ຈັດຕັ້ງບັ້ນດຳເນີນຊີວິດການເມືອງໃນທົ່ວປະເທດເປັນຢ່າງດີ, ເລິກເຊິ່ງກ້ວາງຂວາງ

(VOVWORLD) - ການຈັດຕັ້ງບັ້ນດຳເນີນຊີວິດການເມືອງໃນທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນເປັນຢ່າງດີ ແລະ ເລິກເຊິ່ງກ້ວາງຂວາງ ແມ່ນຫົວຂໍ້ຂອງບົດຂຽນຫວ່າງແລ້ວນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດກົມການເມືອງປະກາດໃຊ້ຄຳສັ່ງເລກທີ 35 ກ່ຽວກັບກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ. 

ບົດຂຽນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ມີລັກສະນະກຳນົດທິດຢ່າງເລິກເຊິ່ງ ເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນເພື່ອບັນລຸໝາກຜົນດີງາມ.

        ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນອາຍຸການ 2020 – 2025 ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຈະໄດ້ຈັດຕັ້ງໃນປີ 2020. ກອງປະຊຸມຈະດຳເນີນໃນສະພາບທີ່ປະເທດ ຫວຽດນາມ ໄດ້ຜ່ານ 35 ປີແຫ່ງການປ່ຽນແປງໃໝ່, 30 ປີແຫ່ງການປະຕິບັດໂຄງການການເມືອງກໍ່ສ້າງປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ, 10 ປີແຫ່ງການປະຕິບັດຍຸດທະສາດການພັດທະນາເສດຖະກິດ - ສັງຄົມ 2011 – 2020 ດ້ວຍບັນດາຜົນງານທີ່ເປັນໜ້າເອກອ້າງທະນົງໃຈ.

ຄວາມຮັບຮູ້ກ່ຽວກັບຄວາມໝາຍ, ບົດບາດ, ຄວາມສຳຄັນຂອງກອງປະຊຸມໃຫຍ່ຢ່າງຄົບຖ້ວນ ແລະ ເລິກເຊິ່ງ

       ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລ້ວ, ເພື່ອກະກຽມໃຫ້ດີທີ່ສຸດ ແລະ ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນໃຫ້ປະສົບຜົນສຳເລັດນັ້ນ, ຄວນເພີ່ມທະວີບົດບາດການນຳພາຢ່າງຮອບດ້ານ, ໂດຍກົງຂອງຄະນະພັກ, ນັບແຕ່ການກະກຽມເນື້ອໃນເອກະສານຕ່າງໆ, ແຜນການບຸກຄະລາກອນຈົນເຖິງການກະກຽມບັນດາເງື່ອນໄຂຮັບໃຊ້ກອງປະຊຸມໃຫຍ່; ນັບແຕ່ການແກ້ໄຂບັນດາບັນຫາພາຍໃນຈົນເຖິງການເຕົ້າໂຮມ, ເສີມຂະຫຍາຍກຳລັງແຮງຂອງປະຊາຊົນ. ຜ່ານວຽກງານກະກຽມ ແລະ ຈັດຕັ້ງກອງປະຊຸມໃຫຍ່ ເພືຶ່ອເຕົ້າໂຮມ, ເສີມຂະຫຍາຍກຳລັງແຮງສັງລວມຂອງທັງລະບົບການເມືອງ; ປັບປຸງ, ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບ, ຍົກສູງກຳລັງຄວາມສາມາດໃນການນຳພາ, ກຳລັງຕໍ່ສູ້ຂອງອົງຄະນະພັກ. ແຕ່ລະຄະນະພັກ, ອົງການຈັດຕັ້ງພັກ ແລະ ສະມາຊິກພັກຕ້ອງກຳນົດກອງປະຊຸມໃຫຍ່ແມ່ນໂອກາດເພື່ອປັບປຸງຖັນແຖວ, ຮັດກຸມກົດລະບຽບວິໄນ, ຍົກສູງຄຸນນະທາດ, ພູມປັນຍາ, ຈິດໃຈປະຊາທິປະໄຕ, ປະດິດຄິດສ້າງ ແລະ ມີຄວາມຮັບຜິດຊອບເພື່ອເຂົ້າຮ່ວມໃນບັນດາການຕັດສິນຂອງກອງປະຊຸມໃຫຍ່ຢ່າງມີປະສິດທິຜົນທີ່ສຸດ. ຕິດພັນເນື້ອໃນຂອງວຽກງານກະກຽມກອງປະຊຸມໃຫຍ່ກັບການປ່ຽນແປງໃໝ່ວິທີການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ເສີມຂະຫຍາຍລັກສະນະຕັ້ງໜ້າ, ເປັນເຈົ້າການ ແລະ ບົດບາດນຳໜ້າ, ເປັນແບບຢ່າງຂອງສະມາຊິກພັກ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຊີ້ນຳນັບແຕ່ໄລຍະກະກຽມໃຫ້ກອງປະຊຸມໃຫຍ່, ຕ້ອງເປັນເຈົ້າການ, ຕັ້ງໜ້າປະຕິບັດວຽກງານແນວຄວາມຄິດ, ສ້າງຄວາມເປັນເອກະພາບໃນທົ່ວພັກ ແລະ ຄວາມເຫັນດີເຫັນພ້ອມໃນສັງຄົມເປັນຢ່າງດີ. ເພື່ອໃຫ້ກອງປະຊຸມໃຫຍ່ບັນລຸໄດ້ບັນດາການຕັດສິນຢ່າງຖືກຕ້ອງ, ສະຫລາດສ່ອງໃສ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຄວາມລໍຄອຍຂອງປະຊາຊົນ, ວຽກງານກະກຽມ ແລະ ຈັດຕັ້ງກອງປະຊຸມໃຫຍ່ ຄວນໄດ້ດຳເນີນຢ່າງເຂັ້ມງວດ, ມີແບບມີແຜນ, ລອບຄອບຖີ່ຖ້ວນ; ສ້າງລາຍການ, ແຜນການໃຫ້ລະອຽດ, ມີວິທະຍາສາດ; ຈັດແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ແຕ່ລະອົງການ, ບຸກຄົນຢ່າງຈະແຈ້ງ ແລະ ກວດກາ, ກະຕຸກຊຸກຍູ້ການປະຕິບັດເປັນປະຈຳ.

