ຕັດສິນໃຈປະຕິບັດຄາດໝາຍເຕີບໂຕ GDP 6,7% ໃຫ້ສຳເລັດ

(VOVWORLD) -ໃນທ້າຍອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີ ພ້ອມກັບການນຳບັນດາກະຊວງ, ຂະແໜງການ, ກຸ່ມບໍລິສັດ, ບໍລິສັດໃຫຍ່ຂອງຫວຽດນາມ ໄດ້ຈັດກອງປະຊຸມເພື່ອແນໃສ່ກວດກາຄືນແຜນການປີ 2017, ວາງອອກບັນດາມາດຕະການແກ້ໄຂເພື່ອປະຕິບັດສຳເລັດຄາດໝາຍເສດຖະກິດ, ສັງຄົມ, ໃນນັ້ນສຸມໃສ່ເຂົ້າໃນຄາດໝາຍເຕີບໂຕ GDP 6,7%.

ຕັດສິນໃຈປະຕິບັດຄາດໝາຍເຕີບໂຕ GDP 6,7% ໃຫ້ສຳເລັດ - ảnh 1 ກອງປະຊຸມສະໄໝສາມັນປະຈຳເດືອນ ກໍລະກົດ

(ພາບ: TTXVN)

ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນຕໍ່ໜ້າກໍ່ຕາມ, ແຕ່ດ້ວຍຄວາມຕັດສິນໃຈຂອງທັງລະບົບການເມືອງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດລ້ວນແຕ່ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດສຳເລັດຄາດໝາຍເຕີບໂຕ, ນຳເສດຖະກິດຂອງປະເທດຊາດພັດທະນາແບບຍືນຍົງ. ບົດຂຽນຂອງນັກຂ່າວ ວູຢຸງ ແລະ ທູຮ່າ.

        ເພື່ອປະຕິບັດແຜນການເຕີບໂຕທັງປີແມ່ນ 6,7% ໃຫ້ສຳເລັດ, ໃນ 6 ເດືອນທ້າຍປີ 2017, ເສດຖະກິດຫວຽດນາມ ຕ້ອງບັນລຸລະດັບ 7,42%. ນີ້ໄດ້ຮັບຖືວ່າແມ່ນລະດັບເຕີບໂຕສູງ, ຮຽກຮ້ອງໃຫ້ມີຄວາມຕັດສິນໃຈຢ່າງໃຫຍ່ຫຼວງຂອງລະບົບການເມືອງ, ມານະພະຍາຍາມສູ້ຊົນ, ມີບັນດາມາດຕະການແກ້ໄຂຢ່າງບຸກທະລຸ ແລະ ການເຂົ້າຮ່ວມຢ່າງຂ້ຽວຂາດຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ກຸ່ມບໍລິສັດ, ບໍລິສັດໃຫຍ່ ແລະ ປະຊາຊົນ.

ຊອກຫາມາດຕະການແກ້ໄຂເພື່ອປະຕິບັດຄາດໝາຍເຕີບໂຕ

        ໂດຍຖືກດຳເນີນພາຍຫຼັງກອງປະຊຸມສະໄໝສາມັນປະຈຳເດືອນ ກໍລະກົດ, ກອງປະຊຸມດັ່ງກ່າວຂອງລັດຖະບານໄດ້ຊີ້ໃຫ້ເຫັນວ່າ, ນາຍົກລັດຖະມົນຕີ ແລະ ລັດຖະບານໄດ້ບໍລິຫານ, ຊີ້ນຳບັນດາກະຊວງ ແລະ ທ້ອງຖິ່ນຢ່າງຂ້ຽວຂາດ ເພື່ອປະຕິບັດໃຫ້ໄດ້ຄາດໝາຍເຕີບໂຕ. ທີ່ກອງປະຊຸມ, ການນຳບັນດາກະຊວງ, ຂະແໜງການ, ກຸ່ມບໍລິສັດ ລ້ວນແຕ່ໃຫ້ຮູ້ວ່າ ມີຄວາມສາມາດປະຕິບັດບັນດາຄາດໝາຍ, ໜ້າທີ່ຂອງຂະແໜງ, ວິສາຫະກິດຂອງຕົນໃຫ້ສຳເລັດ. ຕົວຢ່າງຄື: ຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດລ້ວນແຕ່ບັນລຸລະດັບເຕີບໂຕກວ່າ 12%; ຂະແໜງທ່ອງທ່ຽວສາມາດບັນລຸລະດັບເຕີບໂຕກວ່າ 30% ແລະ ຈຳນວນນັກທ່ອງທ່ຽວສາກົນບັນລຸແຕ່ 13 ຫາ 15 ລ້ານເທື່ອຄົນ. ໃນນັ້ນສຳຄັນທີ່ສຸດແມ່ນການສົ່ງອອກ, ໃນໄລຍະ 7 ເດືອນຜ່ານມາ, ວົງເງິນສົ່ງອອກບັນລຸກວ່າ 115 ຕື້ USD, ເພີ່ມຂຶ້ນເກືອບ 19%. ຖ້າຫາກບັນລຸຕົວເລກ 200 ຕື້ USD, ນີ້ຈະແມ່ນປີທຳອິດທີ່ຫວຽດນາມ ບັນລຸລະດັບສະຖິຕິໃນການສົ່ງອອກໃຫຍ່ທີ່ສຸດ ນັບແຕ່ກ່ອນມາຮອດປະຈຸບັນ, ປະກອບສ່ວນສຳຄັນເຂົ້າໃນຄາດໝາຍເຕີບໂຕ GDP ຂອງລັດຖະບານ. ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ເຈີ່ນຕວນແອງ ຖືວ່າ,ໄລຍະຈະມາເຖິງ, ບັນດາສັນຍາການຄ້າເສລີ ໄດ້ຮັບການປະຕິບັດ, ຂະແໜງອຸດສາຫະກຳການຄ້າຈະສ້າງບັນດານະໂຍບາຍ ແລະ ຍຸດໂທບາຍເພື່ອຮັບມືໃຫ້ເໝາະສົມກັບບັນດາຕະຫຼາດເພື່ອໃຫ້ວິສາຫະກິດຍູ້ແຮງການສົ່ງອອກ.

