ຄຳຕັດສິນຖືກກັບຈຸດເວລາຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May


(vovworld)- ເລື່ອງ​ທ່ານ​ນາງ ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ​ບັງ​ເອີນ​ໄດ້ຮຽກ​ຮ້ອງ​ດຳ​ເນີນ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ​ໃນ​ວັນ​ທີ 8/6, ໄວ​ກວ່າ​ 3 ປີ​ເມື່ອ​ທຽບ​ໃສ່​ແຜນ​ການ​ວາງ​ອອກ ໄດ້​ຮັບ​ຖື​ວ່າ ແມ່ນ​ບາດ​ກ້າວ​​ທີ່​ມີ​ການ​ຄິ​ດ​ໄລ່ໃນ​ສ​ະ​ພາ​ວະ​ການ​ແບ່ງ​ແຍກ​ຢູ່​ສະ​ພາ​ແຫ່ງ​ຊາດ​ພວມ​ນາບ​ຂູ່​ເຖິງວິ​ວັດ​ທະ​ນາ​ການ ອັງ​ກິດ ຖອນ​ອອກ​ຈາກ ອີ​ຢູ ( Brexit). ຄຳ​ຕັດ​ສິນ​ດັ່ງ​ກ່າວ​ໂດຍ​ທ່ານ​ນາງ ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ຍົກ​ອອກ​ມາ ເມື່ອ ທ່ານ​ນາງ ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ຫາກໍ່​ຂຶ້ນ​ກຳ​ອຳ​ນາດບໍ່​ທັນ​ຮອດ 10 ເດືອນໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ດ້ວຍ​ຕົ​ນ​ເອງ​ຕໍ່​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ຈະ​ມາ​ເຖິງ ກໍ່​ຄື​ຄວາມ​ຕັດ​ສິນ​ໃຈ​ຍູ້​ໄວ​ວິ​ວັດ​ການ Brexit ຂອງ ທ່ານ​ນາງ ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May.

        ທ່ານ​ນາງ ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ໄດ້​ເຕື້ອງ​ເຖິງ​ຄວາມບໍ່​ລົງ​ລອຍ​ກັນ ແລະ ການ​ແບ່ງ​ແຍງ​ທັດ​ສະ​ນະ​ໃນ​ສະ​ພາ​ແຫ່ງ​ຊາດ​ອັງ​ກິດ ກ່ຽວ​ກັບ​ບັນ​ຫາ Brexit ເຮັດ​ໃຫ້​ທີ່​ຕັ້ງ​ບົດ​ບາດ​ຂອງ​ທ່ານ​ນາງ​ຖືກ​ຫລຸດ​ຜ່ອນ​ລົງ​ໃນ​ການ​ເຈ​ລະ​ຈາ ກັບ EU ຄື​ດັ່ງ​ຫ​ນຶ່ງ​ໃນ​ບັນ​ດາ​ສາຍ​ເຫດ​ຕົ້​ນ​ຕໍ​ເພື່ອ​ຮຽກ​ຮ້ອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ກ່ອນ​ກຳ​ນົດ​ເວ​ລາ. ທ່ານ​ນາງ ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ຖື​ວ່າແມ່ນ​ຮອດ​ຈຸດ​ເວ​ລາ​ ທີ່ອັງ​ກິດ​ຄວນ​ສ້າງ​ລັດ​ຖະ​ບານ​ໃຫມ່ກ່ອນ​ທີ່​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ Brexit ຢ່າງ​ເປັນ​ທາງ​ການ. ທ່ານ​ນາງ ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ໄດ້​ຢືນ​ຢັນ​ວ່າ: ມາດ​ຕະ​ການ​ດັ່ງ​ກ່າວ​ແມ່ນ​ວິ​ທີ​ຫ​ນຶ່ງ​ດຽວ ເພື່ອ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ໃນ​ຫລາຍ​ປີ​ຈະ​ມາ​ເຖິງ ເມື່ອ​ອັງ​ກິດ​ພວມ​ຊຸກ​ຍູ້ວິ​ວັດເຈ​ລະ​ຈາ​ອອກ​ຈາກ EU.

