ຍູ້ແຮງການສົ່ງອອກໄປຍັງ ອາຊຽນ: ທິດກ້າວເດີນສຳຄັນຂອງວິສາຫະກິດຫວຽດນາມ

(vovworld)- ປີ 2014-2015 ​ແມ່ນ​ໄລຍະ​ສຸດ​ທ້າຍສຳລັບ​ ອາຊຽນ ​ເພື່ອ​ກ້າວ​ໄປ​ເຖິງ​ຈຸດໝາຍ​ສ້າງ​ປະຊາ​ຄົມ​ເສດຖະກິດ ອາຊຽນ(AEC). ນີ້​ກໍ​ແມ່ນ​ຈຸດ​ເວລາ​ສະດວກ​ທີ່​ສຸດ​ເພ່ື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຮັບ​ເອົາ​ຜົນ​ປະ​ໂຫຍ​ດຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ AEC ​ເພື່ອ​ເພີ່ມ​ທະວີ​ທີ່​ຕັ້ງບົດ​ບາດ, ຊ່ວຍ​ພື້ນຖານ​ເສດຖະກິດ​ຫວຽດນາມ ມີ​ກຳລັງ​ແກ້ງ​ແຍ້​ງສູງ​ກວ່າ. ​ໃນ​ລາຍການ​ສະຖານະ​ການ​ການ​ເມືອງ​ພາກ​ນີ້ ພວກ​ເຮົາ​ຄັດ​ສະ​ຫນີ​ບັນດາ​ຄຳ​ເຫັນ​ຂອງ​ຜູ້​ຊ່ຽວຊານ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ທີ່​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ສົ່ງ​ອອກ ຫວຽດນາມ ປີ 2014 ຊື່​ງຖືກ​ຈັດ​ຂຶ້ນ​ຫວ່າງ​ແລ້ວນີ້ຢູ່ ຮ່າ​ໂນ້ຍ .

ຍູ້ແຮງການສົ່ງອອກໄປຍັງ ອາຊຽນ: ທິດກ້າວເດີນສຳຄັນຂອງວິສາຫະກິດຫວຽດນາມ - ảnh 1

        10 ປີຜ່ານມາ, ວົງ​ເງິນ​ການ​ຄ້າ​ຫວຽດນາມ ​ເພີ່ມ​ຂຶ້ນ​ທົບ​ເກືອບ 4 ​ເທົ່າ, ຈາກ 9 ຕື້ USD ​ໃນ​ປີ 2003 ຂຶ້ນ​ເຖິງ ​ເກືອບ 40 ຕື້ USD ​ໃນ​ປີ 2013. ພິ​ເສດ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​, ອາ​ຊຽນ ຖື​ກຈັດ​ເຂົ້າ​ໝວດ​ບັນດາ​ຕະຫລາດ​ສົ່ງ​ອອກ​ຕົ້ນຕໍ​ຢ່າງ​ລຽນຕິດ​ຂອງ​ຫວຽດນາມ. ປີ 2013, ອາ​ຊຽນ ​ແມ​່ນຕະຫລາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ 3 ຂອງ​ຫວຽດນາມ, ພຽງ​ຖັດຈາກ ອາ​ເມ​ລິ​ກາ, ອີ​ຢູ, ດ້ວຍ​ວົງ​ເງິນ​ເກືອບ 18,5 ຕື້ USD. ​ໃນ 3 ​ເດືອນ​ຕົ້ນ​ປີ​ນີ້, ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໄປ​ຍັງ ອາ​ຊຽນ ຄາດ​ວ່າ​ບັນລຸ 4,7 ຕື້ USD, ​ເພີ່ມ​ຂຶ້ນ 6,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

        ສືບ​ຕໍ່​ຍູ້​ແຮງ​ການ​ສົ່ງ​ອອກ​ໄປ​ຍັງ ອາ​ຊຽນ ກ່ອນ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ

        ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ກ່ອນ​ AEC ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ການ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໄປ​ຍັງ ອາ​ຊຽນ ຈະ​ສືບ​ບັນລຸ​ລະດັບການ​ເຕີບ​ໂຕ​ເປັນ​ປົກກະຕິ ຍ້ອນ​ໄດ້​ຊົມ​ໃຊ້​ບຸລິມະສິດ​ພາສີ ດ້ວຍ​ກວ່າ 99% ປະ​ເພດ. ຄຽງ​ຄູ່​ກັນ​ນັ້ນ, ມີ​ຫລາຍ​ເນື້ອ​ໃນ​ກ່ຽວ​ກັບ​​ຮັບປະກັນ​ການຈໍ​ລະ​ຈອນ​ສິນຄ້າ​ຢ່າງ​ເສລີ​ທີ່​ໄດ້​ໝັ້ນ​ໝາຍ​ໃນ​ສັນຍາ​ການ​ຄ້າ​ອາ​ຊຽນ (ATIGA) ຊື່​ງ​ໄດ້​ຮັບ​ການ​ປະຕິບັດ​ຈາກ​ບັນດາ​ປະ​ເທດ​ສະມາຊິກ​ຄື: ຫັນ​ພາສີ​ເປັນ​ເສລີ, ລົບ​ລ້າງ​ຮົ້ວກີດຂວາງ​ປອດ​ພາສີ, ປັບປຸງ​ຄຳ​ຮຽກຮ້ອງ​ກ່ຽວ​ກັບ​ຂໍ້​ກຳນົດ​ຕົ້ນກຳ​ເນີ​ດຂອງ​ສິນຄ້າ; ສ້າງ​ຄວາມ​ສະດວກ​ດ້ານ​ການຄ້າ​, ຫັນ​ລະບຽບ​ພາສີ​ເປັນ​ທັນ​ສະ​ໄຫມ ​ແລະ ງ່າຍດາຍ.

        ທ່ານ​ນາງ ຟ້າ​ມທິຮົ່ງ​ແທງ, ຮອງ​ຫົວຫນ້າ​ກົມ​ອາຊີ - ປາຊີ​ຟີ​ກ ສັງກັດ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ຖື​ວ່າ: ບັນດາ​ວິ​ສາ​ຫະກິດ ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ສົ່ງ​ອອກບັນດາ​ປະ​ເພດ​ສິນຄ້າ​ມີ​ອັດຕາ​ສ່ວນ​ໃຫຍ່​ໃນ​ວົງ​ເງິ​ນສົ່ງ​ອອກ​ໄປ​ຍັງ ອາ​ຊຽນຄື: ​ເຄື່ອງ​ອາ​ໄລ່, ຄອມ​ພິວ​ເຕີ, ຜະລິດ​ຕະພັນ​ເອ​ເລັກ​ໂຕ​ນິກ ​ແລະ ​ເຄື່ອງ​ອາ​ໄລ່, ພາຫະນະ​ຂົນ​ສົ່ງ, ກົນ​ຈັກ, ​ເຫລັກ​ກ້າ, ​ເຂົ້າສານ ​ແລະ ອື່ນໆ. ຄຽງ​ຄູ່​ກັນ​ນັ້ນ, ຄວນ​ຍາດ​ແຍ່ງ​ບັນດາ​ທ່າ​ໄດ້​ປຽບ​ຂອງ​ສິນຄ້າ​ຫວຽດນາມ ຢູ່​ໝວດ​ຕະຫລາດ​ຄື: ລາວ, ກຳປູ​ເຈຍ, ມຽນມາ.

        ຮັບ​ເອົາ​ກາລະ​ໂອກາດ​ເພື່ອ​ໝູນ​ໃຊ້​ບັນດາ​ທ່າ​ໄດ້​ປຽບ​ຢ່າງ​ສຸດ​ຂີດ​ເມື່ອ AEC ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ

