ຊຸກຍູ້ການຮ່ວມມືຊ່ວຍບັນເທົາທຸກໂດຍມະນຸດສະທຳ ບົນທະເລຜ່ານເວທີປາໄສທະເລ ອາຊຽນ

ການຮ່ວມມືກ່ຽວກັບທະເລໃນຂົງເຂດ​ຊ່ວຍ​ບັນ​ເທົາທຸກ​ໂດຍ​ມະນຸດສະທຳ ​ແລະ ຜ່ອນ​ເບົາ​ໄພ​ທຳ​ມະ​ຊາດ ແມ່ນເນື້ອໃນທີ່ີຖືກເຕື້ອງເຖິງທີ່ເວທີປາໄສທະເລ ອາຊຽນ ຄັ້ງທີ 5 (AMF-5) ​ແລະເວທີປາໄສທະເລ ອາຊຽນ ​ເປີດ​ກ້ວາງ​ຄັ້ງ​ທີ 3 (EAMF – 3) ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ​ແລະ 28/8 ຢູ່​ນະຄອນ​ດາ​ນັ້ງ. ​ໂດຍ​ແມ່ນ​ເສັ້ນທາງ​ທະ​ເລ​ທີ່​ສຳຄັນ​ເຊື່ອມ​ຕໍ່​ລະຫວ່າງ​ມະຫາ​ສະໝຸດ​ປາຊີ​ຝິກ ​ແລະ ​ມະຫາ​ສະໝຸດ​ອິ​ນເດຍ, ທະ​ເລ​ຕາ​ເວັນ​ອອກ ບໍ່​ພຽງ​ແຕ່​ມີ​ເຮືອ, ກຳ​ປັ່ນ​ແລ່ນ​ໄປມາ​ຢ່າງ​ຫຼວງ​ຫຼາຍ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ໄດ້​ຮັບ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ​ອີກ​ດ້ວຍ ຊຶ່ງ​​ໄດ້​ເປັນ​ການ​ນາບ​ຂູ່​ຕໍ່​ຊີວິດ​ອິນ​ຊີ​ຂອງ​ຊາວ​ປະມົງ​ທີ່​ເຄື່ອນ​ໄຫວ​ປະກອບ​ອາຊີບ​ຫາ​ປາ​ຢູ່​ທະ​ເລ. ຍ້ອນ​ເຫດ​ນີ້​ເອງ, ການຮ່ວມ​ມື​ໃນ​ຂົງ​ເຂດ​ຊອກ​ຫາ ​ແລະ ກູ້​ໄພ​ກູ້​ຊີບ​ໃຫ້​ແກ່​ມະນຸດ ​ແລະ ​ເຮືອກຳ​ປັ່ນ​ຖືກ​ຮັບ​ເຄາະ​ຮ້າຍ​ບົນ​ທະ​ເລ ​ແມ່ນ​ຖືກ​ຖື​ວ່າ​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ທີ່​ສຳຄັນ​ທີ່​ສຸດ, ປະກອບສ່ວນ​ປັບປຸງ​ສະພາບ​ແວດ​ລ້ອມ​ສັນຕິພາບ​ຢູ່ ທະ​ເລ​ຕາ​ເວັນ​ອອກ.

ຊຸກຍູ້ການຮ່ວມມືຊ່ວຍບັນເທົາທຸກໂດຍມະນຸດສະທຳ ບົນທະເລຜ່ານເວທີປາໄສທະເລ ອາຊຽນ - ảnh 1
ເວທີປາໄສທະເລ ອາຊຽນ ຄັ້ງທີ 5 (AMF-5)

    ເວທີປາໄສທະເລ ອາຊຽນ ​ແລະ ເວທີປາໄສທະເລ ອາຊຽນ ​ເປີດ​ກ້ວາງປິ​ນີ້ ມີການ​ເຂົ້າ​ຮ່ວມ​ຂອງ10 ປະ​ເທດ​ອາ​ຊຽນ ​ແລະ  8 ປະ​ເທດ​ຄູ່​ຮ່ວມ​ມື​ລະດັບ​ສູງ​ໃນ​ອາຊີ​ຕາ​ເວັນ​ອອກ​ເຊັ່ນ: ຈີນ, ຍີ​ປຸ່ນ, ສ.​ເກົາຫຼີ, ອິນ​ເດຍ, ອົດ​ສະ​ຕາ​ລີ, ນິວຊີ​ແລນ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ.

