ຈຸດເວລາສຳຄັນໃນການເຈລະຈາລະຫວ່າງອັງກິດ ແລະ ອີຢູ

(VOVWORLD) -ວັນທີ 14 ທັນວາ, ກອງປະຊຸມສຸດຍອດບັນດາການນຳ ສະຫະພາບເອີລົບ (ອີຢູ), ກອງປະຊຸມສຸດຍອດສຸດທ້າຍໃນປີຂອງກຸ່ມ ໄດ້ໄຂຂຶ້ນຢູ່ ບຣຸກແຊນ ປະເທດ ແບນຊິກ. ຫນ້າທີ່ສຳຄັນຂອງກອງປະຊຸມ ແມ່ນການນຳ 27 ປະເທດ ພິຈາລະນາຮັບຮອງເອົາຂໍ້ຕົກລົງເຈລະຈາ Brexit ຫາກໍ່ບັນລຸໄດ້ໃນອາທິດຜ່ານມາລະຫວ່າງ ອັງກິດ ແລະ ອີຢູ. ນີ້ແມ່ນພື້ນຖານເພື່ອໃຫ້ອັງກິດ ແລະ ອີຢູ ອາດສາມາດຫັນໄປສູ່ໄລຍະເຈລະຈາຕໍ່ໄປ. ຫາງສຽງມີຄວາມຫວັງວ່າ ພາຍຫລັງກອງປະຊຸມສຸດຍອດ, ກຸ່ມນີ້ ອາດຈະປະກາດແຜນຮ່າງກ່ຽວກັບສົນທິສັນຍາ Brexit ໃນຕົ້ນປີ 2018. ເຖິງຢ່າງໃດກໍຕາມ ນີ້ບໍ່ແມ່ນສິ່ງງ່າຍດາຍ.

ຈຸດເວລາສຳຄັນໃນການເຈລະຈາລະຫວ່າງອັງກິດ ແລະ ອີຢູ - ảnh 1 ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ແລະ ທ່ານປະທານ EC Jean-Claude Juncker ທີ່ການປະຊຸມຂ່າວໃນວັນທີ 8 ທັນວາ

ພາບ:TTXVN

  ຕາມສົນທິສັນຍາ Lisbon ປີ 1973 ຂອງ ອີຢູ ແລ້ວ, ອັງກິດ ຈະເສຍເວລາຢ່າງຫນ້ອຍສຸດ 2 ປີ ເພື່ອສັບຊ້ອນການຖອນອອກຈາກ ອີຢູ, ນັບແຕ່ປີ 2016 ຫລືເອີ້ນວ່າ Brexit. ເພື່ອກະກຽມໃຫ້ວິວັດການ ອັງກິດ ຖອນອອກຈາກ ອີຢູ, ໄລຍະຜ່ານມາ ສອງຝ່າຍໄດ້ດຳເນີນການເຈລະຈາຫລາຍຄັ້ງ ເຖິງຢ່າງໃດກໍຕາມ ໝາກຜົນບັນລຸໄດ້ບໍ່ຄືຄວາມມຸ້ງຫວັງ ເມື່ອທັງສອງຝ່າຍຍາກທີ່ຊອກໄດ້ທັດສະນະລວມ ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນ.

ບາດກ້າວສຳຄັນໃນວິວັດການເຈລະຈາ

        ເລື່ອງອັງກິດ ແລະ ອີຢູ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບາງບັນຫາສຳຄັນໃນອາທິດຜ່ານມາ ໄດ້ແກ້ໄຂສະພາບບໍ່ມີທາງອອກພາຍຫລັງການເຈລະຈາລະຫວ່າງ ສອງຝ່າຍ ມາເປັນເວລາຫລາຍເດືອນ. ເຈົ້າຫນ້າທີ່ອັງກິດ ແລະ ອີຢູ ລ້ວນແຕ່ຕີລາຄາວ່າ ບັນດາມາດຕາທີ່ບັນລຸໄດ້ ແມ່ນບັນດາຄວາມກ້າວຫນ້າດີພໍສົມຄວນ, ສ້າງປະຖົມປັດໄຈເພື່ອໃຫ້ສອງຝ່າຍກ້າວເຂົ້າສູ່ໄລຍະປຶກສາຫາລືກ່ຽວກັບອະນາຄົດການພົວພັນດ້ານການຄ້າລະຫວ່າງ ອີຢູ ແລະ ອັງກິດ.