        ຕາມ​ທ່ານ ​ໂດ໋ທັງ​ຫາຍ, ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ​ແລ້ວ, ​ເມື່ອ​ AEC ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2015, ອາ​ຊຽນ ຈະ​ກາຍ​ເປັນ​ເຂດ​ເສດຖະກິດ​ມີ​ກຳລັງ​ແກ້ງ​ແຍ້​ງສູງ. ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຖ້າ​​ເຫັນ​ໄດ້​ຜົນ​ປະ​ໂຫຍດຄວາມ​ສາມາດ​ບົ່ມ​ຊ້ອນ​ຈາກ AEC, ຂອບ​ຂະຫນາດ​ດ້ານ​ເສດຖະກິດ​ບໍ່​ພຽງ​ແຕ່​ເພີ່ມ​ຂຶ້ນ​ສຳລັບ​ກຸ່ມ​ຕະຫລາດ​ອາ​ຊຽນ​ເທົ່າ​ນັ້ນ ຫາກ​ນັບ​ທັງບັນດາຕະຫລາດ​ຊື່​ງ ອາ​ຊຽນ ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ຄື: ຈີນ, ສ​ເກົາ​ຫລີ,​ຍີ່​ປຸ່ນ, ອິນ​ເດຍ, ອົດ​ສະ​ຕາ​ລີ ​ແລະ ນິວ​ເຊີ​ແລນ. ຫວຽດນາມ ຈະ​ມີ​ກາລະ​ໂອກາດ​​ໃຫຍ່ເພື່ອ​ສົ່ງ​ອອກ​ບັນດາ​ປະ​ເພດ​ສິນຄ້າ​ຕົ້ນຕໍ​ຄື: ຕຳ່​ແຜ່ນ​ຕັດຫຍິບ, ​ເຂົ້າສານ, ສິນ​ໃນ​ນຳ້, ​ເຄື່ອງ​ອາ​ໄລ່​ເອ​ເລັກ​ໂຕ​ນິກ.

        ​ເຫັນ​ດີ​ກັບ​ທັດສະນະນີ້​, ທ່ານ ​ເຈີ​ນ​ແທງ​ຫາຍ, ຮອງ​ຫົວຫນ້າ​ກົມ​ສົ່ງ​ອອກ ສັງກັດ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ຖື​ວ່າ:​ ​ເມື່ອ AEC ​ໄດ້​ຮັບ​ກາ​ນສ້າງ​ຕັ້ງຂຶ້ນ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ສາມາດ​ສົ່ງ​ສິນຄ້າ​ໄປ​ຂາຍ​ຢູ່​ບັນດາ​ປະ​ເທດ ອາ​ຊຽນ ​ຄື​ດັ່ງ​ຂາຍ​ສິນຄ້າຢູ່ພາຍ​ໃນ​ປະ​ເທດ. ວິ​ສາ​ຫະກິດ​ຫວຽດນາມ ຢາກ​ຍາດ​ແຍ່ງ​ບັນດາ​ກາລະ​ໂອກາດ​ດີ ຊື່​ງປະຊາ​ຄົມ​ເສດຖະກິດ ອາ​ຊຽນ ນຳ​ມາ​ໃຫ້ ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ກຳ​ລັງ​ແກ້ງ​ແຍ້​ງຂອງ​ສິນຄ້າ​ສົ່ງ​ອອກ​ເປັນ​ປະຈຳ.

        “ພາສີ​ຖືກ​ຫລຸດຜ່ອນ ​ແຕ່​ຍັງ​ຄົງ​ມີ​ຮົ້ວ​ກີດຂວາງ​ອື່ນ​ຄື: ຂໍ້​ກຳນົດ​ກ່ຽວ​ກັບ​ຕົ້ນກຳ​ເນີ​ດຂອງ​ສິນຄ້າ. ໝາຍ​ຄວາມ​ວ່າ ປະລິມານ​ສິນຄ້າ​ຫນ້ອຍສຸດ 40% ຜະລິດ​ພາຍ​ໃນ​ກຸ່ມ ອາ​ຊຽນ ຈື່ງ​ໄດ້​ຮັບ​ບຸລິມະສິດ. ຖ້າ​ຫາກ​ນຳ​ເຂົ້າ​ອຸປະກອນ​ຫລາຍ​​ເກີນຈາກ​ບັນດາ​ປະ​ເທດ​ນອກ​ກຸ່ມ ອາ​ຊຽນ ຈະບໍ່​ໄດ້​ຊົມ​ໃຊ້​ພາສີ​ບຸລິມະສິດ. ​ເມື່ອ​ບໍ່​ຕອບ​ສະຫນອງ​ໄດ້​ຂໍ້​ກຳນົດ​ຕົ້ນ​ກຳ​ເນີ​ດສິນຄ້າ​, ​ພາສີ​ຂາ​​ເຂົ້າ​ແມ່ນບໍ່​ມີ​ຄວາມ​ໝາຍ. ນອກ​ນັ້ນ ບາງ​ມາດ​ຕະການ​ອື່ນ​ຄື: ຕ້ານ​ການ​ອຸດຫນຸນ, ຕ້ານ​ການ​ຂາຍ​ບຸບລາຄາ ກໍ​ແມ່ນ​ຮົ້ວ​ກີດຂວາງ​ດ້ານ​ການ​ຄ້າ ຊື່​ງວິ​ສາ​ຫະກິດ​ຄວນ​​​ໃສ່​ໃຈ.”