        ຄຳ​ຕັດ​ສິນ​ແມ່ນ​ຖືກ​ກັບ​ຈຸດ​ເວ​ລາ

ຄຳ​ຕັດ​ສິນ​ການ​ເລືອກ​ຕັ້​ງ​​ກ່ອນ​ກຳ​ນົດ​ເວ​ລາ ​ຂອງ ທ່ານ​ນາງ ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ຖືກ​ຍົກ​ອອກ​ໃນ​ຈຸດ​ເວ​ລາ ພັກ​​ນິ​ຍົມຮັກ​ສາ​ເດີມ​ຂອງ​ທ່ານ​ນາງ Theresa May ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ​ຈະ​ຍາດ​ໄຊ​ຊະ​ນະ ຖ້າ​ຫາກ​ການ​ເລືອກ​ຕັ້ງ​ຖືກ​ດຳ​ເນີນ​ໃນ​ເວ​ລານີ້. ບັນ​ດາ​ການ​ຢັ່ງ​ຫາງ​ສຽງ​ໃນ​ຫລາຍ​ເດືອນ​ຜ່ານ​ມາ​ໃຫ້​ເຫັນ​ວ່າ: ທ່ານ​ນາງ May ພວມ​ໄດ້​ຮັບ​ການ​ສະ​ຫ​ນັບ​ສະ​ຫ​ນູນ​ຈາກ​ຫາງ​ສຽງ​ຫລາຍ​ທີ່​ສຸດ. ຕາມ​ການ​ຢ່າງ​ຫາງ​ສຽງ​ເປັນ​ສອງ​ຄັ້ງ​ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ, ພັກ​ນິ​ຍົມຮັກ​ສາ​ເດີມ ພວມ​ນຳ​     ຫ​ນ້າ​ພັກ​ກຳ​ມະ​ກອນ​ຝ່າຍ​ຄ້ານ​ດ້ວຍ​ຊ່ອງ​ຫວ່າງ​ແມ່ນ 21%. ແລະ​ກ່ອນນີ້ ອາ​ທິດ     ​ຫ​ນຶ່ງ, ໃນ​ການ​ຢັ່ງ​ຫາງ​ສຽງ​ອື່ນກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ ອັດ​ຕາ​ສ່ວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ຫ​ນັບ​ສະ​ຫ​ນູນ​ທ່ານ​ນາງ May ກໍ່​ສູງກວ່າ​ການ​ນຳ​ພັກ​ກຳ​ມະ​ກອນ Jeremy Corbyn ເຖິງ 37%. ທ່າ​ທີ່​ບໍ່​ແນ່​ໃຈ ຂອງ​ທ່ານ Corbyn ກ່ຽວ​ກັບ​ບັນ​ຫາ Brexit ແມ່ນ​ສາຍ​ເຫດ​ຕົ້ນ​ຕໍ​ເຮັດ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫລາຍ​ຄົນ​ທີ່​ເຄີຍ​ສະ​ຫ​ນັບ​ສະ​ຫ​ນູນພັກ​ກຳ​ມະ​ກອນ​ຮູ້​ສຶກ​ເສຍ​ຫວັງ. ສະ​ນັ້ນ ຖ້າ​ຫາກ​ການ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​​ ໄດ້​ປະ​ຕິ​ບັດກ່ອນ​ກຳ​ນົດ​ເວລາ​, ພັກນິ​ຍົມ​ຮັກ​ສາ​ເດີມ​ຈະ​ມີ​ຫລາຍ​ກາ​ລະ​ໂອ​ກາດ​ຍາດ​ໄຊ​ຊະ​ນະ ແລະ ຈະ​ບໍ່​ກໍ່​ຄວາມ​ຫ​ຍຸ້ງ​ຍາກ​ຕໍ່​ທ່ານ​ນາງ May. ຖ້າ​ຫາກ​ຝ່າຍ​ຄ້ານບໍ່​ຍອມ​ຮັບ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ຈະ​ຖືກ​ຮັບ​ຖື​ວ່າ​ແມ່ນ​ກີດ​ຂວາງ​ການ​ປະ​ຕິ​ບັດ​ຄວາມ​ມຸ້ງ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແມ່ນ​ຢາກ​ມີ Brexit.

