ທະຫານ ແລະ ປະຊາຊົນ ຢູ່ເມືອງເກາະເຈື່ອງຊາພ້ອມກັນຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ ແລະ ອົບອຸ່ນ

(vovworld)- ເຖິງວ່າ​ຫ່າງ​ໄກ​ກັບ​ເຂດ​ດິນ​ຕໍ່​ແຜ່ນ​ນັບ​ຮ້ອຍ​ໄມ​ທະ​ເລກໍ່​ຕາມ ແຕ່​ເມືອ​ງ​ເກາະ​ເຈື່ອງ​ຊາ ແຂວງ ແຄງ​ຮ່​ວາ ໄດ້ຕ້ອນ​ຮັບ​ບຸນ​ເຕັດ​ປີ​ລະ​ກາ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ ອົບ​ອຸ່ນ ​ດ້ວຍເຄື່ອງ​ຂອງຄົບ​ທຸກ​ຢ່າງ. ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ, ອາ​ກາດ​ທີ່​ຮ້າຍ​ແຮງ, ຢູ່ຫ່າງ​ໄກ​ກັບ​ຄອບ​ຄົວ… ແຕ່​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ເມືອ​​ງເກາະ​ເຈື່ອງ​ຊາ ໄດ້​ພ້ອມ​ກັນ​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​​ເບີກ​ບານ​ມ່ວນ​ຊື່ນ​.  ບົດ​ຂຽນ​ຂອງ​ນັກ​ຂ່າວ ຫວີງ​ຟອງ.

ທະຫານ ແລະ ປະຊາຊົນ ຢູ່ເມືອງເກາະເຈື່ອງຊາພ້ອມກັນຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ ແລະ ອົບອຸ່ນ - ảnh 1


        ເຊື່ອມ​ຕົວ​​ເຂົ້າກັບ​ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ເຕັດ​ປີ​ລະ​ກາ​ຂອງ​ຊາດ, ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ເມືອງ​ເກາະ ເຈື່ອງ​ຊາ ໄດ້​ຈັດ​ຕັ້ງ​ການ​ຕ້ອນ​ຮັບ​ບຸນ​ເຕັດ​ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ອຸ​ດົມ​ສົມ​ບູນ, ຫລາຍ​ຮູບ​ແບບ. ໃນ​ຊຸມມື້​ ​ບຸນ​ເຕັດ​ຢູ່​ເກາະເຈື່ອງ​ຊາ ແມ່ນ​ເລີ່ມ​ຕົ້ນ​ດ້ວຍ​ລາຍ​ການ​​ສະ​ແດງສິ​ລະ​ປະ​ຕ້ອນ​ຮັບ​ປີ​ໃຫມ່ ແລະ ລໍ​ຄອຍ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່​ທີ່​ສັກ​ກະ​ລະ​ບູ​ຊາ​ຢູ່​ຫໍ​ວັດ​ທ​ະ​ນະ​ທຳ​ຂອງ​ບັນ​ດາ​ເກາະ. ບັນ​ດາ​ລາຍ​ກາ​ງ​ສະ​ແດງ​ສິ​ລະ​ປະ​ເຖິງວ່າ ແມ່ນ​ລຽບ​ງ່າຍ ແຕ່​ໄດ້​ຊ່ວຍ​ໃຫ້​ ພະ​ນັກ​ງານ, ນັກ​ຮົບ ພວມ​ປະ​ຕິ​ບັດ​ງານ ແລະ ປະ​ຊາ​ຊົນດຳ​ລົງ​ຊີ​ວິດ​ຢູ່​ທີ່ນີ້​ຫລຸດ​ຜ່ອນ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ຄອບ​ຄົວ​ຍາດ​ຕິ​ພີ່​ນ້ອງ​ຢູ່ເຂດດິນ​ຕໍ່​ແຜ່ນ. ​ພົນ​ທະ​ຫານ​ຊັ້ນ​ຫນຶ່ງ ຮ່​ວາງວັນ​ຫາຍ, ເຮັດ​ວຽກ​ຢູ່​ເກາະ ນາມ​ອຽດ ແບ່ງ​ປັນ​ວ່າ: ເຖິງວ່າ​ໄດ້ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ເຂດທີ່​ຫ່າງ​ໄກ​ກັບ​ຄອບ​ຄົວ​ ແຕ່ອ້າຍນ​ອ້ງ​ທີ່ຮ່ວມ​ກົມ​ກອງຢູ່​ທີ່ນີ້ ​​ພັດ​ມີຄວາມ​ຮັກ​ແພງ​ກັນ ​ແລະ ພ້ອມ​ກັນ​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ. ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ກິ​ລາ​ກໍ​ຊ່ວຍ​ໃຫ້​ພະ​ນັກ​ງານ, ນັກ​ຮົບ​ຍິ່ງ​ມີ​ຄວາມ​ສະ​ຫນິດ​ຕິດ​ພັນ​ກວ່າ ແລະ ອຸ່ນ​ອ່ຽນ​ໃຈ​ເພື່ອ​ປະ​ຕິ​ບັດ​ງານ.

