ຊຸກ​ຍູ້​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ລາ​ຊະ​ອາ​ນາ​ຈັກ ນອກ​ແວ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງຽວນຊວນຟຸກ ໄດ້ໄປຢ້ຽມຢາມລາຊະອານາຈັກນອກແວຢ່າງເປັນທາງການ ໃນລະຫວ່າງວັນທີ 24  26 ພຶດສະພາ ຕາມຄຳເຊີນຂອງທ່ານນາງ Erna Solberg ນາຍົກລັດຖະມົນຕີ ນອກແວ. ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເພື່ອແນໃສ່ເຮັດໃຫ້ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອເລິກເຊິ່ງກ່ວາອີກ ແລະ ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ນອກແວ - ຫວຽດນາມ ຕາມທິດທາງມີຄຸນນະພາບ ແລະ ປະສິດທິຜົນກ່ວາອີກ.

 

ຊຸກ​ຍູ້​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ລາ​ຊະ​ອາ​ນາ​ຈັກ ນອກ​ແວ - ảnh 1ພາບປະກອບ  (TTXVN) 

ກໍ່ຄືຫຼາຍປະເທດ ເອີລົບເໜືອອື່ນໆ, ກ່ອນນີ້, ນອກແວ ມີຂະບວນການສະໜັບສະໜູນການຕໍ່ສູ້ຍາດເອກະລາດປະເທດຊາດ ຂອງ ຫວຽດນາມ ຢ່າງແຮງ. ປັດຈຸບັນ, ນອກແວພວມສະໜັບສະໜູນຢ່າງຕັ້ງໜ້າໃນກິດຈະການປ່ຽນແປງໃໝ່, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ແລະ ເຊື່ອມໂຍງເຂົ້າກັບສາກົນ. ສອງປະເທດໄດ້ຮ່ວມມືຢ່າງມີປະສິດທິຜົນໃນບັນດາເວທີປາໄສຫຼາຍຝ່າຍຄຶສະຫະປະຊາຊາດ, ອົງການການຄ້າໂລກ ແລະ ທະນາຄານໂລກ.

ການຮ່ວມມືການຄ້າ - ການລົງທຶນພັດທະນາຢ່າງຕັ້ງໜ້າ

        ການຢ້ຽມຢາມລາຊະອານາຈັກນອກແວຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຄັ້ງນີ້ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ - ນອກແວ, ພິເສດສອງຝ່າຍໄດ້ປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນຢ່າງແຮງກ່ວາອີກ.