ເລື່ອງ​ ທ່ານ​ນາງ ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ຕັດ​ສິນ​ດຳ​ເນີນ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ ຍັງ​​ແນ​ໃສ່​ຫັນ​ເລື່ອງ​ທ່ານ​ນາງ​ແມ່ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກ​ປະ​ຊາ​ຊົນ​ຢ່າງ​ເປັນ​ທາງ​ການ. ກ່ອນນີ້ເກືອບ 1 ປີ, ເມື່ອ​ທ່ານ​ນາງ Theresa May ຂຶ້ນ​ກຳ​ອຳ​ນາດຂະ​ນະ​ທ່ານ David Cameron ລາ​ອອກ​ຈາກ​ຕຳ​ແຫ​ນ່ງ ພາຍ​ຫລັງ​ຖືກ​ປະ​ລາ​ໄຊ​ໃນ​ການ​ຢັ່ງ​ຫາງ​ສຽງ​ກ່ຽວ​ກັບ​ບັນ​ຫາ Brexit ໃນ​ເດືອນ 6/2016, ຫາກ​ບໍ່​ແມ່ນ​ອີງ​ໃສ່​ບັດ​ເລືອກ​ຕັ້ງ​ຂອງ​ຜູ້​ມີ​ສ​ິດ​ເລືອກ​ຕັ້ງ. ສະ​ນັ້ນ ເຖິງວ່າ ແມ່ນ​ການ​ນຳ​ລັດ​ຖະ​ບານ​ກໍ​ຕາມ ແຕ່​ ທ່ານ​ນາງ ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ຍາມ​ໃດ​ກໍ່​ຖືກ​ບັນ​ດາ​ຄູ່​ແ​ຂ່ງ​ການ​ເມືອງ ຕຳ​ຫ​ນິ​ຕິ​ຕຽນ​ວ່າ ທ່ານ​ນາງບໍ່​ອາດ​ເປ​ັນ​ຕົ​ວ​ແທນ​ຂອງ​ອັງ​ກິດ​ໄດ້ ເພາະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ ຍັງ​ບໍ່​ທັນ​ປ່ອນ​ບັດ​ໃຫ້​ທ່ານ​ນາງ​ຈັກ​ເທື່ອ. ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ ເຮັດ​ໃຫ້​ທ່ານ​ນາງ Theresa May ອາດ​ຈະ​ບັນ​ລຸ​ໄດ້​ຈຸດ​ໝາຍນີ້ ພ້ອມ​ທັງ ຜ່ານນັ້ນ ຈະ​ປັບ​ປຸງ​ສິດ​ອຳ​ນາດ ແລະ ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ປະ​ເທດ​ຊາດ ໃນ​ບັນ​ຫາ Brexit.

ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງນີ້ ກໍ​ດຳ​ເນີນ​ໃນ​ຈຸດ​ເວ​ລາ​ທີ່ ພັກ​ຊົນ​ຊາດ​ຂອງ Scotland (SNP) ພວມກໍ່​ກຳ​ລັງ​ດັນ​ຮຽກ​ຮ້ອງ​ດຳ​ເນີນການ​ຢັ່ງ​ຫາງ​ສຽງ​ຄັ້ງ​ທີ 2 ຢູ່ Scotland ກ່ຽວ​ກັບ​ເອ​ກະ​ລາດ ແລະ ແຍກ​ອອກ​ຈາກ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ໄອ​ແລນ​ເຫ​ນືອ. ສິ່ງ​ດັ່ງ​ກ່າວ​ແມ່ນ​ຝືນ​ກັບ​ຫລັກ​ໝັ້ນ​ຂອງ ທ່ານ​ນາງ ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ສະ​ນັ້ນ ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ທ່ານ​ນາງ ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ກໍ​ຢາກ​ຖື​ໂອ​ກາດ​ດຳ​ເນີນ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ ເພື່ອ​ຫລຸດ​ຜ່ອນ​ຈຳ​ນວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂອງ SNP ​ເປັນຕົວ​ແທນ​ຂອງ Scotland ໃນ​ສ​ະ​ພາ​ແຫ່ງ​ຊາດ ອັງ​ກິດ, ເຮັດ​ໃຫ້​ຄວາມ​ມັກ​ໃຫ​ຍ່​ໄຝ່​ສູງ​ປ່ອນ​ບັດ​ທວງ​ເອົາ​ຄວາມ​ເອ​ກະ​ລາດ​ຂອງ​ເຂດແຄ້ວ​ນນີ້​ອ່ອນລົງ. 


ຄຳຕັດສິນຖືກກັບຈຸດເວລາຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May - ảnh 1
​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May

