ນັກຂ່າວ, ນັກປະພັນວັນນະຄະດີ ເຈີນມາຍແຫ້ງ ກັບປຶ້ມບົດບັນທຶກສົງຄາມ 1-2-3-4,75

ປຶ້ມ “ບົດ​ບັນ​ທຶກ​ສົງ​ຄາມ 1-2-3-4,75” ດ້ວຍ​ບັນ​ດາ​ເອ​ກະ​ສານ​ລັບ, ເອ​ກະ​ສານ​ຕົ້ນ​ສະ​ບັບ​ຂອງ​ນັກ​ຂ່າວ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ເຈີນ​ມາຍ​ແຫ້ງ ແມ່ນ​ປຶ້ມ​ນະ​ວະ​ນິ​ຍາຍ​ເອ​ກະ​ສານ​ປະ​ຫວັດ​ສາດ​ທີ່​ແທ້​ຈິງ​ກ່ຽວ​ກັບ​ຊຸມ​ວັນ​ສຸດ​ທ້າຍ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ສາ​ທາ​ລະ​ນະ​ລັດ​ຫວຽດ​ນາມກ່ອນ​ເຫດ​ການ​ວັນ​ທີ 30 ເມ​ສາ​ປີ 1975. ພາຍຫຼັງ​ໃຫ້​ພິມ​ຈຳ​ໜ່າຍ​ຄືນ 3 ຄັ້ງ​ເປັນ​ພາ​ສາ​ຫວຽດ​ເມື່ອບໍ່​ດົນ​ມານີ້, ປຶ້ມ​ເຫຼັ້ມ​ນີ້​ໄດ້​ຖືກ​ແປ​ເປັນ​ພາ​ສາ​ອັງ​ກິດ ເພື່ອ​ຊ່ວຍ​ຜູ້​ອ່ານ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມີ​ໂອ​ກາດ​ໄດ້​ຊອກ​ຮູ້​ບັນ​ດາ​ເອ​ກະ​ສານ​ອັນ​ລ້ຳ​ຄ່າ​ກໍ​ຄື​ກ່ຽວ​ກັບ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ດ້ວຍ​ຄວາມ​ລຳ​ບາກ​ກາ​ກກຳ ແຕ່​ສະ​ຫງ່າ​ອົງ​ອາດ​ຂອງ​ຊາດ​ຫວຽດ​ນາມ.

ນັກຂ່າວ, ນັກປະພັນວັນນະຄະດີ ເຈີນມາຍແຫ້ງ ກັບປຶ້ມບົດບັນທຶກສົງຄາມ 1-2-3-4,75 - ảnh 1
ນັກປະພັນວັນນະຄະດີ ເຈີນມາຍແຫ້ງ ກ່າວຄຳເຫັນທີ່ພິທີມອບລາງວັນ ວັນນະຄະດີ ອາຊຽນ ປີ 2015 ຢູ່ ບາງກອກ ປະເທດໄທ ໃນຕອນຄ່ຳວັນທີ 14/12/2015.

