ຈຸດປະສົງການເມືອງເບື້ອງຫຼັງອຸບັດຕິເຫດMH17ຕົກ


(vovworld) – ເຫດການ​ເຮືອ​ບິນ MH17 ຖືກ​ຍິງ​ຕົກ​ພວມ​ເຮັດ​ໃຫ້​ວິ​ກິດ​ການ​ຢູ່ ຢູ​ແກຼນ ເຄັ່ງຮ້ອນ​ກ່ວາ​ເວລາ​ໃດ​ໝົດ. ​ຢູ​ແກຼນ ​ເຄີຍ​ເປັນ​ບັນຫາ​ຂອງ​ບັນ​ດາ​ປະ​ເທດ​ມະຫາ​ອຳນາດ, ​​ແຕ່ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເຫດການ​ລູກ​ສອນ​ໄຟ​ຍິງ​ຕົກ​ເຮືອ​ບິນ​ພົນລະ​ເຮືອນທີ່​​ເຮັດ​ໃຫ້ຜູ້​ໂດຍສານ 298 ຄົນ​ຖື​ສັນ​ຊາດ​ຂອງ​ຫຼາຍປະ​ເທດ​​ເສຍ​ຊີວິດ​ນັ້ນໄດ້ພາ​ໃຫ​້​ວິ​ກິດ​ການ​ນີ້​ແຜ່​ລາມ​ອອກ​ຢ່າງ​ກ້ວາງ​ຂວາງ​ໃນ​ຂອບ​​ເຂດທົ່ວ​ໂລກ. ​ເຫດການ​ເຮືອບິນ MH17 ຕົກພວມ​​ເຮັດ​ໃຫ້​ສະພາບ​ການ​ຢູ່ ຢູ​ແກຼນ ປ່ຽນ​ແປງ​ໄປນຳ. ບົດ​ຂຽນ “ຈຸດປະສົງ​ດ້ານການ​ເມືອງ​​ເບື້ອງຫຼັງ​ອຸບັດ​ຕິ​ເຫດ​ເຮືອບິນ MH17 ຕົກ” ຂອງ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ.

        ຄວາມ​, ຕົກສະ​ເງີ້, ​ຄວາມເຈັບ​ປວດ ​​ແລະ ຄວາມ​ຄຽດ​ແຄ້ນແມ່ນ​ອາລົມ​ຈິດ ຂອງ​ປະຊາ​ຄົມ​ສາ​ກົນ​ເມື່ອ​ໄດ້​ເຫັນ​ປະ​ຈັກ​ຕາ​​ເຮື​ອບິນ MH17 ຂອງ​ມາ​ເລ​ເຊຍ ຖືກ​ຍິງ​ຕົກ​ເມື່ອວັນ​ທີ 17/7 ຜ່ານ​ມາ, ​​ໃນ​ຂະນະ​ທີ່​ພວມ​ເດີນທາງ​ຜ່ານ​ເຂດ​ນານ​ຟ້າ​ຂອງ ຢູ​ແກຼນ, ​ເຮັດ​ໃຫ້ 298 ຄົນ​ເສ​ຍຊີວິດ. 5 ມື້​​ໄດ້ຜ່ານ​​ໄປ​ແລ້ວ, ​ແຕ່​​ເບິ່ງ​ຄື​ວ່າ​ທຸກໆ​ຄວາມ​ມານະ​ພະຍາຍາມ​ສືບ​ສວນ​ເພື່ອ​ຊອກ​ຫາ​ຄວາມ​ຈິ​ງຍັງ​ຊັກ​ຊ້າຢູ່, ຊ້ຳບໍ່ໜຳ​ຍັງ​ປະສົບ​ກັບ​ສິ່ງ​ກີດ​ຂວາງ​ຫຼາຍ​ຢ່າງ. ​ແທນ​ທີ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນນຳ​ກັນ, ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ພັດຖົກ​ຖຽງ​ກັນ​ຢ່າງຂ້ຽວ​ຂາດ​​.

