ຊຸກຍູ້ນະໂຍບາຍຮັບປະກັນຊີວິດສັງຄົມເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ

(VOVWORLD) -ເພື່ອຮັບປະກັນຊີວິດສັງຄົມໃຫ້ແກ່ປະຊາຊົນ, ໃນນັ້ນມີແມ່ຍິງ ແລະ ເດັກຍິງ, ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ຕໍ່ເນື່ອງຂອງຫວຽດນາມ. ນີ້ແມ່ນໜ້າທີ່ສຳຄັນ, ພ້ອມກັບນະໂຍບາຍພັດທະນາເສດຖະກິດ, ສັງຄົມ.
ຊຸກຍູ້ນະໂຍບາຍຮັບປະກັນຊີວິດສັງຄົມເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1

ບັນດາຄວາມມານະພະຍາຍາມຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານບັນດານະໂຍບາຍຮັບປະກັນຊີວິດສັງຄົມຂອງຫວຽດນາມ ພວມໄດ້ຮັບການຍູ້ແຮງ, ສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດຊາດ.

        ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໄດ້ຮັບການຢັ້ງຢືນວ່າ ແມ່ນວຽກງານຂອງທັງຜູ້ຊາຍ ແລະ ແມ່ຍິງ ເຊິ່ງມີທີ່ຕັ້ງ, ບົດບາດສະເໝີກັນ, ໄດ້ສ້າງເງື່ອນໄຂສະດວກ ແລະ ກາລະໂອກາດພັດທະນາກຳລັງຄວາມສາມາດຂອງຕົນໃຫ້ແກ່ການພັດທະນາຂອງປະຊາຄົມຂອງຄອບຄົວ ແລະ ໄດ້ຮັບການຊົມໃຊ້ ໝາກຜົນຂອງການພັດທະນານັ້ນຢ່າງສະເໝີກັນ. ຫວຽດນາມ ໄດ້ຮັບການຕີລາຄາຈາກບັນດາອົງການຈັດຕັ້ງສາກົນວ່າ ແມ່ນປະເທດລົບລ້າງຊ່ອງຫວ່າງ ລະຫວ່າງຍິງ - ຊາຍ ໄວທີ່ສຸດໃນໄລຍະ 20 ປີຜ່ານມາ.

ບັນດາບາດກ້າວໄດ້ຮັບການຮັບຮູ້

        ການສ້າງສຳເລັດກອບກົດໝາຍ, ນະໂຍບາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແມ່ນໜຶ່ງໃນບັນດາຈຸດສຸມເຊິ່ງພັກ ແລະ ລັດຫວຽດນາມ ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ແມ່ຍິງ ມີກາລະໂອກາດສຳພັດ ແລະ ເຂົ້າຮ່ວມບັນດາຂົງເຂດຂອງຊີວິດສັງຄົມຫຼາຍກວ່າ. ຊ່ອງຫວ່າງລະຫວ່າງຍິງ - ຊາຍ ຢູ່ທັງ 8 ຂົງເຂດການເມືອງ - ເສດຖະກິດ - ວັດທະນະທຳ - ສັງຄົມ ໄດ້ກຳນົດຄືນໃໝ່ໃນກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ - ຊາຍ (2006) ໄດ້ຫຍໍ້ລົງຫຼາຍພໍສົມຄວນ. ມີຄາດໝາຍຫຼາຍຢ່າງຂອງຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ໄລຍະ 2011 – 2020, ພິເສດແມ່ນຄາດໝາຍກ່ຽວກັບເສດຖະກິດ, ອອກແຮງງານ ແລະ ວຽກເຮັດງານທຳບັນລຸໄດ້ຄາດໝາຍຂອງແຜນການທີ່ໄດ້ວາງອອກ.

