ຄຳສັ່ງລົງໂທດເຮັດໃຫ້ວິວັດທະນາການຟື້ນຟູການພົວພັນລັດເຊຍ-ອາເມລິກາ ຖືກແກ່ຍາວ

(VOVWORLD) -ວັນທີ 26 ກໍລະກົດ 2017, ສະພາຕ່ຳອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍຈັດວາງບັນດາຄຳສັ່ງລົງໂທດໃໝ່ແນໃສ່ລັດເຊຍ, ດ້ວຍບັດເຫັນດີ 419 ບັດ ແລະ ມີບັດຄ້ານພຽງ 3 ບັດ. ການກະທຳດັ່ງກ່າວໄດ້ເຮັດໃຫ້ວິວັດທະນາການຟື້ນຟູການພົວພັນ 2 ຝ່າຍອາເມລິກາ - ລັດເຊຍ, ໂດຍທ່ານປະທານາທິບໍດີອາເມລິກາ Donald Trump ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin ລິເລີ່ມປະສົບກັບຄວາມຫຍຸ້ງຍາກກວ່າຫຼາຍ.

ຄຳສັ່ງລົງໂທດເຮັດໃຫ້ວິວັດທະນາການຟື້ນຟູການພົວພັນລັດເຊຍ-ອາເມລິກາ ຖືກແກ່ຍາວ - ảnh 1

ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin 

(ພາບປະກອບ: EPA/TTXVN)

ບັນດາສະມາຊິກລັດຖະສະພາອາເມລິກາ ຕົກລົງຮັດແໜ້ນຄຳສັ່ງລົງໂທດລັດເຊຍ ຍ້ອນໄດ້ຖືວ່າ, ປະເທດນີ້ໄດ້ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນປີ 2016 ແລະ ມີບັນດາບັນຫາກ່ຽວຂ້ອງເຖິງ ຢູແກຼນ ແລະ ຊີຣີ. ຄຳສັ່ງລົງໂທດໃໝ່ພິເສດແມ່ນແນໃສ່ບັນດາໂຄງການນ້ຳມັນອາຍແກັດຂອງລັດເຊຍ ກັບບໍລິສັດຕ່າງໆຢູ່ອາເມລິກາ, ເຢຍລະມັນ ແລະ ບາງປະເທດອື່ນໆ. ດ້ວຍຮ່າງກົດໝາຍດັ່ງກ່າວ, ລັດຖະບານອາເມລິກາ ຕ້ອງໄດ້ຮັບຄວາມເຫັນດີຈາກສະພາແຫ່ງຊາດ ຖ້າຫາກຢາກຜັນຂະຫຍາຍບັນດາບາດກ້າວຕໍ່ໄປເພື່ອແນໃສ່ຜ່ອນຄາຍຄຳສັ່ງລົງໂທດ.