ຈຸດປະສົງການເມືອງເບື້ອງຫຼັງອຸບັດຕິເຫດMH17ຕົກ - ảnh 1
ພາບປະກອບ

ການ​ຕໍ່ສູ້​ທາງ​ຂໍ້​ມູນ​ຂ່າວ​ບໍ່​ທັນ​ມີ​ຄຳ​ຕອບ

        ​ໃນ​ຂະ​ນະ​ທີ່​ຝ່າຍ​ແຍກ​ຕົວ​ອອກຢູ່​ພາກ​ຕາ​ເວັນ​ອອກ​ຖະ​ແຫຼ​ງວ່າລັດຖະບານ ຢູ​ແກຼນ ​ໄດ້​ສ້າງ​ແຜນການ​ໃຫ້​ແກ່​ການ​ບຸກ​ໂຈມ​ຕີ​​ນັ້ນ Kiev ພັດກ່າວ​ຫາ​ຝ່າຍ​ແຍກ​ຕົວ​ອອກຕ້ອງ​ຮັບຜິດຊອບຕໍ່​ເຫດການ​ດັ່ງກ່າວ. ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ພ້ອມ​ກັນ “ບຸກ​ໂຈມ​ຕີ” ລັດ​ເຊຍ ​ເມື່ອ​ຖື​ວ່າ ມົດສກູ ອາດ​ຈະ​ສະກັດ​ກັ້ນ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ​ ​​ໄດ້ແຕ່​ພັດບໍ່​​ປະຕິບັດ. ທ່ານ​ປະທານາທິບໍດີ ລັດ​ເຊ​ຍ Vladimir Putin ຢືນຢັນ​ວ່າ: ອາ​ເມ​ລິ​ກາ ຕ້ອງ​ຮັບຜິດ​ຊອບ​ເມື່ອ​ສົ່ງ​ສັນຍານ​ໃຫ້ Kiev ​ດຳ​ເນີນ​ການປາບ​ປາມ​ຝ່າຍ​ແຍກ​ຕົວອອກ​ຢູ່​ພາກ​ຕາ​ເວັນ​ອອກ. ພ້ອມ​ກັບ​ບັນດາ​ຄຳ​ກ່າວ​ຫາກັນ, ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງຍັງຍົກ​ອອກ​ມາ​ບັນດາ​ພະຍານ​ຫຼັກ​ຖານ​ເພື່ອ​ຖີ້ມ​ໂທດ​ໃຫ້​ກັນ.

        ​ແຫຼ່ງຂ່າວ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ ຢູ​ແກນ ຢືນຢັນ​ວ່າ: ທະຫານ​ແຕກ​ທັບ​ສະໜັບ​ສະ​ໜູນ ລັດ​ເຊຍ ຢູ່​ພາກ​ຕາ​ເວັນ​ອອກປະ​ເທດ​ນີ້​ໄດ້​ຮັບ​ລູກ​ສອນ​ໄພ BUK – M1 ຂຶ້ນ​ກັບ​ລະບົບ​ລູກ​ສອນ​ໄຟ​ພາ​ທາງ​ດ້ວຍ ຣາດາ SA – 11 ຈາກ​ລັດ​ເຊຍ, ພ້ອມ​ກັບ​ຊ່ຽວຊານ​ໜ່ວຍໜຶ່ງອີກ. ສືບ​ລາຊະການ​ລັບ ຢູ​ແກຼນ ຢືນຢັນ​ວ່າ: ​ເຂົາ​ເຈົ້າ​ມີ​ເທບອັດ​ສຽງ​​ການ​ໂອ້​ລົມ​ລະຫວ່າງ​ກຳລັງ​ແຍກ​ຕົວ​ອອກກັບ​ບັນດາ ນາຍ​ທະຫານ​ສືບ​ລາຊະການ​ລັບ​ກອງທັບ ລັດ​ເຊຍ, ຊຳ້​ບໍ່​ໜຳ​ຍັງ​ມີ​ພະ​ຍານ​ຫຼັກ​ຖານ​ກ່ຽວ​ກັບ​ລະບົບ​ຍິງ​​ເຮືອບິນ​ທີ່​ທັນ​ສະ​ໄໝ​ໂດຍ ລັດ​ເຊຍ ຜະລິດ​​ເຊິ່ງ​ຝ່າຍ​ແຍກ​ຕົວອອກ​ພວມ​ນຳ​ໃຊ້. ​ໃນ​ຂະນະ​ນັ້ນ, ສືບ​ລາຊະການ​ລັບ​ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ ​ໃຫ້​ຮູ້​ວ່າ: ສຳ​ເນົາ​ເອກະສານ​ການບິນ​ຂອງ ລັດ​ເຊຍ ​​ໃຫ້​ຮູ້​ວ່າ: ມີ​ເຮືອບິນ  Su 25 ຂອງ ຢູ​ແກຼນ ບິນ​ໃກ້​ກັບ​​ເຮື​ອບິນ MH17 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ ​ແອ​ລາຍ ກ່ອນ​ທີ່​ເຮື​ອບິນ Boeing 777 ລຳ​ນີ້​ຕົກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ມາ​ຮອດ​ປະຈຸ​ບັນ, ທຸກໆ​ພະຍານ​ຫຼັກ​ຖານ​ນີ້ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ກວດກາ ​ແລະ ຫາງ​ສຽງ​ຍັງ​ລໍຄອຍ​ຄຳ​ຕອບ​ຊັດ​ເຈນ​ຈາກ​ຄະນະ​ກຳມະການ​ກວດກາ​ສາກົນ.

