ຊຸກຍູ້ການສຶກສາແບບມີຫົວຄິດປະດິດສ້າງ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອການພັດທະນາແບບຍືນຍົງ

(vovworld) - ​​ໃນ​ລະຫວ່າງ​ວັນ​ທີ 30 31/03, ທີ່​ນະຄອນ ​ເຫວ້ ຈະ​ດຳ​ເນີນ​ກອງ​ປະຊຸມ​ຮ່ວມ​ມື ອາຊີ - ​ເອີ​ລົບ (ASEM) ກ່ຽວ​ກັບ​ການ​ສຶກສາ​ແບບມີ​ຫົວຄິດ​ປະດິດ​ສ້າງ ​ແລະ ກໍ່ສ້າງ​ແຫຼ່ງຊັບພະຍາກ​ອນມະນຸດ ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ. ກອງ​ປະຊຸມ​ແມ່ນ​ຂໍ້​ລິ​ເລີ່​ມຂອງ ຫວຽດນາມ ດ້ວຍ​ການອຸປະຖຳ​ຈາກ 5 ປະ​ເທດ​ສະມາຊິກ​ລວມມີ: ​ໂປ​ໂລ​ຍ, ອິນ​ເດ​ຍ, ອິນ​ໂດ​ເນ​ເຊຍ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ. ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ແມ່ນ​ຈຸດ​ສຸມ​​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມຂອງ ຫວຽດນາມ  ​ແລະ ດ້ວຍ​ການ​ຍົກ​ອອກ​ຂໍ້​ລິ​ເລີ່​ມຈັດ​ຕັ້ງ​ກອງ​ປະຊຸມ​ນີ້, ຫວຽດນາມ ປາດ​ຖະໜາ​ຢາກ​ແລກປ່ຽນ​ບົດຮຽນ ​ແລະ ພຶດຕິ​ກຳ​ຕົວຈິງ​ຈາກ​ບັນດາ​ປະ​ເທດ​ລະຫວ່າງ 2 ທະວີບ, ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ເປົ້າ​ໝາຍ​ເຊື່ອມ​ໂຍງ ​ແລ​ະ ພັດທະນາ​ແບບ​ຍືນ​ຍົງ.

ຊຸກຍູ້ການສຶກສາແບບມີຫົວຄິດປະດິດສ້າງ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອການພັດທະນາແບບຍືນຍົງ - ảnh 1
(ພາບປະກອບ)

        ນີ້​ແມ່ນ​ກອງ​ປະຊຸມ​ລະດັບ​ລະຫວ່າງ​ພາກ​ພື້ນ​ທີ່​ມີ​ຄວາມ​ສຳຄັນ​ທີ່​ສຸດ​ໃນ​ຂອບ​ເຂດ ASEM ​ໂດຍ ຫວຽດນາມ ​ເປັນ​ປະ​ເທດ​ເຈົ້າພາບຈັດ​ຕັ້ງ​ໃນ​ປີ 2017, ​ເພື່ອ​ຜັນ​ຂະຫຍາຍ​ຂໍ້​ລິ​ເລີ່​ມຂອງ​ນາຍົກລັດຖະມົນຕີ ​​ຊຶ່ງ​ໄດ້​ຮັບຮອງ​ເອົາ​ທີ່​ກອງ​ປະຊຸ​ມຂັ້ນ​ສຸງ ASEM 11 ​ແລະ ກໍ່​ແມ່ນ​ຂໍ້​ລິ​ເລີ່​ມທຳ​ອິດ​ກ່ຽວ​ກັບ​ການ​ສຶກສາ ​ແລະ ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ໃນທົດ​ສະ​ວັດ​ທີ 3 ຂອງ ASEM.

   ກອງ​ປະຊຸມ​ຖືກ​ດຳ​ເນີນ​ໄປ​ໃນ​ສະພາວະ​ບັນດາ​ປະ​ເທດ​ຊຸກຍູ້​ການ​ສຶກສາ​ແບບມີ​ຫົວຄິດ​ປະດິດ​ສ້າງ, ພັດທະນາ​ບັນດາ​ທັກ​ສະ​ໃນ​ສະຕະວັດ​ທີ 21 ​ເພື່ອ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ຄຸນ​ນະພາ​ບສູງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4, ກອງ​ປະຊຸມ​ປະກອບສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື ອາຊີ - ​ເອີ​ລົບ ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ສຶກສາ, ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ, ນຳສະ​ເໜີ​ກ່ຽວ​ກັບ​ວິ​ໄສ​ທັດ​ການ​ສຶກສາ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ​ຂອງ ASEM, ​ໂຄງການ​ບັນດາທັກ​ສະ​ໃໝ່​​ຂອງ ASEM, ມຸ່ງ​ໄປ​ເຖິງ​ການ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ ​ແລະ ຮອບດ້ານ, ປະກອບສ່ວນຢ່າງ​ມີ​ປະສິດ​ທິຜົນ​ເຂົ້າ​​ໃນການ​ຜັນ​ຂະຫຍາຍ​ໂຄງການ​ດຳ​ເນີນ​ງານ 2030 ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​.