ສາມບັນຫາຫລັກແຫລ່ງເພື່ອແກ້ໄຂສະພາບບໍ່ມີທາງອອກນັ້ນແມ່ນ: ສິດຂອງບັນດາພົນລະເມືອງ ເອີລົບ ດຳລົງຊີວິດຢູ່ ອັງກິດ (ປະມານ 3 ລ້ານຄົນ) ແລະ ສິດຂອງພົນລະເມືອງອັງກິດ ດຳລົງຊີວິດຢູ່ ບັນດາປະເທດ ເອີລົບ, ບັນຫາຊາຍແດນລະຫວ່າງ ອຽກລັງ ແລະ ດິນແດນ ອຽກລັງ ເຫນືອ ຂຶ້ນກັບ ອັງກິດ; ພັນທະດ້ານການເງິນ ຊື່ງຝ່າຍອັງກິດ ຕ້ອງປະຕິບັດ.

ຕາມນັ້ນແລ້ວ, ລອນດອນ ໄດ້ຜ່ອນສັ້ນຜ່ອນຍາວເມື່ອຮັບຮອງເອົາສິດອຳນາດຂອງສານຕຸລາການ ເອີລົບ ໃນບາງກໍລະນີນິຕິກຳທີ່ມີສ່ວນກ່ຽວຂ້ອງເຖິງສິດຜົນປະໂຫຍດຂອງພົນລະເມືອງເອີລົບ ກວ່າ 3 ລ້ານຄົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ອັງກິດ. ອັງກິດ ກໍ່ຮັບປະກັນຈະບໍ່ມີເສັ້ນຊາຍແດນປົກຄອງ ຢູ່ ອຽກລັງເຫນືອ, ເຄີຍແມ່ນສິ່ງກີດຂວາງໃຫຍ່ສຸດໃນບັນດາການເຈລະຈາຂໍ້ຕົກລົງ Brexit  ຫວ່າງແລ້ວນີ້. ຍ້ອນ ອຽກລັງເຫນືອ ຂຶ້ນກັບເຂດດິນແດນຂອງລາຊະອານາຈັກ ອັງກິດ ສະນັ້ນ ພາຍຫລັງ Brexit ເຂດນີ້ຈະປະຕິບັດຕາມຂໍ້ກຳນົດກົດລະບຽບດ້ານພາສີ ແລະ ການຄຸ້ມຄອງຕະຫລາດຂອງອັງກິດ.  ສິ່ງດັ່ງກ່າວເຮັດໃຫ້ ອຽກລັງ ມີຄວາມວິຕົກກັງວົນວ່າ ເມື່ອເສັ້ນຊາຍແດນປົກຄອງໄດ້ສ້າງຕັ້ງຂຶ້ນຈະສົ່ງຜົນສະທ້ອນເຖິງຂໍ້ຕົກລົງສັນຕິພາບ Belfast ຊື່ງໄດ້ລົງນາມໃນວັນທີ 10 ເມສາປີ 1998 ພ້ອມທັງສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງການເຄື່ອນໄຫວພົວພັນດ້ານການຄ້າ, ການແລກປ່ຽນສິນຄ້າ ລະຫວ່າງສອງຝ່າຍ.