ຈຸດປະສົງ​ດ້ານ​ການ​ເມືອງ​ເບື້ອງ​ຫຼັງ​ອຸບັດ​ຕິ​ເຫດ MH17

        ວັນ​ທີ 21/7, ປະທານາທິບໍດີ​ລັດ​ເຊຍ V. Putin ​ໄດ້ຖະ​ແຫຼ​ງວ່າ, ບໍ່​ມີ​ໃຜ​ໄດ້​ສວຍ​ໃຊ້​ອຸບັດ​ຕິ​ເພດ MH17 ​ເພື່ອ​ຈຸດປະສົງ​ທາງ​ການ​ເມືອງ​ຂອງ​ຕົນຢູ່ ຢູ​ແກຼນ. ອາດ​ເຫັນ​ໄດ້​ວ່າ, ​ເບື້ອງ​ຫຼັງ​ຄຳ​ກ່າວ​ຫາ, ຖະ​ແຫຼ​ງການ​ເຫຼົ່າ​ນັ້ນ​ລ້ວນ​ແຕ່​ມີ​ທັດສະນະ, ຫຼັກ​ໝັ້ນ​ທີ່​ຂັນ​ແຂງ​ຂອງ​ຝ່າຍ​ຕ່າງໆ.

        ປະຈຸ​ບັນ, ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ວິ​ກິດ​ການ​ຢູ່ ຢູ ​ແກຼນ ​ຈະຂຶ້ນ​ກັບ​ຂໍ້​ສະຫຼຸບ​ການ​ສືບສວນ​ສຸດ​ທ້າຍ​ຂອງ​ເຫດ​ຍິງ​ເຮືອບິນ​ຕົກ. ບາງ​ເທື່ອ​ຈະ​ມີ 2 ກໍລະນີ. ທີ​ໜຶ່ງ​ແມ່ນ, ຖ້າ​ມີ​ພະຍານ​ຫຼັກ​ຖານຢ່າງ​ພຽງພໍ​ກ່ຽວ​ກັບ​ເລື່ອງ​ອຳນາດ​ການ​ປົກຄອງຢູ​ແກຼນ ​ເປັນ​ຕົວ​ການ​ໃນອຸບັດ​ຕິ​​ເຫດ MH17, ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ຈະ​ຕ້ອງ​ກ່າວ​ປະນາມ​ຢ່າງ​ແຮງ, ຊຳ້​ບໍ່​ໜຳ​ອາດ​ຈະ​ຮຽກຮ້ອງ​ລົງ​ໂທດ​ໃນ​ລະດັບ ສປຊ ສຳລັບ​ອຳນາດ​ການ​ປົກຄອງຢູ​ແກຼນ. ​ເຖິງ​ວ່າ​ຍັງ​ຄົງ​ສືບ​ຕໍ່​ຮຽກຮ້ອງ​ຝ່າຍ​ຕ່າງໆ​ຊຸກຍູ້​ການ​ເຈລະຈາ ​ແລະ ຮຽກຮ້ອງ​ລັດ​ເຊຍ ​ບໍ່​ໄດ້​ສະໜັບສະໜູນ​ກຳລັງ​ແຍກ​ຕົວ​ອອກ​ກໍ່ຕາມ, ​ແຕ່​ປະຕິກິ​ລີ​ຍາ ​ແລະ ວິທີ​ການ​ໜູນ​ຊ່ວຍ​ອຳນາດ​ການ​ປົກຄອງ Kiev ຈະ​ບໍ່​​ແຂງແຮງຄື​ກ່ອນ​ນີ້ອີກ. ທີ​ສອງ, ຖ້າ​ຫາກ​ໃນ​ກໍລະນີອຸບັດ​ຕິ​ເຫດ​ເຮືອບິນ​ຕົກ​ແມ່ນ​ຂຶ້ນ​ກັບ​ຄວາມ​ຮັບຜິດຊອບຂອງ​ກຳລັງ​ແຍກ​ຕົວ​ອອກ​ທີ່​ນິຍົມ​​ລັດ​ເຊຍ, ອຳນາດ​ການ​ປົກຄອງ Kiev ຈະ​ຕ້ອງ​ເປີດ​ກວ້າງ​ການ​ປາບ​ປາມ​ຢູ່ ຢູ​ແກຼນ ຕາ​ເວັນ​ອອກ. ນີ້​ກໍ່​ແມ່ນ​ຄວາມ​ຈິງ​ທີ່​ພວມ​ດຳ​ເນີນ​ຢູ່​​ໃນເຂດ​ທີ່​ກາ​ນປະ​ທະ​ກັນ​ສອງ​ຝ່າຍ​ພວມ​ປິນຂັ້ນ​​ໄດ.

