ຄວາມໝາຍອັນໃຫຍ່ຫລວງຂອງການຢ້ຽມຢາມລາວ,ກຳປູເຈຍຂອງປະທານປະເທດຫວຽດນາມ

(vovworld) - ​ວັນ​ທີ 16/6, ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ແລະ ພັນ​ລະ​ຍາ ​ ​ສິ້ນ​ສຸດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ​ເປັນ​ເວລາ 5 ວັນ​ເຖິງ ສປປ ລາວ ​ແລະ ລາຊະ​ອານາຈັກ ກຳປູ​ເຈຍ. ນີ້​ແມ່ນ​ການ​ປະຕິບັດ​ງານຢູ່​ຕ່າງປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໃນ​ຖານະ​ເປັນ​ປະທານ​ປະ​ເທດ. ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ສຳລັບ​ການ​ພົວພັນ​ມິດຕະພາບ​ທີ່ມີ​ລັກສະນະ​ຍຸດ​ທະ​ສາດ​ພິ​ເສດ​ລະຫວ່າງ ຫວຽດນາມ - ລາວ - ກຳປູ​ເຈຍ.
ຄວາມໝາຍອັນໃຫຍ່ຫລວງຂອງການຢ້ຽມຢາມລາວ,ກຳປູເຈຍຂອງປະທານປະເທດຫວຽດນາມ - ảnh 1
ສື່ມວນຊົນລາວໃຫ້ຂ່າວຢ່າງຫຼວງຫຼາຍກ່ອນການຢ້ຽມຢາມລາວ ຂອງປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ
(ພາບ:Mybinh)

        ການ​ຢ້ຽມຢາມ ສປປ ລາວ ​ແລະ ລາຊະ​ອານາຈັກ ກຳປູ​ເຈຍ ຂອງ​ທ່ານ​ປະທານ​ປະ​ເທດ ​ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ດຳ​ເນີນ​ໄປ​ຕາມ​ຄຳ​ເຊື້ອ​ເຊີ​ນຂອງ​ທ່າ​ນ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສປປ ລາວ ບຸນ​ຍັງ ວໍລະ​ຈິດ ​ແລະ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ແຫ່ງຣາຊະອານາຈັກ ກຳປູເຈຍ. ການຢ້ຽມຢາມ​​ໄດ້​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 12 – 16/6/2016. ​ແລະໃນ​ສະພາບ​ການ​ທີ່ ຫວຽດນາມ ​ແລະ ລາວ ກະກຽມ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (5/9/1962 -5/9/2017) ​ແລະ 40 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື (18/7/1977 – 18/7/2017), ສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ 2 ຝ່າຍ ຫວຽດນາມ - ກຳປູ​ເຈຍ (24/6/1967 – 24/6/2017).