    ນັບ​ຕັ້ງ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 2010, ພ້ອມ​ກັບ 11 ກົນ​ໄກ​ກ່ຽວ​ກັບ​ການ​ຮ່ວມ​ມື​ບົນທະ​ເລ​ໃນ​ອາ​ຊຽນດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລົງ​ເລິກ​ຂະ​ແໜງ​ລະອຽດ​ຜ່ານ​ຂົງ​ເຂດ​ຕ່າງໆ​ນັ້ນ, ເວທີປາໄສທະເລ ອາຊຽນ ຍັງ​ແມ່ນ​ແຫ່ງ​ແລກປ່ຽນ​ບັນຫາ​ຕ່າງໆ​ແນ​ໃສ່​ຊ່ວຍ​ບັນດາ​ປະ​ເທດ​ພາຄີ​ສົມທົບ​ກັນ​ຢ່າງ​ດີກ​ວ່າ​ໃນ​ຂົງ​ເຂດ​ຮ່ວມ​ມື​ບົນທະ​ເລ, ຄື​ການ​ເຊື່ອມ​ຕໍ່​ບັນດາ​ຂົງ​ເຂດ​ການ​ປະມົງ, ຮັບ​ມື​ກັບ​ໄພທຳມະ​ຊາດ.....ນີ້​ຍັງ​ແມ່ນ​ແຫ່ງ​ເພື່ອ​ເປັນ​ທີ່​ປຶກສາ​ແກ່​ລັດຖະບານ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ທີ່​ອາດ​ເປັນ​ໄປ​ໄດ​້ . ​ເພາະສະ​ນັ້ນ, ບັນດາເວທີປາໄສນີ້ ​ເຄີຍ​ເລັ່ງ​ໃສ່​ດ້ານ​ການ​ຮ່ວມ​ມື, ຫາກ​ບໍ່​ພຽງ​ແຕ່​ຢຸດ​ຢູ່​ໃນບັນຫາ​ຄວາມ​ໝັ້ນ​ຄົງຢູ່​ທະ​ເລ​ເທົ່າ​ນັ້ນ.

   ​ເຊີ​ດຊູຈຸດປະສົງ​ມະນຸດສະທຳ ​ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ.

  ​ໃນ​ຕົວ​ຈິງ, ຖ້າ​ຫາກມີສະພາບ​ແວດ​ລ້ອມ​ທະ​ເລ​​ແຫ່ງ​ສັນຕິພາບ, ບໍ່​ມີ​ການ​ຂັດ​ແຍ້​ງກ່ຽວ​ກັບ​ອະທິປະ​ໄຕ​ນັ້ນ, ກໍ​ເປັນ​ເລື່ອງ​ທີ່​ສະດວກ​ສະບາຍ​ແກ່​ການ​ຮ່ວມ​ມືລະຫວ່າງບັນດາ​ປະ​ເທດ. ​ແຕ່​ເມື່ອ​ເກີດ​ຄວາມສັບສົນ, ມີ​ການ​ຂັດ​ແຍ້​ງກ່ຽວ​ກັບ​ອະທິປະ​ໄຕນັ້ນ, ການ​ສ້າງ​ສະພາບ​ແວດ​ລ້ອມ​ການ​ເມືອງ, ຄວາມ​ເຊື່ອ​ໝັ້ນ​ຕໍ່​ກັນ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື​ບົນ​ທະ​ເລ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ທີ່​ສຸດ.

     ດ້ວຍ​ຈຸດ​ພິ​ເສດສະ​ເພາະ​ແມ່ນ​ເສັ້ນທາງ​ທະ​ເລ​ທີ່​ສຳຄັນ, ​ແມ່ນ​ເຂດ​ຫາ​ປາ​ຂອງ​ຊາວ​ປະມົງ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ, ຍ້ອນ​ສາຍ​ເຫດ​ຕ່າງໆ ​ໄດ້​ພາ​ໃຫ້​ປະຊາຊົນ​ບັນດາປະ​ເທດ​ອາດ​ຈະ​ຮັບ​ເຄາະ​ຮ້າຍ​ບົນ​ທະ​ເລ. ​ເພາະສະ​ນັ້ນ, ການ​ສ້າງ​ກົນ​ໄກ​ຮ່ວມ​ມື​ສົມທົບ​ກັນ​ເພື່ອ​ຊອກ​ຫາ, ກູ້​ໄພ​ກູ້​ຊີບ ​ແມ່ນ​ສິ່ງ​ຈຳ​ເປັນ ​ແລະ ​ແທດ​ເໝາະ, ຊຶ່ງ​ມີ​ຄວາມ​ໝາຍ​ບໍ່​ພຽງ​ແຕ່​ໃນ​ດ້ານ​ມະນຸດສະທຳ​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກັນ​ອີກ​ດ້ວຍ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມກວ່າງວິ​ງ ​ເນັ້ນ​ໜັກ​ວ່າ :