ບົດບາດ​ຂອງ​ການ​ສຶກສາ ​ແລະ ​ແຫຼ່ງຊັບພະຍາກອນ​ມະນຸດ​ໃນສັງກາດ​ດິຈິ​ຕອນ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ

        ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ ຫວຽດນາມ ພວມ​ດຳ​ເນີນ​ໄປ​ນັບ​ມື້​ນັບ​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ນຳ​ມາ​​ເຊິ່ງບັນດາ​ຜົນງານ​​ຢ່າງໃຫຍ່​ຫລວງທີ່​ບໍ່ອາດ​ປະຕິ​ເສດ​ໄດ້​. ​ໃນ​ຂົງ​ເຂດ​ການ​ສຶກສາ​ບຳລຸງ​ສ້າງ, ນອກຈາກ​ເລື່ອງ​ຊ່ວຍ ຫວຽດນາມ ຮັບ​ເອົາ​ວິ​ທະຍາ​ສາດ - ​ເຕັກ​ໂນ​ໂລ​ຢີ​ໃໝ່ ​ແລະ ທັກ​ສະການ​ຄຸ້ມ​ຄອງ​ທີ່​ກ້າວໜ້າ​ໃນ​ຫລາຍ​ຂົງ​ເຂດ, ວິວັດ​ການ​ເຊື່ອມ​ໂຍງ​ຍັງ​ຄົງ​ປະກອບສ່ວນ​ກໍ່ສ້າງ​ໃຫ້ ຫວຽດນາມ ຖັນ​ແຖວ​ຊັບພະຍາກອນ​ມະນຸດ​ມີ​ລະດັບ​ຄວາມ​ຮູ້ ​ແລະ ກຳລັງ​ຄວາມ​ສາມາດ​ທັງ​ດ້ານ​ວິຊາ​ການ​ ​ແລະ ທັງ​ການຄຸ້ມ​ຄອງ.

        ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ເຊື່ອມ​ໂຍງ​ຍັງ​ຄົງກໍ່ກຳລັງ​ດັນ​ໃຫຍ່​ຫລວງຕໍ່ການ​ສຶກສາຂອງ ຫວຽດນາມ ​ນັ້ນ​ແມ່ນຕ້ອງ​ຍົກ​ສູງ​ຄຸນ​ນພາບ​ການ​ກໍ່ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ  ​ເພື່ອ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ລັກສະນະ​ແກ່ງ​ແຍ້​ງ. ​ໃນ​ສະພາ​ວະ​ຄວາມ​ຮຽກຮ້ອງ​ການ​ກໍ່ສ້າງ​ຕ້ອງ​ເໝາະ​ສົມ​ກັບ​ມາດຕະຖານ​ລວມຂອງ​ພາກ​ພື້ນ ​ແລະ ສາກົນ, ກຳລັງ​​​ແຮງ​ງານ ຫວຽດນາມ ພາຍຫລັງ​​ໄດ້​ຮັບ​ການ​ກໍ່ສ້າງ ຕ້ອງສາມາດ​ແກ່ງ​ແຍ້​ງ​ ບໍ່​ພຽງ​ແຕ່​ຢູ່​ຕະຫລາດ​ແຮງ​ງານຕ່າງປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ສາມາດ​ແກ່ງ​ແຍ້​ງ​ຢູ່​ໃນ​ຕະ​ຫລາດ​ແຮງ​ງານ ຫວຽດນາມ ອີກ​ດ້ວຍ. ​ເມື່​ອ​ເນັ້ນ​ໜັກ​ເຖິງ​ສິ່ງ​ດັ່ງກ່າວ, ທ່ານ ​ເຈີ່ນ​ວັນ​ຍຸງ ອະດີດ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ກໍ່​ສ້າງ ຫວຽດນາມ, ​ເລຂາທິການ​ໃຫຍ່​ສະພາ​​ວຸດ​ທິ​ການສຶກສາ​​ແຫ່ງ​ຊາດຖື​ວ່າ:

        “​ໃນ​ສະ​ໄໝ​ເຊື່ອ​ມ​ໂຍງ​ປະຈຸ​ບັນ ພົນລະ​ເມືອງ​ໃນ​ທົ່ວ​ໂລກຄວນ​ມີ 2 ທັກ​ສະ ນັ້ນ​ແມ່ນ​ພາສາ​ອັງກິດ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ. ນັ້ນ​ແມ່ນ 2 ​ເຄື່ອງມື​ທີ່​ມີ​ຄວາມ​ສຳຄັນ​ໃນຍຸກ​ສະ​ໄໝ. ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ໄດ້​ເຂົ້າສູ່​ທຸກ​ດ້ານ​​ຂອງ​ຊີວິດ​ສັງຄົມ ຫວຽດນາມ. ສຳລັບ​ປະ​ເທດ​ ຫວຽດນາມ, ​ເຖິງ​ວ່າ​ລາຍ​ຮັບ​ຍັງ​ບໍ່​ທັນ​ສູງ​ກໍ່ຕາມ ​ແຕ່ດ້ວຍການນຳ​ໃຊ້​ຄອມ​​ພິວ​ເຕີຢ່າງ​ທົ່ວ​ເຖິງ ​ແລະ ບາງ​ບໍລິສັດ​ໄດ້​ເລີ່​ມ​ຄົ້ນຄວ້າ ​ແລະ ຂາຍຊອບ​ແວ​​ໃນໂລກ, ນັ້ນ​ແມ່ນ​ສິ່ງ​ທີ່​ລ້ຳ​ຄ່າ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສຳລັບພາສາ​ອັງກິດ ຂ້າພະ​ເຈົ້າ​ຖື​ວ່າ ​ແມ່ນ​ຄວາມ​ຕ້ອງການ​​ຢ່າງ​ຮີບ​ດ່ວນ, ມີ​ລັກສະນະ​ຍຸດ​ທະ​ສາດ.

    ເມື່ອ​ຮັບ​ຮູ້​ໄດ້​ເຖິງ​ສິ່ງນີ້, ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຫວຽດ​ນາມ​ໄດ້​ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ ຍົກ​ສູງ​ຄຸນ​ນະ​ພາບແຫຼ່ງ​ຊັບ​ພະ​ຍາກອນ​ມະ​ນຸດ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ທ່ານ ເລ​ດົງ​ເຟືອງ ຜູ້​ອຳ​ນວຍ​ການ​ສູນ​ຄົ້ນ​ຄ້​ວາ​ສຶກ​ສາ​ຊັ້ນ​ສູງ ແລະ ອາ​ຊີ​ວະ​ສຶກ​ສາ, ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສຶກ​ສາ​ຫວຽດ​ນາມ ຢືນ​ຢັນ​ວ່າ : (ເທບ)

    “ ລັດ​ຖະ​ບານ​ໄດ້​ປະ​ກາດ​ໃຊ້​ແຜນ​ກຳ​ນົດ​ພັດ​ທະ​ນາແຫຼ່ງ​ຊັບ​ພະ​ຍາກອນ​ມະ​ນຸດ ກໍ​ຄື​ບັນ​ດາ​ຂະ​ແ​ໜງ​ການ, ທ້ອງ​ຖິ່ນ​ຕ່າງໆ. ແຜນ​ກຳ​ນົດ​ທັງ​ໝົດ​ເຫຼົ່າ​ນັ້ນ ແມ່ນ​ມຸ່ງ​ໄປ​ສູ່​ເລື່ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ລະ​ບົບ​ການ​ສຶກ​ສາ ແລະ ກໍ່​ສ້າງ​ຫວຽດ​ນາມ​ແທດ​ເໝາະ​ຄວາມ​ຮຽກ​ຮ້ອງຕ້ອງ​ການ​ທາງ​ດ້ານແຫຼ່ງ​ຊັບ​ພະ​ຍາກອນ​ມະ​ນຸດໃນ​ໄລ​ຍະ​ໃໝ່. ພ້ອມ​ກັນ​ນັ້ນ, ກະ​ຊວງ​ສຶກ​ສາ ແລະ ກໍ່​ສ້າງ ກໍ​ມີ​ຄວາມ​ຕັ້ງ​ໜ້າ​ໃນ​ການ​ນຳ​ສະ​ເໜີ​ຕໍ່​ລັດ​ຖະ​ບານ​ກ່ຽວກ​ັບ​ການ​ສ້າງ​ບັນ​ດາ​ຍຸດ​ທະ​ສາດ​ພັດ​ທະ​ນາ​ການ​ສຶກ​ສາ ມຸ່ງ​ໄປ​ສູ່​ການ​ຍົກ​ລະ​ດັບ​ການ​ສຶກ​ສາ. ນອກ​ຈາກນັ້ນ, ສະ​ພາ​ແຫ່ງ​ຊາດ​ກໍ​ໄດ້​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສຶກ​ສາ​ຊັ້ນ​ສູງ, ໃນ​ນັ້ນ, ເນັ້ນ​ໜັກ​ເຖິງການ​ລົງ​ທຶນ, ຍົກ​ສູງ​ຄຸນ​ນະ​ພາບການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ເພື່ອ​ຕອບ​ສະ​ໜອງ​ຕາມ​ມາດ​ຕະ​ຖານ​ສາ​ກົນ ”