ສຸດທ້າຍ ກ່ຽວກັບພັນທະການເງິນ, ບັນຫາກໍ່ຄວາມຄັດຄ້ານຢ່າງແຮງຂອງວົງການເຈົ້າຫນ້າທີ່ ອັງກິດ ແຕ່ກອ່ນມາຮອດປະຈຸບັນ ກໍ່ໄດ້ຮັບການແກ້ໄຂ ເມື່ອສຸດທ້າຍ ອັງກິດກໍ່ຍອມຮັບເບິກຈ່າຍຈຳນວນເງິນ ປະມານ 45 ຕື້ - 50 ຕື້ເອີໂຣ ໃຫ້ແກ່ ອີຢູ.

ຕໍ່ຫນ້າບັນດາຄວາມຄືບຫນ້າດັ່ງກ່າວ, ກ່ອນທີ່ດຳເນີນກອງປະຊຸມສຸດຍອດ ມື້ຫນຶ່ງ, ລັດຖະສະພາ ເອີລົບ ໄດ້ເລັ່ງລັດບັນດາການນຳຂອງ ອີຢູ ໄດ້ເຫັນດີຕໍ່ເລື່ອງເລີ່ມຕົ້ນໄລຍະຕໍ່ໄປໃນວິວັດການເຈລະຈາລະຫວ່າງ ອີຢູ ແລະ ອັງກິດ. ໃນຂະນະນັ້ນ ຫົວຫນ້າຄະນະນັກເຈລະຈາຂອງ ອີຢູ ກ່ຽວກັບບັນຫາ Brexit, ທ່ານ Michel Barnier ໄດ້ຢືນຢັນວ່າ ບັນດາຄວາມຄືບຫນ້າທີ່ບັນລຸໄດ້ຈະໄດ້ຫັນເປັນຂໍ້ຕົກລົງມີລັກສະນະຜູກຮັດດ້ານນິຕິກຳຢ່າງວ່ອງໄວ. ໄລຍະຕໍ່ໄປຂອງວິວັດການເຈລະຈາ Brexit ຈະສຸມໃສ່ກ່ຽວກັບໄລຍະສືບທອດ “ສັ້ນ ແລະ ຈະແຈ້ງ” ກໍ່ຄືບັນດາການປຶກສາຫາລືໂດຍສັງເຂບກ່ຽວກັບການພົວພັນໃນອະນາຄົດ.

ຄວາມຫຍຸ້ງຍາກໃຫ້ແກ່ໄລຍະຕໍ່ໄປ

ບໍ່ອາດປະຕິເສດໄດ້ບາດກ້າວຕັ້ງຫນ້າ ຊື່ງອັງກິດ ແລະ ອີຢູ ຫາກໍ່ບັນລຸໄດ້ໃນວິວັດການເຈລະຈາ Brexit ແຕ່ມີບາງບັນຫາເກີດຂຶ້ນກ່ອນດຳເນີນກອງປະຊຸມສຸດຍອດ ອີຢູ. ກອ່ນອື່ນໝົດແມ່ນຄຳຖະແຫລງຂອງທ່ານ David Davis ລັດຖະມົນຕີ ຮັບຜິດຊອບບັນຫາ Brexit  ຂອງອັງກິດ ຖືວ່າ: ອັງກິດ ຈະບໍ່ຊຳລະໃບບິນການເງິນ ແຕ່ 40 – 45 ຕື້ ເອີໂຣ ຖ້າກຸ່ມນີ້ບໍ່ຮັບປະກັນຂໍ້ຕົກລົງດ້ານການຄ້າ ເພື່ອນຳໃຊ້ພາຍຫລັງ ອັງກິດບໍ່ແມ່ນສະມາຊິກຂອງ ອີຢູ. ເຖິງວ່າ ທ່ານ Davis ຢືນຢັນ ນີ້ພຽງແຕ່ແມ່ນ ຄຳ “ຖະແຫລງກ່ຽວກັບເຈດຈຳນົງ” ຫາກ “ບໍ່ມີການຜູກຮັດດ້ານນິຕິກຳ” ແຕ່ໄດ້ກໍ່ຄວາມຄັດຄ້ານຢ່າງແຮງໃນວົງການເຈົ້າຫນ້າທີ່ ອີຢູ. ຫົວຫນ້າຄະນະນັກເຈລະຈາຂອງ ອີຢູ ກ່ຽວກັບບັນຫາ Brexit, ທ່ານ Michel Barnier ໄດ້ປະຕິເສດຄຳຖະແຫລງດັ່ງກ່າວ ແລະ ຢືນຢັນວ່າ ພຽງມີ “ຄຳຖະແຫລງການເມືອງ” ສະບັບຫນຶ່ງສ້າງການພົວພັນດ້ານການຄ້າໃນອະນາຄົດໄດ້ຍົກອອກໃນຈຸດເວລາ ອັງກິດ ຖອນອອກຈາກ ອີຢູ.