       ບົດ​ບັນ​ທຶກ​ສົງ​ຄາມ 1-2-3-4,75 ແມ່ນ​ປຶ້ມ​ນະ​ວະ​ນິ​ຍາຍໂດຍນັກ​ຂ່າວ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ເຈີນ​ມາຍ​ແຫ້ງ ໄດ້​ຮຽບ​ຮຽງ​ສຳ​ເລັດ​ເມື່ອ​ປີ 2014, ພາຍຫຼັງ​ເກືອບ 40 ປີ​ນັບ​ແຕ່​ຈຸດ​ເວ​ລາ​ປ​ະ​ຫວັດ​ສາດ​ເມື່ອ​ຕອນ​ທ່ຽງ​ວັນ​ທີ 30 ເມ​ສາ​ປີ 1975 ຢູ່​ທຳ​ນຽບ​ເອ​ກະ​ລາດ. ຄາວນັ້ນ, ທ່ານ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ນັກ​ຂ່າວ​ທຳ​ອິດ​ທີ່​ມີ​ໜ້າ​ຢູ່​ທຳ​ນຽບ​ເອ​ກະ​ລາດ ແລະ ຂຽນ​ບົດ​ບັນ​ທຶກ​ທີ່​ພາດ​ຫົວ​ຂໍ້ : “ ນະ​ຄອນ​ໂຮ່​ຈິ​ມິນ​ເຕັມ​ໄປ​ດ້ວຍ​ສີ​ສັນ​ທຸງ​ແດງ​ດາວ​ຄຳ ” ຊຶ່ງ​ໄດ້​ລົງ​ພິມ​ໃນ​ໃບ​ຂ່າວ​ຂອງ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ, ອອກ​ອາ​ກາດ​ທາງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ເມື່ອ​ຕອນ​ທ່ຽງວັນ​ທີ 1/5 ແລະ ລົງ​ພິມ​ໃນ​ໜັງ​ສື​ພິມ​ເຍີນ​ເຢີນ (ແປ​ວ່າ​ປະ​ຊາ​ຊົນ) ເມື່ອ​ວັນ​ທີ 2/5. ​ນັກ​ຂ່າວ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ເຈີນ​ມາຍ​ແຫ້ງໃຫ້​ຮູ້​ວ່າ ທ່ານ​ໄດ້​ຂຽນ​ປຶ້ມ​ຫົວ​ນີ້ ຍ້ອນ​ມີ​ຄວາມ​ຮັບ​ຜິດ​ຊອບ​ເປັນ​ພົນ​ລະ​ເມືອງ, ເປັນ​ນັກ​ຂ່າວ​ຄົນ​ໜຶ່ງ​ທີ່​ມີ​ຕໍ່​ປະ​ເທດ​ຊາດ. ທ່ານ​ເຈີຍ​ມາຍ​ແຫ້ງ ໃຫ້​ຮູ້​ວ່າ :

   “ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຊີ​ວິດ​ແມ່ນ​ລຳ​ບາກຫຼາຍ. ສົງ​ຄາມແມ່ນ​ສິ່ງ​ທີ່ບໍ່​ມີ​ໃຜ​ຫວັງ​ຢາກ​ເກີດ​ຂຶ້ນ. ສັນ​ຕິ​ພາບ​ແມ່ນ​ຄວາມ​ຄາດ​ຫວັງ​ຂອງ​ມວນ​ມະ​ນຸດ. ແລະ ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ຂຽນ​ປຶ້ມ​ຫົວ​ນີ້​ດ້ວຍ​ແສງ​ສະ​ຫວ່າງ​ທີ່​ແຕກ​ຕ່າງ, ໄປ​ຈົນ​ສຸດ​ຄວາມ​ຈິງ. ມັນ​ແມ່ນ​ຄວາມ​ຈິງ ແລະ ວັນ​ເວ​ລາ​ຈະ​ສົ່ງ​ກັບ​ຄືນ​ສູ່​ຄວາມຈິງ. ແລະ ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິດ​ໄປ​ຈົນ​ສຸດ​ຄ​ວາມ​ຈິງ ”

   ​ນັກ​ຂ່າວ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ເຈີນ​ມາຍ​ແຫ້ງແບ່ງ​ປັນ​ວ່າ ທ່ານ​ເອງບໍ່​ຖື​ໜັກ​ຄຸນ​ຄ່າ​ວັນ​ນະ​ຄະ​ດີ​ໃນ​ບົດ​ປະ​ພັນ​ຂອງ​ຕົນ, ແຕ່​ເໜືອ​ກ່​ວາ​ສິ່ງ​ໃດ​ໝົດ​ແມ່ນ​ຄຸນ​ຄ່າ​ຢ່າງ​ໜັກ​ແໜ້ນ​ກ່ຽວ​ກັບ​ຄວາມ​ຈິງ​ປະ​ຫວັດ​ສາດ. ເພາະ​ສະ​ນັ້ນ, ໃນປຶ້ມ “ບົດ​ບັນ​ທຶກ​ສົງ​ຄາມ 1-2-3-4,75” ແມ່ນບໍ່​ຄຳ​ວິ​ຈານຫຼື​ຕີ​ລາ​ຄາ​ໃດ​ຂອງ​ທ່ານ​ເຈີນ​ມາຍ​ແຫ້ງ, ຫາກ​ພຽງ​ແຕ່​ວາດ​ພາບ​ຢ່າງ​ແທ້​ຈິງ​ກ່ຽວ​ກັບ​ປະ​ຫວັດ​ສາດ​ໂດຍ​ຖືກ​ສັງ​ເກດ​ຈາກ​ຟາກ​ຝ່າຍ​ເບື້ອງນັ້ນ​ຂອງ​ສະ​ໜາມ​ຮົບ. ​ນັກ​ຂ່າວ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ເຈີນ​ມາຍ​ແຫ້ງ ເປີດ​ເຜີຍ​ວ່າ :

