ຄວາມເປັນເອກະລາດ, ເສລິພາບຍືນຍົງຕະຫລອດການນັບແຕ່ລະດູໃບໄມ້ຫລົ່ນ ປະຕິວັດ

(VOVWORLD) - ວັນທີ 2 ກັນຍາປີ 1945,  ຢູ່ ສະຫນາມຫລວງ ບາດີງ ປະຫວັດສາດ, ທ່ານປະທານ ໂຮ່ຈິມີນ ໄດ້ອ່ານບົດຖະແຫລງປະກາດເອກະລາດ, ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ ປະຈຸບັນ ແມ່ນ ສາທາລະນະລັດສັງຄົມນິຍົມຫວຽດນາມ. ວັນຊາດທີ 2 ກັນຍາປີ 1945 ໄດ້ກາຍເປັນຂີດໝາຍປະຫວັດສາດຂອງຊາດຫວຽດນາມ. 

ຄວາມເປັນເອກະລາດ, ເສລິພາບຍືນຍົງຕະຫລອດການນັບແຕ່ລະດູໃບໄມ້ຫລົ່ນ ປະຕິວັດ - ảnh 1 ປະທານໂຮ່ຈິມີນ ອ່ານບົດຖະແຫລງປະກາດເອກະລາດຢູ່ສະຫນາມຫລວງບາດີງ

ພາບ: ເອກະສານ

ຕອນເຊົ້າວັນທີ 2 ກັນຍາປີ 1945, ຢູ່ທຸກຖະຫນົນຫົນທາງ, ປະຊາຊົນຫວຽດນາມເປັນຈຳນວນຫລວງຫລາຍໄດ້ຍ່າງລຽນແຖວກັນໄປເປັນລະບຽບ, ມືຖືທຸງຊາດ ແລະດອກໄມ້ນາໆສີມຸ່ງຫນ້າເຂົ້າສູ່ສະຫນາມຫລວງ ບາດີງ. ເວທີ ໄດ້ສ້າງຂຶ້ນດ້ວຍໄມ້ປະຖົມປະຖານ. ບັນດາກຳລັງປ້ອງກັນຕົວພ້ອມກັບບັນດາກົມກອງທະຫານປົດປ່ອຍ ຖືໝວກ ກາໂລ, ນຸ່ງຊຸດເຄື່ອງແບບທະຫານ, ຢືນກົງລຽນເປັນແຖວຕໍ່ຫນ້າເວທີ. ມີປະຊາຊົນກວ່າ 500.000 ຄົນທີ່ຕາງຫນ້າໃຫ້ປະຊາຊົນທຸກຊັ້ນວັນນະມີຄວາມເບີກບານມ່ວນຊື່ນລໍຄອຍຈຸດເວລາປະຫວັດສາດສ້າງຂີດໝາຍພື້ນຖານເອກະລາດ. ທ່ານປະທານໂຮ່ຈິມີນ ນຸ່ງຊຸດ ກາກີ ທີ່ລຽບງ່າຍ ແລະ ຖືເກີບຢາງລົດ ຍ່າງອອກໄປຢືນຢູ່ຕໍ່ຫນ້າໂທລະໂຄ່ງ. ໂດຍຕາງຫນ້າໃຫ້ລັດຖະບານຊົ່ວຄາວ, ເວລານັ້ນ ມີຊື່ວ່າ ຄະນະກຳມະການປົດປ່ອຍຊາດສູນກາງ, ປະທານໂຮ່ຈິມີນ ໄດ້ອ່ານບົດຖະແຫລງປະກາດເອກະລາດຢ່າງເຄັ່ງຂຶມ. ທ່ານປະທານໂຮ່ຈິມີນ ກ່າວວ່າ: “ປະເທດຫນຶ່ງໄດ້ມີຄວາມອົງອາດກ້າຫານຕ້ານແອກຂ້າທາດຂອງ ຝລັ່ງ ໃນກວ່າ 80 ປີ, ປະເທດມີຄວາມອົງອາດກ້າຫານເດີນຕາມຝ່າຍສຳພັນທະມິດຕ້ານ ຟາດຊີດມາເປັນເວລາຫລາຍປີ, ປະເທດນັ້ນ ຕ້ອງໄດ້ຮັບຄວາມເສລິພາບ, ເອກະລາດ”. ທ່ານປະທານໂຮ່ຈິມີນໄດ້ຖະແຫລງໃຫ້ທົ່ວໂລກຮັບຊາບວ່າ: “ປະເທດຫວຽດນາມມີສິດໄດ້ຮັບຄວາມເສລີພາບ ເອກະລາດ, ກາຍເປັນປະເທດເສລີພາບ ເອກະລາດຢ່າງແທ້ຈິງ. ທົ່ວທັງຊາດຫວຽດນາມ ຕັດສິນໃຈນຳເອົາຈິດໃຈ ແລະ ກຳລັງເຫື່ອແຮງທັງໝົດ ພ້ອມກັບຊີວິດອີນຊີ ແລະ ຊັບສິນເພື່ອຮັກສາສິດເສລີພາບ ແລະ ເອກະລາດນັ້ນ”. ໃນເວລາດຽວກັນ, ງານໂຮມຊຸມນຸມມິດຕິງຄັ້ງໃຫຍ່ໄດ້ຖືກຈັດຂຶ້ນຢູ່ ນະຄອນ ເຫ້ວ, ນະຄອນ ໂຮ່ຈິມີນ ແລະ ຫລາຍແຫ່ງໃນທົ່ວປະເທດ ເພື່ອຂ່ຳນັບຮັບຕ້ອນວັນສະຖາປະນາປະເທດ ຫວຽດນາມ ເອກະລາດ.