ສະພາບ​ການ​ເມືອງ​ໂລກ​ພາຍຫຼັງ ອຸບັດ​ຕິ​ເຫດ MH17

        ​ເຖິງ​ວ່າ​ຂໍ້​ສະຫຼຸບ​ການ​ສືບສວນ​ຈະຄື​ແນວ​ໃດ​ກໍ່ຕາມ, ​ແນ່ນອນ​ວ່າສະພາບ​ການ​ເມືອງຢູ່ ຢູ​ແກຼນ​ກໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ໃນ​ຊຸມ​ມື້​ຈະ​ມາ​ເຖິງ. ວິ​ກິດ​ການ​ຢູ່ ຢູແກຼນ ​ເຄີຍ​ແມ່ນ​ບັນຫາ​ຂອງ​ລັດ​ເຊຍ, ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ. ​ແຕ່​ພາຍຫຼັງ​ເຫດການ​ເຮືອບິນ MH17 ຕົກ​ເຮັດ​ໃຫ້​ 298 ຄົນ​ທີ່​ຖື​ສັນ​ຊາດ​ຂອງ​ຫຼາຍປະ​ເທດ​ໃນ​ໂລກ​ຖືກ​ເສຍ​ຊີວິດ​ນັ້ນ ​ໄດ້​ເຮັດ​ໃຫ້​ວິ​ກິດ​ການ​ນີ້​ແຜ່​ລາມອອກ​ຢ່າງ​ວ່ອງ​ໄວ​ໃນ​ທົ່ວ​​ໂລກ. ຄວາມ​ຊັກ​ຊ້າ​. ​ການ​ຮ່ວມ​ມືບໍ່​ມີ​ປະສິດທິ​ຜົນ​ໃນ​ວຽກ​ງານ​ສືບສວນ​ສາຍ​ເຫດ​ອາດ​ຈະ​ພາ​ໃຫ້​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ທີ່​ມີ​ພົນລະ​ເມືອງ​​ເສຍ​ຊີວິດ​​ຍື່ນ​ມື​ເຂົ້າ ​ແລະ ໜູນ​ຊ່ວຍ​ດ້ານ​ການ​ທະຫານ​ໃຫ້​ແກ່​ອຳນາດ​ການ​ປົກຄອງ Kiev.

