ຈີນເພີ່ມຄວາມຜົນສະທ້ອນຢູ່ອາຟະລິກາ

(VOVWORLD) -ທ່ານປະທານປະເທດຈີນ ສີຈີ້ນຜິງ ພວມໄປປະຕິບັດງານເປັນເວລາຫຼາຍມື້ເຖິງອາຟະລິກາ. ນີ້ແມ່ນການຢ້ຽມຢາມທາງລັດຖະກິດເປັນຄັ້ງທຳອິດ ນັບແຕ່ເມື່ອທ່ານ ສີຈີ້ນຜິງ ໄດ້ຮັບການເລືອກຕັ້ງເປັນປະທານປະເທດຈີນ ຄືນໃໝ່ ເມື່ອເດືອນ ມີນາ ຜ່ານມາ, ພ້ອມທັງແມ່ນບາດກ້າວສຳຄັນໃນແຜນການທາງການທູດຂອງປະເທດນີ້. ການໄປປະຕິບັດງານໄດ້ຊີ້ໃຫ້ເຫັນວ່າ, ຈີນ ສືບຕໍ່ເພີ່ມຜົນສະທ້ອນຕໍ່ບັນດາຄູ່ຮ່ວມມືອາຟະລິກາ ໃນສະພາບທີ່ອາເມລິກາ ເຊິ່ງແມ່ນຄູ່ແຂ່ງຕົ້ນຕໍ່ຂອງຈີນ ທີ່ບໍ່ສົນໃຈເຖິງທະວີບນີ້.

ຈີນເພີ່ມຄວາມຜົນສະທ້ອນຢູ່ອາຟະລິກາ - ảnh 1 ທ່ານປະທານປະເທດຈີນ ສີຈີ້ນຜິງ

(ພາບປະກອບ: khaleejtimes.com)

ໃນການໄປປະຕິບັດງານຢູ່ອາຟະລິກາ ນັບແຕ່ວັນທີ 21 ກໍລະກົດ 2018, ການນຳຈີນ ໄດ້ໄປຢ້ຽມຢາມ ເຊເນການ, ຣາວັນດາ, ອາຟະລິກາ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະເທດມະຫາອຳນາດທີ່ຫາກໍ່ພົ້ນເດັ່ນ BRIC (ລວມມີ: ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟະລິກາ) ຕາມລຳດັບ. ໃນການເດີນທາງກັບເມືອປະເທດ, ທ່ານ ສີຈີ້ນຜິງ ຈະໄປຢ້ຽມຢາມມິດຕະພາບ ໂມຣິດ (ອາຟະລິກາຕາເວັນອອກ).

        ນັກສັງເກດການຫຼາຍທ່ານໄດ້ຖືວ່າ ການຢ້ຽມຢາມເປັນເວລາຫຼາຍມື້ຂອງທ່ານ ສີຈີ້ນຜິງ ແມ່ນບາດກ້າວກະກຽມໃຫ້ກອງປະຊຸມສຸດຍອດຈີນ - ອາຟະລິກາ ຢູ່ປັກກີ່ງ ໃນເດືອນ ກັນຍາ ຈະມາເຖິງ, ຕໍ່ຈາກກອງປະຊຸມສຸດຍອດຢູ່ອາຟະລິກາ ເມື່ອປີ 2015.

ເພີ່ມຄວາມຜົນສະທ້ອນ

        ໃນການຢ້ຽມຢາມຢູ່ ເຊເນການ, ຣາວັນດາ, ອາຟະລິກາ ແລະ ໂມຣິດ, ການໄປປະຕິບັດງານຂອງການນຳຈີນ ໄດ້ຮັບການຕີລາຄາວ່າ ແມ່ນສ້າງເຂດອ້ອມຮອບຜົນສະທ້ອນເຖິງອາຟະລິກາ ທັງໝົດ, ເຊິ່ງແມ່ນເຂດເຄີຍຮັກສາທີ່ຕັ້ງບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຈີນ. ແລະໃນບັ້ນເຄື່ອນໄຫວຢູ່ທະວີບນີ້, ຈີນ ຈະບໍ່ປະລະບໍ່ວ່າປັດໄຈໃດໆເພື່ອເປີດກວ້າງຜົນສະທ້ອນຂອງຕົນ, ຈາກດ້ານເສດຖະກິດ, ການເມືອງ, ການທະຫານ, ຍຸດທະສາດ ຕະຫຼອດຮອດວັດທະນະທຳ.