        “ໃນການເຊື່ອມໂຍງເຂົ້າກັບສາກົນ, ຕ້ອງຂຸດຄົ້ນສະພາບການໃໝ່, ຮັບມື ແລະ ຂຸດຄົ້ນບັນດາສັນຍາການຄ້າເສລີໃຫ້ເປັນຢ່າງດີ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ປ່ຽນໃໝ່ວຽກງານການບໍລິຫານຕະຫຼາດ ຕາມທິດຕິດແທດກັບພຶດຕິກຳຕົວຈິງ, ມີການກຳນົດທິດຖືລັກສະນະຍຸດທະສາດຍາວນານ ແລະ ພັດທະນາແບບຍືນຍົງລະຫວ່າງບັນດາຂະແໜງສິນຄ້າ. ຕ້ອງປ່ຽນໃໝ່ດ້ວຍວິທີກຳແໜ້ນບັນດາຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ບົນພື້ນຖານຕີລາຄາກຳລັງຄວາມສາມາດ, ຄວາມຕ້ອງການຂອງຕະຫຼາດ, ບັນດາກາລະໂອກາດຈາກບັນດາສັນຍາການຄ້າຢ່າງລະອຽດ ເພື່ອນຳໃຊ້ທ່າແຮງຍູ້ແຮງການສົ່ງອອກ”.

        ດ້ວຍຄາດໝາຍສົ່ງອອກບັນລຸ ແລະ ລື່ນກາຍລະດັບ 205 ຕື້ USD ໃຫ້ທັງປີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ແຕ່ນີ້ຮອດທ້າຍປີ ຕ້ອງບັນລຸວົງເງິນສົ່ງອອກໃຫ້ໄດ້ 90 ຕື້ USD.

        “ນີ້ແມ່ນຕົວເລກໃຫຍ່ຫຼວງ, ຕ້ອງບັນລຸໃຫ້ໄດ້ ເພື່ອໃຫ້ການນຳເຂົ້າເກີນດູນປີ 2017 ຫຼຸດລົງໃຫ້ຢູ່ໃນລະດັບຕ່ຳກວ່າອີກ. ຄຽງຂ້າງນັ້ນ, ການແກ້ໄຂບັນຫາລະບອບລະບຽບການບໍລິຫານປະຕູດຽວແຫ່ງຊາດ, ບັນຫາຕະຫຼາດ, ເພີ່ມກຳລັງຄວາມສາມາດຜະລິດ, ຍົກສູງຄຸນນະພາບສິນຄ້າ, ຊຸກຍູ້ການຜະລິດສິນຄ້າ, ເພີ່ມທະວີການສົ່ງອອກ, ການບໍລິການຢູ່ກັບທີ່, ພິເສດແມ່ນທ່ອງທ່ຽວ. ມີຜູ້ເຂົ້າ APEC ໃນຄັ້ງນີ້ນັບເປັນ 2 – 3 ໝື່ນຄົນ, ຜະລິດຕະພັນໃດ, ວຽກງານໃດຕ້ອງເຮັດເພື່ອຊຸກຍູ້ການຊົມໃຊ້ຢູ່ກັບທີແມ່ນມີຄວາມສຳຄັນຍິ່ງ. ແລະໃນນັ້ນຂ້າພະເຈົ້າສະເໜີໃຫ້ບັນດາສະຫາຍຊຸມໃສ່ຊີ້ນຳບັນດາສິນຄ້າຈຸດສຸມ, ບັນດາຕະຫຼາດຈຸດສຸມ, ການປະຕິຮູບລະບອບລະບຽບການບໍລິຫານກວ່າອີກ ເພື່ອຫຼຸດຜ່ອນການກວດກາລົງເລິກຂະແໜງສຳລັບສິນຄ້າສົ່ງອອກ”.

ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິຍັງແມ່ນບຸລິມະສິດແຖວໜ້າ

        ນອກຈາກເລື່ອງໃຫ້ຄຳໝັ້ນສັນຍາປະຕິບັດຄາດໝາຍເຕີບໂຕໃຫ້ສຳເລັດແລ້ວ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາກຸ່ມບໍລິສັດຢືນຢັນວ່າ ຈະປະຕິບັດທັງ 13 ຕົວເລກຄາດໝາຍ ເຊິ່ງສະພາແຫ່ງຊາດມອບໝາຍໃຫ້ເປັນຢ່າງດີ. ພ້ອມກັບເລື່ອງສຸມໃສ່ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງສະດວກ, ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈະຜັນຂະຫຍາຍບັນດາລາຍການ, ໂຄງການຈຸດສຸມ, ໃນນັ້ນມີບັນດາໂຄງການຈຸດໝາຍແຫ່ງຊາດ; ບັນດາມາດຕະການໜູນຊ່ວຍສົ້ນອອກໃຫ້ແກ່ການຜະລິດ, ຈຳໜ່າຍຜະລິດຕະພັນ, ຊອກຫາຕະຫຼາດ, ສົ່ງເສີມດ້ານການຄ້າ ແລະ ການທ່ອງທ່ຽວ… ພິເສດ, ບັນດາກະຊວງ, ຂະແໜງການຈະສົມທົບກັນຢ່າງແໜ້ນແຟ້ນໃນການບໍລິຫານນະໂຍບາຍປີງົບປະມານ, ເງິນຕາ, ການຄ້າ, ການລົງທຶນ, ຮັບປະກັນການຄວບຄຸມໄພເງິນເຟີ້ ແລະ ຊຸກຍູ້ການເຕີບໂຕ, ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ. ໃນນັ້ນຕ້ອງເອົາໃຈໃສ່ເຖິງບັນຫາດອກເບ້ຍ, ອັດຕາແລກປ່ຽນເງິນຕາ ແລະ ໄພເງິນເຟີ້. ທ່ານປະລິຍາເອກ ຫງວຽນດຶກແທ່ງ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ, ຖືວ່າ.

        “ກຳລັງໜູນໃຫຍ່ຫຼວງນັ້ນແມ່ນຕ້ອງຮັກສາການປະຕິຮູບເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ພາຍໃນປະເທດ, ຫຼຸດຜ່ອນລາຍຈ່າຍໃຫ້ວິສາຫະກິດພາຍໃນປະເທດ. ຖ້າຫາກພວກເຮົາປະຕິບັດເປັນຢ່າງດີ ຈະສ້າງສະພາບແວດລ້ອມແຫ່ງດຳເນີນທຸລະກິດທີ່ດີກວ່າ ແລະ ບັນດາວິສາຫະກິດຫວຽດນາມ ຈະເຫັນໄດ້ວ່າ ການດຳເນີນທຸລະກິດມີຄວາມສະດວກຫຼາຍກວ່າ ແລະ ຫຼຸດຜ່ອນລາຍຈ່າຍລົງ, ຈາກນັ້ນມີກາລະໂອກາດສະດວກກວ່າ ນັ້ນແມ່ນກຳລັງໜູນ. ແລະ ກຳລັງໜູນນັ້ນບໍ່ພຽງແຕ່ໃຫ້ປີ 2017 ເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນອັນຍາວນານຂອງຫວຽດນາມ ໃນອະນາຄົດ ກໍຄືໃນວິວັດການເຊື່ອມໂຍງອີກດ້ວຍ”.

        ດ້ວຍຄວາມຕັດສິນໃຈ ແລະ ການເຂົ້າຮ່ວມຂອງລັດຖະບານ, ຄາດໝາຍເຕີບໂຕ 6,7% ຂອງຫວຽດນາມ ແມ່ນສາມາດບັນລຸໄດ້. ບຸລິມະສິດແຖວໜ້າຂອງຫວຽດນາມ ຍັງແມ່ນການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຍົກສູງຄຸນນະພາບການເຕີບໂຕ ກໍຄືກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