ບົດລາຍງານການເມືອງສະແດງໃຫ້ເຫັນວິໄສທັດ, ຄຸນນະທາດ, ພູມປັນຍາ, ເຈດຈຳນົງ, ກຳລັງແຮງຄວາມສາມັກຄີຂອງຄະນະພັກ, ອົງການຈັດຕັ້ງພັກ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ.

        ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລ້ວ. ບົດລາຍງານການເມືອງຂອງກອງປະຊຸມໃຫຍ່ແມ່ນການເຕົ້າໂຮມຄວາມຍອດຍິ່ງຂອງພູມປັນຍາ, ຄວາມສຸດອົກສຸດໃຈ, ຄວາມຮັບຜິດຊອບ, ການປະດິດຄິດສ້າງ, ວິໄສທັດ, ຄວາມຄາດຫວັງຂອງອົງຄະນະພັກ ແລະ ການກຳນົດທິດພັດທະນາຂອງທ້ອງຖິ່ນ, ອົງການສຳນັກງານ, ກົມກອງ. ວິວັດການສ້າງບົດລາຍງານຕ້ອງໃກ້ຊິດຕິດແທດກັບໂຄງການການເມືອງ, ບັນດາທັດສະນະ, ແນວທາງ, ການກຳນົດທິດໃຫຍ່ຂອງພັກ, ໃກ້ຊິດຕິດແທດກັບການກຳນົດທິດກະກຽມເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ສະພາບຕົວຈິງ ເພື່ອຕີລາຄາ ແລະ ກຳນົດຈຸດໝາຍ, ທິດທາງ, ໜ້າທີ່, ມາດຕະການແທດຈິງ, ຄວາມເປັນໄປໄດ້, ມີປະສິດທິຜົນ ເພື່ອປະຕິບັດໃນອາຍຸການປີ 2020 – 2025 ແລະ ດ້ວຍວິໄສທັດຍາວໄກກ່ວາ. ບົດລາຍງານຕ້ອງຕິດພັນທິດສະດີກັບສະພາບຕົວຈິງຢ່າງກົມກຽວ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການສືບທອດກັບການປ່ຽນແປງໃໝ່; ສຸມໃສ່ຕີລາຄາຢ່າງພາວະວິໄສ, ຮອບດ້ານ ແລະ ລະອຽດໃນທຸກຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ, ເປັນຕົ້ນແມ່ນບັນດາສິ່ງຈຳກັດ, ອ່ອນດ້ອຍ ແລະ ສາເຫດ; ຕີລາຄາການຊີ້ນຳນຳພາ, ການປ່ຽນແປງໃໝ່ຈິນຕະນາການ, ວິໄສທັດ ແລະ ວິທີການຈັດຕັ້ງປະຕິບັດຂອງຄະນະພັກ, ອົງການຈັດຕັ້ງພັກ. ພ້ອມທັງ, ຕີລາຄາການປະຕິບັດບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດຂອງສູນກາງຢ່າງເຂັ້ມງວດ ກ່ຽວກັບການກໍ່ສ້າງ, ປັບປຸງພັກ, ສ້າງລະບົບການເມືອງ, ສ້າງຖັນແຖວພະນັກງານທຸກຂັ້ນ; ການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນ ໂຮ່ຈີມິນ ແລະ ຄວາມຮັບຜິດຊອບເຊີດຊູແບບຢ່າງຂອງພະນັກງານ, ສະມາຊິກພັກ, ເປັນຕົ້ນແມ່ນພະນັກງານການນຳ.