        ສິ່ງທີ່ເຫັນໄດ້ງ່າຍແມ່ນ, ໃນເວລາກວ່າ 10 ປີມໍ່ໆມານີ້, ຈີນ ໄດ້ ແລະ ພວມປ່ຽນແທນໃຫ້ອາເມລິກາ ກໍຄືບາງປະເທດເອີລົບ ກາຍເປັນປະເທດມີຜົນສະທ້ອນທີ່ສຸດຢູ່ພາກພື້ນອາຟະລິກາ. ຈີນ ໄດ້ລື່ນກາຍອາເມລິກາ, ກາຍເປັນຄູ່ຄ້າໃຫຍ່ທີ່ສຸດຢູ່ອາຟະລິກາ ດ້ວຍວົງເງິນການຄ້າຂຶ້ນເຖິງ 220 ຕື້ USD ໃນປີ 2017.

ຈີນ ເຂົ້າຮ່ວມການກໍ່ສ້າງເຂດອຸດສາຫະກຳກວ່າ 100 ແຫ່ງຢູ່ອາຟະລິກາ ແລະ 40% ໃນຈຳນວນນັ້ນໄດ້ນຳເຂົ້າໃຊ້ການແລ້ວ. ພື້ນຖານເສດຖະກິດໃຫຍ່ທີ 2 ຂອງໂລກ ກໍ່ໄດ້ໜູນຊ່ວຍຫຼາຍປະເທດອາຟະລິກາ ສ້າງພື້ນຖານໂຄງລ່າງຄື: ເສັ້ນທາງລົດໄຟ, ເສັ້ນທາງຄວາມໄວສູງ,ໂຮງງານໄຟຟ້າ…

        ໃນຕົວຈິງ, ຜົນປະໂຫຍດຂອງຈີນ ຢູ່ອາຟະລິກາ ບໍ່ພຽງແຕ່ດ້ານການຄ້າເທົ່ານັ້ນ. ທະວີບນີ້ຍັງແມ່ນແຫ່ງສະໜອງບັນດາວັດຖຸດິບທີ່ອຸດົມສົມບູນໃຫ້ແກ່ຈີນ, ໃນນັ້ນສ່ວນຫຼາຍແມ່ນເຊື້ອເພິງ, ຊັບພະຍາກອນໂລຫະ, ນ້ຳມັນດິບ, ຜະລິດຕະພັນກະເສດ… ຕາມອົງການພະລັງງານປະລະມານູສາກົນ (IAEA) ແລ້ວ, ຈີນ ຈະກາຍເປັນປະເທດນຳໃຊ້ນ້ຳມັນຫຼາຍທີ່ສຸດຂອງໂລກໃນປີ 2030. ແຫຼ່ງນຳເຂົ້ານ້ຳມັນໃຫຍ່ທີ 2 ຂອງຈີນ ແມ່ນອາຟະລິກາ ຖັດຈາກຕາເວັນອອກກາງ ດ້ວຍ 1,4 ລ້ານຖັງ/ວັນ.

        ບັນດາໂຄງການລົດໄຟຂອງຈີນ ຢູ່ອາຟະລິກາ ໄດ້ຮັບຖືວ່າແມ່ນການປ່ຽນແປງສະພາວະຢູ່ພາກພື້ນ ແລະ ອາດຈະຊ່ວຍໃຫ້ຈີນ ຊຸກຍູ້ການເຊື່ອມໂຍງດ້ານການເມືອງຢ່າງເລິກເຊິ່ງ, ກວ້າງຂວາງກວ່າຢູ່ທະວີບນີ້.

        ກ່ຽວກັບທາງດ້ານວັດທະນະທຳ, ມີປະມານ 50 ສະຖາບັນ ຂົງຈື້ ໄດ້ຕັ້ງຢູ່ອາຟະລິກາ. ນັບມື້ນັບມີນັກສຶກສາອາຟະລິກາ ໄປຮຽນຢູ່ຈີນ ດ້ວຍທຶນສຶກສາໂດຍຈີນ ສະໜອງ. ໄປເຮັດວຽກຢູ່ອາຟະລິກາ ເປັນໄລຍະໜຶ່ງແມ່ນໜຶ່ງໃນບັນດາເງື່ອນໄຂບັງຄັບສຳລັບຖັນແຖວການນຳບັນດາກຸ່ມບໍລິສັດໃຫຍ່ຂອງຈີນ.

        ກ່ຽວກັບທາງດ້ານການທູດ, ອາຟະລິກາ ຊ່ວຍໃຫ້ປັກກິງ ມີພັນທະມິດໃນສະຫະປະຊາຊາດເປັນຈຳນວນຫຼາຍ.

