ຊຸກຍູ້ການພົວພັນແບບພິເສດ ລະຫວ່າງຫວຽດນາມ - ກູບາ ແມ່ນໜ້າທີ່ຂອງສອງຊາດ

(VOVWORLD) -ວັນທີ 08 ພະຈິກ, ທ່ານ  Miguel Mario Diaz Canel Bermudez  ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ໃນສະພາບທີ່ສາຍພົວພັນລະຫວ່າງສອງປະເທດພວມພັດທະນາດີງາມຢ່າງບໍ່ຢຸດຢັ້ງ, ການຢ້ຽມຢາມຂອງຜູ້ນໍາແຫ່ງລັດ ກູບາ ໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນ ສາມັກຄີອ້າຍນ້ອງ, ບໍລິສຸດຜຸດຜ່ອງ, ເປັນແບບຢ່າງ, ສັດຊື່ບໍລິສຸດ, ໄວ້ເນື້ອເຊື່ອໃຈ ແລະ ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ກູບາ.

58 ປີ ນັບແຕ່ເມື່ອຫວຽດນາມ ແລະ ກູບາສ້າງຕັ້ງການພົວພັນທາງການທູດ, ເຖິງວ່າສະພາບການໂລກມີການຜັນແປຫຼາຍຢ່າງກໍຕາມ, ແຕ່ການພົວພັນ ສາມັກຄີ ອ້າຍນ້ອງລະຫວ່າງຫວຽດນາມ - ກູບາ ໂດຍການນໍາສອງທ່ານ Fidel Castro ແລະ ປະທານໂຮ່ຈີມິນ ສ້າງພື້ນຖານມານັ້ນ ຍາມໃດກໍໄດ້ຮັບການປັບປຸງ ແລະ ພັດທະນາ, ສະໜິດຕິດພັນກັນຢ່າງແໜ້ນແຟ້ນໃນຫຼາຍຂົງເຂດ. ພິເສດແມ່ນ, ໃນໄລຍະປັດຈຸບັນ, ສອງປະເທດຍິ່ງຕັດສິນໃຈນໍາການພົວພັນດັ່ງກ່າວ ໄປສູ່ໄລຍະທາງໃໝ່ ແລະ ມີປະສິດທິຜົນກວ່າເກົ່າ.

ຊຸກຍູ້ການພົວພັນແບບພິເສດ ລະຫວ່າງຫວຽດນາມ - ກູບາ ແມ່ນໜ້າທີ່ຂອງສອງຊາດ - ảnh 1 ທ່ານ ຫງວຽນຈູງແທ່ັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ກູບາ

ການພົວພັນລະຫວ່າງຫວຽດນາມ - ກູບາ ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ

        ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ, ການພົວພັນສາມັກຄີີ, ສະໜັບສະໜູນ ແລະ ຮ່ວມມືຮອບດ້ານອ້າຍນ້ອງ ຫວຽດນາມ - ກູບາ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

        ໃນໄລຍະຜ່ານມາ, ການນໍາສອງປະເທດ ຍາມໃດກໍຖືເປັນສໍາຄັນການເພີ່ມທະວີການພົວພັນຮອບດ້ານ ເພື່ອແນໃສ່ຍົກສູງປະສິດທິຜົນຂອງບັນດາການພົວພັນທີ່ແທດເໝາະກັບທ່າແຮງຂອງແຕ່ລະປະເທດ, ຮັບໃຊ້ໃຫ້ແກ່ກິດຈະການສ້າງສັງຄົມນິຍົມ. ກິດຈະການປ່ຽນແປງໃໝ່ຢູ່ຫວຽດນາມ ແລະ ກິດຈະການການປະຕິຮູບຢູ່ ກູບາ ໄດ້ສ້າງປະຖົມປັດໄຈ ແລະ ເພີ່ມເຕີມໃຫ້ກັນໃນທັງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງຂອງການສ້າງສັງຄົມນິຍົມ.