      “ ຈົນ​ສຸດ​ທາງ​ຂອງ​ຝ່າຍ​ເບື້ອງນັ້ນ​ແມ່ນ​ພັງ​ທະ​ລາຍ​ລົງ, ແຕ່​ພັດ​ເຊີດ​ຊູ​ໄຊ​ຊະ​ນະ​ຂອງ​ຊາດ, ເຊີດ​ຊູ​ການ​ນຳ​ພາ​ຂອງ​ພັກ. ປຶ້ມ​ຫົວ​ນີ້ຂອງ​ຂ້າ​ພະ​ເຈົ້າ ບໍ່​ມີ​ຄຳ​ສັບ​ໃດຫຼື​ປະ​ໂຫຍດ​ໃດ​ທີ່​ເວົ້າ​ເຖິງກອງ​ທັບ​ປົດ​ປ່ອຍ ກໍ​ຄື​ເວົ້າ​ເຖິງ​ພັກ​ກອ​ມມູ​ນິດ​ຫວຽດ​ນາມ​ຊີ້​ນຳ​ນຳ​ພາ​ການ​ສູ້​ຮົບ​ນີ້, ແຕ່​ສິ່ງທັງ​ໝົດໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ເປັນ​ຫ​ຍັງ​ພວກ​ເຮົາ​ໄດ້​ຮັບ​ໄຊ​ຊະ​ນະ, ປະ​ຊາ​ຊົ​ນ​ເຮົາ​ໄດ້​ເສຍ​ສະຫຼະ​ຊີ​ວິດ​ຄື​ແນວ​ໃດ, ກອງ​ທັບ​ໄດ້​ພິ​ລະ​ອາດ​ຫານ​ຄື​ແນວ​ໃດແລະພັກ​ໄດ້​ນຳ​ພາ​ຢ່າງ​ປິ​ຊາ​ສາ​ມາດ​ຄື​ແນວ​ໃດ”

    ໃນ 19 ພາກ​ຂອງ​ປຶ້ມ “ບົດ​ບັນ​ທຶກ​ສົງ​ຄາມ 1-2-3-4,75” ນັ້ນ, ຜູ້​ອ່ານ​ມີ​ຄວາມ​ຮູ້​ສຶກວ່າ ຜູ້​ຂຽນ​ໄດ້​ປະ​ກົດ​ຕົວ​ໃນ​ທຸກໆວາ​ລະ​ປະ​ຊຸມ, ສະ​ໜາມ​ຮົບ, ຊ້ຳ​ບໍ​ໜຳ​ແມ່ນ​ນັບ​ທັງ​ໃນ​ຄວາມ​ນຶກ​ຄິດ, ການ​ກະ​ທຳ​ຂອງ​ບັນ​ດາ​ນາຍ ແລະ ພົນ​ທະ​ຫານ​ຂອງ​ຝ່າຍ​ສາ​ທາ​ລະ​ນະ​ລັດ​ຫວຽດ​ນາມ. ນັກ​ກະ​ວີ ຫງວຽນ​ວັນ​ທ່ຽວ ຮອງ​ປະ​ທານ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຫວຽດ​ນາມ​ຖື​ວ່າ: 