ວິທີສຳຜັດແຕກຕ່າງກັບຝ່າຍຕາເວັນຕົກ

       ຜົນສຳເລດຂອງຈີນ ຢູ່ອາຟະລິກາ ແມ່ນຍ້ອນວິທີສັງເກດຂອງຈີນ ສຳລັບທະວີບນີ້ ມີຄວາມແຕກຕ່າງກັບຝ່າຍຕາເວັນຕົກ. ກ່ຽວກັບການລົງທຶນດ້ານເສດຖະກິດ, ຈີນ ໃຫ້ກູ້ຢືມຢ່າງງ່າຍດ່າຍ, ສ່ວນຝ່າຍຕາເວັນຕົກ ພັດມີບັນດາເງື່ອນໄຂໄປພ້ອມ ຫຼື ບັນດາມາດຕະຖານຂອງຝ່າຍຕາເວັນຕົກ, ບັງຄັບໃຫ້ບັນດາປະເທດອາຟະລິກາ ຕ້ອງນຳໃຊ້.

        ກ່ຽວກັບທາງດ້ານການເມືອງ, ມາຮອດປະຈຸບັນ, ການນຳຫຼາຍປະເທດອາຟະລິກາ ຍັງຖືວ່າ, ທະວີບນີ້ບໍ່ນອນໃນການໃຫ້ບຸລິມະສິດຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Donald Trump. ຊ້ຳບໍ່ໜຳ, ການຄາດແຜນງົບປະມານປີ 2019 ຂອງອາເມລິກາ ກໍ່ສະເໜີຫຼຸດ 20% ບັນດາລາຍການສາທາລະນະສຸກຂອງອາເມລິກາ ຢູ່ອາຟະລິກາ ແລະ ຫຼຸດຜ່ອນກວ່າ 1/3 ບັນດາລາຍການທາງການທູດໃຫ້ແກ່ທະວີບນີ້. ການພົວພັນລະຫວ່າງອາເມລິກາ ແລະ ບັນດາປະເທດອາຟະລິກາ ຍັງປະເຊີນໜ້າກັບການຫຼຸດລົງ ພາຍຫຼັງທ່ານປະທານາທິບໍດີອາເມລິກາ Donald Trump ມີບົດກ່າວປາໄສຖືລັກສະນະໝີ່ນປະໝາດ ແລະ ຈຳແນກເຊື້ອຊາດຜິວສຳລັບອາຟະລິກາ ເມື່ອຕົ້ນປີ 2018, ການກະທຳດັ່ງກ່າວໄດ້ເຮັດໃຫ້ທ່ານ Trump ເອງ ຕ້ອງຂຽນຈົດໝາຍຢືນຢັນຄຳໝັ້ນສັນຍາກັບທະວີບນີ້ຄືນໃໝ່.

        ຖ້າຫາກວົງການຍອດຍິ່ງຝ່າຍຕາເວັນຕົກ ຍັງມີທ່າອ່ຽງຈຳແນກປະພຶດກັບອາຟະລິກາ, ຈີນ ພັດເຫັນໄດ້ບັນດາຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງ ແລະ ແມ່ນເຂດດິນແດນຈະນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງ. ສິ່ງທີ່ໜ້າສົນໃຈແມ່ນ, ເຖິງວ່າມີບັນດາບ້ວງເງິນລົງທຶນຢ່າງໃຫຍ່ຫຼວງເຂົ້າອາຟະລິກາ ແຕ່ສື່ມວນຊົນຈີນ ຍັງເນັ້ນໜັກເຖິງຫຼັກການບໍ່ແຊກແຊງດ້ານການເມືອງເປັນປະຈຳ ແລະ ຖືນີ້ແມ່ນພື້ນຖານທາງດ້ານການທູດ ເຊິ່ງອຳນາດການປົກຄອງຂອງປັກກີ່ງ ປະຕິບັດຢູ່ທະວີບນີ້.

        ເປັນທີ່ຈະແຈ້ງແລ້ວວ່າ, ດ້ວຍບັນດາບາດກ້າວທີ່ສະຫຼາດຄ່ອງແຄ້ວ, ຈີນ ນັບມື້ນັບເພີ່ມສົ່ງຜົນສະທ້ອນຢູ່ອາຟະລິກາ. ແລະການໄປປະຕິບັດງານໃນຄັ້ງນີ້ຂອງທ່ານປະທານປະເທດຈີນ ສີຈີ້ນຜິງ ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນທັດສະນະສະເໝີຕົ້ນສະເໝີປາຍທາງດ້ານນະໂຍບາຍຂອງປັກກີ່ງ ໃນການຖືເປັນສຳຄັນບົດບາດເສດຖະກິດ ແລະ ການເມືອງຂອງອາຟະລິກາ. ນີ້ໄດ້ຮັບຖືວ່າແມ່ນໄມ້ງັດຍຸດທະສາດ ຊ່ວຍໃຫ້ຈີນ ເພີ່ມກຳລັງແຮງ ແລະ ຜົນສະທ້ອນຂອງຕົນຢູ່ພາກພື້ນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