ຍົກສູງລັກສະນະຄວາມຮັບຜິດຊອບຂອງບັນດາປະເທດໃນການ ປົກປັກຮັກສາສັນຕິພາບພາກພື້ນ

(VOVWORLD) -  ກອງປະຊຸມ Shangri-La 17 ແມ່ນກອງປະຊຸມທີ່ມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດຫລາຍທີ່ສຸດ, ແມ່ນກາລະໂອກາດ ເພື່ອໃຫ້ບັນດາປະເທດຍົກອອກບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງໃໝ່ ເຊິ່ງພາກພື້ນພວມປະເຊີນໜ້າ,

ກອງປະຊຸມເຈລະຈາ Shangri-La 17, ເວທີປາໄສຄວາມໝັ້ນຄົງສຳຄັນທີ່ສຸດຂອງພາກພື້ນ ອາຊີ - ປາຊີຟິກ ຫາກໍ່ສິ້ນສຸດລົງໃນອາທິດແລ້ວນີ້ຢູ່ ສິງກະໂປ. ທີ່ກອງປະຊຸມຄັ້ງນີ້, ມີຈຸດລວມ ນັ້ນແມ່ນບັນດາປະເທດ ລ້ວນແຕ່ເຫັນດີໃນການສຳຜັດເລື່ອງແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງໃນປັດຈຸບັນ, ນັ້ນແມ່ນ ຍົກສູງຄວາມຮັບຜິດຊອບ, ເພີ່ມທະວີການເຈລະຈາເພື່ອແກ້ໄຂ ແລະ ຮັບມືຕໍ່ທ່າອ່ຽງປ່ຽນແປງຄວາມເປັນລະບຽບຮຽບຮ້ອຍຢູ່ ອາຊີ ເວົ້າລວມ ແລະ ພາກພື້ນ ອາຊີ - ປາຊີຟິກ ເວົ້າສະເພາະ.

ຍົກສູງລັກສະນະຄວາມຮັບຜິດຊອບຂອງບັນດາປະເທດໃນການ ປົກປັກຮັກສາສັນຕິພາບພາກພື້ນ - ảnh 1 ບັນດາຜູ້ແທນເຂົ້າຮ່ວມ   ກອງປະຊຸມ Shangri-La ຄັ້ງທີ 17 (ພາບ: TTXVN)

        ກອງປະຊຸມ Shangri-La ປີນີ້ ໄດ້ເຕື້ອງເຖິງບັນດາບັນຫາຄວາມໝັ້ນຄົງທີ່ເຄັ່ງຮ້ອນທີ່ສຸດໃນພາກພື້ນ. ຜູ້ແທນເຂົ້າຮ່ວມຢ່າງເປັນທາງການກ່ວາ 500 ຄົນແມ່ນບັນດາເຈົ້າໜ້າທີ່ປ້ອງກັນຊາດ ແລະ ວົງການນັກຮຽນຮູ້ທີ່ມາຈາກກ່ວາ 50 ປະເທດ ແລະ ເຂດແຄ້ວນ, ໃນນັ້ນມີລັດຖະມົນຕີ ຫຼື ຮອງລັດຖະມົນຕີກະຊວງປ້ອງກັນປະເທດກ່ວາ 40 ທ່ານເຂົ້າຮ່ວມ.

        ກອງປະຊຸມ Shangri-La 17 ແມ່ນກອງປະຊຸມທີ່ມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດຫລາຍທີ່ສຸດ, ແມ່ນກາລະໂອກາດ ເພື່ອໃຫ້ບັນດາປະເທດຍົກອອກບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງໃໝ່ ເຊິ່ງພາກພື້ນພວມປະເຊີນໜ້າ, ຈາກນັ້ນ ຍົກອອກບັນດາຮູບການຮ່ວມມື ເພື່ອຮັບປະກັນໃຫ້ພາກພື້ນ ອາຊີ - ປາຊີຟິກ ສະຖຽນລະພາບ, ສັນຕິພາບ ແລະ ພັດທະນາວັດທະນາຖາວອນ.

