ຕ້ານການປ່ຽນແປງຂອງດິນຟ້າອາກາດ-ໜ້າທີບໍ່ງ່າຍດາຍ

ກອງ​ປະ​ຊຸມ​ຄັ້ງ​ທີ 20 ຂອງ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ COP- 20 ພວມ​ຖືກ​ດຳ​ເນີນ​ຢູ່​ລີ​ມາ​ປະ​ເທດ​ເປ​ຣູ. ຜູ້​ຕາງ​ໜ້າ​ຂອງ​ເກືອບ 200 ປະ​ເທດ​​ໄດ້ເຂົ້າ​ຮ່ວມກອງ​ປະ​ຊຸມເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ທີ​ການຫຼຸດ​ຜ່ອນ​ອາຍ​ພິດ, ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດດ້ວຍ​ຈຸດ​ໝາຍ​ໃຫ້​ບັນ​ລຸ​ສັນ​ຍາ​ສາ​ກົນໃນ​ຮອບ 1 ປີ​ຂ້າງ​ໜ້າ​ກໍ​ຄື​ວິ​ທີ​ຊຸກ​ຍູ້​ແຜນ​ການ​ດຳ​ເນີນ​ງານ​ຂອງ​ຢູ່​ແຕ່​ລະ​ປະ​ເທດ. ແຕ່ນີ້​ແມ່ນ​ຈຸດ​ໝາຍ​ທີ່ບໍ່​ງ່າຍ​ດາຍ​ໃນ​ສະ​ພາ​ວະ​ທີ່​ບັນ​ດາ​ປະ​ເທດ​ຍັງ​ມີ​ຄວາມບໍ່​ລົງ​ລອຍ​ກັນ​. 

ຕ້ານການປ່ຽນແປງຂອງດິນຟ້າອາກາດ-ໜ້າທີບໍ່ງ່າຍດາຍ - ảnh 1
ກອງ​ປະ​ຊຸມ​ຄັ້ງ​ທີ 20 ຂອງ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ COP- 20 ຖືກ​ດຳ​ເນີນ​ຢູ່​ລີ​ມາ​ປະ​ເທດ​ເປ​ຣູ

   ໂດຍ​ຖືກ​ແກ່​ຍາວ​ເກືອບ 2 ອາ​ທິດ(1-12/12), ກອງ​ປະ​ຊຸມ​ຄັ້ງ​ທີ 20 ຂອງ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ COP- 20 ແມ່ນກອງ​ປະ​ຊຸມ​ຄັ້ງ​ສຸດ​ທ້າຍ​ກ່ອນ​ຈຸດ​ເວ​ລາ​ບັນ​ດາປະ​ເທດ​ຕ້ອງ​ເຊັນ​ສັນ​ຍາ​ໃໝ່​ເພື່ອ​ທົດ​ແທນ​ອະ​ນຸ​ສັນ​ຍາ Kyoto .

   ໃນ​ການ​ເຮັດ​ວຽກ​ເປັນ​ເວລາ 12 ວັນ, ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ ແລະ ເຂດ​ແຄ້ວນ​ທີ່​ເຂົ້າ​ຮ່ວມ​ສັນ​ທິ​ສັ​ນ​ຍາ​ແມ່​ຂອງ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ (UNFCC) ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສົນ​ທິ​ສັນ​ຍາ​ທົ່ວ​ໂລກ​ສະ​ບັບ​ໃໝ່​ໂດຍ​ສະ​ຫະ​ປະ​ຊາ​ຊາດປົກ​ປ້ອງ, ກຳ​ນົດ​ຈຸດ​ໝາຍ​ຈຳ​ກັດ​ລະ​ດັບ​ເພີ່​ມ​ອຸນ​ຫະ​ພູມ​ຂອງ​​ໜ່ວຍໂລກ ບໍ່​ເກີນ 2 ອົງ​ສາ C ເມື່ອ​ທຽບ​ໃສ່​ໄລ​ຍະ​ເບື້ອງ​ຕົ້ນ​ຂອງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ. ບັນ​ດາ​ຜູ້​ແທນ​ຈະ​ຍົກ​ອອກ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ເພື່ອ​ປົກ​ປັກ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ຕໍ່​ໜ້າ​ການ​ທຳ​ລາຍ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ການ​ກະ​ທົບ​ຂອງ​ມະ​ນຸດ.

   ສິ່ງ​ກີດ​ຂວາງຫຼາຍ​ຢ່າງ.

 ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວ​ດ​ລ້ອມ​ເປ​ຣູ Manuel Pulgar – Vida ຖື​ວ່າ ຍາກ​ທີ່​ຈຸ​ບັນ​ລຸ​ບາດ​ກ້າວ​ບຸກ​ທະ​ລຸ​ໃນກອງ​ປະ​ຊຸມ COP- 20, ແຕ່​ບັນ​ດາ​ປະ​ເທດ​ຍັງ​ຄົງ​ສາ​ມາດ​ກ້າວ​ເດີນ​ເທື່ອ​ລະ​ກ້າວ​ເພື່ອ​ໄປ​ສູ່​ສັນ​ຍາ​ສະ​ບັບ​ໜຶ່ງ​ໃນ​ປິ​ໜ້າ.