        ຫວຽດນາມ - ກູບາ ໄດ້ ແລະ ພວມຜັນຂະຫຍາຍບັນດາແຜນນະໂຍບາຍໃຫຍ່ໄດ້ເປັນຢ່າງດີ, ພ້ອມກັນປຶກສາຫາລື, ຢັ້ງຢືນປະສິດທິຜົນຂອງການພົວພັນຂອງສອງປະເທດໃນສະພາບການໃໝ່. ທ່ານ ຫງວຽນຈູງແທ່ັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ກູບາ ຢັ້ງຢືນວ່າ:

        “ກູບາ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ເກີດຂຶ້ນມາເອງໂດຍທໍາມະຊາດ, ໄດ້ທົດສອບຜ່ານໄລຍະປະຫວັດສາດຕ່າງໆ, ສອງຊາດໄດ້ສ້າງເປັນການພົວພັນແບບພິເສດ. ນັ້ນແມ່ນສິ່ງທີ່ຄວນເສີມຂະຫຍາຍ ແລະ ສືບທອດ, ແຕ່ກໍຄວນສ້າງຈຸດໃໝ່ອ່ຽມໃຫ້ແກ່ການພົວພັນນີ້. ການພົວພັນດັ່ງກ່າວ ພວມພັດທະນາບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ. ພວກເຮົາຕ້ອງສ້າງບັນດາກິດຈະກໍາໃໝ່່ໃນຂົງເຂດເສດຖະກິດ - ການຄ້າ. ຖ້າຢາກເສີມຂະຫຍາຍການພົວພັນພິເສດດັ່ງກ່າວ ຕ້ອງໄດ້ເພີ່ມເຕີມ, ເພີ່ມພູນຄູນສ້າງພະລັງຊີວິດໃໝ່, ອາດຈະແມ່ນດ້ານເສດຖະກິດ-ການຄ້າ ແລະ ວັດທະນະທໍາ”.

        ໄປຄຽງຄູ່ກັບຄວາມເຫັນດີສູງກ່ຽວກັບທິດທາງ ແລະ ບັນດາມາດຕະການປັບປຸງ, ພັດທະນາເປີດກວ້າງການພົວພັນຮ່ວມມືສອງຝ່າຍ, ກໍຄືແບ່ງປັນຫຼັກໝັ້ນ ກ່ຽວກັບບັນດາບັນຫາສາກົນ ແລະ ທົ່ວໂລກ, ການນໍາສອງປະເທດຫວຽດນາມ ແລະ ກູບາ ຍາມໃດກໍສົນໃຈເຖິງການຮ່ວມມືດ້ານເສດຖະກິດ - ການຄ້າ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຕໍ່ໜ້າບັນດາການປ່ຽນແປງກ່ຽວກັບນະໂຍບາຍຄຸ້ມຄອງ, ເສດຖະກິດ, ສະພາບແວດລ້ອມແຫ່ງການລົງທຶນຂອງ ກູບາ, ວິສາຫະກິດຫວຽດນາມ ຍິ່ງນັບມື້ນັບມີຄວາມສົນໃຈຫຼາຍກວ່າເຖິງບັນຫາການລົງທຶນຢູ່ ກູບາ.

        ປັດຈຸບັນ, ການແລກປ່ຽນການຄ້າສອງຝ່າຍລະຫວ່າງຫວຽດນາມ - ກູບາ ຍັງຄົງແມ່ນບັນດາທ່າແຮງບົ່ມຊ້ອນເພື່ອພັດທະນາຢ່າງແຮງກວ່າອີກ, ສ້າງຫຼາຍກາລະໂອກາດໃຫ້ແກ່ວິສາຫະກິດຫວຽດນາມ ສາມາດສໍາຜັດກັບຕະຫຼາດ, ຊອກຫາກາລະໂອກາດລົງທຶນຢູ່ກູບາໃນບັນດາຂົງເຂດກໍ່ສ້າງ, ຜະລິດວັດສະດຸກໍ່ສ້າງ ແລະ ເຄື່ອງໃຊ້ສອຍ, ພະລັງງານ, ອຸດສາຫະກໍາປຸງແຕ່ງສະບຽງອາຫານ, ການຄ້າ. ປັດຈຸບັນ, ຫວຽດນາມ ແມ່ນໜຶ່ງໃນ 10 ປະເທດນໍາໜ້າ ແລະ ຢືນອັນດັບທີ 2 ຢູ່ ອາຊີ ກ່ຽວກັບການແລກປ່ຽນການຄ້າກັບກູບາ. ຍອດວົງເງິນການຄ້າສອງສົ້ນ ໃນປີ 2017 ບັນລຸ 224,3 ລ້ານ USD ສອງຝ່າຍສູ້ຊົນຍົກຍອດວົງເງິນດັ່ງກ່າວ ໃຫ້ຂຶ້ນເຖິງ 500 ລ້ານ USD ໃນປີ 2020.