ຊອກໄດ້ທັດສະນະລວມ

        ທີ່ເວທີປາໄສຄັ້ງນີ້, ອິນເດຍ ຊອກໄດ້ທັດສະນະລວມກັບ ອາຊຽນ ໃນຄຳໝັ້ນສັນຍາມຸ່ງໄປເຖິງພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ ເສລີພາບ, ເປີດກ້ວາງ, ມີຄວາມໂປ່ງໃສ, ປະຕິບັດຕາມກົດໝາຍ, ສັນຕິພາບ, ວັດທະນາຖາວອນ ແລະ ຫລາຍພາກສ່ວນເຂົ້າຮ່ວມຕ່າງໆ. ໃນບົດກ່າວປາໄສທີ່ເວທີປາໄສ Shangri-La, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ເຕື້ອງເຖິງວິໄສທັດພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ ຫາກໍ່ເປີດກ້ວາງ, ມີຫລາຍພາກສ່ວນເຂົ້າຮ່ວມ ແລະ ບໍ່ຖືກຈຳກັດສະມາຊິກລະອຽດໃດໆ. ທ່ານນາຍົກລັດຖະມົນຕີ ອິນເດຍ ກໍ່ເນັ້ນໜັກເຖິງບົດບາດໃຈກາງຂອງ ອາຊຽນ ໃນການສ້າງພາກພື້ນ ແລະ ນະໂຍບາຍການກະທຳມຸ່ງໄປສູ່ທິດຕາເວັນອອກໃຫ້ເປັນຮູບປະທຳ ເພື່ອສຳເລັດວິໄສທັດດັ່ງກ່າວ ແລະ ທ່ານຢືນຢັນວ່າ ອາຊຽນ ໄດ້, ພວມ ແລະ ຈະແມ່ນໃຈກາງໃນອະນາຄົດ ແລະ ອິນເດຍ ມີປາດຖະໜາຢາກຮ່ວມມື ເພື່ອໂຄງປະກອບສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.

        ດ້ວຍຄຳຖະແຫຼງດັ່ງກ່າວ, ອີກຄັ້ງໜຶ່ງທີ່ສະແດງໃຫ້ເຫັນວ່າ ອາຊຽນ ຈະສືບຕໍ່ນອນໃນຈຸດສຸມຂອງຍຸດທະສາດຄວາມໝັ້ນຄົງມະຫາສະໝຸດ ອິນເດຍ - ປາຊີຟິກ ຊຶ່ງ ອິນເດຍ ພວມຜັນຂະຫຍາຍຢ່າງແຮງກັບ 3 ປະເທດ ແມ່ນ ອາເມລິກາ, ອົດສະຕາລີ ແລະ ຍີ່ປຸ່ນ. ພາຍຫລັງບັນດາການຜັນແປຢ່າງສັບສົນນັ້ນ ທີ່ສົ່ງຜົນສະທ້ອນຕໍ່ຄວາມໝັ້ນຄົງຂອງພາກພື້ນໃນໄລຍະມໍ່ໆມານີ້, ໄດ້ກໍ່ໃຫ້ເກີດບັນດາສິ່ງທ້າທາຍຕໍ່ ອິນເດຍ ເອງ. ນິວເດລີ ພວມປາດຖະໜາຢາກສະແດງໃຫ້ເຫັນບົດບາດ ຄືດັ່ງຄູ່ຮ່ວມມື ທີ່ມີຜົນສະທ້ອນ ແລະ ມີຄວາມຮັບຜິດຊອບໃນການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ຜ່ານນັ້ນ ຢືນຢັນທີ່ຕັ້ງບົດບາດເປັນປະເທດມະຫາອຳນາດ ອາຊີ - ປາຊີຟິກ. ຄວາມຈິງແລ້ວ, ການຮ່ວມມືລະຫວ່າງ ອາຊຽນ - ອິນເດຍ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດເທົ່ານັ້ນ ຫາກຍັງມຸ່ງໄປເຖິງຜົນປະໂຫຍດດ້ານການເມືອງ ແລະ ຄວາມໝັ້ນຄົງ, ສ້າງທ່າດຸ່ນດ່ຽງໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ ອາຊີ - ປາຊີຟິກ.

ຍົກສູງຄວາມຮັບຜິດຊອບໃນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງຂອງພາກພື້ນ

        ການຜັນແປຂອງພາກພື້ນ ພ້ອມກັບການປ່ຽນແປງສິດອຳນາດຂອງບັນດາປະເທດມະຫາອຳນາດ ພວມເຮັດໃຫ້ຄວາມເປັນລະບຽບຮຽບຮ້ອຍພາກພື້ນ ອາຊີ - ປາຊີຟິກ ປ່ຽນແປງໄປນຳ. ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນບາງການກະທຳພຽງລຳພັງຝ່າຍດຽວຂອງ ຈີນ ກ່ຽວກັບການຜັນຂະຫຍາຍບັນດາລະບົບຍຸດທະພັນການທະຫານຢູ່ທະເລຕາເວັນອອກ ພວມໄປຝືນກັບບັນດາຫຼັກການທີ່ມີຢູ່ແລ້ວ ແລະ ເຮັດໃຫ້ສິ່ງທ້າທາຍຄວາມໝັ້ນຄົງຢູ່ພາກພື້ນເພີ່ມຂຶ້ນ. ບັນດາສິ່ງທ້າທາຍຄວາມໝັ້ນຄົງໃນພາກພື້ນນີ້ ເຮັດໃຫ້ຕ້ອງດຳເນີນການເຈລະຈາ ເພື່ອສ້າງຄວາມໄວ້ເນືຶ້ອເຊື່ອໃຈ ແລະ ຍົກສູງຄຸນນະພາບການຮ່ວມມືຄວາມໝັ້ນຄົງພາກພື້ນ ກາຍເປັນສິ່ງພິເສດ ແລະ ຮີບດ່ວນ. ໃນສະພາບການນັ້ນ, ກອງປະຊຸມ Shangri-La ຄັ້ງທີ 17 ຢູ່ ສິງກະໂປ ໄດ້ຮັບຖືວ່າ ແມ່ນກາລະໂອກາດ ເພື່ອໃຫ້ບັນດາຝ່າຍພ້ອມກັນປຶກສາຫາລື, ຊອກຫາມາດຕະການຊຸກຍູ້ເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນຢູ່ພາກພື້ນ.

