ຊຸກຍູ້ ແລະ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ຕວກກີ ເລິກເຊິ່ງຕື່ມອີກ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີແຫ່ງ ສ.ຕວກກີ Binali Yildirim ພວມທຳການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

 ການຢ້ຽມຢາມເພື່ອແນໃສ່ຈຸດປະສົງພັດທະນາການພົວພັນຫລາຍດ້ານລະຫວ່າງ 2 ປະເທດ, ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມື ເປັນຕົ້ນແມ່ນຂົງເຂດການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ຄົມມະນາຄົມ - ຂົນສົ່ງ, ການສຶກສາ, ການທ່ອງທ່ຽວ…ເນື່ອງໃນໂອກາດນີ້, ບັນນາທິການ VOV ມີບົດຂຽນທີ່ພາດຫົວຂໍ້ວ່າ: “ຊຸກຍູ້ ແລະ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ຕວກກີ ເລິກເຊິ່ງຕື່ມອີກ”.

ຊຸກຍູ້ ແລະ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ຕວກກີ ເລິກເຊິ່ງຕື່ມອີກ - ảnh 1 (ພາບປະກອບ)

        ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຕວກກີ ດຳເນີນໄປໃນສະພາວະທີ່ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ຕວກກີ ພັດທະນາອັນດີງາມ ນັບແຕ່ເມືຶ່ອ 2 ປະເທດໄດ້ສ້າງຕັ້ງການພົວພັນທາງການທູດ.

ຮັກສາການພົວພັນອັນດີງາມໃນຫລາຍຂົງເຂດ

        ສາທາລະນະລັດ ຕວກກີ (Repullic of Turkey) ຕັ້ງຢູ່ລະຫວ່າງກາງທະວີບ ອາຊີ ແລະ ເອີຣົບ, ສ່ວນຫລາຍເຂດດິນແດນນອນໃນທະວີບ ອາຊີ. ໂດຍແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 17 ແລະ ມີລະດັບການເຕີບໂຕໄວໃນໂລກ, ຕວກກີ ມີທ່າແຮງຫລາຍຢ່າງ ດ້ວຍຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ອຸດສາຫະກຳຂຸດຄົ້ນແຮ່ທາດພັດທະນາ. ແຕ່ລະປີ ປະເທດນີ້ ຂຸດຄົ້ນ Crom ໄດ້ 900 ພັນໂຕ່ນ (ຢືນອັນດັບ 1 ໃນໂລກ) ແລະ ບາງແຮ່ທາດອື່ນໆ. ດ້ວຍປະຊາກອນປະມານ 80 ລ້ານກ່ວາຄົນ, ຕວກກີ ແມ່ນປະຕູ ເພື່ອໃຫ້ຜະລິດຕະພັນສິນຄ້າສົ່ງອອກຂອງ ຫວຽດນາມ ແຊກຊຶມເຂົ້າຕະຫລາດຕາເວັນອອກກາງ ແລະ ສະຫະພາບ ເອີຣົບ (ອີຢູ).

        ຫວຽດນາມ ແລະ ຕວກກີ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 07/06/1978. ເດືອນ ກຸມພາ 1997 ຕວກກີ ສ້າງຕັ້ງສະຖານທູດປະຈຳ ຮ່າໂນ້ຍ, ເດືອນ ຕຸລາ 1999 ຫວຽດນາມ ເປີດຫ້ອງການຕາງໜ້າການຄ້າປະຈຳ ອິດຕານບຸນ ແລະ ຫລັງຈາກນັ້ນພຽງ 1 ປີ, ຫວຽດນາມ ກໍ່ເປີດສະຖານກົງສູນໃຫຍ່ປະຈຳ ອິດສະຕານບຸນ. ເດືອນ ຕຸລາ 2003, ຫວຽດນາມ ຍົກລະດັບສະຖານກົງສູນໃຫຍ່ປະຈຳ ອິດສະຕານບຸນ ຂຶ້ນເປັນສະຖານທູດ ແລະ ຍ້າຍໄປຕັ້ງຢູ່ນະຄອນຫລວງ ອານກາຣາ ຂອງ ຕວກກີ. ໃນໄລຍະຜ່ານມາ, 2 ປະເທດຍາມໃດກໍ່ຮັກສາການພົວພັນການຮ່ວມມືອັນດີງາມໃນຫລາຍຂົງເຂດ.

        ຕວກກີ ແມ່ນຄູ່ຮ່ວມມືດ້ານການຄ້າແຖວໜ້າຂອງ ຫວຽດນາມ ຢູ່ຕາເວັນອອກກາງ. ປີ 2016 ວົງເງິນການຄ້າລະຫວ່າງ 2 ປະເທດບັນລຸກ່ວາ 1,5 ຕື້ USD. ນີ້ແມ່ນປະຕູ ເພື່ອໃຫ້ສິນຄ້າສົ່ງອອກຂອງ ຫວຽດນາມ ຄື: ເຂົ້າສານ, ຢາງພາລາ, ຊາ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ…ເຂົ້າຕະຫລາດ ຕາເວັນອອກກາງ ແລະ ອີຢູ. ຕວກກີ ມີຄວາມສາມາດສະໜອງໃຫ້ ຫວຽດນາມ ເຫຼັກກ້າ, ວັດສະດຸກໍ່ສ້າງ, ຝ້າຍ, ທາດເຄມີ, ເຄື່ອງອາໄຫຼ່ລົດໂອໂຕ…ການລົງທຶນຂອງ ຕວກກີ ຢູ່ ຫວຽດນາມ ຍັງຕ່ຳຢູ່ ດ້ວຍ 15 ໂຄງການລົງທຶນຍັງມີຜົນສັກສິດ ດ້ວຍຍອດຈຳນວນເງິນທຶນຈົດລະບຽນປະມານ 704 ລ້ານ USD, ຢືນອັນດັບທີ 26 ໃນຈຳນວນບັນດາປະເທດ ແລະ ເຂດແຄ້ວນທີ່ມີການລົງທຶນຢູ່ ຫວຽດນາມ. ເດືອນ ມິຖຸນາ 2016, ບໍລິສັດການບິນແຫ່ງຊາດ ຕວກກີ (Turkish Airlines ) ສືບຕໍ່ເປີດສາຍການບິນໃຫຍ່ ອິດສະຕານບຸນ - ຮ່າໂນ້ຍ ດ້ວຍ 7 ຖ້ຽວບິນ / ອາທິດ. ກ່ອນໜ້ານັ້ນ, 2 ປະເທດ ໄດ້ລົງນາມໃນບັນດາສັນຍາກ່ຽວກັບການຂົນສົ່ງທາງອາກາດ, ທາງທະເລ, ຫລີກລ້ຽງການເກັບພາສີຊ້ອນ.