        ບັນດາການຂັດແຍ້ງກັນຢ່າງຂ້ຽວຂາດ

        ການພົວພັນລະຫວ່າງລັດເຊຍ - ອາເມລິກາ ຮ້າຍແຮງຂຶ້ນຕື່ມເມື່ອແຫຼມ ກຣືມ ໂຮມເຂົ້າກັບສະຫະພັນລັດເຊຍ ເມື່ອເດືອນມີນາ 2014. ອາເມລິກາ ແລະ ສະຫະພາບເອີລົບ ໄດ້ຈັດວາງບັນດາຄຳສັ່ງລົງໂທດຕໍ່ລັດເຊຍ, ຍູ້ການພົວພັນລະຫວ່າງ 2 ປະເທດມະຫາອຳນາດນີ້ຕົກເຂົ້າສູ່ລະດັບຮ້າຍແຮງທີ່ສຸດນັບແຕ່ໄລຍະສົງຄາມເຢັນ. ເລື່ອງທ່ານ Donald Trump ກາຍເປັນປະທານາທິບໍດີອາເມລິກາ ໄດ້ຮັບຖືວ່າ ຈະເປີດຄວາມສາມາດຊຸກຍູ້ການພົວພັນລັດເຊຍ - ອາເມລິກາ. ໃນວິວັດແຫ່ງການຫາສຽງເລືອກຕັ້ງປະທານາທິບໍດີອາເມລິກາ, ທ່ານ Donald Trump ເຄີຍຖະແຫຼງວ່າ, ພາຍຫຼັງຮັບດຳລົງຕຳແໜ່ງເປັນຜູ້ນຳອາເມລິກາ ຢ່າງເປັນທາງການແລ້ວ, ທ່ານພ້ອມແລ້ວທີ່ຈະພິຈາລະຈາບັນຫາຮັບຮອງ ກຣືມ ແມ່ນສ່ວນໜຶ່ງຂອງລັດເຊຍ ແລະ ຍົກເລີກຄຳສັ່ງລົງໂທດເລັ່ງໃສ່ລັດເຊຍ ຖ້າຫາກບັນລຸໄດ້ຂໍ້ຕົກລົງກ່ຽວກັບການຫຼຸດຜ່ອນອາວຸດນິວເຄຼຍກັບທ່ານປະທານາທິບໍດີ Vladimir Putin, ກໍຄືຖ້າຫາກມົດສະກູ ຊ່ວຍວໍຊິງຕັນ ໃນບັ້ນຮົບຕ້ານການກໍ່ການຮ້າຍ ແລະ ບັນລຸໄດ້ບັນດາຄາດໝາຍສຳຄັນອື່ນໆ. ທ່ານ Trump ໄດ້ໃຫ້ຄຳໝັ້ນສັນຍາຈະສ້າງການພົວພັນອັນດີງາມກວ່າກັບລັດເຊຍ ແລະ ທ່ານປະທານາທິບໍດີ Putin ກໍ່ກ່ຽມພ້ອມ ຈະສ້າງການເຈລະຈາກັບອາເມລິກາ.

        ເຖິງຢ່າງໃດກໍ່ຕາມ, ການພົວພັນລັດເຊຍ - ອາເມລິກາ ຖືກຕົກເຂົ້າສູ່ສະພາບ “ລົງຄ້ອຍບໍ່ມີຫ້າມລໍ້”, ຊ້ຳບໍ່ໜຳບາງເທື່ອເບິ່ງຄືວ່າພວມຕົກຢູ່ໃນສະພາບປະເຊີນໜ້າ. ນັ້ນແມ່ນການກ່າວຫາລັດເຊຍ ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີອາເມລິກາ ໃນປີ 2016 ແລະ ເລື່ອງມົດສະກູ ກໍ່ຕໍ່ກຳນົດເວລາຄຳສັ່ງຫ້າມນຳເຂົ້າລັດເຊຍ ຜະລິດຕະພັນກະເສດ, ວັດຖຸດິບ ແລະ ທັນຍາຫານບາງປະເພດຈາກ ອາເມລິກາ ເຖິງວັນທີ 31 ທັນວາ 2018. ນອກນັ້ນ, ຢູ່ຈຸດຮ້ອນເຮັ່ງຊີຣີ, ການຂັດແຍ້ງກັນລະຫວ່າງ 2 ປະເທດນັບມື້ນັບຮ້າຍແຮງ ພາຍຫຼັງກຳລັງທະຫານປະສົມສາກົນໂດຍອາເມລິກາ ນຳໜ້າ ໄດ້ຍິງຕົກເຮືອບິນສູ້ຮົບຂອງກອງທັບຊີຣີ ແລະ ລັດເຊຍ ມີບັນດາປະຕິກິລິຍາທີ່ “ແຂງກະດ້າງ” ຄື: ຕັດໂທລະສັບສາຍດ່ວນເພື່ອແນໃສ່ຫຼຸດຜ່ອນການປະທະກັນ ແລະ ຢຸດຕິກົນໄກສະກັດກັ້ນການປະທະກັນທາງອາກາດກັບອາເມລິກາ. ບັນດາການກະທຳດັ່ງກ່າວເຮັດໃຫ້ໄພເກີດການປະທະກັນລະຫວ່າງ 2 ກຳລັງທະຫານທີ່ແຂງແຮງທີ່ສຸດໃນໂລກຢູ່ຊີຣີ. ພ້ອມກັນນັ້ນ ແມ່ນບັນດາປັດໃຈໂດຍບັງເອີ້ນຄື: ເຫດຍິງທົດລອງລູກສອນໄຟໃນວັນທີ 04 ກໍລະກົດຂອງສປປ.ເກົາຫຼີ ກໍ່ເຮັດໃຫ້ການພົວພັນລັດເຊຍ - ອາເມລິກາ “ມືດມົວ”. ນັ້ນແມ່ນບໍ່ເຕື້ອງເຖິງເລື່ອງ, ນັບແຕ່ດົນນານມາແລ້ວ, ຍາມໃດ ລັດເຊຍ ແລະ ອາເມລິກາ ກໍ່ບໍ່ລົງລອຍກັນຍ້ອນລັດເຊຍ ຄັດຄ້ານເລື່ອງອາເມລິກາ ຜັນຂະຫຍາຍລະບົບປ້ອງກັນໄລຍະສູງສຸດທ້າຍ (THAAD) ຢູ່ສ.ເກົາຫຼີ.