ຍູ້​ແຮງ​ການ​ຮ່ວມ​ມື​ສາ​ກົນ​ໃນ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ

    ໂດຍ​ທາບ​ທາມພຶດ​ຕິ​ກຳ​ຕົວ​ຈິງ ແລະ ບົດ​ຮຽນ, ປະ​ສົບ​ການ​ຂອງ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ອາ​ຊີ ແລະ ເອີ​ລົບ, ຊຶ່ງ​ພົ້ນ​ເດັ່ນ​ຂຶ້ນ​ແມ່ນ​ໃນ​ການ​ຊຸກ​ຍູ້​ການ​ສຶກ​ສາ​ແບບ​ມີ​ຫົວ​ຄິດ​ປະ​ດ​ິດສ້າງ ແລະ ແຫຼ່ງ​ຊັບ​ພະ​ຍາກອນທີ່​ມີ​ຄຸນ​ນະ​ພາບ​ສູງ, ພິ​ເສດ​ແມ່ນ​ໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ການ​ສຶກ​ສາ​ລະ​ຫວ່າງ​ຊາດ, ການ​ບຳ​ລຸງ​ສ້າງວິ​ຊ​າ​ຊີບ, ມະ​ຫາ​ວິ​ທະ​ຍາ​ໄລ….ແມ່ນ​ການ​ກຳ​ນົດ​ທິດ​ບຸ​ລິ​ມະ​ສິດ​ຂອງ​ຫວຽດ​ນາມ​ເພື່ອ​ໃຫ້​ຮັບ​ໃຊ້​ເປົ້າ​ໝາຍ​ຍົກ​ສູງ​ຄຸນ​ນະ​ພາບແຫຼ່ງ​ຊັບ​ພະ​ຍາກອນ​ມະ​ນຸດ. ເພາະ​ສະ​ນັ້ນ, ການ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຮ່ວມ​ມື​ອາ​ແຊມ​ກ່ຽວ​ກັບ​ການ​ສຶກ​ສາ​ແບບ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ກໍ່​ສ້າງແຫຼ່ງ​ຊັບ​ພະ​ຍາກອນມະ​ນຸດ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຫວຽດ​ນາມ​ຢາກ​ສົ່ງ​ສານ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍຢ່າງ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບສາ​ກົນ, ເຂົ້າ​ຮ່ວມ​ການ​ນຳ​ສະ​ເໜີ​ທິດ​ທາງ​ຮ່ວມ​ມື​ໃນ​ອາ​ແຊມ​ໃນ​ຂົງ​ເຂດ​ການ​ສຶກ​ສາ ແລະ ພັດ​ທະ​ນາແຫຼ່ງ​ຊັບ​ພະ​ຍາກອນ​ມະ​ນຸດ, ພ້ອມກັນ​ນັ້ນ ກໍ​ຍາດ​ແຍ່ງ​ການ​ສະ​ໜັ​ບ​ສະ​ໜູນ, ປະ​ສານ​ສົ​ມ​ທົບ​ກັນ​ຂອງ​ບັນ​ດາ​ສະ​ມາ​ຊິກ​ຊຸກ​ຍູ້​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່, ມີ​ຫົວ​ຄິດ​ປະ​ດິດ​ສ້​າງ, ສຶກ​ສາ ແລະ ພັດ​ທະ​ນາແຫຼ່ງ​ຊັບ​ພະ​ຍາກອນ​ມະ​ນຸດ./.

ຂ່າວ/ບົດ​ອື່ນ