ທ່ອງທ່ຽວຫວຽດນາມບືນຕົວຂຶ້ນ,ກາຍເປັນຂະແໜງເສດຖະກິດປາຍແຫຼມ

(vovworld) - ຮ່າ​ໂນ້ຍ, ນະ​ຄອນ​ໂຮ່​ຈິ​ມິນ ພ້ອມ​ກັບ​ບັນ​ດາ​ແຂວງ, ນະ​ຄອນ​ອື່​ນໆ​ຂອງ​ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​​ຢ່າງ​ແຮງມະ​ຕິ​ເລກ​ທີ 08 ຂອງ​ກົມ​ການ​ເມືອງກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດປາຍ​ແຫຼມ. ໃນ​ສະ​ພາບ​ພື້ນ​ຖານ​ເສດ​ຖະ​ກິດ​ລວມ​ຂອງ​ທົ່ວ​ປະ​ເທດ​ພວມ​ມີ​ບັນ​ດາ​ບາດ​ກ້າ​ວ​ຫັນ​ປ່ຽນ​ຢ່າງ​ແຮງ, ຂະ​ແໜງ​ເສດ​ຖະ​ກິດ​ຂຽວ​ຂອງ​ຫວຽດ​ນາມ ດ້ວຍ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ພວມ​ຢືນ​ຢູ່​ຕໍ່​ໜ້າ​ກາ​ລະ​ໂອ​ກາດ​ສະ​ດວກ​ຫຼາຍ​ຢ່າງ​ເພື່ອ​ບືນ​ຕົວ​ຂຶ້ນ, ​ກາຍ​ເປັນ​ຂະ​ແໜງ​​ເສດ​ຖະ​ກິດປາຍ​ແຫຼ​ມ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຫັນ​ປ່ຽນ​ໂຄງ​ປະ​ກອ​ບເສດ​ຖະ​ກິດ, ຍູ້​ແຮງວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ໂຄ​ສະ​ນາ​ພາບ​ພົດ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ.

ທ່ອງທ່ຽວຫວຽດນາມບືນຕົວຂຶ້ນ,ກາຍເປັນຂະແໜງເສດຖະກິດປາຍແຫຼມ - ảnh 1
(ຈ່າງ​ອານ - ແຫ່ງ​ຖ່າຍ​ທຳ​ຟິມ​ຮູບ​ເງົາ “Kong: Skull Island”)

ໃນໄລ​ຍະ 15 ປີ​ຜ່ານ​ມາ (2001 - 2016), ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດ​ນາມ ໄດ້​ຮັບ​ການ​ພັດ​ທະ​ນາ ແລະ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນ​ຫຼາ​ຍ​ຢ່າງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ຂົງ​ເຂດນີ້​ຍັງ​ໃຫຍ່​ຫຼວງ​ຢູ່ ແລະ ເພື່ອ​ຂຸດ​ຄົ້ນ​ທ່າ​​ໄດ້​ປຽບ​ຂອງ​ຂະ​ແໜງ​ຢ່າງ​ສຸດ​ຂີດ, ກົມ​ການ​ເມືອງ​ໄດ້​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 08 ນັບ​ແຕ່​ຕົ້ນ​ປີ 2017, ​ໂດຍກຳ​ນົດ​ວ່າ ​ຮອດ​ປີ 2020, ຂະ​ແໜງ​ທ່ອງ​ທ່ຽວ​ຈະ​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ, ສ້າງ​ກຳ​ລັງ​ໜູນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ໃຫ້​ໄດ້​ແຕ່ 17 – 20 ລ້ານ​ເທື່ອ​ຄົນ, ນັກ​ທ່ອ​ງ​ທ່ຽວ​ພາຍ​ໃນ​ປະ​ເທດ 82 ລ້ານ​ເທື່ອ​ຄົນ, ປະ​ກອບ​ເຂົ້າ GDP ກວ່າ 10%.