        ເພື່ອແນໃສ່ຊອກຫາມາດຕະການ “ແກ້ໄຂ” ໃນການພົວພັນ, ຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນ (G20) ຢູ່ Hamburg, ປະເທດເຢຍລະມັນ ໃນວັນທີ 08 ກໍລະກົດ, ທ່ານປະທານາທິບໍດີອາເມລິກາ Trump ແລະ ຄູ່ຕຳແໜ່ງລັດເຊຍ Putin ໄດ້ມີການພົບປະໂດຍກົງເປັນຄັ້ງທຳອິດ. ບັນດາຄຳຖະແຫຼງຂອງວົງການເຈົ້າໜ້າທີ່ລັດເຊຍ - ອາເມລິກາ ພາຍຫຼັງການພົບປະທີ່ສຳຄັນ ເຊິ່ງ ໄດ້ລໍຖ້າມາແຕ່ດົນນານ ແລະ ໄດ້ດຶງດູດຄວາມສົນໃຈຈາກຫາງສຽງໂລກ ລ້ວນແຕ່ສະແດງຄວາມເພິງພໍໃຈຕໍ່ໝາກຜົນທີ່ບັນລຸໄດ້. ການພົບປະສຸດຍອດລະຫວ່າງລັດເຊຍ - ອາເມລິກາ ກໍ່ສະແດງໃຫ້ເຫັນສ່ວນໃດສ່ວນໜຶ່ງວ່າ ໂດຍບໍ່ຫົວຊາຕໍ່ບັນດາຄວາມບໍ່ລົງລອຍກັນທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ, 2 ຝ່າຍຍັງປະຫວ່າງໃຫ້ການເຈລະຈາ.

