການ​ຊ້ອມ​ຮົບ

     ສະ​ພາບ​ການ​ໃນ​ແຫຼມ​ເກົາຫຼີ​ໄດ້​ເຄັ່ງ​ຕຶງ​ຂຶ້ນ​ກ່​ວາ​ເກົ່າ ຂະ​ນະ​ທີ່​ໃນ​ພາບ​ດຽວ, ການ​ຊ້ອມ​ຮົບ​ດ້ວຍ​ການ​ຍິງ​ປືນ​ໃຫ​ຍ່​ຂອງ ສ.ປ.ປ.ເກົາຫຼີ ແລະ ອາ​ເມ​ລິ​ກາ​ກໍ​ດຳ​ເນີນ​ການ​ຊ້ອມ​ຮົບ 2 ຄັ້ງ​ກັບ ສ.ເກົາຫຼີ ແລະ ຍີ​ປຸ່ນ. ວັນ​ທີ 25/4, ສ.ເກົາຫຼີ ແລະ ອາ​ເມ​ລິ​ກາກໍ​ໄດ້​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ດ້ວຍ​ການ​ຍິງ​ລູກ​ປືນ​ແທ້​ໃນ​ທະ​ເລ​ເຫຼືອງ​ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ກຳ​ປັ່ນ​ຂັບ​ໄລ່ Wanggeon 4.400 ໂຕນ ແລະ ກຳ​ປັ່ນ​ພິ​ຄາດ​ປະ​ກອບ​ລູກ​ສອນ​ໄຟ​ນຳ​ວິ​ຖີ USS E. Meyer ຂອງກອງ​ທັບ​ເຮືອ ອາ​ເມ​ລິ​ກາ. 2 ຝ່າຍ​ໄດ້​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຍຸດ​ທະ​ວິ​ທີ​ປະ​ສົ​ມ ແລະ ຍິງ​ລູກ​ປືນ​ແທ້. ສ.ເກົາຫຼີ ແລະ ອາ​ເມ​ລິ​ກາກໍ​ໄດ້​ຂຶ້ນ​ແຜນ​ການ​ດຳ​ເນີນ​ການ​ຊ້ອມ​ຮົບຮ່ວມ​ສຳ​ລັບ​ທະ​ຫ​ານ​ເຮືອດ້ວຍ​ຂອບ​ຂະ​ໜາດ​ໃຫ​ຍ່​ອີກ​ຄັ້ງ​ໜຶ່ງ​ໃນ​ທ້າຍ​ເດືອນ 4 ຢູ່​ທະ​ເລ​ຍີ​ປຸ່ນ ຊຶ່ງ​ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ກຳ​ປັ່ນ​ເດີນ​ບິນ​ແລ່ນ​ດ້ວຍ​ພະ​ລັງ​ງານ​ນິວ​ເຄຼຍ USS Carl Vinson. ໃນ​ຂະ​ນະ​ນັ້ນ, ວັນ​ທີ 26/4, ກອງ​ທັບ​ເຮືອ ອາ​ເມ​ລິ​ກາໃຫ້​ຮູ້​ວ່າ ບັນ​ດາ​ເຮືອ​ບິນ​ທີ່​ຂຶ້ນ​ກັບ ກຳ​ປັ່ນ​ເດີນ​ບິນ​ແລ່ນ​ດ້ວຍ​ພະ​ລັງ​ງານ​ນິວ​ເຄຼຍ USS Carl Vinson ບົນ​ເສັ້ນ​ທາງ​ໄປ​ຍັງແຫຼມ​ເກົາຫຼີ ຈະ​ດຳ​ເນີນການ​ຊ້ອມ​ຮົບຮ່ວມ​ກັບ​ກຳ​ລັງ​ປ້ອງ​ກັນ​ອາ​ກາດ​ຂອງ​ຍີ​ປຸ່ນ​ຢູ່​ບໍ​ລິ​ເວນ​ທະ​ເລ​ທາງ​ທິດ​ໃຕ້​ຍີ​ປຸ່ນ​ເມື່ອ​ເງື່ອນ​ໄຂ​ດິນ​ຟ້າ​ອາ​ກາດ​ອຳ​ນວຍ​ຄວາມ​ສະ​ດວກ. ກອງ​ທັບ​ເຮືອ ອາ​ເມ​ລິ​ກາໃຫ້​ຮູ້​ວ່າ ການ​ຊ້ອມ​ຮົບຮ່ວມ​ 2 ຄັ້ງ​ດັ່ງ​ກ່າວ​ແມ່ນ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ໄພ​ນາບ​ຂູ່​ຢ່າງວ່ອງ​ໄວ.

