ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ເພີ່​ມ​ທະ​ວີ​ທີ່​ຕັ້ງ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ຢູ່​ບັ​ນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ

(VOVWORLD) - ວັນທີ 9 ເມສາ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ກັບມາເຖິງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມລາຊະອານາຈັກ ມາຣົກ, ສາທາລະນະລັດ ຝລັ່ງ, ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີລົບ, ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ IPU 140 ຢ່າງດີງາມ. ການຢ້ຽມຢາມຄັ້ງນີ້ບັນລຸໄດ້ໝາກຜົນອັນຕັ້ງໜ້າຫຼາຍຢ່າງ, ບໍ່ພຽງແຕ່ສະແດງໃຫ້ເຫັນບົດບາດເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນການແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ແລະ ໃນທົ່ວໂລກເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າໃນການເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືໃຫ້ເລິກເຊີ່ງກວ່າອີກ, ເສີມຂະຫຍາຍບົດບາດ ແລະ ຖານະຂອງ ສະພາແຫ່ງຊາດ ຫວຽດນາມໃຫ້ຫຼາຍກວ່າອີກ.
ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ເພີ່​ມ​ທະ​ວີ​ທີ່​ຕັ້ງ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ  ຫວຽດ​ນາມ ​ຢູ່​ບັ​ນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ - ảnh 1 ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມກ່າວຄຳເຫັນທີ່ IPU 140

ການເດີນທາງໄປປະຕິບັດງານໄດ້ດຳເນີນມາເປັນເວລາ 10 ວັນຂອງຄະນະຜູ້ແທ່ນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ມີການເຄື່ອນໄຫວ 50 ເຫດການ. ອາດເວົ້າໄດ້ວ່າ, ນີ້ແມ່ນການເດີນທາງທີ່ປະສົບສຳເລັດຜົນຢ່າງດີງາມ ແລະ ມີຄວາມປະທັບໃຈ, ນຳມາເຊິ່ງການແຜ່ລາມໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ກັບ ປະເທດຕ່າງໆ.

ບັນດາການພົບປະທີ່ມີປະສິດທິຜົນ ແລະ ແທດຈິງ.

ການເດີນທາງໄປປະຕິບັດງານຄັ້ງນີ້, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມບັນດາການພົບປະສອງຝ່າຍ. ໃນໂອກາດຢ້ຽມຢາມລາຊະອານາຈັກ ມາຣົກ ແລະ ສາທາລະນະລັດ ຝລັ່ງ, ທ່ານນາງປະທານສະພາແຫ່ງຊາດໄດ້ມີການພົບປະ, ເຈລະຈາ ກັບການນຳຂັ້ນສູງຂອງສອງປະເທດ. ຢູ່ແຕ່ລະປະເທດ, ບັນດາການເຈລະຈາ, ການພົບປະໄດ້ດຳເນີນຢ່າງກົງໄປກົງມາ, ຈິງໃຈ, ມີປະສິດທິຜົນ ແລະ ເຂົ້າສູ່ຄວາມແທດຈິງກໍ່ຄືການຊຸກຍູ້ບັນດາການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກມາຣົກ, ສາທາລະນະລັດຝລັ່ງ. ສອງຝ່າຍໄດ້ມີມາດຕະການຫຼາຍຢ່າງເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບລັດຖະສະພາສອງປະເທດກໍ່ຄືການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ພິເສດແມ່ນຢູ່ບັນດາເວທີປາໄສສາກົນ.

ທີ່ສາທາລະນະລັດ ຝລັ່ງ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບວິສາຫະກິດແຖວໜ້າຂອງ ຝລັ່ງ 15 ແຫ່ງ, ພ້ອມກັບສະມາຊິກສະພາສູງ, ສະພາຕ່ຳບາງທ່ານເຂົ້າຮ່ວມການເຈລະຈາກ່ຽວກັບບັນດານະໂຍບາຍ, ການກຳນົດທິດການພັດທະນາເສດຖະກິດ, ການຄ້າສອງປະເທດ. ທ່ານນາງປະທານສະພາແຫ່ງຊາດໄດ້ພົບປະກັບຊາວ ຫວຽດນາມ ທີ່ອາໄສຢູ່ ຝລັ່ງ ເກືອບ 700 ຄົນເນື່ອງໃນໂອກາດ100 ປີແຫ່ງວັນປະທານໂຮ່ຈິມິນສ້າງຕັ້ງສະມາຄົມ ຊາວ ຫວຽດນາມ ຢູ່ ຝລັ່ງ.

ຢູ່ລາຊະອານາຈັກ ແບນຊິກ, ທ່ານນາງປະທານສະພາແຫ່ງຊາດໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີລົບ, ຄະນະກຳມະການເອີລົບ ເພື່ອແນໃສ່ຊຸກຍູ້ການລົງນາມ, ໃຫ້ສັດຕະຍາບັນສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - ເອີລົບ(EVFTA) ໂດຍໄວ. ທີ່ນີ້, ບັນດາການນຳລັດຖະສະພາເອີລົບ ກໍ່ຄືການນຳຂັ້ນສູງຂອງ ແບນຊິກ ໄດ້ຢັ້ງຢືນວ່າ ຈະສະໜັບສະໜູນເລື່ອງໃຫ້ສັດຕະຍາບັນບັນດາສັນຍານີ້ໂດຍໄວ.