        ຄວາມຈິງແລ້ວ, ທີ່ເວທີປາໄສຄັ້ງນີ້, ໂດຍບໍ່ຫົວຊາຕໍ່ບັນດາຄວາມບໍ່ລົງລອຍກັນທີ່ຍັງຄົງຄ້າງ, ບັນດາປະເທດ ລ້ວນແຕ່ຈະສ້າງໂອກາດເພື່ອໃຫ້ດຳເນີນການເຈລະຈາ ແລະ ຮ່ວມມື ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ. ຕາມການຕີລາຄາຂອງບັນດານັກຊ່ຽວຊານແລ້ວ, ໝາກຜົນທີ່ບັນລຸໄດ້ຢູ່ກອງປະຊຸມຄັ້ງນີ້ ແມ່ນແທດຈິງ ແລະ ມີປະສິດທິຜົນ. ອາເມລິກາ ໃຫ້ຮູ້ວ່າ: ພ້ອມແລ້ວທີ່ຈະຮ່ວມມືສ້າງສາກັບ ຈີນ ໂດຍອີງໃສ່ສາຍພົວພັນ “ມຸ່ງໄປເຖິງບັນດາຜົນງານ”, ພ້ອມທັງ ຢືນຢັນວ່າ: ເພີ່ມທະວີການຮ່ວມມືຄວາມໝັ້ນຄົງກັບບັນດາປະເທດສະມາຊິກ ອາຊຽນ. ສ.ເກົາຫຼີ ຍົກສູງບົດບາດຂອງການເຈລະຈາ ແລະ ການພົວພັນຕ່າງປະເທດໃນການແກ້ໄຂບັນຫານິວເຄຼຍຢູ່ແຫຼມ ເກົາຫຼີ. ໃນຂະນະນັ້ນ, ສິງກະໂປ ພວມມານະພະຍາຍາມສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອສ້າງຮ່າງແນະນຳຫຼີກລ້ຽງການແຕະຕ້ອງໃນທາງອາກາດລະຫວ່າງບັນດາເຮືອບິນຮູ້ຮົບຢູ່ພາກພື້ນ, ສິງກະໂປ ຫວັງວ່າ ຈະໄດ້ຮັບການຮັບຮອງເອົາຈາກກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ (ADMM) ຊຶ່ງດຳເນີນໃນເດືອນ ກຸມພາ ຈະມາເຖິງ.

        ອາດຈະເຫັນໄດ້ວ່າ: ການສຳຜັດຂອງບັນດາຝ່າຍໃນການຫຼີກລ້ຽງການສູ້ຢັນກັນ, ຫຼີກລ້ຽງຄວາມເຄັ່ງຕຶງປີນຂັ້ນໄດ ແລະ ສົມທົບກັນສ້າງຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍຮ່ວມ, ເຮັດໃຫ້ເວທີປາໄສປີນີ້ ບັນລຸໄດ້ໝາກຜົນຢ່າງແທດຈິງໃນເບື້ອງຕົ້ນ. ເຄົາລົບລະບຽບກົດໝາຍບັນດາຂໍ້ກຳນົດ ແລະ ກົດໝາຍສາກົນ, ຮັບປະກັນຄວາມສະເໝີພາບໃຫ້ບັນດາປະເທດທັງໝົດ, ບໍ່ຈຳແນກປະເທດໃຫຍ່ ຫຼື ໜ້ອຍ…ແມ່ນບັນດາສານຢູ່ເວທີປາໄສຄັ້ງນີ້. ເຖິງຢ່າງໃດກໍ່ຕາມ, ບັນດາຄຳເວົ້າ, ຄຳຖະແຫຼງຈະມີບັນດາການກະທຳຕົວຈິງເປັນແນວໃດ ຍັງລໍຖ້າຢູ່ ແລະ ໃນອະນາຄົດຍັງມີສິ່ງທ້າທາຍຫລາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