   ຄຳ​ກ່າວ​ເຕ​ືອນນີ້​ຖືກ​ຍົກ​ອອກ​ມາ​ໂດຍ​ອີງ​ບົນ​ຄວາມ​ຈິງ​ວ່າ ບັນ​ດາ​ປະ​ເທດ​ອຸດ​ສາ​ຫ​ະ​ກຳ ແມ່ນບໍ່​ປະ​ຕິ​ບັດ​ຈຸດ​ໝາຍຫຼຸດ​ຜ່ອນ​ແຕ່ 7-8% ປະ​ລີ​ມານ​ອາຍ​ພິດ​ເຮືອນ​ແກ້ວ​ໃນ​ປີ 2012 ເມື່ອ​ທຽບ​ໃສ່​ປີ 1990 ຄື​ດັ່ງ ອະ​ນຸ​ສັນ​ຍາ Kyoto ໄດ້ວາງ​ອອກ. ສາຍ​ເຫດ​ຕົ້ນ​ຕໍ່​ແມ່ນ​ຍ້ອນ​ບັນ​ດາ​ປະ​ເທດ, ກຸ່ມ​ບັນ​ດາ​ປະ​ເທດ​ມີ​ຄວາມບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ ແລະ ຄວາມ​ຮັບ​ຜິດ​ຊອບ. ໃນ​ຂະ​ນະ​ທີ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ຢາກ​ໃຫ້​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງກວ່າ​ເມື່ອ​ແກ້​ໄຂ​ການຫຼຸດ​ຜ່ອນ​ອາຍ​ພິດນັ້ນ, ຝ່າຍ​ຕາ​ເວັນ​ຕົກ​ຖື​ວ່າ ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຫາ​ກໍ​ພົ້ນ​ເດັ່ນຂຶ້ນ ກໍ​ຕ້ອງ​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຍ້ອນ​ໃນ​ຄວາມ​ຈິງ, ມີ​ບາງ​ປະ​ເທດ, ໃນ​ນັ້ນ​ມີ​ອີດ​ເດຍ ແລະ ຈີນ ໄດ້​ປ່ອຍ​ອາຍພິດ CO2 ຫຼາຍ​ກ່​ວາ​ໝູ່​ໃນ​ໂລກ. ນອກ​ຈາກນັ້ນ, ບັນ​ດາ​ປະ​ເທດ​ກໍ​ພວມບໍ່​ລົງ​ລອຍ​ກັນ​ກ່ຽວ​ກັ​ບ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ບັນ​ດາ​ປະ​ເທດ​ທຸກ​ຍາກ​ຮັບ​ມື​ກັບ​ສະ​ພາບ​ອຸ່ນ​ຂຶ້ນ​ຂອງ​ໜ່ວຍ​ໂລກ. ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ຢາກ​ໃຫ້​ບັນ​ດາ​ປະ​ເທດ​ຮັ່ງ​ມີ​ປະ​ຕິ​ບັດ​ຄ​ຳ​ໝັ້ນ​ສັນ​ຍາ​ເພີ່ມກອງ​ທຶນ​ຮັກ​ສາ​ດິນ​ຟ້າ​ອາ​ກາດ​ຈາກ 10 ຕື້ USD ໃນ​ໄລ​ຍະ 2010 – 2012 ຂຶ້ນ​ເຖິງ 100 ຕື້ USD ໃນ​ປີ 2020. ແຕ່​ຍ້ອນ​ຕ້ອງ​ຮັບ​ມື​ກັບ​ວິ​ກິດ​ການ​ເສດ​ຖະ​ກິດ​ທົ່ວ​ໂລກນັ້ນ, ບັນ​ດາ​ປະ​ເທ​ດ​ພັດ​ທະ​ນາ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ວິ​ຕົກ​ກັ່ງ​ວົນ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ໄລ​ຍະ​ຍາວຫຼື​ໄລ​ຍະ​ສັ້ນ​ໃຫ້​ແກ່ກອງ​ທຶນ​ຮັກ​ສາ​ດິນ​ຟ້າ​ອາ​ກາດ.

    ໃນ​ຂະ​ນະ​ທີ່​ບັນ​ດາ​ປະ​ເທດ​ຍັງ​ບໍ່​ທັນ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ຄົບ​ຖ້ວນນັ້ນ, ວົງ​ການ​ນັກ​ວິ​ທະ​ຍາ​ສາດ​ໄດ້​ກ່າວ​ເຕືອນ​ຢ່າງ​ຕໍ່​ເນື່ອງວ່າ ຖ້າ​ຫາກວິ​ວັດ​ທະ​ນາ​ການຫຼຸດ​ຜ່ອນ​ອາຍ​ພິດ​ຊັກ​ຊ້າ​ລົງ​ນັ້ນ, ໃນ​ຮອບ​ເວ​ລາ 15 ປີ​ຂ້າງ​ໜ້າ, ມວນ​ມະ​ນຸດ​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ໄພ​ພິ​ບັດ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຍ້ອນ​ການ​ປ່ຽນ​ແປງ​ຂອງ​   ດິນ​ຟ​້າ​ອາ​ກາດກໍ່​ຂຶ້ນຄື : ນ້ຳ​ທະ​ເລ​ຂຶ້ນ​ສູງ, ໄພ​ແຫ້ງ​ແລ້ງ, ນ້ຳ​ຖ້ວມ….