ຍາມໃດຫວຽດນາມກໍ່ມີບັນດາການກະທຳຕັ້ງໜ້າໃນການຜັນຂະຫຍາຍບັນດານະໂຍບາຍ, ກົດໝາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ໃນນັ້ນເອົາໃຈໃສ່ເຖິງການສ້າງລະບົບຮັບປະກັນຊີວິດສັງຄົມເປັນຫຼາຍຮູບຫຼາຍແບບ, ຮອບດ້ານ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນມະຕິເລກທີ 15 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 11 ກ່ຽວກັບ “ບາງບັນຫາກ່ຽວກັບນະໂຍບາຍສັງຄົມໄລຍະ 2012 - 2020” ຢືນຢັນວ່າ: ຮອດປີ 2020 ສ້າງພື້ນຖານລະລົບຮັບປະກັນຊີວິດສັງຄົມກວມລວມທົ່ວປວງຊົນ. ແລະ ເພື່ອປະຕິບັດມະຕິດັ່ງກ່າວ, ລັດຖະບານຫວຽດນາມ ໄດ້ ແລະ ພວມເອົາໃຈໃສ່ເຖິງການພັດທະນາລະບົບຮັບປະກັນຊີວິດສັງຄົມທີ່ເໝາະສົມກັບບາງປະເທດມີລາຍຮັບປານກາງ ແລະ ບັນດາມາດຕະຖານສາກົນ ເພື່ອຮັບປະກັນວ່າ ບັນດາສິດພື້ນຖານຂອງມະມຸດນັບມື້ນັບດີກວ່າ, ໃນນັ້ນມີສິດຂອງແມ່ຍິງ ແລະ ເດັກຍິງ. ແຕ່ລະປີ, ລັດຖະບານ ໄດ້ສະຫງວນປະມານ 2,6% ຍອດ GDP ໃຫ້ແກ່ບັນດານະໂຍບາຍ, ໂຄງການກ່ຽວກັບການໜູນຊ່ວຍສັງຄົມ, ໃນນັ້ນມີແມ່ຍິງ ແລະ ເດັກນ້ອຍ. ທ່ານນາງ ຫງວຽນທິຮ່າ, ຮອງປະທານກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ໃຫ້ຮູ້ວ່າ.

        “ດ້ວຍບັນດາຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຄືແນວນັ້ນ, ພ້ອມກັບການໜູນຊ່ວຍ ແລະ ການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງສາກົນ ແລະ ປະຊາຄົມ, ຫວຽດນາມ ສືບຕໍ່ຖືກຈັດໃນກຸ່ມປະເທດມີຄວາມກ້າວໜ້າຫຼາຍຢ່າງກ່ຽວກັບການປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ປະຕິບັດສຳເລັດເປົ້າໝາຍສະຫັດສະວັດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຍົກສູງທີ່ຕັ້ງໃຫ້ແກ່ແມ່ຍິງໂດຍໄວ. ປະຈຸບັນ, ຫວຽດນາມ ພວມແມ່ນປະເທດໜຶ່ງດຽວຢູ່ອາຊີ ນອນໃນ top 10 ປະເທດກ່ຽວກັບຕົວເລກດັ່ງກ່າວ ແລະ ສືບຕໍ່ຮັກສາການຈັດອັນດັບກ່ຽວກັບຕົວເລກກາລະໂອກາດ ແລະ ເຂົ້າຮ່ວມພື້ນຖານເສດຖະກິດຂອງແມ່ຍິງ. ຫວຽດນາມ ກໍ່ແມ່ນໜຶ່ງໃນຈຳນວນ 10 ປະເທດປະຕິບັດເປົ້າໝາຍພັດທະນາແບບຍືນຍົງເລກທີ 5 ຂອງສະຫະປະຊາຊາດ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແມ່ຍິງ ແລະ ເດັກຍິງທຸກຄົນ”.

ສືບຕໍ່ປັບປຸງນະໂຍບາຍຮັບປະກັນຊີວິດສັງຄົມເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ

        ເຖິງແມ່ນວ່າ, ຫວຽດນາມ ໄດ້ຮັດແຄບຊ່ອງຫວ່າງກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ແຕ່ເຖິງຢ່າງໃດກໍ່ຕາມ, ໃນສະພາບເຊື່ອມໂຍງເຂົ້າກັບສາກົນ ກໍ່ຄືການປະຕິວັດອຸດສາຫະກຳ 4.0 ນັ້ນ, ນີ້ແມ່ນຈຸດເວລາເໝາະສົມເພື່ອໃຫ້ຫວຽດນາມ ປະຕິບັດບາດກ້າວພັດທະນາພື້ນຖານເສດຖະກິດໃຫ້ດີກວ່າອີກ, ໂດຍອີງໃສ່ສະມັດຕະພາບແຮງງານສູງ ແລະ ສ້າງວຽກເຮັດງານທຳທີ່ສົມເຫດສົມຜົນ. ໃນສະພາບການນັ້ນ, ເພື່ອຊຸກຍູ້ການປະຕິບັດເປົ້າໝາຍແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍຢ່າງແຮງກວ່າ ແລະ ສ້າງລະບົບຮັບປະກັນຊີວິດສັງຄົມໃຫ້ສົມບູນແບບ, ພິເສດແມ່ນມຸ່ງໄປເຖິງແມ່ຍິງ ແລະ ເດັກນ້ອຍ, ທ່ານນາງຮອງລັດຖະມົນຕີ ຫງວຽນທິຮ່າ, ຖືວ່າ.