    ຕໍ່​ໜ້າ​ການ​ຜັນ​ແປ​ດັ່ງ​ກ່າວ, ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ປ.ປ.ເກົາຫຼີ​ໄດ້​ກ່າວ​ຫາ ອາ​ເມ​ລິ​ກາ​ໄດ້​ເຮັດ​ໃຫ້​ແຫຼມ​ເກົາຫຼີ​​ຢືນ​ຢູ່​ຕໍ່​ໜ້າ​ການຕົກ​ສູ່​​ສົງ​ຄາມນິວ​ເຄຼຍ. ພຽງ​ຢາງ​ກ່າວ​ເຕືອນ​ວ່າ ໃນ​ກໍ​ລະ​ນີ​ເກີດ​ສົງ​ຄາມ​ໃນ ແຫຼມ​ເກົາຫຼີ, ວໍ​ຊິງ​ຕັນ​ຕ້ອງ​ຮັບ​ຜິດ​ຊອບ​ຢ່າງ​ສິ້ນ​ເຊິ່ງ. ຖະ​ແຫຼງການດັ່ງ​ກ່າວ​ຖືກ​ຍົກ​ອອກ​ມາ ກ່ອນ​ທີ່​ຈະ​ດຳ​ເນີນ​ກອງ​ປະ​ຊຸມພິ​ເສດ​ຂອງ​ສະ​ພາ​ຄວາມ​ໝັ້ນຄົງ ສ.ປ.ຊ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ໂຄງ​ການ​ນິວ​ເຄຼຍ​ຂອງ ແລະ ລູກ​ສອນ​ໄຟ​ຂອງ ສ.ປ.ປ.ເກົາຫຼີຢ​ູ່​ນິວຢອກ​ເມື່ອ​ວັນ​ທີ 28/4.

    ເຖິງວ່າ​ໄດ້​ເພີ່ມ​ທະ​ວີ​ບັນ​ດາ​ການ​ກະ​ທຳ​ທາງ​ທະ​ຫານ​ກໍ​ຕາມ, ແຕ່​ອຳ​ນາດ​ການ​ປົກ​ຄອງ​ອາ​ເມ​ລິ​ກາ ຫາ​ກໍ​ສົ່ງ​ສານ​ທີ່​ສະ​ແດງ​ໃຫ້​ເຫັນວ່າ ປະ​ທາ​ນາ​ທິ​ບໍ​ດີ Donal Trump ຫວັງ​ຢາກ​ກໍ່​ກຳ​ລັງ​ກັນ​ເພື່ອ​ໃຫ້​ພຽງ​ຢາງ ຍົກ​ເລີກໂຄງ​ການ​ນິວ​ເຄຼຍ​ຂອງ ແລະ ລູກ​ສອນ​ໄຟໂດຍ​ຜ່ານ​ການ​ຮັດ​ແໜ້ນ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ. ວໍ​ຊິງ​ຕັນ​ຈະ​ສືບ​ຕໍ່​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ທາງ​ການ​ທູດ​ເພື່ອ​ນຳ​ພຽງ​ຢາງ​ກັບ​ຄືນ​ສູ່​ການ​ເຈ​ລະ​ຈາ. ແຕ່​ການ​ຜັນ​ແປ​ໃນ 2-3 ມື້ມໍ່ໆ​ມານີ້ໃນແຫຼມ​ເກົາຫຼີ ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ຍາ​ກາດ​ເຄັ່ງ​ຕຶງ​ຢູ່ນີ້ ຈະ​ບໍ່​ອາດຈະຫຼຸດ​ຜ່ອນຢ່າງ​ງ່າຍ​ດາຍ​ໄດ້ . /. 


ຕອບກັບ

ຂ່າວ/ບົດ​ອື່ນ