ເພີ່ມທະວີບົດບາດ ແລະ ທີ່ຕັ້ງຂອງສະພາແຫ່ງຊາດຫວຽດນາມ

ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາ ເອີລົບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສະຫະພັນລັດຖະສະພາໂລກ IPU 140. ກອງປະຊຸມສະມັດຊາໃຫຍ່ ໄດ້ດຶງດູດສະມາຊິກເຂົ້າຮ່ວມເປັນຈຳນວນຫລາຍ ດ້ວຍຜູ້ແທນເຂົ້າຮ່ວມກວ່າ 1.600 ຄົນທີ່ມາຈາກ 162 ປະເທດ, ພິເສດ ມີການເຂົ້າຮ່ວມຂອງ ການນຳ 76 ລັດຖະສະພາ.

ບົດກ່າວປາໄສຂອງທ່ານນາງປະທານສະພາແຫ່ງຊາດຫງວຽນທີກີມເງິນ ທີ່ວາລະປຶກສາຫາລືລວມ ໄດ້ດຶງດູດຄວາມສົນໃຈ ແລະ ການຕີລາຄາສູງຈາກບັນດາຜູ້ແທນເຂົ້າຮ່ວມເວທີປາໄສນີ້. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕີລາຄາສູງບົດບາດຂອງ IPU, ບັນດາແຜນນະໂຍບາຍ, ມະຕິຂອງ IPU.  ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ກໍ່ຍົກອອກຫລາຍບັນຫາ ໃນນັ້ນ ກໍ່ໄດ້ປະຕິບັດຢູ່ຫວຽດນາມ, ສະເຫນີບັນດາບັນຫາໃຫຍ່ເພື່ອປັບປຸງສະພາບແວດລ້ອມສັນຕິພາບ, ການພັດທະນາ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຍາມໃດກໍ່ແມ່ນສະມາຊິກມີຄວາມຮັບຜິດຊອບ, ພ້ອມແລ້ວທີ່ຈະພ້ອມກັບ IPU ແລະ ລັດຖະສະພາບັນດາປະເທດ ປະຕິບັດບັນດາມະຕິ, ຂໍ້ສະເຫນີແນະຂອງ IPU ປະກອບສ່ວນເຂົ້າໃນການສ້າງສັນຕິພາບ ແລະ ພັດທະນາແບບຍືນຍົງ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາປະເທດໃນໂລກ.

ຢູ່ນອກກອງປະຊຸມ,      ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ ໄດ້ມີການພົບປະສອງຝ່າຍກັບການນຳລັດຖະສະພາບັນດາປະເທດຄື ກາຕາ, ລັດເຊຍ, ອີຣານ, ກາຢັກສະຖານ, ສີລັງກາ, ຈໍເຈຍ… ພິເສດ ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ ມີການພົບປະກັບທ່ານ Martin Chungong ເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ . ທີ່ການພົບປະນີ້ ທ່ານ Martin Chungong ອີກຄັ້ງຫນຶ່ງໄດ້ຕີລາຄາສູງຖະແຫລງການຮ່າໂນ້ຍ ແລະ ຢືນຢັນ ໃນຊຸມປີຜ່ານມາ ຫວຽດນາມ ໄດ້ມານະພະຍາຍາມຫລາຍຢ່າງເພື່ອຫັນບັນດາຄຳໝັ້ນສັນຍາໃນຖະແຫລງການຮ່າໂນ້ຍ ໃຫ້ປະກົດຜົນເປັນຈິງ. ບັນດາເປົ້າໝາຍພັດທະນາແບບຍືນຍົງໄດ້ຮັບການປະຕິບັດຢູ່ຂັ້ນຊາດ, ທ້ອງຖິ່ນ.

ການໄປປະຕິບັດງານຂອງ ທ່ານນາງປະທານສະພາແຫ່ງຊາດຫງວຽນທີກີມເງິນ ແມ່ນປະສົບຜົນສຳເລັດຢ່າງຈົບງາມ. ບໍ່ພຽງແຕ່ແມ່ນກາລະໂອກາດດີ ເພື່ອຊຸກຍູ້ການຮ່ວມມືລັດຖະສະພາ, ການສົມທົບກັນເພື່ອສຳຫລວດ, ຕິດຕາມກວດກາການປະຕິບັດບັນດາສັນຍາ ແລະ ຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງຫວຽດນາມ ແລະ ບັນດາປະເທດ, ເພື່ອໃຫ້ບັນດາສັນຍານີ້ນຳມາເຊິ່ງປະສິດທິຜົນ, ຜົນປະໂຫຍດອັນແທດຈິງໃຫ້ທັງສອງຝ່າຍ, ການຢ້ຽມຢາມອີກຄັ້ງຫນຶ່ງຢັ້ງຢືນບົດບາດຂອງຫວຽດນາມ ໃນບັນດາເວທີປາ  ໄສທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