        ດຣ ຫງວຽນ​ດືກ​ແທ່ງ, ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ​ເສດຖະກິດ ​ແລະ ນະ​ໂຍບາຍ, ສັງກັດມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ຖື​ວ່າ:

        “ຫວຽດນາມ ຄວນ​ຮັບ​ເອົາ​ກາລະ​ໂອກາດນັ້ນ ຜ່ານ​ການ​ປະຕິ​ຮູບ ​ແລະ ​ສ້າງເຂດ​ວິ​ສາ​ຫະກິດທີ່ແຂງ​ແຮງຢ່າງ​ພຽງພໍ. ທິດ​ສົ່ງ​ອອກ ຕ້ອງ​ແມ່ນ​ກຳລັງ​ຄວາມ​ສາມາດ​ແທ້​ຈິງ​ຂອງ​ວິ​ສາ​ຫະກິດ, ຕ້ອງ​ຊອກ​ໄດ້​ປະ​ເພດ​ສິນຄ້າ​ສະ​ເພາະຕ່າງຫາກ ​ເພື່ອ​ສົ່ງ​ອອກ​ໃນ​ວິວັດການ​ແກ້​ງ​ແຍ້​ງ.”

        ຄຽງ​ຄູ່​​ບັນດາ​ຫນ້າ​ທີ່ດັ່ງກ່າວ, ການ​ສ້າງ​ຍຸດ​ທະ​ສາດ​ພັດທະນາ​ຮ່ວມ​ສຳພັນ​ພາຍ​ໃນ​ກຸ່ມ ສ້າງ​ລະບົບ​ການ​ຜະລິດ​ໃຫຍ່ ​ເພື່ອ​ມີ​ຄວາມ​ສາມາດ​ຮັບ​ບັນດາ​ໃບ​ສັ່ງ​ຊື້​ສິນຄ້າ​ໃຫຍ່, ສ້າງ​ມູນ​ຄ່າ​ເພີ່ມ​ເຂົ້າ​ຮ່ວມ​ລະບົບ​ການ​ຜະລິດ​ພາກ​ພື້ນ ກໍ​ແມ່ນ​ຄຳ​ຮຽກຮ້ອງ​ທີ່​ວາງ​ອອກ​ສຳລັບ​ວິ​ສາ​ຫະກິດ​ຫວຽດນາມ.

        AEC ​ແມ່ນ​ເຂດ​ເສດຖະກິດ​ທີ່​ກ້ວາງ​ໃຫຍ່. ​ເລື່ອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຍູ້​ແຮງ​ການ​ສົ່ງ​ອອກ​ໄປ​ຍັງ ອາ​ຊຽນ ​ແລະ ໝູນ​ໃຊ້ກາລະ​ໂອກາດທີ່​ດີ ຊື່​ງ AEC ນຳ​ມາ​ໃຫ້ ຈະ​ຊ່ວຍ​ພື້ນຖານ​ເສດຖະກິດ​ຫວຽດນາມ ມີ​ກຳລັງ​ແກ້ງ​ແຍ້​ງສູງ​ກວ່າ, ຍົກ​ສູງ​ທີ່​ຕັ້ງ​ບົດບາດຂອງ​ຫວຽດນາມ ​ໃນ​ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