ປັບປຸງ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ

        ​ໃນ 5 ວັນ​ດຳ​ເນີນ​ການ​ຢ້ຽມຢາມ ລາວ ​ແລະ ກຳປູ​ເຈຍ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າວ​ກວາງ ມີ​ການ​ເຈລະຈາ, ພົບ​ປະ​ເຈ​ລະ​ຈາ​ສຳຄັນ​ຄັ້ງ​ຕ່າງໆ​ກັບ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ​ແລະ ບັນດາການ​ເຄື່ອນ​ໄຫວອື່ນ​ຕາມ​ຕາຕະລາງ​ເຮັດ​ວຽກ. ໝາກຜົນ​ຂອງ​ບັນດາ​ການ​ເຈລະຈາ, ການພົບ​ປະ​ໄດ້​ຢັ້ງຢືນ​ແນວທາງ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ຖື 2 ປະ​ເທດ ລາວ ​ແລະ ກຳປູ​ເຈຍ ​​ເປັນ​ສຳຄັນ​​ແຖວ​ໜ້າ. ສ່ວນ​ການ​ນຳ​ຂັ້ນ​ສູງ ລາວ ​ແລະ ກຳປູ​ເຈຍ ກໍ່​ໄດ້​ຢັ້ງຢືນ​ວ່າ: ຍາມ​ໃດ​ກໍ່​ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ ມີ​ລັກສະນະ​ທີ່​​ເປັນ​ມູນ​ເຊື້ອ ​ແລະ ພິ​ເສດ, ​ແມ່ນ​ການ​ພົວພັນ​ແບບ​ພິ​ເສດ​ທີ່ໄດ້​ຮັບ​ການ​ສ້າງ​ຂຶ້ນ​ດ້ວຍ​ການ​ເສຍສະຫຼະ​​ເລືອດ​ເນື້ອ​ຂອງ​ປະຊາຊົນ 3 ປະ​ເທດ. ​ໃນ​ການ​ຢ້ຽມຢາມ ລາວ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ກັບ​ການ​ນຳ​ລາວ ກ່ຽວ​ກັບ​ຄວາມ​ສຳຄັນ​​ເປັນຕາ​ຍ​ຂອງ​ການ​ພົວພັນ ຫວຽດນາມ - ລາວ. ການ​ພົວພັນ​ນັ້ນ​ໄດ້​ຮັບ​ການ​ສ້າງ​ຂຶ້ນດ້ວຍ​​ເລືອດ​ເນື້ອ​​ເຫື່ອ​ແຮງຂອງ​ນັກຮົບ​ປະຕິວັດລຸ້ນຕ່າງໆຂອງ 2 ປະ​ເທດ​, ​ໄດ້​ກາຍ​ເປັນ​ຊັບ​ສົມບັດ​ອັນ​ລຳ້​ຄ່າ​ຂອງ 2 ຊາດ. ພະບາດສົມເດັດ ​ແລະ ການ​ນຳ​ຂັ້ນ​ສູງ ກຳ​ປູ​ເຈຍ​ຢັ້ງຢືນ​ວ່າ: ຖ້າ​ບໍ່​ມີ​ວັນ​ທີ 7/1/1979 ນັ້ນ​, ປະ​ເທດ​ກຳປູ​ເຈຍ ກໍ່ຈະ​ບໍ່​ມີ​ວັນ​ນີ້. ກຳປູ​ເຈຍ ຍາມ​ໃດ​ກໍ່​ຈົດ​ຈຳ​ການ​ອູ້ມ​ຊູ​ຊ່ວຍ​ເຫຼືອ​ຂອງ​ບັນດາ​ນັກຮົບ​ອາ​ສາ​ສະໝັກ ຫວຽດນາມ ​​ໃນ​ການ​ປົ​ດປ່ອຍປະ​ຊາ​ຊົນ ກຳປູ​ເຈຍ ​ໃຫ້ຫລຸດ​ພົ້ນ​ອອກ​ຈາກ​ລະບອບ​ດັບ​ສູນ​ເຊື້ອ​ຊາດ ຂະ​​ແມ​​ແດງ ​ເມື່ອ​ປີ 1979 ​ແລະ ຍາມ​ໃດ​ກໍ່​ຖື​ການ​ເສຍສະຫຼະ​ເລືອດ​ເນື້ອ​ຂອງ ຫວຽດນາມ ​ເພື່ອ​ຊ່ວຍ​ປະຊາຊົນ ກຳ​ປູ​ເຈຍ ນັ້ນ​ແມ່ນ​ຄຸນງາມຄວາມດີ​ອັນ​ລຳ້​ຄ່າ. ທ່ານ​ປະທານ​ປະ​ເທດ ຫວຽດນາມ ກໍ່​ຄື​ການ​ນຳ ລາວ ​ແລະ ກຳປູ​ເຈຍ ຢັ້ງຢືນ​ຕ້ອງ​ສືບ​ຕໍ່​ມານະ​ພະຍາຍາມ​ເພື່ອກໍ່​ສ້າງ​, ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວພັນ​ນັ້​ນ​ໃຫ້​ນັບ​ມື້​ນັບ​ພັດທະນາ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນແທດ​ຈິງ​ໃຫ້​ແກ່​ປະຊາຊົນ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ​. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແລະ ການ​ນຳ 2 ປະ​ເທດ ລາວ ​ແລະ ກຳປູ​ເຈຍ ​ເຫັນ​ດີ​ເປັນ​ເອກະສັນ​ຕ້ອງ​ສຶກສາ​ອົບຮົມໃຫ້​ລຸ້ນໜຸ່ມ​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ມູ​ນ​ເຊື້ອ​ຄວາມສາມັກຄີ​ມິ​ດຕະພາບ​ອັນ​ສູງ​ສົ່ງ​ນີ້.
ຄວາມໝາຍອັນໃຫຍ່ຫລວງຂອງການຢ້ຽມຢາມລາວ,ກຳປູເຈຍຂອງປະທານປະເທດຫວຽດນາມ - ảnh 2
ປະທານປະເທດ ຫວຽດນາມ ພ້ອມກັບພັນລະຍາ ພົບປະເຈລະຈາກັບພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ແຫ່ງຣາຊະອານາຈັກ ກຳປູເຈຍ