        ຖະແຫລງປະກາດເອກະລາດໃນລະດູໃບໄມ້ຫລົ່ນປະຫວັດສາດ ຢູ່ ສະຫນາມຫລວງ ບາດີງ ໃນຄາວນັ້ນ ແມ່ນເພງໄຊອະມະຕະສ້າງຫນ້າປະຫວັດສາດອັນສະຫງ່າລາສີຂອງຊາດຫວຽດນາມ, ເປັນຂີດໝາຍແຫ່ງໄຊຊະນະຂອງຂອງຊາດຫວຽດນາມໃນໄລຍະເກືອບສະຕະວັດທີ່ມີຄວາມອົງອາດກ້າແກ່ນຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ສັກດີນາ.  ຖະແຫລງປະກາດເອກະລາດສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕຫວຽດນາມ, ລັດແຫ່ງເອກະລາດທຳອິດຂອງລະບົບລ່າເມືອງຂຶ້ນຂອງໂລກ, ອຳນາດການປົກຄອງກຳມະກອນຊາວກະສິກອນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຖະແຫລງປະກາດເອກະລາດ ແລະ ວັນຊາດທີ 2 ກັນຍາປີ1945 ເປີດສັງກາດໃຫມ່ໃນປະເທດຫວຽດນາມ. ເປັນຄັ້ງທຳອິດ ປະຊາຊົນຫວຽດນາມ ມີຄວາມເອກອ້າງທະນົງໃຈເພາະໄດ້ກາຍເປັນພົນລະເມືອງຂອງປະເທດມີຄວາມເສລີພາບ ແລະ ເອກະລາດ. ນັບແຕ່ນີ້ເປັນຕົ້ນໄປ ໃນຖານະເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ປະຊາຊົນຫວຽດນາມ  ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ  ມີຄວາມອົງອາດກ້າແກ່ນຕໍ່ສູ້ເພື່ອເອກະລາດ, ເສລີພາບ. 72 ປີຜ່ານມາ ແມ່ນວິວັດທະນາການ ຊາດຫວຽດນາມ ສູ້ຊົນເສຍສະຫລະທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ, ເສຍເລືອດເນື້ອເຫື່ອແຮງ, ຊັບສິນເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດຫວຽດນາມໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ເຊື່ອມໂຍງເຂົ້າກັບປະຊາຄົມສາກົນປະຈຸບັນ.

 ປະເທດຫວຽດນາມ ນັບແຕ່ລະດູໃບໄມ້ຫລົ່ນປະຕິວັດປີ 1945 ໄດ້ຮັບຄວາມເປັນເອກະລາດ, ເສລີພາບຕະຫລອດການ. ຖະແຫລງປະກາດເອກະລາດໄດ້ຍືນຍົງຄົງຕົວພ້ອມກັບປະຫວັດສາດຂອງຊາດ. ວັນທີ 2 ກັນຍາປີ 1945, ວັນຊາດຂອງປະທດສາທາລະນະລັດສັງຄົມນິຍົມຫວຽດນາມ ຍາມໃດກໍ່ແມ່ນວັນບຸນຂອງທົ່ວປວງຊົນທັງຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