ບັນ​ດາ​ມາດ​ຕະ​ການ​ແກ​້​ໄຂ​​​​ຫຼັກ​ແຫຼ່ງ

        ເພື່ອ​ບັນ​ລຸ​ໄດ້​ຕົວ​ເລກ​ທີ່​ໜ້າ​ປະ​ທັບ​ໃຈ​ນັ້ນ, ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ວາງ​ອອກ​ບາງ​ໜ້າ​ທີ່ ແລະ ມາດ​ຕະ​ການ​ແກ​້​ໄຂ​​ຫຼັກ​ແຫຼ່ງ, ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ປ່ຽນ​ໃໝ່​ຄວາມ​ຮັບ​ຮູ້, ຈິນ​ຕະ​ນາ​ການກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ທ່ອ​ງ​ທ່ຽວ. ​ການພັ​ດ​ທະ​ນາ​ຂະ​ແໜງ​ທ່ອງ​ທ່ຽວ​​ຄວນ​ມີ​ການ​ປະ​ກອບ​ສ່ວນ​ຂອງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ ແລະ ປະ​ຊາ​ຊົນ​ທຸກ​ຄົນ. ທ່ານ ຫງວຽນ​ວັນ​ຕ໋ວນ​, ຫົວ​ໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ​ ຖື​ວ່າ.

        “ໜຶ່ງ​ໃນ​ບັນ​ດາ​ທັດ​ສະ​ນະ​​ບຸກ​ທະ​ລຸ​ຂອງ​ມະ​ຕິ​ແມ່ນ ທ່ອງ​ທ່ຽວ​ແມ່ນຂະ​ແໜງ​ເສດ​ຖະ​ກິດ​​ສັງ​ລວມ, ລະ​ຫວ່າງ​ຂະ​ແໜງ, ລະ​ຫວ່າງ​ເຂດ ແລະ ຫັນ​ເປັນ​ສັງ​ຄົມ​ສູງ, ມີ​ເນື້ອ​ໃນ​ວັດ​ທະ​ນະ​ທຳ​ຢ່າງ​ເລິກ​ເຊິ່ງ. ສະ​ນັ້ນ, ​ການພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແມ່ນ​ໜ້າ​ທີ່​ຂອງ​ທັງ​ລະ​ບົບ​ການເມືອງ, ຂອງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ, ຂອງ​ທົ່ວ​ສັງ​ຄົມ, ໃນ​ນັ້ນ, ບົດ​ບາດ​ຂອງ​ປະ​ຊາ​ຄົມ​ວ​ິ​ສາ​ຫະ​ກິດ ແລະ ປະ​ຊາ​ຄົມ​ພົນ​ລ​ະ​ເມືອງ​ທ້ອງ​ຖິ່ນ​ແມ່ນສຳ​ຄັນ​ທີ່​ສຸດ”.

        ວົງ​ການ​ນັກ​ວິ​ຊາ​ການ​ຖື​ວ່າ, ມະ​ຕິ​ເລກ​ທີ 08 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ​ໄດ້​ “ຖານ​ຍິງ” ນ​ຳ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ປອດຄວັນ​ບືນ​ຕົວ​ຂຶ້ນ. ຍອນ​ວ່າ, ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ​ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ອຸ​ດົມ​ຮັ່ງ​ມ​ີ ບາງ​ເທື່ອ​ຖືກ​ຈັດ​ອັນ​ດັບ 24/141 ປະ​ເທດ, ແຕ່​ພັດ​ຢ​ືນ​ອັນ​ດ​ັບ​ທີ 75/141 ພື້ນ​ຖານ​ເສດ​ຖະ​ກິດ​ກ່ຽວ​ກັບ​ກຳ​ລັງ​ແກ່ງ​ແຍ້ງ​ດ້ານ​ການ​ທ່ອງ​ທ່ຽວ​ທົ່ວ​ໂລກ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຕາມ​ຄຳ​ເຫັນ​ຂອງ​ບັນ​ດາ​ນັກ​ວິ​ຊາ​ການ​ແລ້ວ, ​ເຖິງ​ວ່າມະ​ຕິ​​ຈະດີ​ຄື​ແນວ​ໃດ ​ແຕ່​ການ​ຈັດ​ຕັ້ງ​ການ​ປະ​ຕິ​ບັດ​​ບໍ່ດີ ກໍ່​ບໍ່​ສາ​ມາດ​ນຳ​ເຂົ້າ​ຊີ​ວິດ​ຕົວ​ຈ​ິງ​ໄດ້. ສະ​ນັ້ນ, ບັນ​ຫາ​ສຳ​ຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ນຳ​ມະ​ຕິ​ເຂົ້າ​​ຊີວິດ​ຕົວ​ຈິງ ແລະ ຢາກ​ນຳ​ເຂົ້າ​ຊີວ​ິດ​ຕົວ​ຈິງ​ໃຫ້​ໄດ້ນັ້ນ ບັນ​ດາ​ອົງ​ການ​ຈ​ັດ​ຕັ້ງ​ຕ​້ອງ​​ມີ​ຄວາມ​ຮັບ​ຜິດ​ຢ່າງ​ສູງ​. ​ຮັບ​ຮ​ູ້​ໄດ້​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຕົນ​ຢ່າງ​ຈະ​ແຈ້ງ​ດ້ວຍ​ບົດ​ບາດ​ເປັນ​ອົງ​ການ​ເຈົ້າ​ຂອງ, ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ຫຼາຍ​ມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດ. ທ່ານ ຫງວຽນ​ວັນ​ຕ໋ວນ, ຫົວ​ໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ, ຢືນ​ຢັນ​ວ່າ.