        “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເບີກ​ບານ​ມ່ວນ​ຊື່ນ​ເມື່ອໄດ້​ເຂົ້າ​ຮ່ວມ​ລາຍ​ການ​ສະ​ແດງສິ​ລະ​ປະ​ທີ່​ມີ​ຄວາມ​ໝາຍ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ. ເປັນ​ຄັ້ງ​ທຳ​ອິດ​ມາ​ຮັບ​ຫນ້າ​ທີ່​ຢູ່​ເກາະ, ນອກ​ຈາກ​ຊຸມ​ວັນ​ປະ​ຕິ​ບັດ​ງານ​ແລ້ວ, ຊຸ​ມມື້​ບຸນ​ເຕັດ​​ກໍແມ່ນ​​ໂອ​ກາດ ເພື່ອ​ໃຫ້ອ້າຍ​ນ້ອງ​ພະ​ນັກ​ງານ, ນັກ​ຮົບ​ຍິ່ງ​​ໃກ້​ຊິດສະ​ຫນິດ​ຕິດ​ພັນ​ກັນ​ກວ່າ. ຢູ່​ເກາະ ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ໃນ​ຊຸມມື້​ບຸນ​ເຕັດ​ຄື: ການ​ຫໍ່​ເຂົ້າ​ຕົ້ມ, ຫລິ້ນ​ໝາກ​ຮຸກ, ດຶງ​ເຊືອກ… ຂ້າ​ພະ​ເຈົ້າ​ຮູ້​ສຶກ​ອົບ​ອ​ຸ່ນ ແລະ ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຄື​ໃນ​ຄອບ​ຄົວ​ດຽວ​.”

        ຢູ່ ເຈື່ອງ​ຊາ ຕາມ​ປະ​ເພ​ນີ​ແລ້ວ ຮອດ​ຕອນ​ເຊົ້າ​ວັ​ນ​ທີ 1/1 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທີນ (ໝາຍ​ເຖິງວັນ​ທີ 1 ຂອງ​ບຸນ​ເຕັດ), ​ຢູ່​ເກາະ​ແຫ່ງ​ຕ່າງໆ​ກໍລ້ວນ​ແຕ່​ຈັດ​ຕັ້ງ​ພິ​ທີ​ເຄົາ​ລົບ​ທຸງ​ຊາດຕົ້ນ​ປີ. ພິ​ທີນີ້​ແມ່ນ​ມູນ​ເຊື້ອ , ແມ່ນຈຸດ​ທີ່​ດີ​ງາມ​​ທາງດ້ານ​ວັດ​ທະ​ນະ​ທຳ​ຂອງ​ພະ​ນັກ​ງານ, ນ​ັກ​ຮົບ ແລະ ປະ​ຊາ​ຊົນ​ຢູ່​ເກາະ​ທີ່​ຫ່າງ​ໄກ.

ທະຫານ ແລະ ປະຊາຊົນ ຢູ່ເມືອງເກາະເຈື່ອງຊາພ້ອມກັນຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ ແລະ ອົບອຸ່ນ - ảnh 2
ທະ​ຫານ​ເຮືອ​ປະ​ດັບ​ປະ​ດາ​ເພື່ອ​ຕ້ອນ​ຮັບ​ບຸນ​ເຕັດ