        ຈຸດໝາຍທີ່ຍາວໄກ

        ເຖິງຢ່າງໃດກໍ່ຕາມ, ຄວາມປາດຖະໜາຢາກໃຫ້ການພົວພັນລະຫວ່າງລັດເຊຍ ແລະ ອາເມລິກາ ນັບມື້ຶ້ນັບດີກວ່າ ເມື່ອທ່ານ Trump ຮັບດຳລົງຕຳແໜ່ງເປັນປະທານາທິບໍດີອາເມລິກາ ນັ້ນ, ຍາກທີ່ຈະປະກົດຜົນເປັນຈິງໄດ້ ຍ້ອນແນວຄວາມຄິດຂອງທ່ານປະທານາທິບໍດີອາເມລິກາ Trump ກ່ຽວກັບການຟື້ນຟູການເຈລະຈາ, ເພີ່ມທະວີການພົວພັນກັບອາເມລິກາ ພັດຖືກກີດຂວາງຍ້ອນກົນໄກ “ຄວບຄຸ້ມ ແລະ ຄວາມສົມດຸນ” ໃນລະບົບການເມືອງອາເມລິກາ. ທ່ານປະທານາທິບໍດີອາເມລິກາ Trump ບໍ່ສາມາດໄປຝືນກັບໂຄງການການເມືອງຂອງພັກສາທາລະນະ, ເຊິ່ງເຄີຍສະໜັບສະໜູນເລື່ອງສືບຕໍ່ລົງໂທດລັດເຊຍ ແລະ ບາງເທື່ອຈະຕ້ອງເຊັນປະກາດໃຊ້ຮ່າງກົດໝາຍລົງໂທດໃໝ່ເລັ່ງໃສ່ລັດເຊຍ ໃນໄວໆນີ້ອີກ.

        ວົງການເຈົ້າໜ້າທີ່ຢູ່ລັດເຊຍ ແລະ ບາງປະເທດເອີລົບ ໄດ້ກ່າວເຕືອນວ່າ ການພົວພັນລະຫວ່າງ ວໍຊິງຕັນ ກັບ ມົດສະກູ ແລະ ບັນດາປະເທດພັນທະມິດຈະຮ້າຍແຮງກວ່າເກົ່າ ຖ້າຫາກທ່ານ Trump ເຊັນປະກາດໃຊ້ຮ່າງກົດໝາຍສະບັບນີ້. ພິເສດ, ບັນດາສະມາຊິກລັດຖະສະພາລັດເຊຍ ຖືວ່າ, ຮ່າງກົດໝາຍຈະເຮັດໃຫ້ການພົວພັນອາລັດເຊຍ - ອາເມລິກາ ເຊິ່ງເຄີຍຕົກຢູ່ລະດັບຕ່ຳສຸດຄືໃນປະຈຸບັນຈະສັບສົນກວ່າເກົາ. ທ່ານປະທານກຳມາທິການບັນດາບັນຫາສາກົນຂຶ້ນກັບສະພາຕໍ່າລັດເຊຍ Leonid Slutsky ຢືນຢັນວ່າ, ຮ່າງກົດໝາຍຈະເຮັດໃຫ້ຄວາມສາມາດການຟື້ນຟູການພົວພັນ 2 ຝ່າຍຖືກສະຫຼາຍໄປ ແລະ ເຮັດໃຫ້ການພົວພັນນີ້ມີຄວາມສັບສົນກວ່າໃນອະນາຄົດ.

        ເປັນທີ່ຈະແຈ້ງແລ້ວວ່າ, ເລື່ອງອາເມລິກາ ສົ່ງເສີມການຈັດວາງຄຳສັ່ງລົງໂທດທີ່ເລັ່ງໃສ່ລັດເຊຍ ນັ້ນ ໄດ້ເຮັດໃຫ້ການພົວພັນລັດເຊຍ - ອາເມລິກາ ຜັນແປໄປຢ່າງຫຍໍ້ທໍ້ ແລະ ຍາກທີ່ຈະປົວແປ່ງໄດ້. ການຂັດແຍ້ງທາງດ້ານການທູດລະຫວ່າງ 2 ປະເທດ ຈະໄດ້ຮັບການແກ້ໄຂຕາມທິດຕັ້ງໜ້າ, ເພື່ອຜົນປະໂຫຍດຂອງ 2 ປະເທດຫຼືບໍ່, ນັ້ນກໍ່ແມ່ນຄວາມໝັ້ນຄົງ ແລະ ສະຖຽນລະພາບໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