        “ພວກ​ຂ້າ​ພະ​ເຈົ້າ​ໄດ້​ສ້າງ​ຮ່າງ​ໂຄງ​ການ​​ດຳ​ເນີນ​ງານ​ຂອງ​ລັດ​ຖະ​ບານ ​ໃນ​ການປະ​ຕິ​ບັດ​ມະ​ຕ​ິ, ພວມ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອ​ງ​ຖິ່ນ​ຕ່າງໆ​ເພື່​ອສ້າງ​ຮ່າງ​ມະ​ຕ​ິ​ໃຫ້​ສຳ​ເລັດ. ຄາດ​ວ່າ, ຕົ້ນ​ເດືອນ 04 ຈະ​ມາ​ເຖິງ ຈະ​ສ້າງ​ແຜນ​ການ​ດັ່ງ​ກ່າວ​ໃຫ້​ສຳ​ເລັດ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ພິ​ຈາ​ລະ​ນ​າ ແລະ ປະ​ກາດ​ໃຊ້. ໂຄງ​ການ​ດຳ​ເນີນ​ງານ​ດັ່ງ​ກ່າວ​ຈະ​ນອ​ກຳ​ນົດ​ຢ່າງ​ຈ​ະ​ແຈ້ງວ່າ: ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ແນວ​ຄວາມ​ຄິດ ແລະ ບັນ​ດາ​ໜ້າ​ທີ່​ໃນ​ມະ​ຕິ ຕ້ອງ​ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່ຫຍັງ. ທີ 2 ​ແມ່ນມອບ​ໜ້າ​ທີ່​ລະ​ອຽດ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອ​ງ​ຖິ່ນ​ຕ່າງໆ ແລະ​ ອີງ​ໃສ່​ນັ້ນ, ແຕ່​ລະ​ກະ​ຊວງ, ຂະ​ແໜງ​ການ, ​ທ້ອ​ງ​ຖິ່ນ ຈະ​ຈ​ັດ​ຕັ້ງ​ການ​ສ້າງ​ແຜນ​ການ​ຜັນ​ຂະ​ຫຍານ​ການ​ປະ​ຕິ​ບັດ”.