        ພາຍ​ໃຕ້​ຄັນ​ທຸງ​ຊາດ, ​ສຽງ​ຮ້ອງເພງ​​ຊາດຂອງບັນ​ດາ​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ ​ຢູ່ເມືອງ​ເກາະ​​ໄດ້ ດັງກ້ອງ​ກັງ​ວານ​ໄປທົ່ວ. ຈາກ​ເກາະ ເຈື່ອງ​ຊາ, ຊອງ​ຕື​ໄຕ, ນາມ​ອຽດ, ຊີງ​ຕົນ ຫລື ເກາະນ້ຳ​ຖ້ວມ ຄື​ເກາະ​ຫີນ​ລາດ, ຫີນ​ນາມ, ທ່​ວຽນ​ຈາຍ.. ສຽງ​ເພງ​ຊາດ​ປະ​ສານ​ກັບ​ສຽງ​ຄຶ້ນ​ທະ​ເລ, ສຽງ​ ລົມ​ພັດ​ຈາກ​ທະ​ເລ ໄດ້​ສ້າງ​ບັນ​ຍາ​ກາດຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່​ພວມ​ວຽນ​ມາ​ອີກວາ​ລະ​ຫນຶ່ງ​ຢູ່​ເມ​ືອງ​ເກາະ ເຈື່ອງ​ຊາ​ຢ່າງ​ຄຶກ​ຄື້ນ​ທີ່​ສຸດ. ສຽງ​​ຮ້ອງ​​ເພງ​ຊາດກໍ​ເປັນ​ຄຳ​ໝັ້ນ​ໝາຍ, ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ ຢູ່ ໝູ່​ເກາະ ເຈືອງ​ຊາ ວ່າຈະ​ພ້ອມ​ກັນ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ​​ໄວ້ຢ່າງ​ໝັ້ນ​ຄົງ​ຫນັກ​ແຫນ້ນ. ພັນ​ຕີ ເຈີນ​ວັນ​ຮຸ່ງ, ພະ​ນັກ​ງານ​ການ​ເມືອງ ເກາະ ນາມ​ອຽດ ແບ່ງ​ປັນ​ວ່າ:

        “ທຸ​ຸງ​ແດງ​ດາວ​ເຫລືອງ ແມ່ນ​ຮູບ​ພາບ​ຂອງ​ປະ​ເທດ​ຫວຽດ​ນາມ ສະ​ນັ້ນ ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ເມືອງ​ເກາະ ເມື່ອ​ຢືນ​​ຢູ່ໃຕ້​ຄັນ​ທຸງ​ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ​ທີ່​ຮັກ​ແພງ. ທ​ຸງ​ແດງ​ດາວ​ເຫລືອ​ງ​ເປັນການ​ເພີ່ມກຳ​ລັງ​ແຮງ​ເພື່ອ​ໃຫ້​ທະ​ຫານ ແລະ ປະ​ຊາ​ຊົນ​ເມືອງ​ເກາະ​​ປະ​ຕິ​ບັດສຳ​ເລັດ​ຫນ້າ​ທີ່​ທ​ີ່​ໄດ້​ຮັບ​ການມອບ​ໝາຍ​ເປັນ​ຢ່າງ​ດີ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຫວຽດ​ນາມ ສ​ັງ​ຄົມ​ນິ​ຍົມ​ໃຫ້​ໝັ້ນ​ຄົງ​​ໄວ້ຫນັກ​ແຫນ້ນ.”

        ຢູ່ ຕາ​ແສງ ເກາະ ຊີງ​ຕົນ ໃນຊຸມມື້​ຕົ້ນ​ປີ​ໃຫມ່ ປະ​ຊາ​ຊົນ​ໄດ້​ພ້ອມ​ກັນ​ໄປ​ວັດ​ໃນ​​ຈຸ​ເວ​ລາ​ຕົ້ນ​ປີ​ໃຫມ່ ແລະ ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ. ເອື້ອຍ ຫງວຽນ​ທິ​ຕຽມ, ດຳ​ລົງ​ຊີ​ວິດ​ຢູ່ ເກາະ ໃຫ້​ຮູ້​ວ່າ: ປີ​ໃດ​ກໍ​ເຊັ່ນ​ດຽວ​ກັນ, ​ຮອດຕອນ​ເຊົ້າ​ວັນ​ທີ 1 ໄລ່​ຕາມ​ຈັ​ນ​ທະ​ປະ​ຕິ​ທິນ, ບັນ​ດາ​ຄອບ​ຄົວ​​ໄດ້ພາ​ກັນ​ໄປ​ວັດ​​ເພື່ອພາ​ວະ​ນາ​ໃຫ້​ປີ​ໃຫມ່​ມີ​ໂຊກ​ມີ​ໄຊ, ມີ​ຄວາມ​ສະ​ຫງົບ​ສຸກ ແລະ ​ການ​ຈັ​ບຫາ​ສິນ​ທະ​ເລ​ໄດ້​ຮັບ​ຜົນ​ດີ.