ສະ​ພາ​ແຫ່ງ​ຊາດ​ຕອບ​ສະ​ໜອ​ງ, ເອີ​ລົບ​ຊົມ​ເຊີຍ

        ດ້ວຍ​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ 522 ບັດ ແລະ ບັດ​ຄ້ານ 13 ບັດ, ວັນ​ທີ 19/4, ສະ​ພາ​ຕ່ຳ ອັງ​ກິດ ໄດ້​ຮັບ​ຮອງ​ເອົາ​ຂໍ້​ສະ​ເໜີ​ຈັດ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ​ຂອງ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Theresa May, ເປີດ​ຊ່ອງ​ທາ​ງ​ໃຫ້​ແກ່​ການ​ດຳ​ເນີນ​ການ​ເລືອກ​ຕັ້ງ​ຄັ້ງ​ໃຫຍ່​ໃນ​ທົ່ວ​ປະ​ເທດ​ກ່ອນ​ກຳ​ນົດ​ເວ​ລາ. ໃນ​ຂະ​ນະ​ນັ້ນ, ບັນ​ດາ​ນັກ​ເຈ​ລະ​ຈາ​ຂອງ​ລັດ​ຖະ​ສະ​ພາ​ເອີ​ລົບ (EP) ກໍ່​ໄດ້​ຊົມ​ເຊີຍ​ຄຳ​ຕັດ​ສິນ​ຂອງ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May, ຖື​ວ່ານີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ ອັງ​ກິດ ອາ​ດ​ຈະ​ສະ​ແດງ​ທັດ​ສະ​ນະ​ຂອງ​ຕົນ​ກ່ຽວ​ກັບ​ການ​ພົວ​ພັນ​ກັບ​ສະ​ຫະ​ພາບ​ເອ​ີ​ລົບ (ອີ​ຢູ). ທ່ານ Guy Verhofstadt, ນັກ​ເຈ​ລະ​ຈາຂອງ EP ກ່ຽວ​ກັບ​ວິ​ວັດ​ການ ອັງ​ກິດ ຖອນ​ອອກ​ຈາກ ອີ​ຢູ, ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ເລືອກ​ຕັ້ງ​ຢູ່ ອັງ​ກິດ ແມ່ນ “ບັນ​​ຫາ​ພາຍ​ໃນ, ແຕ່​ທີ່​ຈະ​ແຈ້ງ​ແລ້ວ​ວ່າບັນ​ຫາ Brexit  ຈະ​ແມ່ນ​ປັດ​ໄຈ​ສຳ​ຄັນ​ຂອງ​ເຫດ​ການນີ້”. ພ້ອມນັ້ນ, ທ່ານ Verhofstadt ກໍ່​ຢັ້ງ​ຢືນ​ວ່າ​ຈ​ະ​ຮ່ວມ​ມື​ກັບ​ລັດ​ຖະ​ບານ​ໃໝ່​ຢູ່ ອັງ​ກິດ “ເພື່ອ​ອະ​ນາ​ຄົດ​ລວມ​ອັນ​ດີ​ງາມ​ທີ່​ສຸດ”. ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ Sigmar Gabriel ປາດ​ຖະ​ໜາ​ວ່າ ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ທີ່​ຈັດ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ​ຢູ່ ອັງ​ກິດ ຈະ​ນຳ​ມາ​ເຊິ່ງ​​ທັດ​ສະ​ນະ​ຢ່າງ​​ຈະ​ແຈ້ງ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ກ່​ວາ​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັ​ນ​ຫາ ອັງ​ກິດ ຖອນ​ອອກ​ຈາກ ອີ​ຢູ. ຕາມ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ​ແລ້ວ, ຖ້າ​ຫາກ​ຄວາມ​ຂາ​ດ​ສະ​ຖຽນ​ລະ​ພາບ​ຄື​ໃນ​ປະ​ຈຸ​ບັນ​ຖືກ​ແກ່​ຍາວ​ຈະ​ບໍ່​​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ບັນ​ດາ​ການ​ພົວ​ພັນ​ທາງ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດລະ​ຫວ່າງ ເອີ​ລົບ ແລະ ອັງ​ກິດ.

        ເລື່ອງ​ທ່ານ​ນາງ May ຮຽ​ກ​ຮ້ອງ​ຈັດ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ​ແມ່ນ​ບາດ​ກ້າວ​ທີ່​ມີ​ການ​ຄິດ​ໄລ່​. ໄຊ​ຊະ​ນະ​ຂອງ​ພັກ​ນິ​ຍົມ​ຮັກ​ສາ​ເດີມ ຈະ​ແມ່ນ​ການ​ໜູນ​ໜັງ​ທີ່​ໜັກ​ແໜ້ນ​ເພື່ອ​ໃຫ້​ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານ​ນາງ​ເຄື່ອ​ນ​ໄຫວຢ​່າງ​ສຸດ​ຈິດ​ສຸ​ດ​ໃຈ​ໃຫ້​ບັນ​ດາ​ການ​ເຈ​ລະ​ຈາ​ທີ່​ຫຍຸ້ງ​ຍາກ​ໃນ 2 ປີ​ຈະ​ມາ​ເຖິງ​ສຳ​ລັບ ອີ​ຢູ.


ຕອບກັບ

ຂ່າວ/ບົດ​ອື່ນ