    ຄວາມ​ປາ​ຖະ​ໜາໂດຍບໍ່​ແນ່ນອນ

  ໂດຍ​ຄາດ​ວ່າ​ຈະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ບັນ​ລຸ​ຂໍ້​ຕົກ​ລົງ​ກັນ​ນັ້ນ, ແຕ່​ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 20 ຂອງ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ COP- 20, ໄດ້​ມີ​ສັນ​ຍານ​ທີ່​ຕັ້ງ​ໜ້າ​ບາງ​ຢ່າງ​. ທາງ​ດ້ານ​ການ​ເງິນ, ກອງ​ທຶນ​ດິນ​ຟ້າ​ອາ​ກາດ​ຂຽວ​ໃຫ້​ຮູ້​ວ່າ ໄດ້​ຮັບ​ຄຳ​ໝັ້ນ​ໝາຍ​ປະ​ກອບ​ສ່ວນ 9,6 ຕື້ USD ຈາກ​ບັນ​ດາ​ປະ​ເທດ​ເພື່ອ​ແນ​ໃສ່​ຊ່ວຍ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາຫຼຸດ​ຜ່ອນ​ອາຍ​ພິດ ແລະ ດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ. ໃນ​ນັ້ນ, ອາ​ເມ​ລິ​ກາ​ແມ່ນ​ນັກ​ອຸ​ປະ​ຖຳ​ລາຍໃຫຍ​່​ດ້ວຍ​ເງິນ​ກ່​ວາ 3 ຕື້ USD, ຢືນ​ອັນ​ດັບ​ທີ່ 2 ແມ່ນ​ຍີ​ປຸ່ນ​ດ້ວຍ​ຈຳ​ນວນ​ເງິນ 1,5 ຕື້ USD .

   ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ສະ​ຫະ​ປະ​ຊາ​ຊາດ Ban Ki Moon ຢືນ​ຢັນ​ວ່າ ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດພວມ​ແມ່​ນ​ບັນ​ຫາ​ຂອງ​ຍຸກ​ສະ​ໄໝ ແລະ ຕ້ອງ​ແກ້​ໄຂ​ໃນ​ທັນ​ທີ່. ສ່ວນ​ທ່ານ​ນາງ Christiana Figueres ເລ​ຂາ​ທິ​ການ​ບໍ​ລິ​ຫານ​ຄະ​ນະ​ກຳ​ມະ​ການສະ​ຫະ​ປະ​ຊາ​ຊາດ​​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດຊີ້​ແຈ້ງວ່າ ໝາກ​ຜົນ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 20 ກ່ຽວ​ກັບ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ COP- 20 ຈະ​ແມ່ນ​ພື້ນ​ຖານ​ສຳ​ຄັນ​ໃຫ້​ແກ່​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທົ່ວ​ໂລກ​ເພື່ອ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ຫັນ​ບັນ​ດາ​ກາ​ລະ​ໂອ​ກາດ​ທີ່​ດີ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ໃນ​ຂະ​ນະ​ນັ້ນ, ທ່ານ​ Manuel Pulgar – Vida ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວ​ດ​ລ້ອມ​ປະ​ເທດ​ເຈົ້າ​ພາບເປ​ຣູ ຢືນ​ຢັນ​ວ່າ ກອງ​ປະ​ຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ລີ​ມາ ແມ່ນ​ຮ​ຈຸດ​ເວ​ລາ​ທີ່​ສຳ​ຄັນ​ເພື່ອ​ບັນ​ລຸ​ບັນ​ດາ​ສັນ​ຍາ​ກ່ຽວ​ກັບດິນ​ຟ​້າ​ອາ​ກາດໃນ​ປີ 2015. ເປັນ​ອັນ​ວ່າ : ບັນ​ດາ​ປະ​ເທດ​ສາ​ມາດ​ກຳ​ໄດ້​ກາ​ລະ​ໂອ​ກາດນີ້​ເພື່ອ​ເປີດ​ຊ່ອງທາງ​ໃຫ້​ແກ່​ບັນ​ຍາ​ໃໝ່​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດໃນ​ທົ່ວ​ໂລກຫຼືບໍ່? ຫາງ​ສຽງ​ພວມ​ລໍ​ຄ່ອຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ສະ​ມາ​ຊິກ​ແຕ່​ລະ​ຄົນ​ທີ່​ມີ​ຕໍ່​ອະ​ນາ​ຄົດ​ຂອງ​ໜ່ວຍ​ໂລກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