        ສິ່ງ​ທີ່​ອັນຕະລາຍ​ນັ້ນ​​ແມ່ນ, ປະຈຸ​ບັນ​ມີ​ຫຼາຍ​ສັນຍານ​ສະ​ແດງ​ໃຫ້​ເຫັນ​ວ່າ, ບັນດາ​ປະ​ເທດ​ມະຫາ​ອຳນາດ​ຢູ່​ເອີ​ລົບ​ພວມ​ສະໜັບສະໜູນ​ອາ​ເມ​ລິ​ກາ​​ເມື່ອ​ຖື​ວ່າ​ກຳລັງ​ແຍກ​ຕົວ​ອອກ​ນິຍົມ​ລັດ​ເຊຍ ​ແມ່ນ​ຕົວ​ການ​​ໃນ​ເຫດ​ຍິງ​ເຮືອບິນ MH17 ຕົກ. ​ເບິ່ງ​ຄື​ວ່າບັນດາ​ຄຳ​ສັ່ງ​ລົງ​ໂທດ, ຂວຳ້​ບາດ​ດ້ານ​ການ​ຄ້າພວມລໍຖ້າ​ໂອກາດ​ເພື່ອ​ເລັ່ງ​ໃສ່​ລັດ​ເຊຍ. ​ແຕ່​ການ​ລົງ​ໂທດ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນນັ້ນ​ຈະ​ເຮັດ​ໃຫ້​ລັດ​ເຊຍທໍ້ຖອຍ​ໄດ້​ຫຼືບໍ? ນັ້ນ​ແມ່ນ​ຄຳ​ຖາມ​ທີ່​ສາມາດ​ຕອບ​ໄຫ້ຢ່າງ​ງ່າຍດາຍ. ​ເມື່ອ​ຜົນ​ສະທ້ອນ​ຂອງ​ລັດ​ເຊຍ​ຢູ່ ຢູ​ແກຼນຕາ​ເວັນ​ອອກ ​ແລະ ​ເລື່ອງ​ສະກັດ​ກັ້ນ​ບໍ່​ໃຫ້ຢູ​ແກຼນ ​ເຂົ້າ​ເປັນ​ສະມາຊິກ NATO ​ແມ່ນ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ຄວາມ​ເປັນຕາ​ຍ​ຂອງ​ລັດ​ເຊຍ, ຍ້ອນ​ເຫດ​ນັ້ນບໍ່​ມີ​ໃຜ​ຈະ​ຄິດ​ໄດ້​ວ່າ ຄວາມ​ເຄັ່ງ​ຕຶງ​ດ້ານ​​ການ​ເມືອງ​ຢູ່ຢູ​ແກຼນຈະຫຼຸດ​ລົງ​ໃນ​ຊຸມ​ມື້​ຈະ​ມາ​ເຖິງ. ​ເມື່ອ​ຫຼັກ​ໝັ້ນ​ຂອງ​ຝ່າຍ​ຕ່າງໆ​ນັບ​ມື້​ນັບ​ຂັນແຂງ​ກ​ວ່າ, ການ​ປະ​ທະ​ກັນ​​ຢູ່ ຢູ​ແກຼນຈະ​ນັບ​ມື້​ນັບຕົກ​ຢູ່​ໃນ​ສະພາບ​ວິ​ກິດ​ການ​ຢ່າງ​ຮ້າຍ​ແຮງ​ກວ່າ.. ​ແຕ່​ສິ່ງ​ທີ່​ອັນຕະລາຍ​ກວ່າ​ນັ້ນ​ແມ່ນ​ທັງ​ລັດ​ເຊຍ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ລ້ວນ​ແຕ່ບໍ່​ຄິດ​ໄລ່ຊັ່ງຊາ​​ໄດ້​ວ່າ​ຂອບ​ເຂດ​ການ​ບຸກ​ໂຈມ​ຕີ​ຂອງ​ຝ່າຍ​ລຸກ​ຮຶ້ຂຶ້ນອາດ​ຈະ​ກາຍ​ຂ້າມ​ພືນ​ແຜ່ນດິນ​ຂອງຢູ​ແກຼນ. ​ຖ້າ​ເປັນ​ແນວ​ນັ້ນ, ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ທາງ​ອາກາດ ຫຼື​ໃສ່​ເປົ້າ​ໝາຍ​ບົນ​ໜ້າດິນ​ຈະ​ກໍ່​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