ສືບ​ຕໍ່​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ-​ລາວ-​ກຳປູ​ເຈຍ

        ​ໄປ​ຄຽງ​ຄູ່​ກັບຜົນ​ງານອັນ​ໃຫຍ່​ຫຼວງ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ການ​ທູດ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້ປຶກສາ​ຫາລື​ເນື້ອ​ໃນ​ດ້ານເສດຖະກິດ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ກັບ​ການ​ນຳ​ລາວ ​ແລະ ກຳປູ​ເຈຍ. ການ​ນຳ​ຂັ້ນ​ສູງ​ຂອງ​ລາວ ​ແລະ ກຳປູ​ເຈຍ ຢັ້ງຢືນວ່າ​ບັນດາ​ໂຄງການ​ລົງທຶນ​ຂອງ ຫວຽດນາມ ​​ເຂົ້າ​ລາວ ​ແລະ ກຳປູ​ເຈຍ ​ໄດ້​ປະກອບ​ສ່ວນ​ໃຫ້​​ແກ່​ການ​ເຕີບ​ໂຕ​ຢູ່​ແຕ່ລະ​ປະ​ເທດ, ສ້າງ​ວຽກ​ເຮັດ​ງານ​ທຳ, ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດ​ຜ່ອນ​ຄວາມທຸກ​ຍາກ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​​ໃຫ້​ແກ່​ປະຊາຊົນ.

        ກ່ຽວ​ກັບ​ດ້ານ​ກາ​ນຄ້າ, ການ​ນຳ ລາວ ​ແລະ ກຳປູ​ເຈຍ ລ້ວນ​ແຕ່​ຖື​ວ່າ: ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຍັງໃຫຍ່​ຫຼວງ​ຢູ່, ຕ້ອງ​ມານະ​ພະຍາຍາມ​ກ່ວາ​ອີກ​ເພື່ອ​​ເຮັດ​ໃຫ້​ເງິນ​ການ​ຄ້າ​ເຕີບ​ໂຕ. ນອກ​ນັ້ນ, ​ເລື່ອງ​ເຊື່ອມ​ຕໍ່​​​ໂຄງ​ລ່າງ​ຄົມມະນາຄົມ​ເວົ້າ​ສະ​ເພາະ ກໍ່​ຄື​ການ​ເຊື່ອມ​ຕໍ່ 2 ພື້ນຖານ​ເສດຖະກິດ ກັບ ຫວຽດນາມ ​ແລະ ​ເຊື່ອມ​ຕໍ່​ເສດຖະກິດ 3 ປະ​ເທດ​ໃນ​ຂອບ​ເຂດ CLV (ກຳປູ​ເຈຍ, ລາວ, ຫວຽດນາມ), CLMV (ກຳປູ​ເຈຍ, ລາວ, ມຽນມາ, ຫວຽດນາມ) ກໍ່​ໄດ້​ນຳ​ມາ​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ. ລາວ​ປາດ​ຖະໜາ​ຢາກ​ເປີດ​ກ້ວາງ​ຮູບ​ແບບ “ປະຕູ​ດຽວ, ຈອດ​ເທື່ອ​ດຽວ” ​ເຊິ່ງປະຈຸ​ບັນ​ພວມ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ດ່ານ​ຊາຍ​ແດນສາກົນ ລາວ​ບາ​ວ - ​ແດນ​ສະຫວັນ. ສຳລັບ​ລາວ​ແລ້ວ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ສູ້ຊົນ​ປະຕິບັດ​ແຜນການ​ຮ່ວມ​ມື​ລະຫວ່າງ 2 ລັດຖະບານ​​ໃນ​ປີ 2016 ​ແລະ ສັນຍາ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ລາວ ​ໄລຍະ 2016 – 2020 ຢ່າງ​ມ​ີ​ໄຊ. ສຳລັບ​ກຳປູ​ເຈຍ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຜັນ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ທີ່​ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ ຫວຽດນາມ - ກຳປູ​ເຈຍ ຄັ້ງ​ທີ 14 ​ແລະ ກອງ​ປະຊຸມ​ຮ່ວມ​ມື​ບັນດາ​ແຂວງ​ເຂດ​ຊາຍ​ແດນ​ຄັ້ງ​ທີ 8 ຢ່າງ​ມີ​ປະສິດທິ​ຜົນ.

