ຊາວຫວຽດນາມອາໄສຢູ່ຕ່າງປະເທດໃນການສ້າງສາປະເທດຊາດ

(vovworld) - ຊາວ​ຫວຽດ​ນາມ ອາ​ໄສ​ຢ​ູ່​ຕ່າງ​ປະ​ເທ​ດກວ່າ 4,5 ລ້ານ​ຄົນ, ແມ່ນພາກ​ສ່ວນໜຶ່ງ​ທີ່ບໍ່​ສາ​ມາດ​ຕັດ​ແຍກ​ອອກ​​ຈາກ​ປະ​ຊາ​ຄົ​ມ​​ຊາວ​ຫວຽດ​ນາມ ໄດ້. ສະ​ນັ້ນ, ເລື່ອງ​ກັບ​ເມື່ອ​ປະ​ເທ​ດ, ເຂົ້າ​ຮ່ວມ​ການ​ປະ​ກອບ​ເຫື່ອ​ແຮງ, ພູມ​ປັນ​ຍາເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ, ພັດ​ທະ​ນາ​ປະ​ເທດ​ຊາດ ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອ​ງ​ຊາວ​ຫວຽດ​ນາມ​ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​​ຫຼາຍ​ຄົນ. ນະ​ໂຍ​ບາຍ​ຢ່າງ​ຖືກ​ຕ້ອງ​ຂອງ​ລັດ​ຫວຽດ​ນາມ ໄດ້​ ແລະ ພວມ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​​ປະ​ກົດ​ຜົນເປັນ​​ຈິງ. ບົດ​ຂຽນ​ຂ​ອງ​ນັກ​ຂ່າວ ທຸ​ຮັ່ງ ດ້ວຍ​ຫົວ​ຂໍ້​ວ່າ “​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໃນ​ການສ້າງ​ສາ​ປະ​ເທດ​ຊາດ”.

ຊາວຫວຽດນາມອາໄສຢູ່ຕ່າງປະເທດໃນການສ້າງສາປະເທດຊາດ - ảnh 1
(ພາບ​ປະ​ກອບ: batdongsan.com.vn)