        “ບັນ​ດາ​ຄອບ​ຄົວ​ດຳ​ລົງ​ຊີ​ວິດ​ໃນ​ເກາະ​ແຫ່ງນີ້​ຍາມ​ໃດ​ກໍ​ມີ​ຄວາມ​ສາ​ມັກ​ຄີສະ​ຫນິດ​ຕິດ​ພັນ​ນຳ​ກັນ​ຄື​ດັ່ງ​ໃນ​ຄອບ​ຄົວ​ດຽວ. ຢູ່​ດິນ​ຕໍ່​ແຜ່ນ ໃນ​ຈຸດ​ເວ​ລາ​ສົ່ງ​ທ້​າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່ ທຸກ​ຄົນ​ໃນ​ຄອບ​ຄົວ​ສ່ວນ​ຫລາຍ​ແມ່ນ​ຢູ່​ເຮືອນ​ເທົ່າ​ນັ້ນ, ແຕ່​ບັນ​ດາ​ຄອບ​ຄົວ​ຢູ່​ເກາະ​ໄດ້​​ມີການພົວ​ພັນ​ແລກ​ປ່ຽນ​ນຳ​ກັນ ພ້ອມ​ກັນ​ກະ​ກຽມ​ເພື່ອ​ໃຫ້​ລູກ​ຫລານ​​ໄດ້ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ, ມີ​ຄວາມ​ຜາ​ສຸກ.”

        ບັນ​ດາ​ຫລານ​ນ້ອຍ​ຢູ່​ເກາະ​ກໍ​ຮູ້​ສຶກ​ດີ​ໃຈ​ທີ່​ສຸດ​ຕໍ່ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ເຕັດ​  ເພາະ​ວ່າ ພວກ​ນ້ອງ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ລະ​ຫລິ້ນ​ກັບ​ບ​ັນ​ດາ​ນັກ​ຮົບ​ໃນ​ເກາະ. ຫລານ ຫວໍ​ຈູງ​ຕີນ, ອາ​ຍຸ 10 ປີ ແບ່ງ​ປັນ​ວ່າ:

        “ຫລານ​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ເກາະ​ເປັນ​ຫລາຍ​ເທື່ອ​ແລ້ວ. ໃນ​ໂອ​ກາດ​ບຸນ​ເຕັດ​ມີ​ການ​ລະ​ຫລິ້ນ​ພື້ນ​ເມືອງ​ຫລາຍ​ຢ່າງ. ບຸນ​ເຕັດ​ມີ​ ເຄື່ອງ​ຂອງຄົບ​ທຸກ​ຢ່າງ​ຄື: ເຂົ້າ​ຕົ້ມ ແລະ ອາ​ຫານ​ຫລາຍ​ເຍື່ອງ. ຊຸມມື້​ບຸນ​ເຕັດ​ພວກ​ຫລານ​ໄດ້​ເຂົ້າ​ຮ່ວມ​ການ​ລະ​ຫລິ້ນ​​ພື້ນ​ເມືອງຫລາຍ​ຢ່າງ​​ມ່ວນ​ຊື່ນ​ທີ່​ສຸດ.”

 

        ບຸນ​ເຕັດ​ຢູ່ ເຈື່ອງ​ຊາ ປະ​ຈຸ​ບັນ, ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໄດ້​ຮັບ​ການ​ປັບ​ປຸງ, ເຮັດ​ໃຫ້​ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸ​ນ​ເຕັດ​ຢູ່​ເກາະ​ຍິ່ງ​ຄຶກ​ຄື້ນ ແລະ ເບີກ​ບານ​ມ່ວນ​ຊື່ນກວ່າ. ຢູ່​​ເກາະທີ່​ຫ່າງ​ໄກ, ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ເມືອງ​ເກາະ​ເຈື່ອ​ງ​ຊາ ຍາມ​ໃດ​ກໍ​ມີ​ຄວາມ​ສາ​ມັກ​ຄີ​ກັນ, ໝັ້ນ​ໝາຍ​ນຳ​ກັນ​ເປັນ​ຈິດ​ຫ​ນຶ່ງ​ໃຈ​ດຽວ​​ເພື່ອ​ເປັນ​ບ່ອນ​ອີງ​ທີ່​ໝັ້ນ​ຄົງ, ​ພ້ອມ​ກັນປົກ​ປັກຮັກ​ສາ​ຄວາມ​ສະ​ຫງົບ​ສຸກ​ໃຫ້​ແກ່​ເຂດ​ທະ​ເລ​ໝູ່​ເກາະ​ຂອ​ງ​ບ້ານ​ເກີດ​ເມືອງນອນ.


ຕອບກັບ

ຂ່າວ/ບົດ​ອື່ນ