ຍຸດທະສາດອຸດສາຫະກຳ ເອີລົບ

(VOVWORLD) - ວັນທີ 21 ມີນາ, ກອງປະຊຸມສຸດຍອດສະຫະພາບເອີລົບ (EU) ໄດ້ໄຂຂຶ້ນ ຢູ່ ບຣຸກແຊນ ປະເທດແບນຊິກ. ໂດຍໄດ້ດຳເນີນໃນເວລາ 2 ວັນ, ນອກຈາກບັນຫາຮ້ອນເຮັ່ງທີ່ນຳມາປຶກສາຫາລືກ່ຽວກັບເລື່ອງ ອັງກິດຖອນຕົວອອກຈາກ EU, ຄາດວ່າ ການນຳບັນດາປະເທດສະມາຊິກ EU ຍັງປຶກສາຫາລືກ່ຽວກັບຍຸດທະສາດອຸດສາຫະກຳເອີລົບ. ນີ້ໄດ້ຮັບຖືວ່າ ແມ່ນຄວາມມານະພະຍາຍາມອີກອັນຫນຶ່ງຂອງ EU ໃນການປັບປຸງຄວາມສາມັກຄີພາຍໃນກຸ່ມ, ພາຍຫລັງວິວັດການສ້າງຕັ້ງກອງທັບຮ່ວມ ໃນເອີລົບ ພວມບັນລຸໄດ້ຄວາມຄືບຫນ້າ.

ຍຸດທະສາດອຸດສາຫະກຳ  ເອີລົບ - ảnh 1

ພາບປະກອບ

ແນວຄວາມຄິດສ້າງຕັ້ງຍຸດທະສາດອຸດສາຫະກຳເອີລົບ ໂດຍເຢຍລະມັນ ແລະ ຝລັ່ງ ລິເລີ່ມ. ເອີລົບ ແມ່ນພາກພື້ນດຳເນີນການຫັນເປັນອຸດສາຫະກຳໄວກວ່າໝູ່ໃນໂລກ. ແຕ່ດົນນານມາແລ້ວ, ບັນດາຜະລິດຕະພັນອຸດສາຫະກຳຂອງ ເອີລົບ ມີຊື່ສຽງກ່ຽວກັບຄຸນນະພາບສູງ. ບັນດາຂະແຫນງອຸດສາຫະກຳໄດ້ຮັບຄວາມເອົາໃຈໃສ່ພັດທະນານັ້ນແມ່ນ: ຫລອມໂລຫະ, ການຜະລິດເຄື່ອງຈັກ, ເຄມີ, ປຸງແຕ່ງສະບຽງອາຫານ, ຜະລິດເຄື່ອງໃຊ້ສອຍ…

ເພີ່ມກຳລັງແກ້ງແຍ້ງ

ຕາມທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ແລ້ວ, ທ່ານນາງ ແລະ ປະທານາທິບໍດີ ຝລັ່ງ Emmanuel Macron ສະເຫນີ ປຶກສາຫາລື ຍຸດທະສາດອຸດສາຫະກຳເອີລົບໃນສະພາວະ ການນຳສອງທ່ານ ພວມຊອກຫາວິທີ “ຮັບປະກັນວຽກເຮັດງານທຳໃຫ້ອະນາຄົດໃນບັນດາຂົງເຂດດຳເນີນທຸລະກິດຍຸດທະສາດຢູ່ ເອີລົບ”. ທ່ານນາງ Angela Merkel ໄດ້ເຕື້ອງເຖິງບັນດາໂຄງການປ່ຽນໃຫມ່ ແລະ ຄົ້ນຄ້ວາຍຸດທະສາດ, ໃນນັ້ນ ມີເລື່ອງ ເຢຍລະມັນ ແລະ ຝລັ່ງ ຊຸກຍູ້ການສ້າງຕັ້ງສະຫະສະມາຄົມຜະລິດ ໝໍ້ໄຟ ລົດໂອໂຕ ເພື່ອແນໃສ່ ທຽມ ທັນກັບບັນດາຄູ່ແຂ່ງ ຢູ່ ອາຊີ. ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ ປາດຖະຫນາພ້ອມກັບຄູຕຳແຫນ່ງ ຝລັ່ງ ເກ້ຍກອ່ມບັນດາປະເທດສະມາຊິກ EU ກ່ຽວກັບແນວຄວາມຄິດສ້າງຍຸດທະສາດອຸດສາຫະກຳ ເອີລົບ ທີ່ກອງປະຊຸມສຸດຍອດຄັ້ງນີ້.

