ຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແມ່ນຄວາມຕັດສິນໃຈຂອງທົ່ວພັກ, ທົ່ວປວງຊົນ

(VOVWORLD) - ຢູ່ ຫວຽດນາມ ພວມຜັນຂະຫຍາຍການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ແລະ ມະຕິສູນກາງຄັ້ງທີ 4 ຊຸດທີ 11 ກ່ຽວກັບການເພີ່ມທະວີການກໍ່ສ້າງ, ປັບປຸງພັກ. 

ສ່ວນຫາງສຽງໄດ້ຖືວ່າ, ວຽກງານກໍ່ສ້າງພັກ, ຍູ້ໄພສໍ້ລາດບັງຫຼວງ, ການເຊື່ອມທາດຂາດຄຸນຂອງພັກໃຫ້ຖອຍໄປນັ້ນຍັງມີຂໍ້ຈຳກັດ ແລະ ພັກກອມມູນິດ ຫວຽດນາມ ບໍ່ອາດສາມາດຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຊຸດໂຊມຢ່າງສຳເລັດຜົນໄດ້. ຄຳຄິດນີ້ສ່ອງແສງບໍ່ຖືກຕ້ອງພຶດຕິກຳຕົວຈິງຂອງ ຫວຽດນາມ ກ່ຽວກັບບັນຫານີ້ໄດ້. ບົດຂຽນຂອງບັນນາທິການ ທູຮວາ ດ້ວຍຫົວຂໍ້ວ່າ “ການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແມ່ນຄວາມຕັດສິນໃຈຂອງທົ່ວພັກ, ທົ່ວປວງຊົນ.”

ຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແມ່ນຄວາມຕັດສິນໃຈຂອງທົ່ວພັກ, ທົ່ວປວງຊົນ - ảnh 1 ກອງປະຊຸມຄັ້ງທີ 12 ຂອງຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

        ການສໍ້ລາດບັງຫຼວງ ແມ່ນປະກົດການຫຍໍ້ທໍ້ທາງສັງຄົມທີ່ໄດ້ຄົງຕົວຢູ່ທຸກໆປະເທດໃນໂລກ. ຄືທຸກປະເທດພວມພັດທະນາອື່ນໆ, ຫວຽດນາມ ກຳນົດວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແມ່ນໜ້າທີ່ສຳຄັນ, ເປັນປະຈຳຂອງອຳນາດການປົກຄອງ ແລະ ທົ່ວສັງຄົມ.

ການສໍ້ລາດບັງຫຼວງໄດ້ຮັບການຄວບຄຸມໃນເບື້ອງຕົ້ນ

       ການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ພວມໄດ້ຮັບການດຳເນີນໄປຢູ່ ຫວຽດນາມ ນັບແຕ່ເມື່ອພັກກອມມູນິດ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ນຳພາການປະຕິວັດ ຫວຽດນາມ ແຕ່ປີ  1930 ມາຮອດປະຈຸບັນ. ໃນການຕໍ່ສູ້ນີ້, ພັກ ແລະ ລັດ ໄດ້ປະກາດໃຊ້ຫຼາຍກົນໄກ, ນະໂຍບາຍ, ພິເສດແມ່ນສ້າງເງື່ອນໄຂໃຫ້ປະຊາຊົນທຸກຊັ້ນວັນນະຕັ້ງໜ້າເຂົ້າຮ່ວມຮັບຮອງເອົາຜ່ານກົນໄກຕິດຕາມກວດກາຂອງບັນດາອົງການເປັນຕົວແທນຂອງປະຊາຊົນ, ຂອງແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມທຸກຊັ້ນ ແລະ ບັນດາອົງການຂ່າວສານມະຫາຊົນ. ຄວາມຕັດສິນໃຈດ້ານການເມືອງຂອງພັກ ແລະ ລັດໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ; ເປັນຕົ້ນແມ່ນຄວາມມານະພະຍາຍາມຂອງບັນດາອົງການ, ຫົວໜ່ວຍທີ່ມີໜ້າທີ່ຮັບຜິດຊອບໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ບັນດາອົງການເຂົ້າຮ່ວມດຳເນີນຄະດີຂັ້ນສູນກາງ ແລະ ທ້ອງຖິ່ນ; ການເຂົ້າຮ່ວມຢ່າງຕັ້ງໜ້າຂອງແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ປະຊາຊົນ ແລະ ສື່ມວນຊົນໄດ້ປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນເຂົ້າໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ຍ້ອນເຫດນັ້ນ, ໄພສໍ້ລາດບັງຫຼວງຢູ່ ຫວຽດນາມ ໄດ້ຮັບການຄວບຄຸມໃນເບື້ອງຕົ້ນ. ມີຫຼາຍຄະດີສໍ້ລາດບັງຫຼວງທີ່ໜັກໜ່ວງ, ສັບສົນເປັນພິເສດໄດ້ຄົ້ນພົບ ແລະ ດຳເນີນຄະດີຢ່າງເຄັ່ງຄັດ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ການພັດທະນາເສດຖະກິດ - ສັງຄົມ, ການປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ.

ຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງແມ່ນໜ້າທີ່ສຳຄັນໃນຕໍ່ໜ້າ ແລະ ຍາວນານ

       ໂດຍຜັນຂະຫຍາຍບັນດາໝາກຜົນເບື້ອງຕົ້ນຂອງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງນັ້ນ, ຫວຽດນາມ ສືບຕໍ່ກໍ່ສ້າງ, ເພີ່ມເຕີມ, ປັບປຸງ, ສ້າງບັນດາຂໍ້ກຳນົດຂອງພັກ, ນະໂຍບາຍກົດໝາຍຂອງລັດ ໃຫ້ສົມບູນແບບເພື່ອຮັບປະກັນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້ມີຜົນສັກສິດ ແລະ ມີປະສິດທິຜົນ. ໃນຈຳນວນບັນດາມາດຕະການນັ້ນ, ຫວຽດນາມ ໄດ້ເອົາໃຈໃສ່ສ້າງບັນດາກົດລະບຽບພາຍໃນຂອງພັກ, ບັນດາຫຼັກການ ແລະ ມາດຖານດ້ານຄຸນສົມບັດທີ່ນຳໃຊ້ສຳລັບພະນັກງານ, ສະມາຊິກພັກ, ຜູ້ເປັນຫົວໜ້າ; ສ້າງ ແລະ ປັບປຸງລະບອບລະບຽບການຄຸ້ມຄອງເສດຖະກິດ - ສັງຄົມ ແລະ ລະບອບລະບຽບການກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຕາມໂຄງການສ້າງສາປະເທດຊາດ, ລັດຖະທຳມະນູນປີ 2013 ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ. ຍິ່ງກ່ວານັ້ນ, ແມ່ນຍົກສູງບົດບາດ, ຄວາມຮັບຜິດຊອບ ແລະ ລັກສະນະປະຈັນບານ, ເປັນແບບຢ່າງຂອງຄະນະພັກ, ອົງການຈັດຕັ້ງພັກ ແລະ ພະນັກງານ, ສະມາຊິກພັກ, ຜູ້ເປັນຫົວໜ້າຄະນະພັກ, ອົງການຈັດຕັ້ງພັກ, ອຳນາດການປົກຄອງ, ອົງການ, ສຳນັກງານ, ຫົວໜ່ວຍ, ໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ພ້ອມກັນນັ້ນ, ຫວຽດນາມ ເຄີຍເປີດກ້ວາງການເຄື່ອນໄຫວປ້ອງກັນ, ຕ້ານການສໍ້ລາດບັງຫຼວງອອກສູ່ຂົງເຂດນອກລັດ; ເປີດກ້ວາງ ແລະ ຍົກສູງປະສິດທິຜົນການຮ່ວມມືສາກົນກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ຕາມແຜນການແລ້ວ, ຫວຽດນາມ ຈະຫັນເປັນກົດໝາຍພາຍໃນ ແລະ ປະຕິບັດສົນທິສັນຍາຂອງ ສປຊ ກ່ຽວກັບການຕ້ານການສໍ້ລາດບັງຫຼວງຖືກຕາມຂັ້ນຕອນ, ເໝາະສົມກັບເງື່ອນໄຂ ແລະ ກົດໝາຍຂອງ ຫວຽດນາມ.