    “ ນີ້​ແມ່ນ​ປຶ້ມ​ຫົວ​ໜຶ່ງ ທີ່​ມີ​ວິ​ທີ​ຂຽນ, ວິ​ທີ​ນຳ​ໃຊ້​ເອ​ກະ​ສານ​ແບບ​ຊຳ​ນາ​ນ​ງານ. ຜ່ານ​ເອ​ກະ​ສານ​ແມ່ນ​ຊາ​ຕະ​ກຳ, ແມ່ນ​ຄວາມ​ໃນ​ໃຈ, ແມ່ນ​ລວງ​ເລິກ​ຂອງ​ແຕ່​ຄົນ​ເມື່ອ​ເຂົ້າ​ຮ່ວມ​ສົງ​ຄາມນີ້ ນັບ​ທັງ​ເປັນ​ທະ​ຫານ​ປົດ​ປ່ອຍຫຼື​ເປັນ​ພົນ​ທະ​ຫານ​ຢືນ​ຢູ່​ຟາກ​ຝັ່ງ​ເບື້ອງນັ້ນ​ຂອງ​ສະ​ໜາມ​ຮົບ. ໃນ​ປຶ້ມ​ຫົວ​ນີ້, ຜູ້​ຂຽນ​ໄດ້​ອະ​ທິ​ບາຍ​ສົງ​ຄາມນີ້ ກໍ​ຄື​ອະ​ທິ​ບາຍ​ກ່ຽວ​ກັບ​ເຈດ​ຈຳ​ນົງ​ຂອງ​ຊາດ​ໜຶ່ງ​ທີ່ບໍ່​ມີ​ວັນ​ຈະ​ຍອມ​ຈຳ​ນົນ, ບໍ່​ມີ​ວັນ​ຍອມ​ເປັນ​ຂ້ອຍ​ຂ້າ ແລະ ຊາດ​ໜຶ່ງບໍ່​ຍອມ​ປະ​ໃຫ້​ປະ​ເທດ​ຊາດ​ຖືກ​ຕັດ​ແຍກ ແລະ ຊາດ​ໜຶ່ງ​ດ້ວຍ​ຄວາມ​ຫວັງ​ມີ​ສັນ​ຕິ​ພາບ​ໃນຫຼາຍ​ສະ​ຕະ​ວັດ ໄດ້​ຜ່ານ​ສົງ​ຄາມ​ທຸກ​ຄັ້ງ​ເພື່ອ​ກ້າວ​ໄປ​ເຖິງ”

      ປຶ້ມ “ບົດ​ບັນ​ທຶກ​ສົງ​ຄາມ 1-2-3-4,75” ໂດຍ​ສຳ​ນັ​ກ​ພິມ​ຈຳ​ໜ່າຍ​ການ​ເມືອງ-ຄວາມ​ຈິງ​ຈຳ​ໜ່າຍ​ຄັ້ງ​ທຳ​ອິດ​ເມື່ອ​ເດືອນ 4/2014 ແລະ ໄດ້​ຮັບ​ການ​​ພິມຈຳ​ໜ່າຍຄືນຢ່າງ​ຕໍ່​ເນື່ອງ. ສິ່ງ​ທີ່​ເປັນ​ໜ້າ​ຊື່ນ​ຊົມ​ສຳ​ລັບ ນັກ​ຂ່າວ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ເຈີນ​ມາຍ​ແຫ້ງ​, ນັ້ນ​ແມ່ນ ປຶ້ມ “ບົດ​ບັນ​ທຶກ​ສົງ​ຄາມ 1-2-3-4,75” ໄດ້​ຮັບ​ລາງວັນ​ວັນ​ນະ​ຄະ​ດີ​ປີ 2014 ຂອງ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ ແລະ ລາງວັນ​ວັນ​ນະ​ຄະ​ດີ​ປີ 2015 ຂອງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້(ອາ​ຊຽນ) ໂດຍ​ລາດ​ຊະ​ວົງ​ໄທ​ມອບ​ໃຫ້. ນັກ​ຂ່າວ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ເຈີນ​ມາຍ​ແຫ້ງແບ່ງ​ປັນ​ວ່າ ສິ່ງ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ທ່ານ, ນັ້ນແມ່ນຂຽນປຶ້ມ “ບົດ​ບັນ​ທຶກ​ສົງ​ຄາມ 1-2-3-4,75” ບໍ່​ແມ່ນ​ເພື່ອ​ລື້ມ​ຄືນ​ການ​ສູ້​ຮົບ​ເພື່ອ​ປົດ​ປ່ອຍ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​ເຮັດ​ແນວ​ໃດ ຜ່ານ​ປຶ້ມ​ຫົວ​ນີ້ ສ້າງ​ຄວາມ​ຄາດ​ຫວັງ​ໃຫ້​ແກ່​ມະ​ນຸດ​ມີ​ຊີ​ວິດ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ ແລະ ຮັກ​ແພງກ່​ວາ, ພ້ອມ​ກັນ​ສ້າງ​ບັນ​ດາ​ຄຸນ​ຄ່າ​ທາງ​ດ້ານ​ຄຸນ​ສົມ​ບັດ​ອັນ​ດີ​ງາມ​ໃຫ້​ແກ່​ອະ​ນາ​ຄົດ. ເມື່ອບໍ່​ດົນ​ມານີ້, ສຳ​ນັ​ກ​ພິມ​ຈຳ​ໜ່າຍ​ການ​ເມືອງ-ຄວາມ​ຈິງ​ ແລະ ນັກ​ຂ່າວ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ເຈີນ​ມາຍ​ແຫ້ງໄດ້​ຕົກ​ລົງ​ໃຫ້​ພິມ​ຈຳ​ໜ່າຍ ປຶ້ມ “ບົດ​ບັນ​ທຶກ​ສົງ​ຄາມ 1-2-3-4,75” ເປັນ​ພ​າ​ສາ​ອັງ​ກິດຊຶ່ງ​ປະ​ກອບ​ດ້ວຍ 520 ໜ້າ. ປຶ້ມ​ຫົວ​ນີ້​ໂດຍ​ແມ່ນ​ນັກ​ແປ ແມ້ງ​ເຈືອງດ​ປັນ​ຜູ້​ແປ ແລະ ໄດ້​ຮັບ​ການກວດ​ແກ້​ຈາກ​ບັນ​ດາ​ນັກ​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ທີ່​ມີ​ປະ​ສົບ​ການ. ທ່ານ​ນາງ ຫງວຽນ​ກິມ​ງາ ຜູ້​ຕາງ​ໜ້າ​ສູນ​ຮຽບ​ຮຽງ​ປຶ້ມ​ສາ​ກົນ(ສຳ​ນັ​ກ​ພິມ​ຈຳ​ໜ່າຍ​ການ​ເມືອງ-ຄວາມ​ຈິງ​) ໃຫ້​ຮູ້​ວ່າ : 