   “ ສຳ​ລັບ​ບັນດາ​ຜູ້​ຄົນ ​ແລະ ​ເຮືອກຳ​ປັ່ນ​ເມື່ອ​ຮັບ​ເຄາະ​ຮ້າຍ​ບົນ​ທະ​ເລ​ນັ້ນ, ​ເຂົາ​ເຈົ້າ​ແມ່ນ​ບັນດາ​ຜູ້​ບໍ່ມີການ​ກະທຳ​ຜິດ. ບໍ່​ອາດ​ປ່ອບປະ​ໃຫ້​ສິ່ງ​ນີ້, ສິ່ງ​ນັ້ນ​ໃນ​ພາກ​ພື້ນ​ສົ່ງ​ຜົນ​ສະທ້ອນ​ເຖິງ​ເປົ້າ​ໝາຍ ຊ່ວຍ​ບັນ​ເທົາທຸກ​ໂດຍ​ມະນຸດສະທຳ. ມະນຸດ ​ແລະ ​ເຮືອກຳ​ປັ່ນ​ເມື່ອ​ເດີນ​ທະ​ເລ ອາດ​ຈະ​ຮັບ​ເຄາະ​ຮ້າຍ​ຍ້ອນ​ສະຖານະ​ການ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ຫຼື​ຍ້ອນ​ໄພພິບັດ​ທຳ​ມະ​ຊາດ, ​ໂລກ​ລະ​ລາດ....ສຳລັບ ສິ່ງ​ທັງ​ໝົດ​ເຫຼົ່ານັ້ນ, ຈຸດປະສົງ​​ເພື່ອ​ມະນຸດສະທຳ​ແມ່ນ​ຕ້ອງ​ຮັບ​ຖື​ເປັນ​ສິ່ງ​ສຳຄັນ​ອັນ​ດັບ​ໜຶ່ງ. ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ປະຊາຊົນ, ຊາວ​ປະມົງ​ເມ​ື່ອ​ເດີນ​ທະ​ເລ​ຖືກ​ຮັບ​ເຄາະ​ຮ້າຍ​ນັ້ນ, ລ້ວນ​ແຕ່​ໄດ້​ຮັບ​ການ​ຊ່ວຍ​ກູ້​ໂດຍ​ມະນຸດສະທຳ”

    ສ້າງ​ກົນ​ໄກ​ສົມທົບ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ໜູນ​ຊ່ວຍ​ໂດຍ​ມະນຸດສະທຳ​ບົນ​ທະ​ເລ

   ​​ໃນ​ຕົວ​ຈິງ, ​ໄລຍະ​ທີ່​ຜ່ານ​ມາ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກູ້​ໄພ​ກູ້​ຊີບ​ໃຫ້​ແກ່​ເຮືອ, ກຳ​ປັ່ນ​ບົນ​ທະ​ເລ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນ. ບັນດາ​ການ​ຝຶກ​ຊ້ອມລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນນຳ​ກັນ ​ແລະ ລະຫວ່າງ​ອາ​ຊຽນກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ​ໄດ້​ຖືກ​ດຳ​ເນີນ​ເປັນ​ປະຈຳ. ປີ 2013, ກອງ​ປະຊຸມ​ສຳ​ມະ​ນາ “ ​ເພີ່ີມທະວີ​ການ​ຮ່ວມ​ມື​ອາ​ຊຽນ-ຈີນ​ໃນ​ການ​ຊອກ​ຫາ ​ແລະ ກູ້​ໄພ​ກູ້​ຊີບ​ສຳລັບ​ມະນຸດ ​ແລະ ​ເຮືອກຳ​ປັ່ນ​ຖືກ​ເຄາະ​ຮ້າຍ​ເມື​ອ່​ເດີນ​ເຮືອ​ຢູ່​ທະ​ເລຕາ​ເວັນ​ອອກ” ທີ່​ຈັດ​ຂຶ້ນ​ຢູ່​ຫວຽດນາມ ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຫຼວງ​ຫຼາຍ​ຈາກ​ບັນດາ​ປະ​ເທດ​ທັງ​ຢູ່​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມກວ່າງວິ​ງ​ໃຫ້​ຮູ້​ຕື່ມອີກ​ວ່າ :