        ໃນ​ໄລ​ຍະ​ຜ່ານ​ມາ, ​ໃນ​ເບື້ອງ​ຕົ້ນ ຫວຽດ​ນາມ​ ໄດ້​ສ້າງ​ລະ​ບົບ​ກອບ​ກົດໝາຍ ແລະ ນະ​ໂຍ​ບາຍ ຕອບ​ສະ​ໜອງ​ບັນ​ດາ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເປັນ​ຢ່າງ​ດີກວ່າ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງນອນກວ່າ, ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ “ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແມ່ນພາກ​ສ່ວນ​ໜຶ່ງ​ທີ່ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ປະ​ຊາ​ຄົມ​​ຊາວ​ຫວຽດ​ນາມ​ ໄດ້ ແລະ ແມ່ນ​ແຫຼ່ງ​ກຳ​ລັງ​ຂອງ​ປະ​ຊ​າ​​ຄົມ​​ຊາວ​ຫວຽດ​ນາມ”. ຫວຽດ​ນາມ ໄດ້​ກວດ​ກາ​ຄືນ, ປັບ​ປຸງ, ເພີ່ມ​ເຕີມ, ສ້າງ​ບັນ​ດາ​ເອ​ກະ​ສານ​ດ້ານ​ກົດ​ໝາຍ​ສຳ​ຄັນ​ໃໝ່ ທີ່​ກ່ຽວ​ຂ​້ອງ​ເຖິງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຄື: ກົດ​ໝາຍ​ວ່າ​ດ້ວຍ​ສຳ​ມະ​ໂນ​ພົນ​ລະ​ເມືອງ, ​ທີ່​ດິນ, ເຮືອນ​ຢູ່, ການ​ລົງ​ທຶນ, ວິ​ສາ​ຫະ​ກິດ, ລັດ​ຖະ​ດຳ​ລັດ​ກ່ຽວ​ກັບ​ເງິນ​ຕາ​ຕ່າງ​ປະ​ເທດ, ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​​ການຢູ່​ອາ​ໄສ, ກັບ​ເມືອ​ບ້ານ… ຕາມ​ທິດ​ນັບ​ມື້​ນັບ​ສະ​ດວກ​ສະ​ບາຍໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດກວ່າ. ບັນ​ດາ​ນະ​ໂຍ​ບາຍ​ທີ່​ຕັ້ງ​ໜ້າ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ກ່ອນ​ອື່ນ​ໝົດ​ແມ່ນ​ຖັນ​ແຖວ​​ປັນ​ຍາ​ຊົນ, ນັກ​ວິ​ທະ​ຍາ​ສາດ ແລະ ນັກ​ທຸ​ລະ​ກິດ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ປະ​ກອບ​ສ່ວນ​ໃຫ້​ປະ​ເທດ​ຊາດ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ເມືອງ, ການ​ຕ່າງ​ປະ​ເທດ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ວິ​ທ​ະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ການ​ສຶກ​ສາ - ບຳ​ລຸງ​ສ້າງ… ມາ​ຮອດ​ປະ​ຈຸ​ບັນ, ນັບ​ມື້​ນັບ​ມີນ​ັກ​ທຸ​ລະ​ກິດ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ລົງ​ທຶນ​ກັບ​ເມືອ​ປະ​ເທດ, ຂອບ​ຂະ​ໜາດ​ຂອງ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດກວ້າງ ແລະ ແຫຼ່ງ​ເງິນ​ທີ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຝາກ​ມາ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ສິ່ງ​ດັ່ງ​ກ່າວ​ໄດ້​ຢືນ​ຢັນເຖິງ​ການ​ປະ​ກອບ​ສ່ວນ​ຫຼາຍ​ພໍ​ສົມ​ຄວນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​​ທີ່​ມີ​ຕໍ່​ປະ​ເທດ​ຊາດ. ນັກ​ທຸ​ລະ​ກິດ ແທ່ງ​ໂດ້, ພາຍ​ຫຼັງ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ລັດ​ເຊຍ ໃນ​ໄລ​ຍ​ະ​ໜຶ່ງ, ປະ​ຈຸ​ບັນ​ພວມ​ລົງ​ທຶນ​ອະ​ສັງ​ຫາ​ລິ​ມະ​ຊັບ ແລະ ກໍ່​ສ້າງ​ບັນ​ດາ​ກິດ​ຈ​ະ​ກຳ​ເຮືອນ​​ຕຶກ​​ຫຼາຍ​ຊັ້ນ ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ແລະ ຍາ​ຈາງ ໃຫ້​ຮູ້​ວ່າ.

        “ຂ້າ​ພະ​ເຈົ້າ​ກໍ່​ຢາກ​ປະ​ກອບ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ຕົນ​ເພື່ອ​ພັດ​ທະ​ນາ​ນະ​ຄອ​ນ​ໂຮ່​ຈິນ​ມິນ, ຂ້າ​ພະ​ເຈົ້າ​ຢາກ​ປະ​ກອ​ບ​ສ່ວນ​ໃນ​ຂົງ​ເຂດກໍ່​ສ້າງ, ​ເພື່ອ​ໃຫ້​ຊ່ວຍ​ປະ​ເທດ​ມີ​ການ​ປ່ຽນ​ແປງ​ຍິ່ງ​ໄວ້​ກໍ່​ຍິ່ງ​ດີ”.

        ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ດ້ານ​ເສດ​ຖະ​ກິດ​ເທົ່​ານັ້ນ, ບັນ​ດາ​ການ​ປະ​ກອ​ບ​ສ່ວນ​ດ້າ​ນ​ພູມ​ປັນ​ຍາ ແລະ ເຫື່ອ​ແຮງ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກໍ​ແມ່ນ​ແຫຼ່ງ​ກຳ​ລັງ​ທີ່​ສຳ​ຄັນ ປະ​ກອບ​ສ່ວນ​ຮັບ​ໃຊ້​ພາ​ລະ​ກິດ​ພັດ​ທະ​ນາ​ປະ​ເທດ​ຊາດ. ​ນັບ​ມື້​ນັບມີ​​ປັນ​ຍາ​ຊົນ, ນັກ​ວິ​ທະ​ຍາ​ສາດ​​ຫຼາຍ​ຄົນ ກັບ​ເມືອ​ປະ​ເທດ​ເພື່ອ​ເຮັດ​ວຽກ​, ປະ​ກອບ​ຄຳ​ເຫັນ​ໃຫ້​ແກ່​ປະ​ເທດ​ຊາດ​ໃນ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ​ຄື: ປະ​ຕ​ິ​ຮູບ​ດ້ານການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່, ພະ​ລັງ​ງານ​ສະ​ອາດ… ຄາດ​ວ່າ, ແຕ່​ລະ​ປີ​ມີ​ນັກ​ຊ່ຽວ​ຊານ​ຊາວ​ຫ​ວ​ຽດ​ນາ​ມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ປະ​ມານ 300 ເທື່ອ​ຄ​ົນ ກັບ​ເມືອ​​ປະ​ເທດ, ໃນ​ນັ້ນ 55% ​ເມືອເຮັດວຽກ​ຢູ່​ບັນ​ດາ​ອົງ​ການ​ຂອງ​ລັດ ແລະ 45% ເຮັດ​ວຽກ​ຢູ່​ບັນ​ດາ​ອົງ​ການ​​ສຶກ​ສາ ແລະ ຄົ້ນ​ຄວ້າ​ໃນ​​ບັນ​ດາຂົງ​ເຂດ​ວິ​ທະ​ຍາ​ສາດ​ພື້ນ​ຖານ. ທ່ານ​ສາດ​ສະ​ດາ​ຈານ ເລ​ວັນ​ເກື່ອງ, ມະ​ຫາ​ວິ​ທະ​ຍາ​ໄລ ປາ​ຣີ 1, ຫົວ​ໜ້າ​​ສູນ​ວິ​ທະ​ຍາ​ສາດ​ຝ​ລັ່ງ, ມີຄວາມ​ຄົ້ນ​ຄິດ​ຫຼາຍກ່ຽວ​ກັບ​ພາ​ລະ​ກິດ​ສຶກ​ສາ​ຂອງ​ລັດ​ຫວຽດ​ນາມ.

        “ຂ້າ​ພ​ະ​ເຈ​ົ້າ​ເອົາ​ໃຈ​ໃສ່​ເຖິງ​ຂົງ​ເຂດ ເຮັດ​​ຄືແນວ​ໃນ​ເພື່ອ​ບຳ​ລຸງ​ສ້າງ​​ພວກ​ນ້ອງ​ໃນ​ຂະ​ແໜງ​ເສດ​ຖະ​ກິດ​ວິ​ທ​ະ​ຍາ ​ທີ່ມີ​ລະ​ດັບ​ສາ​ກົນ. ວຽກ​ງານ​ດັ່ງ​ກ່າວນອນ​ໃນ​ກຳ​ມືຂອງ​ພ​ວ​ກ​ເຮົາ. ຮູບ​​ການກໍ່​ສ້າງ​ພະ​ແນກ​ເສດ​ຖະ​ກິດ​ມີ​ຄຸນ​ນະ​ພາບ​ສູງນັ້ນ​ແມ່ນ​ຮູບ​ການ​ຮ່ຳ​ຮຽນ​ຢູ່​ຕ່າງ​ປະ​ເທດ​ຢູ່​ກັບ​ທີ, ປະ​ຢັດ​ເງິນ, ທີ່ 2 ແມ່ນບໍ່​ເກີດ​ສະ​ພາບ​​ປັນ​ຍາ​ຊົນ​ຍ້າຍ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ, ທີ່ 3 ແມ່ນ​ດຶງ​ດູດ​ປັນ​ຍາ​ຊົນຈາກ​​ຕ່າງ​ປະ​ເທດກັບ​ເມືອ”.