    “ ຍ້ອນ​ເຫັນ​ວ່າ ນີ້​ແມ່ນ​ປຶ້ມ​ທີ່​ມີ​ຄຸນ​ຄ່າ​ທາງ​ດ້ານ​ປະ​ຫວັດ​ສາດ ແລະ ວັນ​ນະ​ຄະ​ດີ, ສຳ​ນັ​ກ​ພິມ​ຈຳ​ໜ່າຍ​ການ​ເມືອງ-ຄວາມ​ຈິງ​ໄດ້​ຕົກ​ລົງ​ດຳ​ເນີນ​ການ​ແປ​ເປັນ​ພາ​ສາ​ອັງ​ກິດ ແລະ ກວດ​ແກ້​ປຶ້ມ​ຫົວ​ນີ້. ສຳ​ນັກ​ພິມ​ຢາກ​ໂຄ​ສະ​ນາ​ບົດ​ປະ​ພັນ​ທີ່​ມີ​ຄຸນ​ຄ່າ​ທາງ​ດ້ານ​ປະ​ຫວັດ​ສາດ ແລະ ມີ​ຄວາມ​ໝາຍ​ທີ່​ສຸດ​ເພື່ອ​ໃຫ້​ເພື່ອນ​ມິດ​ສາ​ກົນ​ສາ​ມາດ​ເຫັນ​ໄດ້​ເຖິງ​ປະ​ຫວັດ​ສາດ​ຂອງ​ໄຊ​ຊະ​ນະ​ອັນ​ຍິ່ງໃຫ​ຍ່​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ໃນ​ກິດ​ຈະ​ການ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ”

     ປຶ້ມ “ບົດ​ບັນ​ທຶກ​ສົງ​ຄາມ 1-2-3-4,75” ແມ່ນ​ປຶ້ມ​ນະ​ວະ​ນິ​ຍາຍ​ເອ​ກະ​ສານ​ປະ​ຫວັດ​ສາດ​ທີ່​ມີ​ລັກ​ສະ​ນະ​ບັນ​ທຶກ​ລະ​ອຽດ, ສັງ​ລວມ​, ມີ​ລັກ​ສະ​ນະ​ພາ​ວະ​ວິ​ໄສ ແລະ ເຕັມ​ໄປ​ດ້ວຍ​ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ມະ​ນຸດ​ກ່ຽວ​ກັບ​ຈຸດ​ເວ​ລາ​ສຸດ​ທ້າຍ​ຂອງ​ສົງ​ຄາມ​ປົດ​ປ່ອຍ​ຊາດ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ. ນັ້ນ​ແມ່ນ​ທຸກ​ສິ່ງ​ທີ່​ຜູ້​ອ່ານ​ອາດ​ຈະ​ຊອກ​ເຫັນ​ໃນ ປຶ້ມ “ບົດ​ບັນ​ທຶກ​ສົງ​ຄາມ 1-2-3-4,75” ເປັນ​ພາ​ສາ​ຫວຽດ ແລະ ພາ​ສາ​ອັງ​ກິດ.

ຕອບກັບ

ຂ່າວ/ບົດ​ອື່ນ