ນີ້ບໍ່ແມ່ນເປັນຄັ້ງທຳອິດທີ່ ຝລັ່ງ ແລະ ເຢຍລະມັນ, ສອງປະເທດແຖວຫນ້າຢູ່ ເອີລົບ ໄດ້ເຕື້ອງເຖິງແນວຄວາມຄິດຍຸດທະສາດອຸດສາຫະກຳ ເອີລົບ. ເມື່ອເດືອນກຸມພາ, ການນຳສອງປະເທດ ໄດ້ເຫັນດີກ່ຽວກັບນະໂຍບາຍອຸດສາຫະກຳໃຫມ່ຂອງ ເອີລົບ ເພື່ອແນໃສ່ຫນູນຊ່ວຍບັນດາບໍລິສັດໃນພາກພື້ນ ເພືື່ອແກ້ງແຍ້ງກັບບັນດາຄູ່ແຂ່ງພາຍນອກ. ຕາມນັ້ນແລ້ວ, ສອງປະເທດ ຈະຊຸກຍູ້ການລົງທຶນຢ່າງແຮງກວ່າເຂົ້າບັນດາໂຄງການປະດິດຄິດສ້າງ, ປະຕິຮູບບັນດາຫລັກການແກ້ງແຍ້ງ ແລະ ສ້າງບັນດາກົນໄກຊ່ວຍປົກປ້ອງອຸດສາຫະກຳທີ່ໄດ້ພັດທະນາໃນພາກພື້ນ.

ຝລັ່ງ ແລະ ເຢຍລະມັນ ກໍ່ສະເຫນີ ມອບໃຫ້ສະພາເອີລົບ, ອົງການຕາງຫນ້າໃຫ້ລັດຖະບານບັນດາປະເທດ EU, ສິດຢັບຢັ້ງຂໍ້ຕົກລົງຕ້ານສິດຜູກຂາດຂອງຄະນະກຳມະການເອີລົບໃນ “ບັນດາກໍລະນີຮ້ອງຟ້ອງແນ່ນອນວ່າຈະໄດ້ກຳນົດຢ່າງຈະແຈ້ງ”. ແລະກໍ່ໃນຂໍ້ສະເຫນີລວມ, ສອງປະເທດຖືວ່າ ຄວນປັບປຸງບັນດາຂໍ້ກຳນົດໂຮມເຂົ້າກັນທີ່ພວມປະຕິບັດໃນປະຈຸບັນ ເພື່ອແນໃສ່ຍົກສູງລັກສະນະແກ້ງແຍ້ງຂອງບັນດາບໍລິສັດເອີລົບ ຈາກລະດັບທະວີບຂຶ້ນເປັນລະດັບທົ່ວໂລກ. ຂໍ້ລິເລີ່ມລວມຖືກຍົກອອກມາ ພາຍຫລັງ ຄະນະກຳມະການເອີລົບ ຕົກລົງຫ້າມກຸ່ມບໍລິສັດ Siemens ຂອງເຢຍລະມັນ ຊື້ບໍລິສັດ Alstom ຂອງ ຝລັ່ງ ໃນວັນທີ 6 ກຸມພາ ເພື່ອສ້າງກຸ່ມບໍລິສັດທາງລົດໄຟໃຫຍ່ກວ່າໝູ່ຢູ່ ເອີລົບ, ມີການແກ້ງແຍ້ງກັບບັນດາຄູ່ແຂ່ງໃຫຍ່ກວ່າໃນໂລກ.