  “ ບັນດາ​ຝ່າຍ​ຕ້ອງ​ແບ່ງປັນ​ນະ​ໂຍບາຍ​ຕໍ່​ກັນ​ເພື່ອ​ມີ​ກົນ​ໄກ​ສົມທົບ. ຕ້ອງ​ກຳນົດ​ຫົວໜ່ວຍ​ປະຈຳການ​ຂອງ​ແຕ່ລະ​ປະ​ເທ​ດ​ໃນ​ພາກ​ພື້ນ ​ເພື່ອສາມາດ​ຕິດຕໍ່ສື່ສານ​ນຳ​ກັນ​​ໄດ້​ໂດຍ​ໄວທີ່​ສຸດ ຂະນະ​ທີ່​ມີ​ຂ່າວ​ກ່ຽວ​ກັບ​ພົນລະ​ເມືອງ, ຊາວ​ປະມົງ​ຂອງ​ປະ​ເທດ​ໃດ​ໜຶ່ງ​ຖືກ​ເຄາະ​ຮ້າຍ​ບົນ​ທະ​ເລ. ຄວນ​ສ້າງ​ກົນ​ໄກ​ຮ່ວມ​ມື​​ໃນ​ພາກ​ພື້ນ. ກົນ​ໄກ​ນີ້​ບໍ່​ພຽງ​ແຕ່​ຊ່ວຍ​ກູ້​ມະນຸດ, ​ເຮືອກຳ​ປັ່ນ​ເມື່ອ​ຮັບ​ເຄາະ​ຮ້າຍ​ເມື່ອ​ເດີນ​ທະ​ເລ​ເທ​ົ່ານັ້ນ, ຫາກ​ຍັງ​ໜູນ​ຊ່ວຍ​ດ້ານ​ກຳລັງ​ຄວາມ​ສາມາດ​ໃຫ້​ແກ່​ບັນດາ​ປະ​ເທດ​ພາຄີ​ອີກ​ດ​້ວຍ ” .

   ​ໂດຍ​ແມ່ນ​ປະ​ເທດ​ຕັ້ງ​ຢູ່​ແຄມ​ທະ​ເລ, ດ້ວຍ​ຄວາມ​ຫວັງ ​ແລະ ມີ​ເຈດ​ຕະນາ​ດີ​ຊຸກຍູ້​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ ​ແລະ ການ​ຮ່ວມ​ມື​ພາກ​ພື້ນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ລວມຢູ່ ທະ​ເລ​ຕາ​ເວັນ​ອອກ, ຫວຽດນາມ​ຖື​ເປັນ​ສຳຄັນ​ຍິ່ງ​ການ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ກ່ຽວ​ກັບ​ການ​ຊອກ​ຫາ, ກູ້​ໄພ​ກູ້​ຊີບ​ສຳລັບ​ມະນຸດ ​ແລະ ກຳ​ປັ່ນ​ເມື່ອ​ຖືກ​ເຄາະ​ຮ້າຍ​​ບົນ​ທະ​ເລ. ​ເລື່ອງ​ເປັນ​ເຈົ້າພາບ​ຈັດຕັ້ງ​ບັນດາ ເວທີປາໄສທະເລອາຊຽນຄັ້ງ​ນີ້ ​ແມ່ນ​ຄວາມ​ມານະ​ພະຍາຍາມ​ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດ​ຄວາມ​ຫວັງ​ຂອງ​ຫວຽດນາມ​ໃນ​ຂົງ​ເຂດ​ນີ້. ສະພາບ​ແວ​ດລ້ອມ​ແຫ່ງສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ ​ແມ່ນ​ຄວາມ​ຫວັງ​ຂອງ​ທຸກໆ​ປະ​ເທດ​ໃນ​ພາກ​ພື້ນ, ນັບ​ທັງ​ບັນດາ​ປະ​ເທດ​ບໍ່​ມີ​ທະ​ເລ .

ຕອບກັບ

ຂ່າວ/ບົດ​ອື່ນ