ຊຸກຍູ້ການເຈລະຈາໃນ APEC : ການພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັກກະລາດດີຈີຕອນ

(VOVWORLD) -     ຕາມການສະຖີຕິຂອງກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມແລ້ວ, ປີ 2016 ຫວຽດນາມມີແຮງງານເກືອບ 130.000 ຄົນໄປເຮັດວຽກຢູ່ຕ່າງປະເທດ.

ແຫຼ່ງຊັບພະຍາກອນມະນຸດຍາມໃດກໍ່ສວມບົດບາດແມ່ນໜຶ່ງໃນບັນດາມາດຕະການບຸກທະລຸ ໃນວິວັດການພັດທະນາຂອງບັນດາພື້ນຖານເສດຖະກິດໃນປະຊາຄົມ APEC ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ. ເພື່ອເສີມຂະຫຍາຍທ່າໄດ້ປຽບໃນການແກ່ງແຍ້ງຂອງພື້ນຖານເສດຖະກິດໃນວິວັດການເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການເຈລະຈານະໂຍບາຍໃນບັນດາຂອບເຂດການຮ່ວມມືສາກົນຫລາຍຝ່າຍ, ໃນນັ້ນມີ APEC. ນີ້ກໍ່ແມ່ນເນື້ອໃນຂອງບາງເຫດການທີ່ດຳເນີນໃນປີ APEC ຫວຽດນາມ 2017: ນັ້ນແມ່ນ “ການເຈລະຈານະໂຍບາຍຂັ້ນສູງກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃນໄລຍະສັກກະລາດດີຈີຕອນ”, ຈະດຳເນີນໃນລະຫວ່າງວັນທີ 14 15/05 ຢູ່ ຮ່າໂນ້ຍ.

ຊຸກຍູ້ການເຈລະຈາໃນ APEC : ການພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັກກະລາດດີຈີຕອນ - ảnh 1 (ພາບປະກອບ)


       
ໃນເງື່ອນໄຂຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ, ເພື່ອພັດທະນາແຫຼ່ງຊັບພະຍາກອນມະນຸດຢ່າງວ່ອງໄວ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ ສະໜິດຕິດພັນກັບການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ, ເຈລະຈານະໂຍບາຍມີບົດບາດສຳຄັນ.

ຊັບພະຍາກອນມະນຸດໃນສັກກະລາດດີຈີຕອນ, ຄວາມສຳນຶກໃໝ່ໃນສະຕະວັດ21

        ການກະທົບຂອງວິທະຍາສາດເຕັກໂນໂລຢີນຳມາເຊິ່ງການປ່ຽນແປງຢ່າງໃຫຍ່ຫລວງໃຫ້ການຜະລິດ, ປົດປ່ອຍກຳລັງແຮງງານ. ທ່ານ Michel Welmond ຫົວໜ້າກຸ່ມສຶກສາຂອງທະນາຄານໂລກປະຈຳ ຫວຽດນາມ ຖືວ່າ:

        “ຄວາມສຳນຶກຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ໂດຍພື້ນຖານໄດ້ ແລະ ພວມປ່ຽນແປງ. ປະຈຸບັນ ຊັບພະຍາກອນມະນຸດຕ້ອງຮູ້ຈັກນຳໃຊ້ບັນດາເຕັກໂນໂລຢີໃໝ່ຢ່າງມີໄຫວພິບ, ທັກສະການອອກແຮງງານສະຕະວັດທີ 21. ໃນສະພາວະປະຈຸບັນ, ຊາວຜູ້ອອກແຮງງານບໍ່ພຽງແຕ່ຕ້ອງການມີບັນດາທັກສະພື້ນຖານເທົ່ານັ້ນ ຫາກຍັງຮູ້ຈັກການນຳໃຊ້ຄວາມຮູ້, ເຕັກໂນໂລຢີອີກດ້ວຍ ເພື່ອສ້າງມູນຄ່າປະສິດທິພາບແຮງງານສູງ     ກ່ວາ ”.