ກໍ່ນອນໃນແນວຄວາມຄິດຊຸກຍູ້ການພັດທະນາອຸດສາຫະກຳ, ນັບແຕ່ສອງສາມປີກ່ອນນີ້, ຄະນະກຳມະການ ເອີລົບ (EC) ໄດ້ຍົກອອກບັນດາບຸລິມະສິດສຳລັບນະໂຍບາຍຂອງ ຂະແຫນງອຸດສາຫະກຳ ເອີລົບ ແລະ ຮຽກຮ້ອງໃຫ້ບັນດາປະເທດເອີລົບຮັບຮູ້ເຖິງຄວາມສຳຄັນຂອງຂະແຫນງອຸດສາຫະກຳໃນການເຕີບໂຕ ແລະ ສ້າງວຽກເຮັດງານທຳ. EC ກໍ່ຖະແຫລງເລື່ອງນຳໃຊ້ເຕັກໂນໂລຊີດີຈີຕອນ ແມ່ນມີຄວາມຈຳເປັນທີ່ສຸດ ເພື່ອເພີ່ມສະມັດຕະພາບແຮງງານຂອງ ເອີລົບ ຜ່ານການກຳນົດຄືນຮູບແບບດຳເນີນທຸລະກິດຄືນໃຫມ່, ສ້າງບັນດາຜະລິດຕະພັນ ແລະ ບໍລິການແບບໃຫມ່. ພ້ອມກັນນັ້ນ EC ໄດ້ສ້າງເວທີປາໄສ “ນະໂຍບາຍຍຸດທະສາດກ່ຽວກັບວິສາຫະກິດດີຈີຕອນ” ເພື່ອສຸມໃສ່ເຂົ້າໃນເລື່ອງຫັນປ່ຽນດີຈີຕອນໃຫ້ແກ່ຂະແຫນງອຸດສາຫະກຳເວົ້າລວມກໍຄືບັນດາວິສາຫະກິດເອີລົບ ເວົ້າສະເພາະ.

ໃນຂະນະນັ້ນ ໃນບົດລາຍງານກ່ຽວກັບນະໂຍບາຍອຸດສາຫະກຳ (Industrial policy Communication) ປີ 2012, ຄະນະກຳມະການເອີລົບ ກຳນົດ 6 ບັນຫາບຸລິມະສິດ, ໃນນັ້ນ ມີ 3 ບັນຫາກ່ຽວຂ້ອງໂດຍກົງເຖິງຂະແຫນງອຸດສາຫະກຳ 4.0.

ສິ່ງທ້າທາຍ

ໃນສະພາບການປະຕິວັດອຸດສາຫະກຳ 4.0 ພວມປະກົດອອກຢູ່ທົ່ວທຸກແຫ່ງ, ຮຽກຮ້ອງບັນດາປະເທດ ເອີລົບ ບໍ່ພຽງແຕ່ລົງທຶນຢ່າງແຮງກ່ຽວກັບເຕັກໂນໂລຊີ ເທົ່ານັ້ນ ຫາກຍັງຕ້ອງການລົງທຶນພັດທະນາອຸດສາຫະກຳ. ຢາກພັດທະນາ, ເອີລົບ ຄວນມີຫລາຍຂະແຫນງອຸດສາຫະກຳໃຫມ່, ອຸປະກອນເຄື່ອງຈັກທັນສະໄຫມ ໄດ້ຮັບການຕິດຕັ້ງຢູ່ ບັນດາສູນເຕັກໂນໂລຊີສູງ.

ເຖິງຢ່າງໃດກໍຕາມ, ເພື່ອໃຫ້ມີຄວາມເຫັນດີຈາກການນຳບັນດາປະເທດສະມາຊິກກ່ຽວກັບຍຸດທະສາດອຸດສາຫະກຳ ເອີລົບ ບໍ່ແມ່ນເລື່ອງງ່າຍດາຍ. ສິ່ງດັ່ງກ່າວຍັງອີງໃສ່ການກຳນົດທິດພັດທະນາອຸດສາຫະກຳຂອງແຕ່ລະປະເທດ, ອີງໃສ່ທ່າແຮງອຸດສາຫະກຳແຕ່ລະເຂດ, ຊ່ຳບໍ່ໜຳ ຍັງມີການຍາດແຍ່ງຜົນສະທ້ອນຂອງສ່ວນແບ່ງຕະຫລາດ, ຜົນປະໂຫຍດແຫ່ງຊາດ…

ເອີລົບໄດ້ຮັບການຮູ້ຈັກເຖິງແມ່ນບ່ອນກຳເນີດບັນດາການປະຕິວັດອຸດສາຫະກຳ. ແລະ ແນວຄວາມຄິດສ້າງ ຍຸດທະສາດອຸດສາຫະກຳ ເອີລົບ ແມ່ນແນວຄວາມຄິດດີ ແຕ່ວ່າ ເພື່ອມີຄວາມສາມັກຄີ, ເປັນເອກະພາບກ່ຽວກັບຍຸດທະສາດແທ້ຈິງ ຕ້ອງມີກອງປະຊຸມສຸດຍອດຫລາຍຄັ້ງຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