ຍົກລະດັບການຮ່ວມມືໃນສະພາບການໃໝ່

        ໃນສະພາບການນັ້ນ, ການຢ້ຽມຢາມຫວຽດນາມຂອງທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີກູບາ Miguel Mario Diaz Canel Bermudez ເປັນການສືບທອດ ແລະ ເສີມຂະຫຍາຍຢ່າງແຮງ, ປັບປຸງ ແລະ ເປີດກວ້າງບັນດາການພົວພັນຮອບດ້ານລະຫວ່າງສອງປະເທດ ຢ່າງບໍ່ຢຸດຢັ້ງ ແລະ ພິເສດແມ່ນການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ການຢ້ຽມຢາມໄດ້ປະກອບສ່ວນເຮັດໃຫ້ການພົວພັນນັ້ນມີຊີວິດຊີວາກວ່າ, ແທດຈິງກວ່າ, ມີປະສິດທິຜົນ ແລະ ໝັ້ນຄົງກວ່າໃນໄລຍະໃໝ່, ຂອງພາລະກິດ ແລະ ການປ່ຽນແປງໃໝ່ຂອງຫວຽດນາມ ກໍຄືພາລະກິດປ່ຽນໃໝ່ຮູບແບບພັດທະນາເສດຖະກິດ ຢູ່ ກູບາ. ທ່ານເອກອັກຄະລັດຖະທູດ ຫງວຽນຈູງແທ່ັງ ຖືວ່າ:

        “ຖ້າຫາກ 2 ປະເທດ ມີການພົວພັນຮ່ວມມືນໍາກັນເປັນຢ່າງດີກວ່ານັ້ນ ບໍ່ພຽງແຕ່ເຮັດໃຫ້ວັດທະນະທໍາລະຫວ່າງສອງປະເທດມີຄວາມຫຼາກຫຼາຍ ແລະອຸດົມສົນບູນຂຶ້ນຕື່ມເທົ່ານັ້ນ ຫາກຍັງສ້າງການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ກັບ ວັດທະນະທໍາຕື່ມອີກ ອັນໄດ້ສ້າງການຮ່ວມສໍາພັນໃໝ່ ເຊິ່ງຍັງບໍ່ທັນເຮັດໄດ້ໃນອະດີດຕະການ. ຂ້າພະເຈົ້າຖືວ່າ ນີ້ແມ່ນກາລະໂອກາດ ແລະ ກໍແມ່ນໜ້າທີ່ໃຫ້ປະຊາຊົນສອງປະເທດຕ້ອງປະຕິບັດໃນໄລຍະຈະມາເຖິງ, ວາງອອກບັນດາພື້ນຖານໃນພຶດຕິກໍາຕົວຈິງ, ລະອຽດ, ມີລັກສະນະວິໄສທັດ ເພື່ອໃຫ້ສອງຊາດ, ສອງປະເທດ ຫັນປ່ຽນຄວາມຝັນໃຫ້ປະກົດຜົນເປັນຈິງ”.

        ດ້ວຍຕາຕະລາງການເຮັດວຽກທີ່ບໍ່ມີເວລາຫວ່າງ ພ້ອມກັບບັນດາການເຄື່ອນໄຫວທີ່ອຸດົມສົມບູນ, ການຢ້ຽມຢາມຂອງທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີກູບາ Miguel Mario Diaz Canel Bermudez ໄດ້ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ເພື່ອນໍາການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ... ລະຫວ່າງສອງປະເທດມີບາດກ້າວພັດທະນາຢ່າງແທດຈິງ, ສົມກັບການພົວພັນດ້ານການເມືອງ./.

ຕອບກັບ

ຂ່າວ/ບົດ​ອື່ນ