        “ໜຶ່ງໃນບັນດາເນື້ອໃນສຳຄັນຂອງການຮັບປະກັນຊີວິດສັງຄົມ ແມ່ນຊຸກຍູ້ວຽກເຮັດງານທຳ ແລະ ພັດທະນາຕະຫຼາດແຮງງານຢ່າງໝັ້ນຄົງ. ສະນັ້ນ ໄດ້ສ້າງກາລະໂອກາດມີວຽກເຮັດງານທຳ, ມີລາຍຮັບສູງ ແລະ ສະຖຽນລະພາບຜ່ານການບຳງລຸງສ້າງວິຊາຊີບ, ທຶນໃຫ້ກູ້ຢືມເພື່ອສ້າງວຽກເຮັດງານທຳ, ສຳຜັດກັບແຫຼ່ງຂໍ້ມູນຂ່າວສານຕະຫຼາດ, ຍົກສູງຄຸນນະພາບການບໍລິການສາທາລະນະໃຫ້ແກ່ແຮງງານຍິງ ແມ່ນມາດຕະການເພື່ອລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນມີວຽກເຮັດງານທຳຢ່າງມີປະສິດທິຜົນ ແລະ ໝັ້ນຄົງ”

        ນອກຈາກນັ້ນ, ຫວຽດນາມ ພວມສົ່ງເສີມການປັບປຸງກົດໝາຍວ່າດ້ວຍການອອກແຮງງານ ທີ່ພວມປະກາດໃຊ້ (ເຊິ່ງຈະຍື່ນສະເໜີຕໍ່ສະພາແຫ່ງຊາດປະກອບຄຳເຫັນໃນເດືອນ ພຶດສະພາ 2019 ຈະມາເຖິງ). ນີ້ແມ່ນກາລະໂອກາດເພື່ອເພີ່ມເຕີ່ມກົນໄກນະໂຍບາຍເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃຫ້ເໝາະສົມກັບສະພາບການໃໝ່, ພິເສດແມ່ນການຫັນປ່ຽນວິທີສຳຜັດ “ປົກປ້ອງແຮງງານຍິງ” ຈາກຂໍ້ກຳນົດທີ່ພວມປະກາດໃຊ້ປະຈຸບັນ ໄປສູ່ວິທີສຳຜັດ “ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ”, ຊ່ວຍຫວຽດນາມ ສາມາດກາຍເປັນປະເທດນຳໜ້າໃນພາກພື້ນ ໃນການເຄົາລົບບັນດາສິດພື້ນຖານໃນການອອກແຮງງານ, ສ້າງພື້ນຖານໃຫ້ແກ່ການຊຸກຍູ້ເພີ່ມສະມັດຕະພາບ ແລະ ຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດ.

        ໃນວິວັດທະນາການພັດທະນາປະເທດຊາດ, ພ້ອມກັບການຮັບປະກັນລະດັບເຕີບໂຕເສດຖະກິດ, ເລື່ອງມີສະຕິຈະແຈ້ງໃນການຮຽກຮ້ອງຊຸກຍູ້ຄວາມກ້າວໜ້າ, ຄວາມຍຸຕິທຳສັງຄົມ, ໃນນັ້ນໄດ້ເອົາໃຈໃສ່ເປັນພິເສດເຖິງແມ່ຍິງ ແລະ ເດັກຍິງ, ແມ່ນປັດໃຈຮັບປະກັນບັນດາສິດທິມະນຸດ, ຍົກສູງຄຸນນະພາບການເຕີບໂຕຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