ຈັດຕັ້ງການປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງເອກະສານຕ່າງໆຂອງກອງປະຊຸມໃຫຍ່ເປັນຢ່າງດີ, ສ້າງເປັນບັ້ນດຳເນີນຊີວິດການເມືອງຢ່າງເລິກເຊິ່ງກ້ວາງຂວາງ, ມີປະສິດທິຜົນ.

       ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ ປັດຈຸບັນ, ສູນກາງພວມຕັ້ງໜ້າຊີ້ນຳການສ້າງຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ຈະຈັດຕັ້ງການຮັບເອົາຄຳເຫັນໃນທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນຢ່າງກ້ວາງຂວາງ. ຄຳເຫັນປະກອບໃສ່ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ແລະ ຂອງປະຊາຊົນທຸກຊັ້ນວັນນະແມ່ນສຳຄັນທີ່ສຸດ, ສະແດງໃຫ້ເຫັນຄວາມຄິດຂອງພັກ, ຈິດໃຈຂອງປະຊາຊົນ, ມີຄຸນຄ່າທາງດ້ານພຶດຕິກຳຕົວຈິງທີ່ອຸດົມສົບບູນ, ມີຊີວິດຊີວາ ເພື່ອໃຫ້ສູນກາງຄົ້ນຄວ້າ, ຮັບເອົາ, ສ້າງຮ່າງບັນດາເອກະສານໃຫ້ສຳເລັດ. ການຈັດຕັ້ງເອົາຄຳເຫັນຕ້ອງແທດຈິງ, ມີປະສິດທິຜົນ, ຫຼີກລ້ຽງຮູບການ. ອີງໃສ່ສະພາບການລະອຽດຂອງອົງຄະນະພັກ ເພື່ອເລືອກເຟັ້ນວິທີການເອົາຄຳເຫັນໃຫ້ເໝາະສົມ, ຮັບເອົາຄຳເຫັນທີີ່ມີຄຸນນະພາບ. ຖືເປັນສຳຄັນການຮັບເອົາຄຳເຫັນໂດຍຜ່ານກອງປະຊຸມ, ກອງປະຊຸມສຳມະນາ, ພາຫະນະສື່ມວນຊົນ ແລະ ບັນດາເວທີປາໄສອື່ນທີ່ເໝາະສົມກັບແຕ່ລະເປົ້າໝາຍ, ເປັນຕົ້ນແມ່ນຄຳເຫັນຂອງບັນດານັກວິທະຍາສາດ, ນັກຊ່ຽວຊານ, ພະນັກງານອາວຸໂສ, ຜູ້ຊົງຄຸນວຸດທິ, ນັກປັນຍາຊົນ.

        ໂດຍຄັດສະເໜີຄຳເວົ້າຂອງປະທານ ໂຮ່ຈີມິນ ທີ່ຖືວ່າ: ກອງປະຊຸມໃຫຍ່ພັກແມ່ນສຳຄັນທີ່ສຸດຕໍ່ອະນາຄົດການປະຕິວັດຂອງພັກ ແລະ ປະຊາຊົນ, ຈະເຮັດໃຫ້ພັກທີ່ມີຄວາມສາມັກຄີແລ້ວ ຍິ່ງມີຄວາມສາມັກຄີກ່ວາອີກ, ແນວຄິດ ແລະ ການກະທຳທີ່ໄດ້ເຫັນດີເປັນເອກະພາບ, ຍິ່ງໄດ້ເຫັນດີເປັນເອກະພາບກ່ວາອີກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢືນຢັນວ່າ ການກະກຽມ ແລະ ຈັດຕັ້ງໃຫ້ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມນັບແຕ່ນີ້ຈົນເຖິງໝົດອາຍຸການປີ 2015 – 2020 ຂອງພັກ ./.

ຕອບກັບ

ຂ່າວ/ບົດ​ອື່ນ