        ເຖິງຢ່າງໃດກໍ່ຕາມ, ຄຽງຂ້າງບັນດາຜົນປະໂຫຍດ, ເຕັກໂນໂລຢີ ຫຼື ດີຈີຕອນ ອາດຈະນຳມາໃຫ້ບັນດາຜົນກະທົບຫຍໍ້ທໍ້, ເຮັດໃຫ້ຊາວຜູ້ອອກແຮງງານບໍ່ມີວຽກເຮັດງານທຳ, ພິເສດ ແມ່ນບັນດາຜູ້ທີ່ສຳພັດຍາກກັບເຕັກໂນໂລຢີ, ບັນດາວຽກງານຕ້ອງຖ້ຽວໄປວຽນມາ, ບັນດາອາຊີບທີ່ບໍ່ຕ້ອງການໃຊ້ທັກສະສູງ. ເພາະສະນັ້ນ ຄວນມີບັນດານະໂຍບາຍໜູນຊ່ວຍຊີວິດສັງຄົມໃຫ້ເໝາະສົມ ເພື່ອສາມາດຕອບສະໜອງໃຫ້ແກ່ການປ່ຽນແປງຢ່າງວ່ອງໄວນັ້ນໄດ້.  ຫວຽດນາມ ຈັດຕັ້ງການເຈລະຈານະໂຍຍາຍຂັ້ນສູງກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃນໄລຍະສັກກະລາດດີຈີຕອນ ໃນຂອບເຂດບັນດາການເຄື່ອນໄຫວປີ APEC 2017 ເພື່ອແນໃສ່ຕີລາຄາພຶດຕິກຳຕົວຈິງ, ບົດບາດກໍ່ຄືຜົນກະທົບຂອງສັກກະລາດດີຈີຕອນຕໍ່ຕະຫລາດແຮງງານ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ຈາກນັ້ນ APEC ອາດຈະຍົກອອກບັນດານະໂຍບາຍໜູນຊ່ວຍຊີວິດສັງຄົມໃຫ້ເໝາະສົມກັບຊາວຜູ້ອອກແຮງງານ, ຊຸກຍູ້ການຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ APEC ກ່ຽວກັບຂົງເຂດນີ້. ທ່ານນາງ ເລກີມຢຸງ ຫົວໜ້າກົມຮ່ວມມືສາກົນ, ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ, ຫົວໜ້າອະນຸກຳມະການເນື້ອໃນ APEC ຫວຽດນາມ ກ່ຽວກັບການເຈລະຈານະໂຍບາຍຂັ້ນສູງກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັກກະລາດດີຈີຕອນໃຫ້ຮູ້ວ່າ:

  “ບັນດາສະມາຊິກຂອງບັນດາພື້ນຖານເສດຖະກິດ APEC ຈະພ້ອມກັນແບ່ງປັນບັນດານະໂຍບາຍກ່ຽວກັບການໜູນຊ່ວຍສັງຄົມ ແມ່ນຈະຕ້ອງດັດປັບຄືແນວໃດ, ມີວິທີສຳພັດຄືແນວໃດເພື່ອຮັບປະກັນໃຫ້ແກ່ຊາວຜູ້ອອກແຮງງານ, ໃຫ້ແກ່ກຸ່ມຄົນດ້ອຍໂອກາດໃນສັງຄົມ ທີ່ຍັງສາມາດມີວຽກເຮັດງານທຳ. ທີ 2 ແມ່ນເຕັກນິກດີຈີຕອນ ກໍໜູນຊ່ວຍແກ່ການຍົກອອກບັນດາມາດຕະການຊຸກຍູ້ເພີ່ມທະວີການສ້າງວຽກເຮັດງານທຳ, ຄຸ້ມຄອງແຮງງານຢ່າງມີປະສິດທິຜົນກ່ວາເກົ່າ”

     ຍົກສູງຄຸນນະພາບແຫຼງແຮງງານຫວຽດນາມຕອບສະໜອງຄວາມຮຽກຮ້ອງຕ້ອງການເຊື່ອມໂຍງ.

    ຕາມການສະຖີຕິຂອງກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມແລ້ວ, ປີ 2016 ຫວຽດນາມມີແຮງງານເກືອບ 130.000 ຄົນໄປເຮັດວຽກຢູ່ຕ່າງປະເທດ, ໃນນັ້ນ ຈຳນວນແຮງງານທີ່ມີສີມືແຮງງານແມ່ນຍັງໜ້ອຍຢູ່. ພິເສດ, ແຮງງານຫວຽດນາມພວມປະສົບກັບຄວາມຫຍຸ້ງຍາກເມື່ອສຳພັດກັບຕະຫຼາດຂອງ ບັນດາພື້ນຖານເສດຖະກິດສະມາຊິກ APEC. ເພາະສະນັ້ນ,ທີ່ການສົນທະນາກ່ຽວກັບນະໂຍບາຍລະດັບສູງກ່ຽວກັບການພັດທະນາແຫຼ່ງຊັບພະ ຍາກອນມະນຸດໃນສັກກະລາດດີຈີຕອນທີ່ຈະມາເຖິງນີ້, ຫວຽດນາມເອົາໃຈໃສ່ສ້າງເນື້ອໃນຂອງໂຄງການມຸ່ງໄປສູ່ບັນດາຈຸດສຸມຄື ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານກ່ຽວກັບຕະຫຼາດແຮງງານລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ APEC, ມຸ່ງໄປສູ່ການກໍ່ສ້າງແຮງງານທີ່ມີທັກສະດ້ານວິຊາຊີບ, ແທດເໝາະກັບວຽກງານເມື່ອເຕັກໂນໂລຢີປ່ຽນແປງ. ຕາມນັ້ນແລ້ວ, ເນື້ອໃນຂອງການສົນທະນາຖືກຈັດແບ່ງເປັນຫົວເລື່ອງຕ່າງໆເຊັ່ນ: ອະນາຄົດຂອງວຽກເຮັດງານທຳໃນສັກກະລາດດີຈີຕອນ ແລະ ການຫັນເປັນອັດຕະໂນມັດ; ບັນດາຄວາມຮຽກຮ້ອງຕ້ອງການທາງດ້ານການສຶກສາ ແລະ ບຳລຸງສ້າງ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພື້ນຖານເສດຖະກິດໃໝ່; ສົ່ງຜົນກະທົບຈາກສັກກະລາດດີຈີຕອນເຖິງຕະຫຼາດແຮງງານ; ບັນດາແງ່ມຸມກ່ຽວກັບການໜູນຊ່ວຍຊີວິດສັງຄົມ. ທ່ານນາງ ເລກິມຢຸງ ໃຫ້ຮູ້ຕື່ມອີກວ່າ :

    “ ໜຶ່ງໃນຊຸມປີບຸລິມະສິດຂອງປີ APEC ຫວຽດນາມ 2017 ແມ່ນມຸ່ງໄປສູ່ການພັດທະນາແບບຍືນຍົງ ແລະ ເຕີບໂຕແບບກວມລວມນັ້ນ, ການພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນໜຶ່ງໃນບັນດາການປະກອບສວ່ນໃຫ້ແກ່ບຸລິມະສິດຂອງຫວຽດນາມ. ໂດຍຜ່ານການສົນທະນາກ່ຽວກັບນະໂຍບາຍຄັ້ງນີ້, ຫວຽດນາມມີຄວາມຫວັງຈະສ້າງໃຫ້ມີໂຄງການດຳເນີນງານເພີ່ມທະວີການຮ່ວມມືໃນ APEC ໃນຂົງເຂດ ອະນາຄົດຂອງວຽກເຮັດງານທຳ, ບັນຫາຕະຫຼາດແຮງງານ, ການບຳລຸງສ້າງວິຊາຊີບ, ການໜູນຊ່ວຍຊີວິດສັງຄົມ ເພື່ອເປັນພື້ນຖານເພື່ອໃຫ້ບັນດາປະເທດເພີ່ມທະວີການຮ່ວມມື, ແບ່ງປັນຂໍ້ມູນຂ່າວສານ, ປະຕິບັດໂຄງການ, ແຜນການປະດິດຄິດສ້າງ. ນອກຈາກນັ້ນ, ການຈັດຕັ້ງເຫດການນີ້ ກໍເພື່ອແນໃສ່ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມໃນການຮ່ວມມື APEC”

    ມີຜູ້ແທນປະມານ 150 ຄົນທີ່ມາຈາກ 21 ພື້ນຖານເສດຖະກິດສະມາຊິກ APEC ຈະເຂົ້າຮ່ວມການສົນທະນາຄັ້ງນີ້. ດ້ວຍເຫດການນີ້, ຫວຽດນາມມີຄວາມຫວັງຢາກສ້າງໂຄງການຮ່ວມມືລະອຽດໃນ APEC , ຜ່ານນັ້ນ ຈະຮັບໃຊ້ເປົ້າໝາຍຍົກສູງຄຸນະພາບ ແຫຼ່ງຊັບພະຍາກອນມະນຸດຫວຽດນາມໃນວິວັດການເຊື່ອມໂຍງເຂົ້າກັບສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