        ກ່ຽວ​ກັບ​ດ້ານການ​ສຶກສາ, ວັດທະນະທຳ - ສັງຄົມ, ຫວຽດນາມ ​ແລະ ລາວ ​ເຫັນ​ດີ​ເປັນ​ເອກະສັນ​ສົມທົບ​ກັນ​ຈັດ​ຕັ້ງ​ສັບ​ປະດາ​ວັດທະນະທຳ​ລາວ ຢູ່ ຫວຽດນາມ, ສົມທົບ​ກັນ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ບັນດາ​ກິດຈະກຳ​ກ່ຽວ​ກັບ​ນຳ້​ໃຈ​ມິດຕະພາບ 2 ປະ​ເທ​ດ, ​ໃນ​ນັ້ນ​ມີ​ສວນສາທາລະນະ​ປະທານ ​ໂຮ່ຈີ​ມິນ ຢູ່ນະຄອນຫຼວງ ວຽງ​ຈັນ.

        ​ໃນ​ບັນດາ​ບັນຫາ​ສາກົນ, ທັງ ລາວ ​ແລະ ກຳປູ​ເຈຍ ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະສັນ​ກັນ​ໂດຍ​ຖື​ວ່າ: ສະພາບ​ການ​ຢູ່​ພາກ​ພື້ນ​ຍັງ​ມີ​​ການ​ຜັນ​ແປ​​ສັບສົນຫຼາຍ​ຢ່າງ, ຕ້ອງ​ສົ່ງ​ເສີມ​ການ​ແກ້​ໄຂ​ບັນດາ​ກາ​ນຂັດ​ແຍ້​ງກັນ​ດ້ວຍ​ມາດ​ຕະການ​ສັນຕິພາບ, ລວມທັງ​ການ​ເຈລະຈາ ​ແລະ ທາ​ບທາມ​ຄວາມ​ເຫັນ, ຄວາມລະງັບ​ໃຈ, ບໍ່​ນຳ​ໃຊ້ ​ແລະ ນາບ​ຂູ່​ນຳ​ໃຊ້ກຳລັງ​ອາວຸດ, ​ເໝາະ​ສົມ​ກັບ​ບັນດາ​ຫຼັກ​ການ​ທີ່​ໄດ້​ຮັບ​ຮູ້​ຢ່າງ​ກ້ວາງ​ຂວາງ​ຂອງ​ກົດໝາຍ​ສາກົນ​ເຊິ່ງລວມມີ: ສົນ​ທິສັນຍາ ສປຊ ປີ 1982 ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS). 2 ຝ່າຍ​ໃຫ້ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນນຳ​ກັນ ​ແລະ ກັບ​ບັນດາ​ປະ​ເທດ​ສະມາ​ຊິກ​ອື່ນ​ຂອງຄະນະ​ກຳມະການ​ແມ່​ນຳ້​ຂອງ​ສາກົນ ​ເພື່ອ​ແນ​ໃສ່​ຮັບປະກັນ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງນຳ້​ແມ່​ນຳ້ຂອງ​ແບບ​ຍືນ​ຍົງ.

        ບັນດາ​ຜົນ​ງານທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ລາວ ​ແລະ ກຳປູ​ເຈຍ ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແມ່ນສຳຄັນ​ທີ່​ສຸດ ​ແລະ ຮອບດ້ານ. ໝາກຜົນ​ນີ້​ໄດ້​ສ້າງ​ພື້ນຖານ​ຢ່າງ​ໝັ້ນຄົງ​ເພື່ອ​ນຳ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ກັບ ລາວ ​ແລະ ການພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ນຳ້​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ​ແບບຍືນ​ຍົງ​ຍາວ​ນານ​ກັບ ກຳປູ​ເຈຍ ​ໃຫ້​ນັບ​ມື້​ນັບ​ພັດທະນາ.


ຂ່າວ/ບົດ​ອື່ນ