ບັນ​ດາ​ສັນ​ຍານ​ເປັນໜ້າ​ປະ​ເອີບ​ໃຈ

        ໃນ 3 ເດືອນ​ຕົ້ນ​ປີ, ຂະ​ແໜງ​ທ່ອງ​ທ່ຽວ​ໄດ້​ຮັບ​ບັນ​ດາ​ສັນ​ຍານ​ທີ່​ຕັ້ງ​ໜ້າ​ຢ່າງ​ລຽນ​ຕິດ. ໃນ​ເດືອນ 01, ເປັນ​ຄັ້ງ​ທຳ​ອິດ​​ທີ່ຫວຽດ​ນາມ ຕ້ອນ​ຮັບ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ສາ​ກົນມາ​ຫວຽດ​ນາມ ລື່ນ​ກາຍ​ຄາດ​ໝາຍ 1 ລ້ານ​ຄົນ/ເດືອນ, ເພີ່ມ​ຂຶ້ນ 40% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2016. ເດືອນ 02, ຈຳ​ນວນ​ນັກ​ທ່ອງ​ທ່ຽ​ວ​ສາ​ກົນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ບັນ​ລຸ​ເກືອບ 1,2 ລ້ານ​ເທື່ອ​ຄົນ. ໄລ​່ລວມ 2 ເດືອນ​ຕົ້ນ​ປີ, ມີ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ກວ່າ 2,2 ລ້ານ​ເທື່ອ​ຄົນ. ແລະ​ມີ​ເຫດ​ການ​ພິ​ເສດ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ໃນ​ເດືອນ 03 ນັ້ນ​ແມ່ນ​ຟິມ​ຮູບ​ເງົາ “Kong: Skull Island” ຂອງ​ອາ​ເມ​ລິ​ກາ ໄດ້​ສາຍ​ຢູ່​ຫວຽດ​ນາມ ດ້ວຍ​​ການ​ຖ່າຍ​ທຳ​ຮູບ​ພາບສ່ວນ​ຫຼາຍ​ແມ່ນ​ຢູ່​ບັນ​ດາ​ສະ​ຖານ​ທ​ີ່​ທ່ອງ​ທ່ຽວ​ທີ່​ມີ​ຊື​່​ສຽງ​​ຂອງ​ຫວຽດ​ນາມ. ເຫ​ດ​ການນີ້​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຢ່າງ​ໃຫຍ່​ຫຼວງ​ຈາກວົງ​ການ​ສື່ມວນ​ຊົນ​ສາ​ກົນ, ສ້າງ​ກຳ​ລັງ​ແຜ່​ລາມ​ຢ່າງ​ແຮງ. ຟິມ​ຮູບ​ເງົາ​ບໍ່​ພຽງ​ແຕ່​​ເປັນ​ການໂຄ​ສະ​ນາ​​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ສົດ​ງົດ​ງາມ​ຂອງ​ຫວຽດ​ນາມ​ ເທົ່າ​ນັ້ນ, ຫາກຍັງ​ແມ່ນ​ການ​​ໂຄ​ສະ​ນາ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​​ຊີວະ​ພາບ, ​ຜະ​ຈົນ​ໄພ, ກໍ​ຄື​ວັດ​ທະ​ນະ​ທຳ​ຫວຽດ​ນາມ ເຖິງ​ນັກ​ທ່ອງ​ທ່ຽວອີ​ກ​ດ້ວຍ. ທ່ານ ດິງ​ຫງອກ​ດຶກ, ຫົວ​ໜ້າ​ກົມ​ຕ​ະ​ຫຼາດ, ກົມ​ໃຫຍ່​ທ່ອງ​ທ່ຽວຫວຽດ​ນາມ ໃຫ້​ຮູ້​ວ່າ.

        “ນີ້​ແມ່ນ​ສັນ​ຍານ​ທີ່​ດີ, ແມ່ນ​ໝາກ​ຜົນ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ແລະ ການ​ປະ​ກາດ​ໃຊ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ລັດ​ຖະ​ບານ. ບັນ​​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ດັ່ງ​ກ່າວ​ແມ່ນ​ຍ້ອນ​​ມີນະ​ໂຍ​ບາຍ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ນັກ​ທ່ອງ​ທ່ຽ​ວ​ມ​າ​ຢ້ຽມ​ຢາມ, ບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ​ຂະ​ແໜງ​ທ່ອງ​ທ່ຽວມີ​ຄວາມ​ມານະ​ພະ​ຍາ​ຍາມ​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນ, ​ນະ​ໂຍ​ບາຍ, ​ສ້າງ​ສະ​ພາບ​ແວ​ດ​ລ້ອມ​​​ສະ​ຖານ​ທີ່​ທ່ອ​ງ​ທ່ຽວ​ໃຫ້​ດີກວ່າ​, ມີຄຸນ​ນະ​ພາບ​ການ​ບໍ​ລິ​ການ​ດີກວ່າ ແລະ ວຽກ​ງານ​ສົ່ງ​ເສີມ​ການ​ໂຄ​ສະ​ນາ​ໄດ້​ຮັບ​ການ​ຍູ້​ແຮງກວ່າ”.

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດ​ນາມ ພວມ​ຢືນ​ຢູ່​ຕໍ່​ໜ​້າ​ກາ​ລະ​ໂອ​ກາດ​ໃຫຍ່​ຫຼວງ​​ທີ່​ສຸດເພື່ອ​ບືນ​ຕົວ​ຂຶ້ນ. ດ້ວຍ​ບັນ​ດາ​ມາດ​ຕະ​ການ​​ຫຼັກ​ແຫຼ່ງ, ລະ​ອຽດ ພ້ອມ​ກ​ັບ​ການ​ຊີ້​ນຳ, ນຳ​ພາ, ການ​ສົມ​ທົບ​ກັນ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ຂັ້ນ​ທ້ອ​ງ​ຖິ່ນ, ຫວ​ັງ​ວ່າ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ປອດ​ຄວັນ​ຂອງ​ຫວຽດ​ນາມ ສືບ​ຕໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງ​ໜ້າກວ່າ​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