        ໃນສະພາບການຕົວຈິງນັ້ນ, ການຜັນຂະຫຍາຍການປະຕິບັດບັນດາມະຕິສູນກາງພັກກອມມູນິດ ຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຈຳນວນພະນັກງານ, ສະມາຊິກພັກໄດ້ສໍ້ລາດບັງຫຼວງ, ເຊື່ອມທາດ ກ່ຽວກັບແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດພວມຖືກຫລຸດລົງ. ບັນດາອົງການສຳນັກງານບໍລິຫານ, ພາລະກິດການປະຕິຮູບດ້ານບໍລິຫານຫຼາຍຄັ້ງ, ຍົກສູງຈິດໃຈ, ທ່າທີຮັບໃຊ້ປະຊາຊົນ; ບັນດາໂຮງໝໍເພີ່ມທະວີອຸພາຫະນະປະກອນການແພດ, ຍົກສູງຈັນຍາບັນໃນການຮັບໃຊ້ຄົນເຈັບໃຫ້ນັບມື້ນັບດີກ່ວາ; ບັນດາໂຮງຮຽນກໍ່ໄດ້ຮັບການປັບປຸງການສອນເພີ່ມຮຽນເພີ່ມ, ການເສັງທີ່ຊ່ວງເສັງຕາມຜົນງານ… ເປັນທີ່ຈະແຈ້ງແລ້ວວ່າ, ປະຊາຊົນມີຄວາມເພິ່ງພໍໃຈກ່ວາກ່ອນນີ້ ກ່ຽວກັບຄຸນນະພາບການຮັບໃຊ້ຂອງອົງການ, ພະນັກງານ, ລັດຖະກອນ, ພາລະກອນ. ບັນດາປະກົດການສໍ້ລາດບັງຫຼວງກໍ່ມີທ່າອ່ຽງໄດ້ຮັບການສະກັດກັ້ນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ, ການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການເຊື່ອມທາດຂາດຄຸນຢູ່ ຫວຽດນາມ ມີບັນດາໝາກຜົນໃນເບື້ອງຕົ້ນ ແລະ ນັ້ນແມ່ນຄວາມຈິງທີ່ບໍ່ອາດປະຕິເສດໄດ້.

        ມະຕິສູນກາງຄັ້ງທີ 4 ຊຸດທີ 12 ໄດ້ຮັບຮູ້ລະອຽດບັນດາການສະແດງອອກຂອງການເຊື່ອມທາດຂາດຄຸນ, ການກຳນົດຈຸດໝາຍ, ທັດສະນະ, ບັນດາໝວດມາດຕະການ ແລະ ການຈັດຕັ້ງປະຕິບັດກິດຈະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ ຫວຽດນາມ ຢ່າງມີປະສິດທິຜົນກ່ວາອີກ. ສິ່ງດັ່ງກ່່າວໄດ້ສະແດງໃຫ້ເຫັນວ່າ, ພັກກອມມູນິດ ຫວຽດນາມ ໄດ້ກຳນົດຄວາມຕັດສິນໃຈທາງດ້ານການເມືອງໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ຍິ່ງກ່ວານັ້ນ, ທົ່ວທັງສັງຄົມ ຫວຽດນາມ ກໍ່ໄດ້ມີການຫັນປ່ຽນ ແລະ ລະບົບການເມືອງພວມພ້ອມກັບທົ່ວປວງຊົນຕັດສິນໃຈຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການເຊື່ອມທາດຂາດຄຸນຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