        ຕ​າມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ແລ້ວ, ເພື່ອ​ສືບ​ຕໍ່​ລະ​ດົບ​​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ປະ​ກອ​ບ​ສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ, ລັດ​ຖະ​ບານ​ຫວຽດ​ນາມ ສືບ​ຕໍ່​ຄົ້ນ​ຄວ້າ​ບັນ​ດາ​ນະ​ໂຍ​ບາຍ, ມາດ​ຕະ​ການ​ຢ່າງ​ລະ​ອຽດ, ເພື່ອ​ຮັບ​ປະ​ກັນ​ພື້ນ​ຖານ​ນິ​ຕິ​ກຳ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ເມືອ​​ສ້າງ​ສາ​ບ້ານ​ເກີດ​ເມືອງນອນ.

        “ເລື່ອງ​ຂົນ​ຂວາຍ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​​ມຸ່ງ​ຫາ​ບ້ານ​ເກີດ​ເມືອງນອນ​ ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ. ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ມີ​ພູນ​ປັນ​ຍາ, ມີ​ຄວາມ​ສາ​ມາດ 80% ​ຈຳ​ນວນຊາວ​ຫວຽດ​ນາມ ​ບັນ​ລຸ​ຜົນ​ສຳ​ເລັດຢູ່​ຕ່າງ​ປະ​ເທດ ແມ່ນ​ອາ​ໄສ​ຢູ່​ບັນ​ດາ​ປະ​ເທດ​ພັດ​ທະ​ນາ, ນັ້ນ​ແມ່ນ​ແຫຼ່ງ​ກຳ​ລັງ. ລັດ​ຖະ​ບານ​ກໍ​ມີ​ແຜນ​ນະ​ໂຍ​ບາຍ​ຂົ​ນ​ຂວາຍ, ດຶງ​ດູດ​​ຊາວ​ຫວຽດ​ນາມ ​ທີ່ມີ​ພູມ​ປັນ​ຍາ, ມີ​ບົດ​ຮຽນ​ເຂົ້າ​​ຮ່ວມ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຊາດ, ໂດຍ​ສະ​ເພາະ​ແມ່ນ​ໃນ​ວິ​ວັດ​ທະ​ນາ​ການ​ເຫັນ​​ເປັນປະ​ເທດ​ອ​ຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ”.

        ວຽ​ກ​ງານ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ນັບ​ມື້​ນັບ​ອຸ​ດົມ​ສົມ​ບູນ, ດ້ວຍ​ຫຼາຍ​ຮູບ​​ການ ໄດ້​ສ້າງ​ບັນ​ດາ​ເວ​ທີ​ປາ​ໄສ​​ຢ່າງກວ້າງ​ຂວາງ​ເພື່ອປະ​ກອບ​ຄຳ​ເຫັນ​​ໃຫ້​ແກ່​ການ​ສ້າງ​ສາ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​​ເພີ່ມ​ທະ​ວີ​ຄວາມ​ສະ​ໜິດຕິດ​ພັນ​​ອາ​ລົ​ມ​ຈິດ​ຕໍ່​ບ້ານ​ເກີດ​ເມືອງນອນ​ຂອງ​ປະ​ຊາ​ຄົມ. ​ບັນ​ດາ​ບ້າດ​ກ້າ​ວ​ບຸກ​ທະ​ລຸ​ໃນ​ນະ​ໂຍ​ບາຍ ແລະ ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ປະ​ກອ​ບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ເສີມ​ຂະ​ຫຍາຍ​ແຫຼ່ງ​ກຳ​ລັງ​ຈາກ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ທີ່ປະ​ກອບ​ສ່ວນ​ໃຫ້​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