        ທີ່ກອງປະຊຸມຄັ້ງທີ 7 ຄະນະກຳມະການປະສົມກ່ຽວກັບເສດຖະກິດ ແລະ ການຄ້າລະຫວ່າງ ຫວຽດນາມ ແລະ ຕວກກີ ດຳເນີນໄປຢູ່ ຮ່າໂນ້ຍ ໃນເດືອນ ກໍລະກົດ 2017, 2 ຝ່າຍໄດ້ເຫັນດີເປັນເອກະພາບຕັ້ງໜ້າສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປຶກສາຫາລືສາກົນ ແລະ ພາກພື້ນ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ເປີດກ້ວາງບັນດາການເຄື່ອນໄຫວ ພົວພັນຕ່າງປະເທດ ພາຍໃຕ້ຮູບການຕ່າງໆ. 2 ຝ່າຍເຫັນດີເປັນເອກະພາບ ວາງຄາດໝາຍສູ້ຊົນ ຍົກວົງເງິນການຄ້າ 2 ສົ້ນຂຶ້ນລະດັບ 4 ຕື້ USD ໃນປີ 2020; ເປີດກ້ວາງການຮ່ວມມື ເພື່ອໜູນຊ່ວຍບັນດາການເຄື່ອນໄຫວຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ; ເປັນເອກະພາບບັນດາເນື້ອໃນຂອງຂໍ້ຕົກລົງຮ່ວມມືໃນຂົງເຂດຕ່າງໆຄື: ການລົງທຶນ, ພາສີ, ມາດຕະຖານຄຸນນະພາບ; ເປີດກ້ວາງການຮ່ວມມືໃນບັນດາຂົງເຂດອື່ນໆຄື: ພະລັງງານ, ການປຸງແຕ່ງອາຫານ, ກໍ່ສ້າງ, ພາຫະນະເຄື່ອງຈັກ…

ການຢ້ຽມຢາມເປີດໂອກາດຮ່ວມມືໃໝ່

        ຫວຽດນາມ ແລະ ຕວກກີ ມີຫລາຍຈຸດຄ້າຍຄືກັນກ່ຽວກັບຂອບຂະໜາດປະຊາກອນ ແລະ ທີ່ຕັ້ງພູມສາດການເມືອງຍຸດທະສາດໃນພາກພື້ນ. ປະຈຸບັນນະໂຍບາຍການທູດຂອງ ຕວກກີ ເອົາໃຈໃສ່ເປັນພິເສດ ເພີ່ມທະວີການພົວພັນກັບບັນດາປະເທດສະມາຊິກ ອາຊຽນ, ໃນນັ້ນ ມີ ຫວຽດນາມ. ກົງກັນຂ້າມ, ຫວຽດນາມ ກໍ່ເອົາໃຈໃສ່ເປັນພິເສດ ແລະ ໃຫ້ບຸລິມະສິດຢ່າງສູງ ສຳລັບເລື່ອງເປີດກ້ວາງການພົວພັນຮ່ວມມືກັບ ຕວກກີ, ຍ້ອນ ຕວກກີ ທັງເປັນຄູ່ຮ່ວມມືໄວເນື້ອເຊື່ອໃຈ ທັງເປັນຂົວຕໍ່ສຳຄັນ ເພື່ອໃຫ້ ຫວຽດນາມ ເປີດກ້ວາງການພົວພັນຮ່ວມມືໄປສູ່ບັນດາພາກພື້ນ ອາຊີຕາເວັນຕົກ, ອາຟຣິກາ ແລະ ເອີຣົບ.

        ໂດຍມີພື້ນຖານການພົວພັນດ້ານການເມືອງ, ການທູດຂອງ 2 ປະເທດ ນັບມື້ນັບໄດ້ຮັບການປັບປຸງໝັ້ນຄົງ ໂດຍຜ່ານບັນດາການຢ້ຽມຢາມຂອງທຸກຂັ້ນ, ກອບກົດໝາຍໃຫ້ບັນດາການເຄື່ອນໄຫວຮ່ວມມື ພວມໄດ້ຮັບການສ້າງໃຫ້ສົມບູນແບບຢ່າງຕັ້ງໜ້າ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຕວກກີ Binali Yildirim ແມ່ນໂອກາດ ເພື່ອໃຫ້ 2 ຝ່າຍແລກປ່ຽນບັນດາມາດຕະການ ແນໃສ່ຊຸກຍູ້ ແລະ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ 2 ປະເທດເລິກເຊິ່ງຕື່ມອີກ ໃນທຸກຂົງເຂດ ກໍ່ຄືບັນດາບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