        ແຕ່ຕົ້ນເດືອນ ພະຈິກ ປີ 2006, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳ(MOU )ກ່ຽວກັບການໜູນຊ່ວຍຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ - ນອກແວ ແລະ ສ້າງ ກຸ່ມປະຕິບັດງານສອງຝ່າຍ, ເພື່ອແນໃສ່ຊຸກຍູ້ບັນດາການເຄື່ອນໄຫວທາງການຄ້າ - ການລົງທຶນ ລະຫວ່າງສອງປະເທດ. ນອກແວ ແມ່ນໜຶ່ງໃນບັນດາປະເທດທີ່ສິ້ນສຸດການເຈລະຈາເຂົ້າຮ່ວມອົງການການຄ້າໂລກ (WTO) ກັບ ຫວຽດນາມໂດຍໄວ. ເດືອນ ມີນາ ປີ 2012, ຫວຽດນາມ ແລະ ກຸ່ມການຄ້າເສລີ ເອີລົບ (EFTA) ລວມມີ: ນອກແວ, ສະວິດ, ອຽກລັງ, ເລກເຕນສເຕນ, ເລີ່ມຕົ້ນການເຈລະຈາສັນຍາການຄ້າເສລີ (FTA). ກ່ອນໜ້ານັ້ນ, ກຸ່ມ EFTA ໄດ້ຮັບຮອງເອົາກົດລະບຽບການເສດຖະກິດການຕະຫຼາດ ໃຫ້ແກ່ ຫວຽດນາມ. ສອງຝ່າຍໄດ້ດຳເນີນ ການເຈລະຈາ 16 ຄັ້ງ. ປີ 2018, ວົງເງິນການຄ້າສອງສົ້ນ ຫວຽດນາມ - ນອກແວບັນລຸໄດ້ 363 ລ້ານ USD ເມື່ອທຽບໃສ່ລະດັບ 354 ລ້ານ USD ປີ 2017. ປັດຈຸບັນ ນອກແວມີ 41 ໂຄງການການາລົງທຶນທີ່ຍັງມີຜົນສັກສິດດ້ວຍຍອດທຶນຈົດທະບຽນແມ່ນ 166 ລ້ານ USD, ຍືນອັນດັບທີ 41/130 ປະເທດ ແລະ ເຂດແຄ້ວນທີ່ລົງທຶນເຂົ້າ ຫວຽດນາມ. ມີວິສາຫະກິດ ຂອງ ນອກແວ ປະມານ 40 ແຫ່ງພວມເຄື່ອນໄຫວຢູ່ຫວຽດນາມ, ສ່ວນຫຼາຍແມ່ນສຸມໃສ່ຢູ່ ນະຄອນໂຮ່ຈີມິນ, ວຸ້ງເຕົ່າ, ຮ່າໂນ້ຍ, ແຄ໊ງຮ່ວາ, ບີ່ງເຢືອງ, ຫາຍຟ່ອງ. ບັນດາໂຄງການຂອງນອກແວສ່ວນຫຼາຍໄດ້ສຸມໃສ່ຢູ່ຂົງເຂດປຸງແຕ່ງໄມ້, ວັດສະດຸກໍ່ສ້າງ ແລະ ເຄື່ອງປະດັບພາຍໃນເຮືອນ; ກະສິກຳ - ປ່າໄມ້, ສິນໃນນ້ຳ, ຂໍ້ມູນຂ່າວສານ ແລະ ສື່ສານ. ເງິນລົງທຶນຂອງນອກແວສ່ວນຫຼາຍຕາມຮູບແບບ 100% ເງິນລົງທຶນມາຈາກຕ່າງປະເທດ.

ການຮ່ວມມືພັດທະນາຢ່າງມີປະສິດທິຜົນ

ປັດຈຸບັນ, ນອກແວແມ່ນໜຶ່ງໃນບັນດານັກອຸປະຖຳໃຫຍ່ທີ່ສຸດໃຫ້ແກ່ ຫວຽດນາມໃນໂຄງການສະຫະປະຊາຊາດສາກົນກ່ຽວກັບການຫຼຸດຜ່ອນການປ່ອຍອາຍເຮືອນແກ້ວ, ຜ່ານການຈຳກັດເລື່ອງທຳລາຍປ່າ ແລະ ເຊື່ອມຊົມຂອງປ່າ (UN - REDD).

        ເດືອນທັນວາ ປີ 2012, ສອງຝ່າຍໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບ “ການຮ່ວມມືປະຕິບັດປະດິດຄິດສ້າງ REDD+ ໃຫ້ແກ່ບັນດາປະເທດພວມພັດທະນາ”, ແລະນອກແວໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ອຸປະຖຳ ເງິນເປັນຈຳນວນກ່ວາ 30 ລ້ານ USD ໃຫ້ແກ່ໂຄງການສະຫະປະຊາຊາດສາກົນກ່ຽວກັບການຫຼຸດຜ່ອນການປ່ອຍອາຍເຮືອນແກ້ວ, ຜ່ານການຈຳກັດເລື່ອງທຳລາຍປ່າ ແລະ ເຊື່ອມຊົມຂອງປ່າ ຢູ່ ຫວຽດນາມ ໄລຍະ II (2013 - 2015), ຜັນຂະຫຍາຍການທົດລອງຢູ່ 6 ແຂວງແມ່ນ ລາວກາຍ, ບັກກ້ານ, ຮ່າຕິງ, ບິ່ງທ້ວນ,ເລິມດົ່ງ, ກ່າເມົາ. ຄຽງຄູ່ກັນນັ້ນ, ບັນດາໂຄງການໃນຂົງເຂດຕ່າງໆຄື: ການສຶກສາ, ສາທາລະນະສຸກ, ຄວບຄຸມຊັບພະຍາກອນທຳມະຊາດ, ພະລັງງານຜະລິດຄືນໃໝ່…ໂດຍນອກແວອຸປະຖຳກໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ເຖິງວ່າປະລິມານການອຸປະຖຳຂອງນອກແວນ້ອຍກໍ່ຕາມແຕ່ລະບຽບການ ແລະ ວິວັດການອຸປະຖຳແມ່ນມີຄວາມໄຫວພິບທີ່ສຸດ, ເໝາະສົມກັບບັນດາກົດລະບຽບຂອງ ຫວຽດນາມ.

        ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ນອກແວໃນບັນດາຂົງເຂດຕ່າງໆຄື: ການສຶກສາ - ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບກໍ່ບັນລຸໄດ້ຜົນງານທີ່ດີ. ນອກແວແມ່ນປະເທດສະໜອງທຶນການສຶກສາໃຫ້ແກ່ນັກສຶກສາ ຫວຽດນາມຕາມລາຍການທຶນການສຶກສາໃຫ້ແກ່ນັກສຶກສາສາກົນ, ໜູນຊ່ວຍໃນການບຳລຸງສ້າງຍົກສູງຄວາມສາມາດໃຫ້ແກ່ຄູ່ອາຈານ ແລະ ພະນັກງານຄົ້ນຄ້ວາທີ່ຂຶ້ນກັບບາງມະຫາວິທະຍາສາດ ຂອງ ຫວຽດນາມ. ນອກແວກໍ່ຕັ້ງໜ້າໜູນຊ່ວຍຫວຽດນາມບຳລຸງສ້າງພະນັກງານໃນບັນດາຂົງເຂດທີ່ເປັນທ່າແຮງຂອງນອກແວຄື: ສິດທິມະນຸດ ແລະ ການຮັກສາສັນຕິພາບ. ນອກແວກໍ່ຕັ້ງໜ້າໜູນຊ່ວຍຫວຽດນາມກໍ່ສ້າງໂຮງຮຽນກິນນອນໃຫ້ແກ່ເດັກນ້ອຍຊົນເຜົ່າສ່ວນໜ້ອຍຢູ່ ແຂວງດຽນບຽນ, ກ໋ວາງຈິ, ເທື່ອທຽນ - ເຫ້ວ ແລະ ກ໋ວາງນາມ; ຮ່ວມອຸປະຖຳໂຄງການການສຶກສາຂັ້ນປະຖົມໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ, ຊ່ວຍເຫຼືອຮຽບຮຽງວັດຈະນານຸກົມຊົນເຜົ່າວິທະຍາ, ຊ່ວຍເຫຼືອພິພິທະພັນຊົນເຜົ່າຍ້າຍເຮືອນມູນເຊື້ອຂອງຊົນເຜົ່າຈຳ 1 ຫຼັງ ແຕ່ນິງທ້ວນ ແລະ ສ້າງບໍລິເວັນພິພິທະວັນຊົນເຜົ່າຄືນໃໝ່.

        ບົນພື້ນຖານນັ້ນ, ການຢ້ຽມຢາມ ລາຊະອານາຈັກ ນອກແວ ຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງຽວນຊວນຟຸກ ຢ່າງເປັນທາງການ ໃນລະຫວ່າງວັນທີ 24 – 26 ພຶດສະພາໄດ້ສ້າງກຳລັງໜູນໃຫມ່ຢ່າງແຮງ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດພັດທະນາ, ພິເສດແມ່ນຍົກສູງປະສິດທິຜົນຂອງການຮ່ວມມືດ້ານເສດຖະກິດ - ການຄ້າ, ນຳຂົງເຂດການຮ່ວມມືນີ້ນັບມື້ນັບເໝາະສົມກັບຄວາມສາມາດບົ່ນຊ້ອມ, ກໍ່ຄືຄວາມໄວ້ເນື້ອເຊື່ອໃຈ ສູງທາງການເມືອງ ລະຫວ່າງສອງປະເທດຢູ່ໃນລະດັບສູງ.


ຕອບກັບ

ຂ່າວ/ບົດ​ອື່ນ