        ບັງເອີນມີເຫດການຫນຶ່ງອີກໄດ້ຮັບການຕີລາຄາວ່າ ຈະສົ່ງຜົນກະທົບຫລາຍພໍສົມຄວນເຖິງວິວັດການເຈລະຈາຈະມາເຖິງລະຫວ່າງ ອັງກິດ ແລະ ອີຢູ ນັ້ນແມ່ນ ວັນທີ 13 ທັນວາ ສະພາແຫ່ງຊາດ ອັງກິດ ໄດ້ເຫັນດີສະຫນັບສະຫນູນເນື້ອໃນປັບປຸງຮ່າງກົດໝາຍ Brexit ຂອງລັດຖະບານ. ຕາມເຫດການນີ້ ອຳນາດການປົກຄອງຂອງທ່ານນາງ ນາຍົກລັດຖະມົນຕີ ອັງກິດ Theresa May ປະຈຸບັນ ຈະຕ້ອງຍອມຮັບການຄວບຄຸມຂອງ ສະພາແຫ່ງຊາດ ສຳລັບວິວັດການເຈລະຈາ Brexit ເມື່ອສະພາແຫ່ງຊາດ ມີສິດຮຽກຮ້ອງບັນດາທ່ານລັດຖະມົນຕີ ກັບຄືນສູ່ໂຕະເຈລະຈາ ຖ້າຫາກອົງການນີ້ຢັ້ງຢືນວ່າ ຂໍ້ຕົກລົງທີ່ບັນລຸໄດ້ນັ້ນຍັງບໍ່ທັນເໝາະສົມ.

ຕາມແຜນການແລ້ວ, ອັງກິດ ຖອນອອກຈາກ ອີຢູ ຢ່າງເປັນທາງການ ແຕ່ວັນທີ 29 ມີນາ ປີ 2019. ບັນດາການເຈລະຈາຕ້ອງສຳເລັດເພື່ອໃຫ້ລັດຖະສະພາບັນດາປະເທດ ມີເວລາພິຈາລະນາ ແລະ ຮັບຮອງເອົາບໍ່ວ່າຂໍ້ຕົກລົງໃດທີ່ບັນລຸໄດ້. ເລື່ອງ ອັງກິດ ແລະ ອີຢູ ບັນລຸໄດ້ຂໍ້ຕົກລົງຈຳນວນຫນຶ່ງກ່ຽວກັບ Brexit ຫວ່າງແລ້ວນີ້ ແມ່ນບາດກ້າວເປັນຫນ້າຮັບຮູ້ພາຍຫລັງຄວາມມານະພະຍາຍາມຂອງທັງສອງຝ່າຍ. ເຖິງຢ່າງໃດກໍຕາມ, ໄລຍະເຈລະຈາຕໍ່ໄປແນ່ນອນວ່າຈະປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນຫນ້ອຍ, ກ່ອນທີ່ສອງຝ່າຍອາດຈະບັນລຸຂໍ້ຕົກລົງສຸດທ້າຍ. 

ຕອບກັບ

ຂ່າວ/ບົດ​ອື່ນ